ນໍ້າໃຈອັນບໍລິສຸດຜຸດຜ່ອງ ສອງຊາດຫວຽດນາມ - ລາວ

(VOVWORLD) -ພາຍຫຼັງການເຄື່ອນໄຫວຢ່າງຟົດຟື້ນມ່ວນຊື່ນເປັນເວລາ 4 ວັນ, “ງານບຸນພົບປະແລກປ່ຽນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ບັນດາເຜົ່າສ່ວນໜ້ອຍຢູ່ບັນດາແຂວງເຂດຊາຍແດນ ຫວຽດນາມ - ລາວ ເຂດພາກກາງ - ໄຕງວຽນ ປີ 2019” ກໍໄດ້ອັດລົງໃນວັນທີ 19 ພຶດສະພາ ຢູ່ເມືອງ ອາເລື໊ອຍ, ແຂວງເທື່ອທຽນ-ເຫວ້ ຂອງຫວຽດນາມ.

        ໃນຈໍານວນນັກສິລະປິນ, ນັກສິລະປະກອນ, ນັກສະແດງນັບຮ້ອຍຄົນທີ່ມີໜ້າເຂົ້າຮ່ວມງານບຸນນັ້ນ ແມ່ນມີຫຼາຍຄົນທີ່ມາຈາກກອງສິລະປະຂອງ 4 ແຂວງຂອງລາວຄື ອັດຕະປື, ເຊກອງ, ສາລະວັນ, ສະຫວັນນະເຂດ. ງານບຸນດັ່ງກ່າວ ໄດ້ສ້າງຄວາມປະທັບໃຈອັນດີງາມໃນໝູ່ປະຊາຊົນສອງປະເທດ ຫວຽດນາມ - ລາວ.

ນໍ້າໃຈອັນບໍລິສຸດຜຸດຜ່ອງ ສອງຊາດຫວຽດນາມ - ລາວ - ảnh 1 ບັນດາລາຍການພົບປະແລກປ່ຽນວັດທະນະທໍາ, ສິລະປະຂອງບັນດາຊົນເຜົ່າສ່ວນໜ້ອຍ ແມ່ນມີການຫ້າງຫາກະກຽມຢ່າງລອບຄອບຖີ່ຖ້ວນ, ມີເນື້ອໃນອຸດົມສົມບູນ

        ບັນດາລາຍການພົບປະແລກປ່ຽນວັດທະນະທໍາ, ສິລະປະຂອງບັນດາຊົນເຜົ່າສ່ວນໜ້ອຍ ແມ່ນມີການຫ້າງຫາກະກຽມຢ່າງລອບຄອບຖີ່ຖ້ວນ, ມີເນື້ອໃນອຸດົມສົມບູນ ແລະ ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທໍາຂອງຊາດ ໂດຍໄດ້ສະແດງຜ່ານບັນດາທໍານອງເພງພື້ນເມືອງ, ບັນດາວາດຟ້ອນ, ຊຸດອາພອນ, ຈຸດຍອດຍິ່ງຂອງອາຊີບຫັດຖະກໍາທີ່ເປັນມູນເຊື້ອ, ອາຫານການກິນ ແລະ ອື່ນໆ. ອ້າຍ ຈັນທະວີ ສອນວິຍາເກດ ສັງກັດກອງສິລະປະກອນແຂວງອັດຕະປື, ລາວ ໃຫ້ຮູ້ວ່າ ກ່ອນນີ້ 2 – 3 ປີ, ໃນການພົບປະແລກປ່ຽນວັດທະນະທໍາເຂດຊາຍແດນ ຫວຽດນາມ - ລາວ ຢູ່ແຂວງເຊີນລາ, ບັງເອີນ ທ່ານໄດ້ຮັບຟັງບົດເພງ “ສາຍໃຈ ຫວຽດ - ລາວ” ສະນັ້ນ, ແຕ່ລະເທື່ອທ່ານເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາບັນດາເຜົ່າລະຫວ່າງ ລາວ - ຫວຽດນາມ, ທ່ານລ້ວນແຕ່ຂັບຮ້ອງບົດເພງດັ່ງກ່າວ.

        “ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ມາຮ່ວມວັນບຸນ. ມື້ນີ້, ວັນທີ 19 ພຶດສະພາ ແມ່ນວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ. ພວກເຮົາທຸກຄົນ ຕ່າງກໍມີຄວາມຮູ້ສຶກເໝືອນດັ່ງກໍາລັງຢູ່ປະເທດຂອງຕົນ. ຄວາມຮັກຄວາມແພງ, ຄວາມສາມັກຄີລະຫວ່າງຫວຽດນາມ - ລາວ, ລາວ - ຫວຽດນາມ ຍັງໝັ້ນແກ່ນ ແລະ ບໍລິສຸດຜຸດຜ່ອງເໝືອນເດີມ”

ນໍ້າໃຈອັນບໍລິສຸດຜຸດຜ່ອງ ສອງຊາດຫວຽດນາມ - ລາວ - ảnh 2 ງານບຸນໄດ້ດຶງດູດແຂກມາຊົມເປັນຈໍານວນຫຼວງຫຼາຍ

        ບັນດາລາຍການສ່ວນຫຼາຍຂອງງານບຸນພົບປະແລກປ່ຽນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ບັນດາເຜົ່າສ່ວນໜ້ອຍຢູ່ບັນດາເຂດຊາຍແດນ ຫວຽດນາມ - ລາວ ເຂດພາກກາງ - ໄຕງວຽນ ລ້ວນແຕ່ບໍ່ໄດ້ແປອອກມາເປັນພາສາລາວ ແລະ ຫວຽດ, ແຕ່ເຂົາເຈົ້າຍັງຄົງຮູ້ສຶກໄດ້ເຖິງຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທໍາຂອງແຕ່ລະຊົນເຜົ່າ. ເອື້ອຍ ມະລີສັກ ສິດທິດຸມ, ຫົວໜ້າກອງສິລະປະກອນແຂວງ ອັດຕະປື ໃຫ້ຮູ້ວ່າ:

“ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ເມື່ອໄດ້ຕາງໜ້າໃຫ້ຄະນະຜູ້ແທນແຂວງອັດຕະປື ເຂົ້າຮ່ວມວັນບຸນນີ້ຢູ່ ເມືອງ ອາເລື໊ອຍ. ໃນຂະນະດໍາເນີນລາຍການພົບປະແລກປ່ຽນນີ້ເຫັນວ່າ ມີວັດທະນະທໍາຄ້າຍຄືກັນ, ໂດຍສະເພາະແມ່ນຄະນະຜູ້ແທນແຂວງ ກວ໋າງຈິ ມີການນຸ່ງຖື ແລະ ລາຍການສະແດງສິລະປະແມ່ນຄືກັບຂອງລາວ”.

        ບັນດາການເຄື່ອນໄຫວກິລາ ໄດ້ດຶງດູດນັກກິລາປະມານ 200 ຄົນເຂົ້າຮ່ວມ. ຄະນະຈັດຕັ້ງ ໄດ້ມອບຫຼຽນໄຊຈໍານວນ 26 ຊຸດໃຫ້ແກ່ບັນດານັກກິລາເຂົ້າຮ່ວມ ແລະ ມອບລາງວັນທີໜຶ່ງໃຫ້ແກ່ຄະນະນັກກິລາ ກອນຕຸມ. ກ່ຽວກັບການທ່ອງທ່ຽວ, ໄດ້ມີບັນດາການເຄື່ອນໄຫວສໍາຫຼວດການທ່ອງທ່ຽວຊີວະພາບ, ການທ່ອງທ່ຽວເຂດຊຸມຊົນຢູ່ເມືອງ ອາເລື໊ອຍ, ແຂວງເທື່ອທຽນ - ເຫວ້ ແລະ ເຊື່ອມຕໍ່ກັບເມືອງ ເຕີຍຢາງ, ແຂວງກວາງນາມຂອງຫວຽດນາມ.

        ສິ້ນສຸດ “ງານບຸນພົບປະແລກປ່ຽນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າສ່ວນໜ້ອຍຢູ່ບັນດາແຂວງເຂດຊາຍແດນ ຫວຽດນາມ - ລາວ ເຂດພາກກາງ - ໄຕງວຽນ ປີ 2019”, ຄະນະຈັດຕັ້ງໄດ້ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ແກ່ 12 ໝູ່ຄະນະ ແລະ 7 ບຸກຄົນ. ກອງບັນຊາການທະຫານປ້ອງກັນຊາຍແດນ ໄດ້ມອບໃບຍ້ອງຍໍໃຫ້ແກ່ 6 ໝູ່ຄະນະທີ່ມີຜົນງານດີເລີດໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາບັນດາເຜົ່າເຂດຊາຍແດນ. ງານບຸນດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການຮັກສາ, ເຊີດຂູສີສັນວັດທະນະທໍາຂອງບັນດາເຜົ່າ ແລະ ນໍ້າໃຈສາມັກຄີີ, ມິດຕະພາບລະຫວ່າງຫວຽດນາມ - ລາວ./.

ຕອບກັບ

ຂ່າວ/ບົດ​ອື່ນ