ບົດລາຍງານຂາດພາວະວິໄສ, ຕີລາຄາຜິດເຂວຕໍ່ຜົນງານໃນການຕໍ່ສູ້ຕ້ານການຄ້າມະນຸດຂອງ ຫວຽດນາມ

(VOVWORLD) - ຫວ່າງມໍ່ໆມານີ້, ກະຊວງການຕ່າງປະເທດ ອາເມລິກາ ໄດ້ປະກາດບົດລາຍງານປະຈຳປີກ່ຽວກັບສະພາບການຄ້າມະນຸດໃນໂລກປີ 2018, ໃນນັ້ນ ໄດ້ຈັດອັນດັບ ຫວຽດນາມ ຢູ່ໃນກຸ່ມບັນດາປະເທດຕ້ອງໄດ້ຕິດຕາມກ່ຽວກັບໄພການຄ້າມະນຸດ. 

ບົດລາຍງານກໍ່ມີຄວາມຮັບຮູ້ທີ່ຂາດພາວະວິໄສ,  ຕີລາຄາຜິດເຂວ, ກໍ່ຄວາມເຂົ້າໃຈຜິດ ແລະ ສ້າງຂໍ້ອ້າງອີງເພື່ອໃຫ້ບັນດາອິດທິກຳລັງທີ່ເປັນປໍລະປັກຄິດໄລ່ໄຕ່ຕອງ, ເສກສັນປັ້ນແຕ່ງສະພາບການຢູ່ ຫວຽດນາມ, ພິເສດແມ່ນໄດ້ປະຕິເສດບັນດາຄວາມມານະພະຍາຍາມໃນການຕໍ່ສູ້ຕ້ານໄພການຄ້າມະນຸດຂອງ ຫວຽດນາມ ໃນຫລາຍປີຜ່ານມາ.

ບົດລາຍງານຂາດພາວະວິໄສ, ຕີລາຄາຜິດເຂວຕໍ່ຜົນງານໃນການຕໍ່ສູ້ຕ້ານການຄ້າມະນຸດຂອງ ຫວຽດນາມ - ảnh 1 (ພາບປະກອບ)

        ບົດລາຍງານຂອງກະຊວງການຕ່າງປະເທດ ອາເມລິກາ ຖືວ່າ: “ລັດຖະບານ ຫວຽດນາມ ກຳນົດຈຳນວນຜູ້ປະສົບເຄາະຮ້າຍໜ້ອຍກ່ວາ ເມື່ອທຽບໃສ່ປີ 2016 ແລະ ເຈົ້າໜ້າທີ່ກໍ່ບໍ່ສືບຕໍ່ແກ້ໄຂບັນດາຄະດີອາຍາ ທີ່ພວມຢູ່ໃນຂະບວນການແກ້ໄຂຍ້ອນຂາດເອກະສານແນະນຳການປະຕິບັດສຳລັບບັນດາຂໍ້ກຳນົດປັບປຸງຂອງປະມວນກົດໝາຍອາຍາ”. ບົດລາຍງານໃຫ້ຂໍ້ສັງເກດວ່າ ບັນດາຄວາມມານະພະຍາຍາມຕ້ານໄພການຄ້າມະນຸດ ຍັງບໍ່ທັນມີປະສິດທິຜົນ ຍ້ອນຂາດກົນໄກສົມທົບກັນລະຫວ່າງຂະແໜງ ແລະ ມີປະກົດການ “ພະນັກງານຂັ້ນຕາແສງ, ຂັ້ນບ້ານສົມຮູ້ຮ່ວມຄິດໃນບັນດາຄະດີຄ້າມະນຸດ”.

ບັນດາຂໍ້ກ່າວຫາທີ່ຂາດພາວະວິໄສ, ບິດເບືອນຄວາມຈິງ

       ຕາມບົດລາຍງານສະຖິຕິຂອງ ອົງການສະຫະປະຊາຊາດກ່ຽວກັບຢາເສບຕິດ ແລະ ອາດຊະຍາກໍາ(UNODC), ບາງພາກພື້ນ ອາຟຣິກາ, ຕາເວັນອອກກາງ ແລະ ອາຊີ ແມ່ນບ່ອນທີ່ເກີດໄພການຄ້າມະນຸດຫລາຍກ່ວາ ແລະ ໃນໄລຍະມໍ່ໆມານີ້, ໄດ້ເກີດມີສະພາບການອົບພະຍົບຈາກບັນດາປະເທດ ອາເມລິກາກາງ ໄປຜ່ານ ເມກຊີໂກ ເຂົ້າ ອາເມລິກາ. ໝາຍຄວາມວ່າ ທຸກປະເທດໃນໂລກ, ຊ້ຳບໍ່ໜຳ ອາເມລິກາ ເອງກໍ່ຕ້ອງຖືກຜົນກະທົບຢ່າງແຮງ ຈາກຜົນຮ້າຍຂອງການຄ້າມະນຸດ ແລະ ມີການອົບພະຍົບຜິດກົດໝາຍ. ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ທີ່ກອງປະຊຸມເຈົ້າໜ້າທີ່ຜູ້ອາວຸໂສ ອາຊຽນ (ດຳເນີນໃນລະຫວ່າງວັນທີ 24 – 27 ກັນຍາ 2018) ແລະ ກອງປະຊຸມຂັ້ນລັດຖະມົນຕີ ອາຊຽນ ຄັ້ງທີ 12 (ດຳເນີນໃນລະຫວ່າງວັນທີ 29 ຕຸລາ - 02 ພະຈິກ 2018) ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ ລ້ວນແຕ່ຕີລາຄາສະພາບການອາດຊະຍາກຳຄ້າມະນຸດ ແລະ ການອົບພະຍົບຜິດກົດໝາຍສືບຕໍ່ຜັນແປຢ່າງສັບສົນ. ສະນັ້ນ, ຫວຽດນາມ ກໍ່ຄື ອາເມລິກາ ແລະ ຄືທຸກປະເທດອື່ນໃນພາກພື້ນ ແລະ ໃນໂລກ, ລ້ວນແຕ່ຕ້ອງປະເຊີນໜ້າກັບບັນຫາທີ່ມີລັກສະນະທົ່ວໂລກ ແລະ ສັບສົນນັ້ນແມ່ນໄພການຄ້າມະນຸດ.

        ບົດລາຍງານຂອງກະຊວງການຕ່າງປະເທດ ອາເມລິກາ ຖືວ່າ: ປີ 2018 ຢູ່ ຫວຽດນາມ ໄດ້ເກີດມີເຫດການຄ້າມະນຸດ 350 ກໍລະນີ, ຈັບເປົ້າໝາຍທີ່ຖືກກ່າວຫາວ່າຄ້າມະນຸດໄດ້ຫລາຍກ່ວາ 400 ເປົ້າໝາຍ. ຕົວເລກດັ່ງກ່າວ ໄດ້ເພີ່ມຂຶ້ນເມື່ອທຽບໃສ່ປີ 2016 (ເກີດຂຶ້ນ 234 ກໍລະນີ ແລະ ມີຜູ້ຖືກກ່າວຫາ 308 ຄົນ). ເຖິງຢ່າງໃດກໍ່ຕາມ, ໃນສະພາບການຕົວຈິງ, ຈຳນວນຕົວເລກຂອງບັນດາອົງການເຈົ້າໜ້າທີ່ ຫວຽດນາມ ພັດແຕກຕ່າງກັນຢ່າງສິ້ນເຊີງ. ປີ 2018, ກຳລັງເຈົ້າໜ້າທີ່ ຫວຽດນາມ ໄດ້ຄົ້ນພົບ 211 ກໍລະນີ ດ້ວຍ 276 ເປົ້າໝາຍ, ຫຼອກລວງຂາຍມະນຸດ 386 ຄົນ, ເມື່ອທຽບໃສ່ປີ 2017 ແລ້ວ, ຈຳນວນກໍລະນີດັ່ງກ່າວຫລຸດລົງເກືອບ 44% ແລະ ຈຳນວນເປົ້າໝາຍຫລາຍກ່ວາ 43%. ກໍ່ໃນປີ 2018, ບັນດາອົງການເຈົ້າໜ້າທີ່ ຫວຽດນາມ ໄດ້ຈັດຕັ້ງການກວດກາ, ກອບກູ້, ຮັບເອົາກໍລະນີຕ່າງໆເກືອບ 1500 ກໍລະນີ, ໃນນັ້ນ 490 ກໍລະນີ ໄດ້ຢັ້ງຢືນວ່າ ປະສົບເຄາະຮ້າຍແມ່ນຖືກຂາຍ, ສ່ວນທີ່ຍັງເຫຼືອແມ່ນບັນດາຜູ້ເຂົ້າເມືອງ, ອົບພະຍົບຜິດກົດໝາຍ. ຜູ້ປະສົບເຄາະຮ້າຍ 100% ໄດ້ຮັບການໜູນຊ່ວຍໃນເບື້ອງຕົ້ນ, ໄດ້ຮັບຄຳປຶກສາດ້ານຈິດຕະສາດ, ກວດສຸຂະພາບ, ໜູນຊ່ວຍທາງດ້ານນິຕິກຳຕາມຂໍ້ກຳນົດຂອງກົດໝາຍ. ໃນ 6 ເດືອນຕົ້ນປີ 2019, ກຳລັງເຈົ້າໜ້າທີ່ໄດ້ພົບເຫັນ 89 ກໍລະນີ, 142 ເປົ້າໝາຍຫຼອກລວງຂາຍມະນຸດ 169 ຄົນ, ຫລຸດລົງເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018 ນັບທັງຈຳນວນກໍລະນີ, ຈຳນວນເປົ້າໝາຍ ແລະ ຈຳນວນຜູ້ປະສົບເຄາະຮ້າຍ. ຈະແຈ້ງແລ້ວວ່າ ບົດລາຍງານຂອງກະຊວງການຕ່າງປະເທດ ອາເມລິກາ ບໍ່ໄດ້ສ່ອງແສງຖືກຕ້ອງຕາມຄວາມເປັນຈິງກ່ຽວກັບການຕໍ່ສູ້ຕ້ານໄພການຄ້າມະນຸດຢູ່ ຫວຽດນາມ.

ບົດລາຍງານຂາດພາວະວິໄສ, ຕີລາຄາຜິດເຂວຕໍ່ຜົນງານໃນການຕໍ່ສູ້ຕ້ານການຄ້າມະນຸດຂອງ ຫວຽດນາມ - ảnh 2ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕົກລົງຖືເອົາວັນທີ 30 ກໍລະກົດ ປະຈຳປີເປັນ “ວັນທົ່ວປວງຊົນປ້ອງກັນ, ຕ້ານການຄ້າມະນຸດ”  (ພາບປະກອບ)

        ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອຕໍ່ສູ້ກັບໄພການຄ້າມະນຸດ

       ຕາມສະພາບຕົວຈິງແລ້ວ, ເລື່ອງການປ້ອງກັນ, ຕ້ານການຄ້າມະນຸດໂດຍພັກ, ລັດ ຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດ. ດ້ວຍເປົ້າໝາຍລະດົມທຸກແຫຼ່ງກຳລັງ, ເສີມຂະຫຍາຍກຳລັງແຮງສັງລວມຂອງທັງລະບົບການເມືອງ ແລະ ທົ່ວປວງຊົນເຂົ້າຮ່ວມການປ້ອງກັນ, ສະກັດກັ້ນ, ກ້າວໄປເຖິງການຍູ້ອາດຊະຍາກຳການຄ້າມະນຸດໃນທົ່ວປະເທດໃຫ້ຖອຍໄປ, ວັນທີ 10 ພຶດສະພາ 2016, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕົກລົງຖືເອົາວັນທີ 30 ກໍລະກົດ ປະຈຳປີເປັນ “ວັນທົ່ວປວງຊົນປ້ອງກັນ, ຕ້ານການຄ້າມະນຸດ”. ນາຍົກລັດຖະມົນຕີໄດ້ປະກາດໂຄງການດຳເນີນງານການປ້ອງກັນ, ຕ້ານການຄ້າມະນຸດໄລຍະປີ 2016 – 2020, ມຸ່ງໄປເຖິງເປົ້າໝາຍລວມແມ່ນຫລຸດຜ່ອນຄວາມສ່ຽງການຄ້າມະນຸດ, ອາດຊະຍາກຳຄ້າມະນຸດ; ປະຕິບັດວຽກງານຮັບເອົາການປົກປ້ອງ ແລະ ໜູນຊ່ວຍຜູ້ປະສົບເຄາະຮ້າຍຖືກຂາຍໄປໄດ້ກັບມາຢ່າງມີປະສິດທິຜົນ…ເພື່ອໄປທັນກັບບັນດາການຜັນແປຂອງສະພາບການ, ຫວຽດນາມ ຍາມໃດກໍ່ຕັ້ງຄົ້ນຄວ້າ, ດັດປັບ, ເພິ່ມເຕີມລະບົບນະໂຍບາຍ, ກົດໝາຍຕາມທິດນັບມື້ນັບຄົບຊຸດກ່ວາ ມີລັກສະນະເປັນໄປໄດ້ສູງກ່ວາ, ສ້າງກອບນິຕິກຳທີ່ສະດວກກ່ວາໃຫ້ແກ່ວຽກງານຕໍ່ສູ້, ປ້ອງການຕ້ານອາດຊະຍາກຳຄ້າມະນຸດ ແລະ ຮັບເອົາ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍເມື່ອໄດ້ຮັບການກອບກູ້.

        ຫວຽດນາມ ຍັງຕັ້ງໜ້າເຂົ້າຮ່ວມ ແລະ ສະແດງໃຫ້ເຫັນຢ່າງຈະແຈ້ງຄວາມຮັບຜິດຊອບຂອງຕົນໃນການປະຕິບັດບັນດາສົນທິສັນຍາສາກົນ ຕໍ່ສູ້ກັບອາດຊະຍາກຳການຄ້າມະນຸດ. ບັນດາການເຄື່ອນໄຫວແນໃສ່ຍູ້ແຮງການຮ່ວມມືສາກົນໃນວຽກງານປ້ອງກັນ, ຕ້ານການຄ້າມະນຸດ ເຊິ່ງຫວຽດນາມ ໄດ້ຕອບສະໜອງຢ່າງແຮງ. ຫວຽດນາມ ເຂົ້າຮ່ວມສົນທິສັນຍາກ່ຽວກັບການຕ້ານອາດຊະຍາກຳມີການຈັດຕັ້ງຂ້າມຊາດແຕ່ວັນທີ 08 ມິຖຸນາ 2012; ອະນຸສັນຍາກ່ຽວກັບການປ້ອງກັນສະກັດກັ້ນປາບປາມ ແລະ ລົງໂທດການຄ້າມະນຸດ ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ ແຕ່ວັນທີ 29 ທັນວາ 2011 ແລະ ສົນທິສັນຍາເລກທີ 29 ຂອງອົງການແຮງງານສາກົນກ່ຽວກັບການຕ້ານແຮງງານແບບບັງຄັບ…

        ຕ້ອງເຫັນແຈ້ງສະພາບຄວາມເປັນຈິງ ບໍ່ພຽງແຕ່ຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງຢູ່ຫລາຍບ່ອນ, ຫລາຍພາກພື້ນໃນໂລກ ການເຄື່ອນໄຫວການຄ້າມະນຸດ ພວມສືບຕໍ່ຜັນແປຢ່າງສັບສົນທີ່ສຸດ. ນີ້ແມ່ນວຽກງານຫຍຸ້ງຍາກ, ສັບສົນຫລາຍ ແຕ່ດ້ວຍຄວາມຕັດສິນໃຈດ້ານການເມືອງ ແລະ ດ້ວຍບົດຮຽນຂອງຕົນ ຫວຽດນາມ ຈະສືບຕໍ່ປຸກລະດົມກຳລັງແຮງສັງລວມຂອງທັງລະບົບການເມືອງ ແລະ ທົ່ວປວງຊົນເຂົ້າຮ່ວມການປ້ອງກັນ, ສະກັດກັ້ນ, ກ້າວໄປເຖິງການຍູ້ອາດຊະຍາກຳການຄ້າມະນຸດໃຫ້ຖອຍໄປ. ເຖິງວ່າຍັງມີສິ່ງທີ່ຄົງຄ້າງ, ສິ່ງຈຳກັດໃດໜຶ່ງກໍ່ຕາມ ແຕ່ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຕໍ່ສູ້ປ້ອງກັນຕ້ານອາດຊະຍາກຳການຄ້າມະນຸດ ແມ່ນບໍ່ສາມາດປະຕິເສດໄດ້. ບັນດາໝາກຜົນພົ້ນເດັ່ນດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າບັນດາຄຳກ່າວຫາຂອງກະຊວງການຕ່າງປະເທດ ອາເມລິກາ ທີ່ວ່າ “ບັນຫາການຄ້າມະນຸດຢູ່ ຫວຽດນາມ ຍັງຮ້າຍແຮງທີ່ສຸດ” ແມ່ນບໍ່ມີພື້ນຖານ, ສັງເກດພຽງດ້ານດຽວ ແລະ ບິດເບືອນຄວາມຈິງ ./.

ຕອບກັບ

ຂ່າວ/ບົດ​ອື່ນ