ບັນດາກະຊວງ, ຂະແໜງການຜັນຂະຫຍາຍບັນດາມາດຕະການ ເພື່ອບັນລຸ ຄາດໝາຍເຕີບໂຕ

(VOVWORLD) -ວັນທີ 03 ກໍລະກົດ, ທີ່ກອງປະຊຸມລັດຖະບານຜ່ານເຄືອຂ່າຍອິນເຕີແນັດ ດ້ວຍການເຂົ້າຮ່ວມຂອງການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທັງໝົດ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ການພັດທະນາເສດຖະກິດ - ສັງຄົມໄລຍະ 6 ເດືອນທ້າຍປີ 2017, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ ຕ້ອງປະຕິຮູບ, ປ່ຽນແປງໃໝ່ຢ່າງແຂງແຮງກ່ວາ ເພື່ອບັນລຸຄາດໝາຍເຕີບໂຕ 6,7%

ແລະກໍ່ໃນກອງປະຊຸມສຳຄັນນີ້, ບັນດາມາດຕະການຂອງການນຳກະຊວງ, ຂະແໜງການຕ່່າງໆໄດ້ຖືກຍົກອອກ ເພື່ອບັນລຸໃຫ້ໄດ້ຄາດໝາຍທີ່ໄດ້ວາງອອກ. ບົດບັນນາທິການຂອງ ຮົ່ງເວີນ.

ບັນດາກະຊວງ, ຂະແໜງການຜັນຂະຫຍາຍບັນດາມາດຕະການ ເພື່ອບັນລຸ ຄາດໝາຍເຕີບໂຕ - ảnh 1 ທ່ານ ຫງວຽນຊວນເກືອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ (ພາບ: BNEWS/TTXVN)


       
ສະພາບການພັດທະນາເສດຖະກິດ - ສັງຄົມໄລຍະ 6 ເດືອນທ້າຍປີ 2017 ປະເຊີນໜ້າຕໍ່ສິ່ງທ້າທາຍຫລາຍຢ່າງ. ກ່ອນອື່ນໝົດ ແມ່ນສະພາບການຈຳໜ່າຍຜະລິດຕະພັນກະເສດ, ສັດລ້ຽງ, ສັດປີກຍັງຄົງປະສົບກັບຄວາມຫຍຸ້ງຍາກ, ລາຄາຫລຸດລົງ, ສົ່ງຜົນສະທ້ອນຕໍ່ຜູ້ຜະລິດ. ການເຕີບໂຕອຸດສາຫະກຳ, ກໍ່ສ້າງຕ່ຳກ່ວາ ເມື່ອທຽບໃສ່ໄລຍະດຽວກັນປີກ່ອນ, ໃນນັ້ນ ຂຸດຄົ້ນແຮ່ທາດຫລຸດລົງຫລາຍ. ການຜະລິດດຳເນີນທຸລະກິດມີການພັດທະນາ ແຕ່ຍັງຄົງຫຍຸ້ງຍາກ. ການປ່ອຍສິນເຊື່ອເງິນລົງທຶນການກໍ່ສ້າງພື້ນຖານຊັກຊ້າ, ມາຮອດເຄິ່ງປີ ພຽງແຕ່ບັນລຸ 30% ແຜນການທີ່ໄດ້ຮັບມອບໝາຍ.

       ເຖິງຢ່າງໃດກໍ່ຕາມ ກໍ່ມີປັດໄຈສະດວກ ເມື່ອບັນດາຂະແໜງການ, ບັນດາຂົງເຂດຕົ້ນຕໍພວມຟື້ນຟູຢ່າງແຮງ. ການພົວພັນສາກົນມີຄວາມສະດວກຫລາຍຢ່າງ. ດັດຊະນີປ່ຽນແປງໃໝ່ປະດິດຄິດສ້າງໄດ້ປະກາດໃນເດືອນ ມິຖຸນາ ຂອງ ຫວຽດນາມ ເພີ່ມຂຶ້ນ 12 ຂັ້ນໃນຕາຕະລາງຈັດອັນດັບຂອງ WIPO.

ກະສິກຳແມ່ນຈຸດສຸມ

        ປີ 2017, ລັດຖະບານມອບໝາຍໃຫ້ຂົງເຂດກະສິກຳຊົນນະບົດ 3 ຄາດໝາຍສູງ, ໃນນັ້ນ ລະດັບຄວາມໄວການເຕີບໂຕ GDP ຕ້ອງຮັບປະກັນລະດັບ 3% (ສູງສຸດແຕ່ປີ 2013 ມາຮອດປະຈຸບັນ) ແລະ ສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງບັນລຸ 33 ຕື້ USD.

     ມາຮອດຈຸດເວລານີ້, ລະດັບການເຕີບໂຕຂອງບັນດາຂະແໜງການ, ປະເພດສິນຄ້າປາຍແຫຼມ ໄດ້ບັນລຸໄດ້ຄາດໝາຍໂດຍພື້ນຖານ. ກ່ຽວກັບກະສິກຳ, ໂດຍພື້ນຖານໄດ້ຮັບຜົນດີ, ຮັກສາໄດ້ລາຄາທີ່ມີຜົນປະໂຫຍດໃຫ້ຊາວກະສິກອນ. ຕົ້ນໄມ້ອຸດສາຫະກຳກໍ່ໄດ້ຮັບຜົນດີ. ສິນໃນນ້ຳ, ລະດັບການເຕີບໂຕຄາດວ່າ ຈະສູງສຸດໃນຈຳນວນປະເພດສິນຄ້າສົ່ງອອກ. ການເຕີບໂຕທົ່ວຂະແໜງໃນໄລຍະ 6 ເດືອນຕົ້ນປີ ບັນລຸ 2,65% ແມ່ນໝາກຜົນຕັ້ງໜ້າ.

      ໃນ 6 ເດືອນທ້າຍປີ, ຂະແໜງກະສິກຳຈະຮັບມືກັບສິ່ງທ້າທາຍຫລາຍຢ່າງ, ໃນນັ້ນ ມີປັດໃຈຕະຫລາດ, ພິເສດແມ່ນຕະຫລາດສົ່ງອອກປາຈາ, ກຸ້ງຢູ່ ອາເມລິກາ. ທ່ານ ຫງວຽນຊວນເກືອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ: ຈຸດໝາຍແມ່ນຕ້ອງແກ້ໄຂບັນດາຮົ້ວກີດຂວາງ, ອຳນວຍຄວາມສະດວກໃຫ້ການຈຳໜ່າຍຜະລິດຕະພັນກະເສດ.

        “ສຸມໃສ່ຊຸກຍູ້ສ້າງໂຄງປະກອບບັນດາປະເພດສິນຄ້າທີ່ມີທ່າແຮງຄືນໃໝ່ ລວມມີ ສິນໃນນ້ຳ, ໝາກໄມ້, ຕົ້ນໄມ້ອຸດສາຫະກຳ, ປ່າໄມ້; ສຸມໃສ່ເຂົ້າການຜະລິດຕາມລະບົບ. ກ່ຽວກັບກຸ່ມຈັດຕັ້ງການຜະລິດ, ທາງກະຊວງໄດ້ ແລະ ພວມສົມທົບກັບກະຊວງແຜນການ ແລະ ລົງທຶນສຳເລັດຜົນໂດຍໄວ, ປັບປຸງດຳລັດ 210, ສົ່ງເສີມວິສາຫະກິດລົງທຶນເຂົ້າກະສິກຳ, ຊົນນະບົດ, ເປັນແກ່ນສານຮ່ວມສຳພັນການຜະລິດກັບພໍ່ແມ່ຊາວກະສິກອນ ແລະ ຍູ້ແຮງການປຸງແຕ່ງ”.

        ນອກຈາກການຍູ້ແຮງການຜະລິດ, ທາງກະຊວງຈະສືບຕໍ່ເຈລະຈາ ເພື່ອມີບັນດາຂໍ້ຕົກລົງ 2 ຝ່າຍກັບບັນດາປະເທດ ອຳນວຍຄວາມສະດວກໃຫ້ແກ່ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຄືຂໍ້ຕົກລົງທີ່ກ່ຽວຂ້ອງເຖິງການນຳເຂົ້າກຸ້ງສົດເຂົ້າ ອົດສະຕາລີ, ສົ່ງອອກໄຂ່ສັດປີກພັນເຂົ້າ ມຽນມາ; ຊີ້ນໝູ, ນ້ຳນົມ ແລະ ຜະລິດຕະພັນຈາກນ້ຳນົມ, ປາເຂັງ…ເຂົ້າ ຈີນ.

ເອົາໃຈໃສ່ເປີດປະຕູຕະຫຼາດສົ່ງອອກ.

    ໂດຍໄດ້ຍອມຮັບກ່ຽວກັບການສົ່ງອອກນັບແຕ່ນີ້ເຖິງທ້າຍປີ 2017, ບັນດາຕະຫຼາດສືບຕໍ່ມີການຜັນແປຢ່າງສັບສົນ, ພິເສດແມ່ນບັນດາຄວາມຮຽກຮ້ອງຕ້ອງການ, ຮົ້ວເຕັກນິກທີ່ພວມເພີ່ມຂຶ້ນ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ, ການຄ້າຫວຽດນາມໃຫ້ຮູ້ວ່າ ຕ້ອງຍູ້ໄວການສ້າງໂຄງປະກອບຄືນໃໝ່ໃນບາງຂະແໜງການ, ນັບທັງການຜະລິດ, ປຸງແຕ່ງ; ຮັບປະກັນຄຸນນະພາບຜະລິດຕະພັນ. ນອກຈາກນັ້ນ ແມ່ນສຸມໃສ່ການເປີດປະຕູຕະຫຼາດຢ່າງຂ້ຽວຂາດ, ພິເສດແມ່ນອີງໃສ່ບັນດາສັນຍາການຄ້າເສລີທີ່ໄດ້ລົງນາມເພື່ອຍູ້ໄວຄວາມຄືບໜ້າການເປີດປະຕູ.

     “ ຍົກຕົວຢ່າງຄື ໃນການເດີນທາງໄປລັດເຊຍທີ່ຜ່ານມາ, ຝ່າຍລັດເຊຍໄດ້ຕັ້ງຫຼາຍບັນຫາກ່ຽວກັບການເຮັດລະບຽບການເພື່ອຢັ້ງຢືນໃຫ້ແກ່ກັນກ່ຽວກັບການກວດໂລກລະບາດສຳລັບສັດ ແລະ ພືດປະເພດຕ່າງໆ ຫຼືເປີດປະຕູຕະຫຼາດໃຫ້ແກ່ບັນດາຜະລິດຕະພັນຂອງລັດເຊຍ, ກົງກັນຂ້າມພວກເຮົາຈະໄດ້ເປີດປະຕູຕະຫຼາດລັດເຊຍໃຫ້ແກ່ບັນດາຜະລິດຕະພັນສິນໃນນ້ຳ. ພ້ອມກັນນັ້ນ, ບັນດາວິສາຫະກິດສົ່ງອອກເຂົ້າສານໄປຍັງຕະຫຼາດຈີນກໍຖືກຈຳກັດກ່ຽວກັບໜັງສືອະນຸຍາດ ແລະ ລະບຽບການ. ເພາະສະນັ້ນ, ຈຳເປັນຕ້ອງມີການສົມທົບກັນລະຫວ່າງບັນດາກະຊວງ, ຂະແໜງການເພື່ອໃຫ້ພວກເຮົາຍູ້ໄວການອອກໜັງສືອະນຸຍາດນຳເຂົ້າ ແລະ ສົ່ງອອກປາຂອງຫວຽດນາມໄປຂາຍໃຫ້ຕະຫຼາດນີ້ ”

       ກ່ຽວຂ້ອງເຖິງການຄວບຄຸມການນຳເຂົ້າ, ໃນໄລຍະທີ່ຈະມາເຖິງ, ຕ້ອງຫັນປ່ຽນບັນດາຮົ້ວການບໍລິຫານມາເປັນຮົ້ວເຕັກນິກ. ເພາະສະນັ້ນ, ກະຊວງອຸດສາຫະກຳການຄ້າ ກໍນຳສະເໜີບັນດາກະຊວງສ້າງບັນດາຮົ້ວເຕັກນິກໃນຂົງເຂດຜະລິດຕະພັນກະເສດ, ສິນໃນນ້ຳ ແລະ ອາຫານປຸງແຕ່ງເພື່ອປົກປ້ອງຕະຫຼາດຢ່າງມີປະສິດທິຜົນ.

     ຕັດສິນໃຈຮັກສາການເພີ່ມຈຳນວນແຂກທ່ອງທ່ຽວສາກົນໃນລະດັບ 30%

   ໄລຍະ 6 ເດືອນຕົ້ນປີ 2017 ແມ່ນໄລຍະເຕີບໂຕທີ່ມີຄຸນນະພາບສູງຂອງຂະແໜງທ່ອງທ່ຽວຫວຽດນາມ. ບັນດາແຂວງຈຸດສຸມດ້ານທ່ອງທ່ຽວເກືອບທັງໝົດ ກໍລ້ວນແຕ່ໄດ້ຮັບບັນດາໝາກຜົນທີ່ໜ້າຊື່ນຊົມ, ພິເສດ, ລະບົບພື້ນຖານວັດຖຸຮັບໃຊ້ການທ່ອງທ່ຽວເພີ່ມຂຶ້ນແຮງ. ເພື່ອບັນລຸເປົ້າໝາຍຮັກສາການເພີ່ມຈຳນວນແຂກທ່ອງທ່ຽວສາກົນໃນລະດັບ 30% ໃນປີ 2017, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽກນາມ ຫງວຽນຫງອກຖ້ຽນ ໃຫ້ຮູ້ວ່າ : (ເທບ)

     “ ທາງຂະແໜງຍູ້ແຮງວຽກງານສົ່ງເສີມໂຄສະນາການທ່ອງທ່ຽວ ແລະ ສືບຕໍ່ເອົາໃຈໃສ່ເຖິງບັນດາຕະຫຼາດຈຸດສຸມເຊັ່ນ: ສ.ເກົາຫຼີ, ຈີນ, ຍີປຸ່ນ, ລັດເຊຍ, ອາເມລິກາ ແລະ ບັນດາປະເທດເອີລົບ. ທົ່ວຂະແໜງກໍປະຕິບັດກົດແຫ່ງການປະພຶດທີ່ສະຫຼາດໃນການເຄື່ອນໄຫວທ່ອງທ່ຽວ, ສ້າງສະພາບແວດລ້ອມດ້ານການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ ແລະ ປອດໄພ. ນອກຈາກນັ້ນ, ກໍເອົາໃຈໃສ່ເຖິງວຽກງານຮ່ວມສຳພັນການທ່ອງທ່ຽວເຂດ ແລະ ທ້ອງຖິ່ນ ”

    ໄລຍະ 6 ເດືອນທ້າຍປີ, ເຖິງວ່າຫວຽດນາມມີຄວາມຫຍຸ້ງຍາກຫຼາຍຢ່າງໃນການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມກໍຕາມ, ແຕ່ເລື່ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນພ້ອມກັນຕັດສິນໃຈ, ພະຍາຍາມປະຕິຮູບ, ປ່ຽນແປງໃໝ່ ຈະສ້າງການຫັນປ່ຽນຢ່າງແຂງແຮງເພື່ອບັນລຸຄາດໝາຍການເຕີບໂຕທີ່ໄດ້ວາງອອກໃຫ້ແກ່ປີ 2017 ./. 

ຕອບກັບ

ຂ່າວ/ບົດ​ອື່ນ