ບັນດາການກຳນົດທິດສຳຄັນໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

(VOVWORLD) -ກອງປະຊຸມເທື່ອທີ 10 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຄັ້ງທີ 2 ຫວ່າງແລ້ວນີ້ໄດ້ເປັນເອກະພາບສູງກ່ຽວກັບແນວຄິດຊີ້ນຳ, ກຳນົດທິດສ້າງແຜນຮ່າງໃຫ້ສົມບູນແບບ ແລະ ສ້າງຮ່າງບັນດາເອກະສານເພື່ອຍືນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ.
ບັນດາການກຳນົດທິດສຳຄັນໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ - ảnh 1 (ພາບປະກອບ: TTXVN)

ຫາງສຽງຈາກພະນັກງານ, ສະມາຊິກພັກ, ປະຊາຊົນ ໄດ້ຕີລາຄາສູງບັນດາການກຳນົດທິດດັ່ງກ່າວ, ຖືນີ້ແມ່ນວິໄສທັດ, ແມ່ນບັນດາລັດຖະນະໂຍບາຍສຳຄັນ ເພື່ອແນໃສ່ປັບປຸງທີ່ຕັ້ງຍຸດທະສາດຂອງປະເທດຊາດ, ຢຶດໝັ້ນເສັ້ນທາງກ້າວຂຶ້ນສັງຄົມນິຍົມ ແລະ ຢືນຢັນອິດທິພົນຊື່ສຽງຂອງຫວຽດນາມ ບົນເວທີສາກົນ.

        ກອງປະຊຸມເທື່ອທີ 10 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຄັ້ງທີ 12 ໄດ້ກຳນົດທິດບັນດາບັນຫາພື້ນຖານ ເພື່ອສ້າງໂຄງຮ່າງບັນດາເອກະສານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ໃນສະພາບການໂລກມີການປ່ຽນແປງທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມຢ່າງແຮງ.

ກະກຽມສະພາບແວດລ້ອມ, ລະບົບກຳລັງໜູນໃຫ້ແກ່ການປ່ຽນແປງໃໝ່ໃນໄລຍະຕໍ່ໆໄປ

        ນັກຂ່າວ ຍິເລ, ຮອງຫົວໜ້າບັນນາທິການວາລະສານກອມມູນິດ, ຖືວ່າ: ກອງປະຊຸມຄັ້ງທີ 13  ຂອງພັກ ແມ່ນກອງປະຊຸມບານພັບມີລັກສະນະຍຸດທະສາດຂອງເຄິ່ງຕົ້ນສະຕະວັດທີ 21, ວິໄສທັດຮອດປີ 2045, ໝາຍຄວາມວ່າແມ່ນຈຸດເວລາທີ່ ຫວຽດນາມ ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງປະເທດຊາດ. ສະນັ້ນ, ກອງປະຊຸມໃຫຍ່ຕ້ອງມີເອກະສານດ້ານການເມືອງທີ່ມີຂອບຂະໜາດຢ່າງແທ້ຈິງ, ແມ່ນການທ້ອນໂຮມພູມປັນຍາທົ່ວປວງຊົນ, ທົ່ວພັກ, ມີລັກສະນະທາງດ້ານຈິດໃຈຂອງຍຸກສະໄໝ ແລະ ແມ່ນໂຄງການດຳເນີນງານການກະທຳປະຕິວັດ ໃຫ້ເໝາະສົມກັບປະຫວັດສາດ, ກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນ.

        “ຄວນມີລະບົບບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ກອງປະຊຸມຄັ້ງນີ້ໄດ້ປະກອບຄຳຄິດເຫັນກ່ຽວກັບແຜນຮ່າງເອກະສານ. ໝາຍຄວາມວ່າ, ບັນດາໂຄງຮ່າງໃຫຍ່ກ່ຽວກັບແນວຄິດ, ເນື້ອໃນ, ກ່ຽວກັບລັດຖະນະໂຍບາຍ, ກ່ຽວກັບເງື່ອນໄຂຕ້ອງການ ແລະ ຄົບຖ້ວນເພື່ອປະຕິບັດໃນວິໄສທັດໄລຍະ 2021 – 2026. ວຽກງານມີຄວາມໝາຍສຳຄັນທີ່ສຸດ, ໃຫຍ່ຫຼວງ, ຫຍຸ້ງເຫຍີງຫຼາຍ. ຍາມໃດຂ້າພະເຈົ້າກໍ່ມີຄວາມຫວັງກ່ຽວກັບຜົນງານໃນ 6 ອາຍຸການແຫ່ງການປ່ຽນແປງໃໝ່. ອາຍຸການຊຸດທີ 7 ໃນກິດຈະການປ່ຽນແປງໃໝ່ໃນຄັ້ງນີ້ ອາດຈະແມ່ນບາດກ້າວບຸກທະລຸ ແລະ ພິເສດແມ່ນກະກຽມສ້າງສະພາບແວດລ້ອມ, ລະບົບກຳລັງໜູນປ່ຽນແປງໃໝ່ໃຫ້ອາຍຸການຕໍ່ໄປ”.

        ຍ້ອນເຫດນັ້ນ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນຈຶ່ງຖືວ່າ, ກອງປະຊຸມເທື່ອທີ 10 ແມ່ນມີຄວາມໝາຍສຳຄັນຍິ່ງ. ກອງປະຊຸມໄດ້ກຳນົດວິໄສທັດ ແລະ ບັນດາລັດຖະນະໂຍບາຍ ເພື່ອແນໃສ່ປັບປຸງທີ່ຕັ້ງຍຸດທະສາດຂອງປະເທດຊາດ, ຢືນຢັນອິດທິພົນຊື່ສຽງຂອງຫວຽດນາມ ບົນເວທີສາກົນ ແລະ ຢຶດໝັ້ນຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ. ພົນຕີ ຄ໊ວດຢຸຍຕ໊ຽນ, ອະດີດຜູ້ບັນຊາການກອງພົນໃຫຍ່ 3, ສະແດງຄວາມເຊື່ອໝັ້ນຕໍ່ບັນດາມະຕິເຊິ່ງໄດ້ຮັບຮອງເອົາທີ່ກອງປະຊຸມສູນກາງພັກເທື່ອທີ 10 ວ່າ.

        “ພວກຂ້າພະເຈົ້າເຫັນດີເຫັນພ້ອມ ແລະ ຕັ້ງຄວາມຫວັງຫຼາຍຢ່າງຕໍ່ກອງປະຊຸມຄັ້ງທີ 13 ຂອງພັກ. ມະຕິສູນກາງເທື່ອທີ່ 10 ຄັ້ງນີ້ປະຕິບັດໄດ້ ຈະຊ່ວຍຊຸກຍູ້ປະເທດຊາດກ້າວຂຶ້ນ. ພັກເຮົານັບມື້ນັບດີຂຶ້ນ ແລະ ປະຊາຊົນພວກເຮົາຕັ້ງຄວາມຫວັງຫຼາຍກວ່າ, ມີຄວາມເຊື່ອໝັ້ນກວ່າ, ອິດທິພົນຊື່ສຽງຂອງພັກພັດທະນາສູງກວ່າ. ແຕ່ເອກະສານຕ້ອງໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ ເພື່ອປະຕິບັດຖືກຕ້ອງຕາມແນວທາງຂອງພັກ.”

ຊອກຫາບັນດາການກຳນົດລະບອບ, ລັດຖະນະໂຍບາຍຍຸດທະສາດຢ່າງມີຫົວຄິດປະດິດສ້າງ

        ທີ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ, ອາຍຸການ 5 ປີຈະມາເຖິງ ຈະສືບຕໍ່ປະຕິບັດບັນດາບາດກ້າວມີຄວາມໝາຍບຸກທະລຸຢ່າງມີຫົວຄິດປະດິດສ້າງໃນທຸກດ້ານ, ກ່ອນອື່ນໝົດແມ່ນກ່ຽວກັບແນວຄວາມຄິດ, ວິໄສທັດຍຸດທະສາດ ແລະ ການຊອກຫາບັນດາການກຳນົດລະບອບ, ລັດຖະນະໂຍບາຍຍຸດທະສາດຂອງພັກຢ່າງມີຫົວຄິດປະດິດສ້າງ. ພະນັກງານ, ສະມາຊິກພັກ ແລະ ປະຊາຊົນສະເໜີວຽກງານກະກຽມບັນດາເອກະສານເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຕ້ອງສະແດງໃຫ້ເຫັນຈິດໃຈສືບຕໍ່ເອົາໃຈໃສ່ວຽກງານກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ຍົກສູງກຳລັງຄວາມສາມາດນຳພາ ແລະ ກຳລັງຕໍ່ສູ້ຂອງພັກ, ປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຂອງບັນດາອົງການຂອງລັດ ແລະ ທັງລະບົບການເມືອງ; ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານ ໂດ້ຢຸຍເທື່ອງ, ກຳມະການຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ສະເໜີວ່າ.

        “ສືບຕໍ່ຫັນເປັນກົດບັນຢັດສິດປະຊາທິປະໄຕໂດຍກົງ, ສິດປະຊາທິປະໄຕຂອງຜູ້ຕາງໜ້າ, ເພື່ອເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ກຳລັງແຮງສິດເປັນເຈົ້າຂອງປະຊາຊົນ. ຮ່າງເອກະສານຄັ້ງນີ້ຄວນເນັ້ນໜັກເຖິງເລື່ອງສືບຕໍ່ຫັນກົນໄກກ່ຽວກັບປະຊາທິປະໄຕໂດຍກົງຂອງປະຊາຊົນເປັນລະອຽດ, ໂດຍສະເພາະແມ່ນເຮັດແນວໃດເພື່ອສືບຕໍ່ຜັນຂະຫຍາຍການປະຕິບັດການຫັນບັນດາຂໍ້ກຳນົດກົດລະບຽບປະຊາທິປະໄຕຢູ່ຂັ້ນຮາກຖານເປັນລະອຽດ; ປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານໃຫ້ເປັນຢ່າງດີ”.

        ເອົາໃຈໃສ່ເຖິງການຊີ້ນຳຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ທີ່ວາລະອັດກອງປະຊຸມເທື່ອທີ 10 ແມ່ນ: “ສະມາຊິກພັກແຕ່ລະຄົນ ໃນແຕ່ລະຕຳແໜ່ງໜ້າທີ່ຮັບຜິດຊອບ, ເຖິງວ່າປະຕິບັດໜ້າທີ່ຢູ່ຂັ້ນສູນກາງ ຫຼື ທ້ອງຖິ່ນ ກໍຕາມ, ລ້ວນແຕ່ປະຕິບັດໂຄງການ, ໜ້າທີ່ພວມເຮັດໃຫ້ສຳເລັດເປັນຢ່າງດີ. ບັນດາວຽກງານສຳຄັນ, ຫຍຸ້ງຍາກ, ສັບສົນ, ບັນດາກລະນີສໍ້ລາດບັງຫຼວງ, ການປ້ອງກັນຕ້ານການສໍ້ລາດບັງຫຼວງ ທີ່ພວມເຮັດຢູ່ນັ້ນແມ່ນສືບຕໍ່ເຮັດຈົນເຖິງກົກເຖິງປາຍເພື່ອຍາດໄດ້ໄຊຊະນະສຸດທ້າຍ”, ທ່ານ ຫງວຽນຕຸ໊ກ, ກຳມະການຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຕີລາຄາວ່າ.

        “ກອງປະຊຸມສູນກາງພັກ ໄດ້ແກ້ໄຂຖືກຕ້ອງກັບຄວາມເຄັ່ງຮ້ອນຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃນສະພາບການປະຈຸບັນ. ຖ້າຫາກບໍ່ຍົກສູງກຳລັງຕໍ່ສູ້ຂອງພັກ, ເຊິ່ງໃນນັ້ນແມ່ນຍົກສູງໜ້າທີ່ຮັບຜິດຊອບດ້ານທາດແທ້ຄຸນສົມບັດຂອງສະມາຊິກພັກ, ພິເສດແມ່ນບັນດາສະມາຊິກພັກມີສິດຕຳແໜ່ງ ພວກເຮົາຍາກທີ່ຈະປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ການ ນຳພາຂອງພັກໄດ້.”

        ໃນວາລະອັດກອງປະຊຸມສູນກາງພັກເທື່ອທີ 10, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຕີລາຄາວ່າ: ຜົນສຳເລັດຂອງກອງປະຊຸມສູນກາງເທື່ອທີ 10 ຢູ່ໃນລະດັບ “ໄຊຊະນະ” ແລະ “ດີງາມທີ່ສຸດ”. ພະນັກງານ, ສະມາຊິກພັກ ແລະ ປະຊາຊົນມີຄວາມເຊື່ອໝັ້ນຕໍ່ບັນດາການກຳນົດທິດຂອງກອງປະຊຸມສູນກາງພັກເທື່ອທີ 10 ຈະແມ່ນປະຖົມປັດໄຈສຳຄັນ ປະກອບສ່ວນບັນລຸຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ຢືນຢັນອິດທິພົນຊື່ສຽງຂອງຫວຽດນາມ ບົນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ