ບັນດາຂີດໝາຍໃນການເຄື່ອນໄຫວພົວພັນການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ປີ 2018

(VOVWORLD) -ປີ 2018 ແມ່່ນປີທີ່ມີຊີວິດຊີວາ ແລະ ສ້າງຂີດໝາຍຫຼາຍຢ່າງໃນການເຄື່ອນໄຫວວຽກງານການຕ່າງປະເທດ ຂອງສະພາແຫ່ງຊາດ ເຊິ່ງແມ່ນປີທີ່ສະພາແຫ່ງຊາດໄດ້ປະສົບຜົນສໍາເລັດໃນວຽກງານຊຸກຍູ້ການພົວພັນລະຫວ່າງລັດຖະສະພາສອງຝ່າຍ ແລະ ຫຼາຍຝ່າຍ, ອັນໄດ້ປະກອບສ່ວນພ້ອມກັບ ພັກ, ລັດ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ພ້ອມທັງເປັນການຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ບົນເວທີສາກົນ.

ການເຄື່ອນໄຫວພົວພັນການຕ່າງປະເທດຂອງສະພາແຫ່ງຊາດ ແມ່ນໜຶ່ງໃນບັນດາຊ່ອງທາງການຕ່າງປະເທດສຳຄັນໃນການສັງລວມບັນດາການເຄື່ອນໄຫວພົວພັນການຕ່າງປະເທດຂອງ ຫວຽດນາມ. ສຳລັບແນວທາງການຕ່າງປະເທດຂອງພັກ ແລະ ລັດ, ພິເສດ ດ້ວຍນໍ້າໃຈເປັນເຈົ້າການຢ່າງຕັ້ງໜ້າໃນບັນດາການເຄື່ອນໄຫວການຕ່າງປະເທດຫຼາຍຝ່າຍ, ສະພາແຫ່ງຊາດຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມໃນບັນດາເວທີປາໄສລະຫວ່າງລັດຖະສະພາໃນພາກພື້ນ ແລະ ສາກົນ.

ຢັ້ງຢືນທີ່ຕັ້ງຢູ່ບັນດາເວທີປາໄສຫຼາຍຝ່າຍ

        ປີ 2018, ສະພາແຫ່ງຊາດຫວຽດນາມ ສືບຕໍ່ເປັນສະມາຊິກຕັ້ງໜ້າຂອງບັນດາອົງການລັດຖະສະພາຫຼາຍຝ່າຍ ຄື ສະຫະພັນລັດຖະສະພາສາກົນ (IPU), ລັດຖະສະພາລະຫວ່າງຊາດອາຊຽນ (IPA), ລັດຖະສະພາປະຊາຄົມນໍາໃຊ້ພາສາຝລັ່ງ (IPF)... ໃນປີຜ່ານມາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງຂອງກອງປະຊຸມສະມັດຊາສະຫະພັນລັດຖະສະພາສາກົນ IPU 138 ຢູ່ ສະວິດ; ເຂົ້າຮ່ວມກອງປະຊຸມສະພາແຫ່ງຊາດ ອາຊີ - ເອີຣົບ (MSEP) ຄັ້ງທີ 3 ຢູ່ ຕວກກີ...

ບັນດາຂີດໝາຍໃນການເຄື່ອນໄຫວພົວພັນການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ປີ 2018 - ảnh 1 ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກທີ່ກອງປະຊຸມ APPF 26 (ພາບປະກອບ: VOV)

        ນອກຈາກເລື່ອງຕັ້ງໜ້າເຂົ້າຮ່ວມບັນດາເວທີປາໄສດັ່ງກ່າວແລ້ວ, ສະພາແຫ່ງຊາດຫວຽດນາມ ກໍໄດ້ເປັນປະເທດເຈົ້າພາບຈັດຕັ້ງບັນດາກອງປະຊຸມສະມັດຊາຂອງບັນດາເວທີປາໄສລັດຖະສະພາ. ພົ້ນເດັ່ນແມ່ນ ຈັດຕັ້ງກອງປະຊຸມ ເວທີປາໄສລັດຖະສະພາ ອາຊີ-ປາຊີຟິກ ຄັ້ງທີ 26 (APPF 26) ປະສົບຜົນສໍາເລັດຢ່າງຈົບງາມ.  ພາຍໃຕ້ການບໍລິຫານຂອງສະພາແຫ່ງຊາດຫວຽດນາມ, APPF 26 ໄດ້ຮັບຮອງເອົາ ຖະແຫຼງການຮ່າໂນ້ຍ ກ່ຽວກັບ “ວິໄສທັດໃໝ່ຂອງການພົວພັນຄູ່ຮ່ວມມືລັດຖະສະພາອາຊີ - ປາຊີຟິກ”. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕີລາຄາວ່າ:

        “ຖະແຫຼງການຮ່າໂນ້ຍ ມີຄວາມໝາຍສໍາຄັນ, ກໍານົດໄດ້ວິໄສທັດໃໝ່ຂອງ APPF ພາຍຫຼັງ ¼ ສະຕະວັດແຫ່ງການສ້າງຕັ້ງ ແລະ ພັດທະນາ. ຖະແຫຼງການໄດ້ວິນິດໄສຕໍ່ວິໄສທັດໃໝ່ ໃຫ້ແກ່ການພົວພັນຄູ່ຮ່ວມມືລັດຖະສະພາ, ວາງອອກບັນດາໜ້າທີ່ ເຊິ່ງ APPF ຕ້ອງປະຕິບັດ, ກໍຄືຊຸກຍູ້ APPF ຜັນຂະຫຍາຍບັນດາການເຄື່ອນໄຫວ ເພື່ອແນໃສ່ເປົ້າໝາຍພັດທະນາແບບຍືນຍົງ, ກວມລວມ ແລະ ເພີ່ມທະວີການຮ່ວມສໍາພັນເສດຖະກິດຢູ່ພາກພື້ນໃຫ້ເລິກເຊິ່ງກວ້າງຂວາງ. ໃນໄລຍະຈະມາເຖິງ, APPF ຕ້ອງສືບຕໍ່ປ່ຽນແປງໃໝ່ເນື້ອໃນດໍາເນີນງານ, ສົມທົບກັບບັນດາອົງການຈັດຕັ້ງຫຼາຍຝ່າຍຄື APEC ແລະ ບັນດາກົນໄກຮ່ວມມືອື່ນ ໃຫ້ແໜ້ນແຟ້ນກວ່າອີກ”.

        ກໍໃນປີ 2018, ສະພາແຫ່ງຊາດຫວຽດນາມ ສົມທົບກັບ ສະຫະພັນລັດຖະສະພາສາກົນ ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ UNDP ຈັດຕັ້ງສໍາເລັດ ກອງປະຊຸມສະພາແຫ່ງຊາດ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ ຢູ່ນະຄອນດ່າໜັງ, ເຊິ່ງດໍາເນີນແຕ່ວັນທີ 17 – 18 ທັນວາ 2018.

ຍູ້ແຮງການພົວພັນ 2 ຝ່າຍ

        ປີ 2018 ກໍ່ແມ່ນປີຮັບຮູ້ບັນດາຜົນງານໃນການພົວພັນລັດຖະສະພາ 2 ຝ່າຍ. ສະພາແຫ່ງຊາດ ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງລັດຖະສະພາບັນດາປະເທດມາຢ້ຽມຢາມກ່ວາ 30 ຄະນະ. ກົງກັນຂ້າມ, ຫວຽດນາມ ກໍ່ໄດ້ຈັດສົ່ງຄະນະຜູ້ແທນໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບບັນດາປະເທດກ່ວາ 30 ຄະນະ. ທ່ານ ຫງວຽນວັນເຢົ່າ ຫົວໜ້າກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ຫວຽດນາມ ຕີລາຄາວ່າ:

        ນີ້ແມ່ນປີແລກປ່ຽນຂັ້ນສູງ 2 ຝ່າຍທີ່ອຸດົມສົມບູນນ. ບັນດາການໄປຢ້ຽມຢາມຂອງທ່ານນາງປະທານສະພາແຫ່ງຊາດ, ພິເສດແມ່ນການຢ້ຽມຢາມປະເທດ ໂຮນລັງ, ຕວກກີ ແລະ ສ.ເກົາຫຼີ ໄດ້ນຳມາເຊິ່ງໝາກຜົນຢ່າງແທດຈິງທີ່ສຸດ. ນອກຈາກເລື່ອງຊຸກຍູ້ການພົວພັນລະຫວ່າງລັດຖະສະພາ 2 ປະເທດແລ້ວ, ສະພາແຫ່ງຊາດ 2 ປະເທດຍັງໄດ້ເພີ່ມທະວີເພື່ອຮ່ວມເດີນທາງກັບລັດຖະບານ, ພິເສດແມ່ນໃນວິວັດການປະຕິບັດສັນຍາ, ຂໍ້ຕົກລົງ 2 ຝ່າຍ.

        ພ້ອມກັບເລື່ອງແລກປ່ຽນບົດຮຽນການພົວພັນຕ່າງປະເທດກ່ຽວກັບລັດຖະສະພາ, ປີ 2018, ສະພາແຫ່ງຊາດ ຫວຽດນາມ ແລະ ບາງປະເທດກໍ່ໄດ້ລົງນາມໃນບັນດາຂໍ້ຕົກລົງເພີ່ມທະວີການຮ່ວມມື, ໃນນັ້ນມີຂໍ້ຕົກລົງກັບສະພາ Duma ແຫ່ງສະຫະພັນ ລັດເຊຍ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ:

         2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການສ້າງຕັ້ງຄະນະກຳມະການຮ່ວມມື ລັດຖະສະພາລະຫວ່າງສະພາແຫ່ງຊາດ ຫວຽດນາມ - ສະພາ Duma ແຫ່ງສະຫະພັນ ລັດເຊຍ. ນີ້ເປັນຄັ້ງທຳອິດທີ່ສະພາແຫ່ງຊາດ ຫວຽດນາມ ສ້າງຕັ້ງກົນໄກຮ່ວມມືລະຫວ່າງລັດຖະສະພາ 2 ຝ່າຍກັບລັດຖະສະພາຂອງປະເທດອື່ນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງການນຳຂັ້ນສູງ 2 ຝ່າຍ ແລະ ຄວາມຕັດສິນໃຈໃນການປະຕິບັດຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືລັດຖະສະພາລະຫວ່າງ 2 ປະເທດ.

        ໃນໄລຍະປັດຈຸບັນ, ການເຄື່ອນໄຫວພົວພັນຕ່າງປະເທດຂອງສະພາແຫ່ງຊາດພວມຢືນຢູ່ຕໍ່ໜ້າກາລະໂອກາດ ແລະ ສິ່ງທ້າທາຍໃຫຍ່. ໂອກາດໃຫຍ່ສຸດແມ່ນທີ່ຕັ້ງບົດບາດຂອງ ຫວຽດນາມ ໄດ້ຍົກລະດັບໃນພາກພື້ຶ້ນ ແລະ ສາກົນ. ເຖິງຢ່າງໃດກໍ່ຕາມ ສິ່ງທ້າທາຍກວມລວມທີ່ສຸດແມ່ນຕ້ອງຮັກສາສະພາບແວດລ້ອມແຫ່ງສັນຕິພາບ ເພື່ອໃຫ້ປະເທດພັດທະນາ. ດັ່ງນັ້ນ, ສະພາແຫ່ງຊາດ ຫວຽດນາມ ເອົາໃຈໃສ່ປັບປຸງການພົວພັນລັດຖະສະພາກັບບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດ ອາຊຽນ, ເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ ແລະ ບັນດາປະເທດທີ່ເປັນມູນເຊື້ອ ເພື່ອປະຕິບັດໜ້າທີ່ສຳຄັນນີ້ເປັນຢ່າງດີ.

       

ຕອບກັບ

ຂ່າວ/ບົດ​ອື່ນ