ບັນດາບັນຫາເກີດຂຶ້ນໂດຍບັງເອີນໃນການຊ່ວງເສງເຂົ້າວັງ Elysée

(vovworld) - ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​​ສຸດ​ທ້າຍໃນ​ຂະ​ນ​ະ​ຍັງ​ມີ​ເວ​ລາ​ພຽງ 2 ເດືອນ​ເທົ່າ​ນັ້ນຈະ​ດຳ​ເນີນ​ການ​ປ່ອນ​ບັດ​ຮອບທຳ​ອິດ. ເຖິງວ່າ​ບັນ​ດາ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ທາງ​ການ​ຂອງ​ບັນ​ດາ​ພັກ​ຝ່າຍ​ໄດ​້​ປະ​ກົດ​ຕົວ​ແລ້ວກໍ່​ຕາມ ແຕ່​ໝາກ​ຜົນ​ຂອງ​ການ​​​ຊ່ວງ​ເສັງ​ເຂົ້າ​ວັງ Elysée ຍັງ​ບໍ່​ສາ​ມາດ​ຄາດ​ຄະ​ເນ​ລ່ວງ​ໜ້າໄດ້​​ໃນ​ຂະ​ນະ​ທີ່​ເກີດ​​ຫຼາຍ​ປັດ​ໄຈ​ໂດຍ​ບັງ​ເອີນ, ເຮັດ​ໃຫ້ສະ​ພາ​ວະ​ການສະ​ໝັກ​ຮັບເລືອກ​ຕັ້ງ​ມີ​ການ​ປ່ຽນ​ແປງຢ່າງລຽນ​ຕິດ. ບົດ​ຂຽນ “ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​​ໂດຍ​ຍັງ​ເອີນໃນ​ການ​​​ຊ່ວງ​ເສັງ​ເຂົ້າ​ວັງ Elysée” ຂອງ ຮົ່ງ​ເວີນ, ນັກ​ຂ່າວ VOV.

ບັນດາບັນຫາເກີດຂຶ້ນໂດຍບັງເອີນໃນການຊ່ວງເສງເຂົ້າວັງ Elysée - ảnh 1
ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຄົນ​ກາງອະ​ດິດ​ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ເສດ​ຖະ​ກິດ Emmanuel Macron.
(ພາບ: EPA/TTXVN)

        ຄາ​ດ​ວ່າ ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ຕາມ​ຮູບ​ການ​ທົ່ວ​ໄປ​ຈະ​​ຈັດ​ຕັ້ງ​ໃນ​ທ້າຍ​ເດືອນ 4 ຕົ້ນ​ເດືອນ 5 ຈະ​ມາ​ເຖິງ (​ຄາ​ດ​ວ່າ, ການ​ເລືອກ​ຕັ້ງ​ຮອບ​ທີ 1 ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 23/4, ຮອບ​ທີ 2 ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 7/5). ປະ​ຈຸ​ບັນ, ບັນ​ດາ​ຜູ​້​ອອ​ກ​ສະ​ໝັກ​ຮັບ​ເລືອກ​ຕັ້ງທາງ​ການ​ໃນ​ການ​​​ຊ່ວງ​ເສັງ​ເຂົ້າວັງ Elysée ໄດ້​ປະ​ກົດ​ຕົວ​ແລ້ວ, ເຊິ່ງ​ລວມ​ມີ​ທ່ານ​ອະ​ດິດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Francois Fillon, ຕາງ​ໜ້າ​ໃຫ້​ຝ່າຍຂວາ, ທ່ານ​ອ​ະ​ດິດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ ຝ​ຣັ່ງ Benoit Hamon, ຕາງ​ໜ້າ​ໃຫ​້​ຝ່າຍ​ຊ້າຍ, ທ່ານ​ນາງ Marine Le Pen, ຕາງ​ໜ້າ​ໃຫ້​ຝ່າຍ​ຂ​ວາ ແລະ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຄົນ​ກາງອະ​ດິດ​ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ເສດ​ຖະ​ກິດ Emmanuel Macron.

​​ຄ​ວາມ​ບັງ​ເອີ​ນ​ເກີດ​ຂຶ້ນ​ຢ່າງ​ລຽນ​ຕິດ

       ກ່ອນນີ້ 2, 3 ເດືອນ, ວົງ​ການ​ນັກ​ໄຈ້​ແຍກ​ຖື​ວ່າ: ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ປີ 2017 ຈະ​ແມ່ນ​ການ​ປະ​ທະ​ກັນ​ລະ​ຫວ່າງ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ຝ່າຍ​ຂວາ ​ນັ້ນແມ່ນ​ ທ່ານ​ອະ​ດິດປະ​ທາ​ນາ​ທິ​ບໍ​ດີ Nicolas Sarkozy ກັບ​ຄູ່​ແຂ່ງ​ຂຶ້ນ​ກັບ​ພັກ​ສັງ​ຄົມ (PS), ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ໃກ້​ຈະ​ໝົດ​ອາ​ຍຸ​ການ Francois Hollande. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ​​ສິ່ງ​ທີ່​ເກີດ​ຂຶ້ນ​ໂດຍ​ບັງ​ເອີນທຳ​ອິດ​ແມ່ນ​ຂອງ​ທ່ານ​ອະ​ດິດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Francois Fillon, ເຊິ່ງ​ແມ່ນ​ຜູ້​ເຄີຍ​ຖືກ​ຈັດຢູ່​ທາງຫຼັງ​ໃນ​ບັນ​ດາ​ການ​ຢັ່ງ​ຫາງ​ສຽງ, ໄດ້​ມີ​ບາດ​ກ້າວ​ບຸກ​ທະ​ລຸ​ເພື່ອ​ກາຍ​ເປັນ​ຜູ້​ຕ​າງ​ໜ້າ​ໃຫ້​ຝ່າຍ​ຂວາ​​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ. ໃນ​ຂະ​ນະ​ນັ້ນ, ​ຢູ່ຝ່າຍ​ຊ້າຍ, ພາຍຫຼັງ​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີຄົນ​ປະ​ຈຸ​ບັນ Francois Hollande ຂອງ​ພັກ PS ກຳ​ອຳ​ນາດ​ຕົກ​ລົງ​ບໍ່​​ສະ​ໝັກ​ຮັບເລືອກ​ຕັ້ງ​​ອີກ, ທ່ານ​ອ​ະ​ດິດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ ຝ​ຣັ່ງ Benoit Hamon ຂຶ້ນ​ກັບ PS, ເຊິ່ງ​ແມ່ນ​ຜູ້ບໍ່​​ມີ​ຊື່​ສຽງໃດໆ, ໄດ​້​ຮັບຊະ​ນະ​ຕໍ່​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Manuel Valls, ​​ເພື່ອກາຍ​ເປັນ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ຝ່າຍ​ຊ້າຍ​ໃນ​ການ​ຊ່ວງ​ເສັງ​ເຂົ້າວັງ Elysée. ​ບັນ​ດາ​ສິ່ງ​ເກີດ​ຂຶ້ນ​ໂດຍ​ບັງ​ເອີນຢ່າງລຽນ​ຕິ​ດໃນ​ການ​ເລືອກ​ຕັ້ງເບື້ອງ​ຕົ້ນ​ຢູ່​ທັງ​ຝ່າຍ​ຂວາ ແລະ ຝ່າຍ​ຊ້າຍ ໄດ້​​ເປັນ​ສັນ​ຍານ​ກ່ຽວ​ກັບ​ວິ​ວັດ​ທະ​ນາ​ການ​ເລືອ​ກ​ຕັ້ງ​​ຢູ່ ຝ​ຣັ່ງ ມີຫຼາຍ​ສິ່ງ​ທີ່ບໍ່​ອາດ​ຄາ​ດ​ຄະ​ເນ​ລ່ວງ​ໜ້າ​ໄດ້.

        ໃນ​ສະ​ພາ​ວະ​ທີ່​ຝ່​າຍ​ຊ​້າຍ​​ຖືກ​ແບ່ງ​ແຍກ ແລະ ​ຊຸດ​ໂຊມນັ້ນ, ວົງ​ການ​ນັກ​ໄຈ້​ແຍກ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ໄດ້​​ລອດ​ເຂົ້າ​ຮອບ​ທີ 2 ຂອງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ປີ 2017 ອາດ​ຈະ​ແມ່ນ​ຜູ້​ຕາງ​ໜ້າ​ຂອງ​ຝ່າຍ​ຂວາ Francois Fillon ແລະ ຜູ້​ຕາງ​ໜ້າ​ຂອງ​ຝ່າຍ​ຂວາ ແມ່ນ​ທ່ານ​ນາງ Marine Le Pen. ຊ້ຳ​ບ​ໍ່​ໜຳ, ທ່ານ Fillon ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ​ອາດ​ຈະ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຫວ່າງ​ແລ້ວນີ້, ​ທຸກໆ​ເລື່ອງ​ໄດ້​ຖືກ​ຕ່າວ​ປິ້ນ​ພາຍຫຼັງ​ທີ່​ສື່ມວນ​ຊົນ​ຝ​ຣັ່ງ ໄດ້​ເຜີຍ​ແບ ແລະ ມີ​ຄວາມ​ລະ​ແວງ​ສົງ​ໄສ ທ່ານສໍ​້​ໂກງ​ໃນ​ການ​ຈ້າງ ແລະ ຈ່າ​ຍ​ເງິນ​ເດ​ືອນ​ໃຫ້​ແກ່​ເມຍ ແລະ ລູກ 2 ຄົນ​ຂອ​ງ​ຕົນ​ໃນ​ໄລ​ຍະ​ທີ່​ຍັງ​ເປັນ​ສະ​ມາ​ຊິກ​ສະ​ພາ​ສູງ​ເປັນ​ເວ​ລາຫຼາຍ​ປີ​ກ່ອນນີ້. ເພາະ​ສະ​ນັ້ນ, ຈາກ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຄົນ​ໜຶ່ງ​ທີ່​ມີ​ຊື່​ສຽງ, ອັດ​ຕາ​ສະ​ໜັບ​ສະ​ໜູນ​ທ່ານ Fillon ໄດ້​ຫລຸດ​ລົງຫຼາຍ, ຍັງ​ເຫຼືອ​ພຽງ 20% ເທົ່າ​ນັ້ນ, ຕ່ຳ​ກ່​ວາ​ເມື່ອ​ທຽບ​ໃສ່​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ຝ່າຍ​ຂວາ ທ່ານ​ນາງ Marine Le Pen (27%) ແລະ ຜູ້​ສະ​ໝັກ​ເລືອກ​ຕັ້ງ​ເສ​ລີນັ້ນ​ແມ່ນ​ອະ​ດິດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ ທ່ານ Emmanuel Macron (23%)

ໝາກ​ຜົນ​ຍາກ​ທີ່​ຄາດ​ຄະ​ເນ​ໄດ້​ລ່ວງ​ໜ້າ

       ຕໍ່​ໜ້າ​ການ​ຜັນ​ແປ​ດັ່ງ​ກ່າວ, ໃນ​ໄລ​ຍະ​ທີ່​ຮີບ​ຮ້ອນນີ້, ບັນ​ດາ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ໄດ້​ອອກ​ແຮງກໍ່​ຜົນ​ສະ​ທ້ອນ​ເພື່ອ​ຍາດ​ເອົາ​ຄະ​ແນນ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ວັນ​ທີ 4/2, ການ​ນຳ​ພັກ​ຝ່າຍ​ຂວາ ແນວ​ໂຮມ​ແຫ່ງ​ຊາດ, ທ່ານ​ນາງ Marine Le Pen ໄດ້​ດຳ​ເນີນບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ດ້ວຍ​ຄວາມ​ໝັ້ນ​ໝາຍ​ກ່ຽວ​ກັບ​ປະ​ເທດ ຝ​ຣັ່ງ ເສ​ລີ. ທ່ານ​ນາງ Marine Le Pen ໄດ້​ປະ​ກາດ​ເປົ້າ​ໝາຍ​ຂອງ​ການ​ຫາ​ສຽງ​ເລືອກ​ຕັ້ງ​ນ​ີ້ ແມ່ນ​ສົ່ງ​ຄວາມ​ເສ​ລີ​ໃຫ້​ແກ່​ປະ​ເທດ ຝ​ຣັ່ງ ຄືນ​ແລະ ສົ່ງ​ສຽງ​ເວົ້າ​ໃຫ້​ແກ່​ຊາວ ຝ​ຣັ່ງ. ໃນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໄດ້​ຍົກ​ອອກ​ມານັ້ນ, ນັກ​ການ​ເມືອງ​ຍິງ ໄດ້​ສະ​ເໜີ​ປະ​ເທດ ຝ​ຣັ່ງ ພົ້ນ​ອອກ​ຈາກ​ພາກ​ພື້ນ​ Eurozone, ຈັດ​ວາງ​ອັດ​ຕາ​ພາ​ສີ ສຳ​ລັບ​ບັນ​ດາ​ສັນ​ຍາ​ແຮງ​ງານ​ຂອງ​ຊາວ​ຕ່າງ​ປະ​ເທດ ຫລຸດ​ລະ​ດັບ​ອາ​ຍຸ​ພັກ​ກິນ​ເບ້ຍ​ບຳ​ນານ ແລະ ເພີ່ມ​ບາງ​ກິດ​ຈະ​ກຳ​ສະ​ວັດ​ດີ​ການ​ສັງ​ຄົມ​ໃນ​ຂະ​ນະ​ທີ່​ຫລຸດ​ຜ່ອນ​ພາ​ສີ ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ໜ້ອຍ ແລະ ອາ​ກອນລາຍ​ໄດ້. ພ້ອມ​ກັນ​ນັ້ນ ກໍ່​ແມ່ນ​ການ​ຈຳ​ກັດ​ບາງ​ສິດ​ຜົນ​ປະ​ໂຫຍດ​ຄື​ພຽງ​ແຕ່​ພົນລະ​ເມືອງ ຝ​ຣັ່ງ ຈຶ່ງ​ໄດ້​ຊົມ​ໄຊ້​ສິດ​ການ​ສຶກ​ສາ​ໂດຍບໍ່​ຄິດ​ຄ່າ. ຈຳ​ກັດ​ຄົນ​ເຂົ້າ​ເມືອງ… ແຕ່​ໂຄງ​ການ​ຫາ​ສຽງ​ເລືອກ​ຕັ້ງ​ດັ່ງ​ກ່າວ ພັດ​ຂາດ​ບັນ​ດາ​ເນື້ອ​ໃນ​ລະ​ອຽດ ກ່ຽວ​ກັບ​ເສດ​ຖະ​ກິດ​ມະ​ຫາ​ພາກ, ບໍ່​ວາງ​ເປົ້າ​ໝາຍ​ໜີ້​ສາ​ທາ​ລະ​ນະ ຫຼື ການ​ຂາດ​ດຸ່ນ​ງົບ​ປະ​ມານ ກໍ່​ຄືບໍ່​ສາ​ມາດ​ຍົກ​ອອກ​ທິດ​ກ້າວ​ເດີນ​ທີ່​ດີ ເພື່ອ​ຈະ​ດຸ່ນ​ດຽງ ລະ​ຫວ່າງ 2 ເນື້ອ​ໃນ​ປັບ​ປຸງ​ສະ​​ວັດ​ດີ​ການ ແລະ ຫລຸດ​ຜ່ອນ​ພາ​ສີ. ຍິ່ງ​ກ່​ວານັ້ນ, ທ່ານ​ນາງ Marine Le Pen ຍັງ​ຖືກ​ກ່າວ​ຫາ​ວ່າ ສ້າງວຽກ​ເຮັດ​ງານ​ທຳ​ປອມ​ແປງ​ໃນ​ລັດ​ຖະ​ສະ​ພາ​ເອີ​ລົບ, ບ່ອນ​ທີ່​ທ່ານ​ນາງ​ແມ່ນ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ. ລັດ​ຖະ​ສະ​ພາ​ເອີ​ລົບ ໄດ້​ຮຽກ​ຮ້ອງ​ໃຫ້​ການ​ນຳ​ແນວ​ໂຮມ​ແຫ່ງ​ຊາດ​ສົ່ງ​ຄືນ​ຈຳ​ນວນ​ເງິ​ນ​ກ່​ວາ 300.000 ເອີ​ໂຣ ເຊິ່ງ​ທ່ານ​ນາງ​ໄດ້​ສະ​ໜອງ ແລະ ນຳ​ໃຊ້​ເພື່ອ​ຈ່າຍ​ເງິນ​ເດືອນ​ແກ່​ຜູ້​ຊ່ວຍ​ວຽກ 2 ຄົນ, ແຕ່​ 2 ຄົນ​ນີ້ບໍ່​ເຮັດ​ວຽກ​ໃຫ້​ລັດ​ຖະ​ສະ​ພາ​ເອ​ີ​ລົບ ຫາກ​ເຮັດ​ວຽກ​ໃຫ້​ແກ່​ພັກ​ຂອງ​ທ່ານ​ນາງ.

        ໃນ​ຂະ​ນະ​ນັ້ນ, ເຖິງວ່າ​ຄຳ​ຖະ​ແຫຼງ​ຈະ​ຕໍ່​ສູ້​ເຖິງ​ຂັ້ນ​ສຸດ​ທ້າຍ ແລະ ບໍ່​ປະ​ລະ​ການ​ແຂ່ງ​ຂັນ​ກໍ່​ຕາມ, ໂອ​ກາດ​ຮັບ​ໄຊ​ຊະ​ນະ​ຂອງ​ອະ​ດິດ​ລັດ​ຖະ​ມົນ​ຕີ Fillon ໃນ​ປະ​ຈຸ​ບັນ​ແມ່ນບໍ່​ແນ່ນອນ. ວົງ​ການ​ນັກ​ໄຈ​້​ແຍກ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ, ນັບ​ທັງ​​ສືບ​ຕໍ່ໄດ້​ຮັບ​ການ​ໜ​ູນຫຼັງ​ຈາກ​ຝ່າຍ​ຂວາ ເພື່ອ​ຮັກ​ສາ​ການ​ແຂ່ງ​ຂັນ​ເຂົ້າ​ວັງ Elysée ນັ້ນ, ຄວາມ​ສາ​ມາດ​ຍາດ​ເອົາ​ຄືນ​ທ່າ​ດີ​ນຳ​ໜ້າ​ຂອງ​ທ່ານ Francois Fillon ແມ່ນ​ສິ່​ງ​ທີ່ບໍ່​ອາດ​ປະ​ຕິ​ບັດ​ໄດ້, ຂະ​ນະ​ທີ່​ຮູບ​ພາບ​ຂອງ​ທ່ານ​ຖືກ​ທຳ​ລາຍ​ພາຍຫຼັງ​ຄວາມ​ລະ​ແວງ​ສົງ​ໄສ​ມີ​ຄວາມ​ສັບ​ສົນ​ທາງ​ດ້ານ​ເງິນ​ທຶນ​ດັ່ງ​ກ່າວ.

        ໃນ​ສະ​ພາບ​ການ​ດັ່ງ​ກ່າວ, ມີ​ນັກ​ສັງ​ເກ​ດ​ການຫຼາຍ​ຄົນ​ແລ້ວ, ບຸກ​ຄົນ​ທີ່​ຍັງ​​ບໍ່​ທັນ​ປະ​ກົດ​ຕົວ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ໃນ​ປີ 2017 ແມ່ນ​ທ່ານ Emmanuel Macron, ອະ​ດິດ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ມີ​ອາ​ຍຸ​ພຽງ 37 ປີ.

        ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທຸກໆ​ສິ່ງ​ດັ່ງ​ກ່າວ​ຍັງ​ຄົງ​ແມ່ນ​ການ​ຄາດ​ຄະ​ເນ​ເທົ່າ​ນັ້ນ, ເພາະ​ບັນ​ດາກນ​ຢັ່ງ​ຫາ​ງ​ສຽງ ບໍ່​ສາ​ມາດ​ສ່ອງ​ແສງ​ໄດ້​ຢ່​າງ​ຊັດ​ເຈນ ກ່ຽວ​ກັບ​ໝາກ​ຜົນ​ການ​ເລືອກ​ຕັ້ງ​ແນ່ນອນ, ເປັນ​ຕົ້ນ​ແມ່ນ​ພາຍຫຼັງ​ເຫດ​ການ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ອັງ​ກິດ ປ່ອນ​ບັດ​ສະ​ໜັບ​ສະ​ໜູນ​ອອກ​ຈາກ ອີ​ຢູ ແລະ ໄຊ​ຊະ​ນະ​ຂອງ​ມະ​ຫາ​ເສດ​ຖີ Donald Trump ໃນ​ການ​ເລືອ​ກ​ຕັ້ງ​ປະ​ທາ​ນາ​ທິບ​ໍ​ດີ ອາ​ເມ​ລິກ​າ. ເພ​າ​ະ​ສະ​ນັ້ນ​, ດ້ວຍ​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ, ການ​ແຂ່ງ​ຂັນ​ເຂົ້າ​ວັງ Elysée ຈະ​ຍັງ​ມີຫຼາຍ​ບັນ​ຫາ​ທີ່​ສັບ​ສົນ.


ຂ່າວ/ບົດ​ອື່ນ