ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ການ​ເມືອງແຫ່ງ​ການສ້າງສາ​ປະ​ເທດ​ຊາດ​ຂອງ​ພັກ

(VOVWORLD) - ທີ່ກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12 ໄດ້ດຳເນີນໃນຕອນເຊົ້າວັນທີ 16 ພຶດສະພາ.ຕາມແຜນການຄະນະບໍລິຫານງານສູນກາງພັກຈະຮັບຟັງບົດລາຍງານແລະ ປຶກສາຫາລືຮ່າງບົດລາຍງານ 10 ປີແຫ່ງການປະຕິບັດໂຄງການການເມືອງແຫ່ງການສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ (ສະບັບເພີ່ມເຕີມຂະຫຍາຍຕົວເມື່ອປີ 2011). ຕາມການຕີລາຄາເລື່ອງປະຕິບັດໂຄງການການເມືອງ 2011 ໄດ້ສ້າງບັນຍາກາດແຂ່ງຂັນອັນຟົດຟື້ນເປັນຈິດຫນຶ່ງໃຈດຽວໃນທັງລະບົບການເມືອງແລະປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມການກໍ່ສ້າງພັກກໍ່ສ້າງອຳນາດການປົກຄອງພັດທະນາເສດຖະກິດສັງຄົມແລະສ້າງຄວາມໄວ້ເນື້ອເຊື່ອໃຈໃນໝູ່ປະຊາຊົນ.
ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ການ​ເມືອງແຫ່ງ​ການສ້າງສາ​ປະ​ເທດ​ຊາດ​ຂອງ​ພັກ - ảnh 1ທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເປັນເຈົ້າພາບ ແລະ ກ່າວຄຳເຫັນໄຂກອງປະຊຸມ (ພາບ: ຈິຢູງ/TTXVN ) 

ຜົນງານທີ່ເປັນຫນ້າຮັບຮູ້ພາຍຫລັງ 10 ປີແຫ່ງການປະຕິບັດໂຄງການການເມືອງແຫ່ງການສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ (ສະບັບເພີ່ມເຕີມ, ຂະຫຍາຍຕົວປີ 2011) ນັ້ນແມ່ນການພັດທະນາພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ.

ຄວາມມານະພະຍາຍາມຜັນຂະຍາຍມະຂອງພັກເຂົ້າໃນຊີວິດຕົວຈິງ

ທັດສະນະຂອງໂຄງການການເມືອງປີ 2011 ຊີ້ແຈ້ງວ່າ: “ການພັດທະນາຢ່າງວ່ອງໄວຕິດພັນກັບການພັດທະນາແບບຍືນຍົງ, ພັດທະນາແບບຍືນຍົງແມ່ນຄວາມຮຽກຮ້ອງຕ້ອງການຢ່າງທະລຸລ່ວງໃນຍຸດທະສາດ” ລະອຽດຄື: ລະດັບການເຕີບໂຕເສດຖະກິດມີບາດກ້າວຫັນປ່ຽນຕັ້ງຫນ້າ. GDP ປີ 2018 ເຕີບໂຕຢູ່ໃນລະດັບສູງສຸດນັບແຕ່ປີ 2011 ມານີ້.ບັນດາການດຸ່ນດ່ຽງມະຫາພາກໄດ້ຮັບການຮັກສາໄວ້, ການສ້າງໂຄງປະກອບລັດວິສາຫະກິດຄືນໃຫມ່ມີບາດກ້າວພັດທະນາ, ການແກ້ໄຂບັນດາບັນຫາທະນາຄານ, ຫນີ້ສາທາລະນະ, ຫນີ້ເສຍ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມເປັນປົກກະຕິ, ການຮັບປະກັນຊີວິດສັງຄົມ, ການເຊື່ອມໂຍງເຂົ້າກັບສາກົນກໍ່ໄດ້ສືບຕໍ່ຍູ້ແຮງ. ສະເພາະຂົງເຂດກະສິກຳ, ປີ 2018 ຫວຽດນາມໄດ້ສົ່ງອອກສິນຄ້າລວມມູນຄ່າກວ່າ 40 ຕື້ USD.ປອຮ່າຟຸກມິກ, ປະທານສະຫະສະມາຄົມກະສິກຳອົງຄະທາດຫວຽດນາມຕີລາຄາວ່າ:

“ໃນໄລຍະ10 ປີແຫ່ງການປະຕິບັດໂຄງການການເມືອງຂອງພັກ, ໃນຂົງເຂດກະສິກຳ - ຊາວກະສິກອນ - ຊົນນະບົດພວກເຮົາມີມະຕິສູນກາງພັກຄັ້ງທີ 7 ໄດ້ສົ່ງຜົນກະທົບອັນໃຫຍ່ຫລວງຕໍ່ ຂົງເຂດກະສິກຳ - ຊາວກະສິກອນ - ຊົນນະບົດຫວຽດນາມ. ພິເສດມີການປ່ຽນແປງອັນໃຫຍ່ຫລວງໃນຊີວິດຂອງຊາວກະສິກອນຢູ່ທຸກເຂດຊົນນະບົດ, ແຖບຖິ່ນຂອງປະເທດຊາດ. ອັດຕາສ່ວນຄອບຄົວທຸກຍາກຫລຸດລົງຫລາຍພໍສົມຄວນແລະໄດ້ຮັບການຮັບຮູ້ຈາກ.”

ໃນ 10 ປີຜ່ານມາ, ພິເສດຈາກກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກມາຮອດປະຈຸບັນ, ລະບອບລະບຽບການ, ນະໂຍບາຍຂອງຫວຽດນາມໄດ້ຮັບການປັບປຸງໃຫ້ສົມບູນແບບ, ລະບົບການເມືອງໄດ້ມີການເຄື່ອນໄຫວຢ່າງຕັ້ງຫນ້າແລະຕິດພັນກັບພາລະບົດບາດ, ຫນ້າທີ່ຂອງແຕ່ລະອົງການໃນກົງຈັກລັດ. ສະພາແຫ່ງຊາດຊຸດທີ 13, 14 ໄດ້ຫັນແຜນນະໂຍບາຍໃນມະຕິກອງປະຊຸມໃຫຍ່ຄັ້ງທີ 11, 12  ຂອງພັກໃຫ້ເປັນບັນດາຫນ້າທີ່ຍຸດທະສາດລະອຽດຄື: ມະຕິກ່ຽວກັບຫນ້າທີ່ພັດທະນາເສດຖະກິດສັງຄົມ, ມະຕິກ່ຽວກັບແຜນການການເງິນ, ແຜນການລົງທຶນສາທາລະນະໄລຍະກາງ; ແຜນການສ້າງໂຄງປະກອບເສດຖະກິດຄືນໃຫມ່. ທ່ານເລແທງເວີນ, ກຳມະການກຳມາທິການການເງິນງົບປະມານຂອງສະພາແຫ່ງຊາດໄດ້ຢືນຢັນວ່າ:

ລັດຖະນະໂຍບາຍໃຫຍ່ທັງໝົດນັ້ນ ລ້ວນແຕ່ສະແດງໃຫ້ເຫັນເນື້ອໃນຈິດໃຈນຳມະຕິກອງປະຊຸມໃຫຍ່ຂອງພັກເຂົ້າໃນຊີວິດຕົວຈິງ, ສະແດງໃຫ້ເຫັນການພົວພັນກ່ຽວກັບດ້ານເສດຖະກິດ, ການເມືອງ, ພົນລະເຮືອນ, ວິທະຍາສາດເຕັກນິກຢ່າງຈະແຈ້ງ. ຈາກກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກມາຮອດປະຈຸບັນ, ທັງລະບົບການເມືອງ, ບັນດາອົງການລັດ, ລັດຖະບານ, ອົງການປົກປ້ອງຍຸຕິທຳສູນກາງ, ທັງລະບົບໄດ້ເຂົ້າຮ່ວມແລະພວມນຳເອົາມະຕິຂອງພັກເຂົ້າປະຕິບັດໃນຊີວິດຕົວຈິງ

ປະຊາຊົນຍາມໃດກໍ່ສະໜັບສະໜູນ ແລະ ມີຄວາມໄວ້ເນື້ອເຊື່ອໃຈຕໍ່ການນຳພາຂອງພັກ

        ໂຄງການການເມືອງແຫ່ງການສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ (ສະບັບເພີ່ມເຕີມ, ຂະຫຍາຍຕົວ ປີ 2011) ເນັ້ນໜັກວ່າ: “ສັງຄົມນິຍົມເຊິ່ງປະຊາຊົນ ຫວຽດນາມ ສ້າງສາແມ່ນສັງຄົມ: ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ; ໂດຍປະຊາຊົນເປັນເຈົ້າ”. ນີ້ແມ່ນຄວາມປາດຖະໜາຂອງປະຊາຊົນ, ແມ່ນການເລືອກເຟັ້ນຢ່າງຖືກຕ້ອງຂອງພັກ. ປະຊາຊົນຍາມໃດກໍ່ສາມັກຄີ, ດຸໝັ່ນຂະຫຍັນ ໃນການອອກແຮງງານ ແລະ ປະດິດຄິດສ້າງ, ຍາມໃດກໍ່ສະໜັບສະໜູນ ແລະ ມີຄວາມໄວ້ເນື້ອເຊື່ອໃຈຕໍ່ການນຳພາ ຂອງພັກ. ທ່ານ ຫງວຽນດັງຢຸງ ສາດສະດາຈານ, ປະລິນຍາເອກ, ພະແນກກົດໝາຍ, ມະຫາວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ, ຖືວ່າ:

        “ຫຼັງຈາກ 10 ປີ ແຫ່ງການປະຕິບັດໂຄງການການເມືອງຂອງພັກພວກເຮົາຢັ້ງຢືນວ່າມີຄວາມກ້າວໜ້າໃດໜຶ່ງ. ພວກເຮົາໄດ້ປັບປຸງລັດຖະທຳມະນູນ ແລະ ກຳນົດ 2 ຮູບແບບຢ່າງຈະແຈ້ງ ແມ່ນ ປະຊາທິປະໄຕໂດຍກົງ ແລະ ປະຊາທິປາໄຕຕາງໜ້າ. ປະຊາທິປະໄຕໂດຍກົງພວກເຮົາໄດ້ຮັບຮອງເອົາແລ້ວດ້ວຍການ ລົງປະຊາມະຕິ. ປະຊາທິປະໄຕຕາງໜ້າ, ນີ້ແມ່ນຄັ້ງທຳອິດໃນລັດຖະທຳທະນູນ, ກົດໝາຍໄດ້ກຳນົດເປົ້າໝາຍການປົກປ້ອງສິດທິມະນຸດ ແລະ ປົກປ້ອງລະບອບຢ່າງຈະແຈ້ງ. ເລື່ອງຈັດແບ່ງໜ້າທີຄວາມຮັບຜິດຊອບລະຫວ່າງບັນດາອົງການລັດໃຫ້ຈະແຈ້ງກ່ວາ. ນີ້ແມ່ນຈຸດດີເພື່ອຢັ້ງຢືນວ່າ ລັດພວມປະຕິບັດເປົ້າໝາຍ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ”

        ອີກບັນຫາໜຶ່ງທີ່ໜ້າສົນໃຈແມ່ນ: ໂຄງການການເມືອງສະບັບເພີ່ມເຕີມ, ຂະຫຍາຍຕົວ ປີ 2011 ໄດ້ເຕື້ອງເຖິງ: “ຕ້ອງການປ້ອງກັນ ແລະ ຕ້ານບັນດາໄພອັນຕະລາຍຢ່າງໃຫຍ່ຫຼວງ: ຂໍ້ຜິດພາດກ່ຽວກັບແນວທາງ, ພະຍາດອາດຍາສິດ ແລະ ການເສື່ອມທາດຂາດຄຸນ ຂອງພະນັກງານ, ສະມາຊິກພັກ”. ເມື່ອຮູ້ໄດ້ໄພອັນຕະລາຍນີ້, ພັກກອມມູນິດ ຫວຽດນາມ ໄດ້ຕັດສິນໃຈປະຕິບັດມະຕິສູນກາງພັກ ຄັ້ງທີ 4 ສະໄໝ 11, ມະຕິສູນກາງພັກຄັ້ງທີ 4 ສະໄໝ 12 ເພື່ອເພີ່ມທະວີການນຳພາຂອງພັກ ແລະ ມາຮອດປັດຈຸບັນບັນລຸໄດ້ໝາກຜົນທີ່ສຳຄັນຢ່າງຫຼວງຫຼາຍ.

        ພາຍຫຼັງ 10 ປີ, ບັນດາທັດສະນະອັນໃຫຍ່ຫຼວງໃນໂຄງການການເມືອງຂອງກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ ກອມມູນິດ ຫວຽດນາມ ໄດ້ຮັບຮອງເອົາແມ່ນບັນດາຂໍ້ສະຫຼູບທີ່ມີຄວາມໝາຍຢ່າງເລິກເຊິ່ງກ່ຽວກັບທິດສະດີ ແລະ ພຶດຕິກຳຕົວຈິງ. ລາຍລະອຽດບັນດາທັດສະນາເຫຼົ່ານັ້ນ, ປະເທດຊາດບັນລຸໄດ້ບັນດາບາດກ້າວສຳຄັນໃນທຸກໆຂົງເຂດຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ…ບໍ່ພຽງແຕ່ໃນບັນດາໄລຍະທາງເສັ້ນທາງທີ່ຜ່ານມາເທົ່ານັ້ນຫາກຍັງຈະສືບຕໍ່ໄດ້ຮັບຮູ້ ແລະ ພັດທະນາເພື່ອກໍ່ສ້າງສັງຄົມນິຍົມ ໃນປະເທດ ຫວຽດນາມສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ