ບັນດາລັດຖະນະໂຍບາຍສ້າງກຳລັງຫນູນໃຫມ່ເພື່ອສຳເລັດບັນດາຄາດໝາຍທີ່ວາງອອກຢ່າງມີໄຊ

(VOVWORLD) -ກອງປະຊຸມຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 ໄດ້ອັດລົງໃນວັນທີ 11 ຕຸລາ ພາຍຫລັງເຮັດວຽກມາເປັນເວລາ 7 ມື້. ບົດປາໄສກ່າວອັດກອງປະຊຸມຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ຊີ້ອອກບັນດາມາດຕະການສຳຄັນເພື່ອສຳເລັດບັນດາຄາດໝາຍ, ຫນ້າທີ່ໃນຕໍ່ຫນ້າທີ່ວາງອອກໃຫ້ແກ່ປີ 2017-2018 ແລະ ຊຸມປີຕໍ່ໄປຢ່າງມີໄຊ. ໃນລາຍການສະຖານະການການເມືອງພາກນີ້ ບັນນາທິການວິທະຍຸກະຈາຍສຽງຫວຽດນາມ ຂໍຄັດສະເຫນີບັນດາເນື້ອໃນຕົ້ນຕໍໃນບົດກ່າວອັດກອງປະຊຸມຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ. 
ບັນດາລັດຖະນະໂຍບາຍສ້າງກຳລັງຫນູນໃຫມ່ເພື່ອສຳເລັດບັນດາຄາດໝາຍທີ່ວາງອອກຢ່າງມີໄຊ - ảnh 1 ກອງປະຊຸມສູນກາງພັກຄັ້ງທີ 6

ກອງປະຊຸມສູນກາງພັກຄັ້ງທີ 6 ໄດ້ປຶກສາຫາລືຫລາຍບັນຫາໃຫຍ່, ຍາກ, ແລະສຳຄັນ ແລະ ສັບສົນທີ່ສຸດ, ໃນນັ້ນ ມີຂົງເຂດເສດຖະກິດ ສັງຄົມ ປີ 2017-2018, ປ່ຽນໃຫມ່ບັນດາຫົວຫນ່ວຍວິຊາການຂອງລັດ, ສືບຕໍ່ປ່ຽນໃຫມ່, ສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງ.

ປີ 2018, ຄວນສືບຕໍ່ຮັບປະກັນສະຖຽນລະພາບດ້ານເສດຖະກິດມະຫາພາກ

ຫນ້າທີ່ຈຸດສຸມ ແລະ ສັງລວມຂອງປີ 2018, ຕາມທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລ້ວ ແມ່ນຄວນສືບຕໍ່ຮັບປະກັນສະຖຽນລະພາບດ້ານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຍົກສູງຄຸນນະພາບການເຕີບໂຕ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນ, ຮັບປະກັນຊີວິດສັງຄົມ ແລະ ສະຫວັດດີການສັງຄົມ. ໃນນັ້ນ ຕ້ອງສ້າງການຫັນປ່ຽນຢ່າງເຫັນໄດ້ຊັດໃນການປະຕິບັດ 3 ບາດກ້າວບຸກທະລຸຍຸດທະສາດ, ປ່ຽນໃຫມ່ຮູບແບບການເຕີບໂຕຕິດພັນກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ຍົກສູງສະມັດຕະພາບແຮງງານ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ.

ກ່ຽວກັບສັງຄົມ, ການພັດທະນາດ້ານວັດທະນະທຳ, ປະຕິບັດປະຊາທິປະໄຕ ແລະ ຍຸຕິທຳສັງຄົມ. ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ, ເພີ່ມທະວີການຄຸ້ມຄອງຊັບພະຍາກອນທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກໍ່ເນັ້ນຫນັກເຖິງເລື່ອງຕ້ອງຍູ້ແຮງການປະຕິຮູບດ້ານບໍລິຫານ, ສັບຊ້ອນກົງຈັກການຈັດຕັ້ງໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິຜົນ, ແລະ ປະສິດທິພາບ. ສືບຕໍ່ຍູ້ແຮງການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ເປັນເຈົ້າການ, ຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນ.

ເພື່ອສຳເລັດບັນດາຄາດໝາຍ, ຫນ້າທີ່ພັດທະນາເສດຖະກິດສັງຄົມທີ່ໄດ້ວາງອອກ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຖືວ່າ:

“ຄວນສືບຕໍ່ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ຈິດໃຈຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ຕ້ອງຂ້ຽວຂາດໃນການຊີ້ນຳນຳພາ, ຊີ້ນຳການຈັດຕັ້ງປະຕິບັດ.ສືບຕໍ່ບຸລິມະສິດສ້າງລະບອບນະໂຍບາຍໃຫ້ສົມບູນແບບ, ເພີ່ມທະວີກົດລະບຽບຂໍ້ບັງຄັບ, ການປະຕິບັດວິໄນເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ແຂງແຮງກວ່າ. ແກ້ໄຂສະພາບປະຕິບັດຢ່າງຊັກຊ້າໃນການຈັດແບ່ງ ແລະ ປ່ອຍເງິນລົງທຶນສາທາລະນະ, ຫັນລັດວິສາຫະກິດເປັນຫຸ້ນສ່ວນ, ຖອນທຶນຂອງລັດວິສາຫະກິດ. ຍູ້ແຮງການສ້າງໂຄງປະກອບລັດວິສາຫະກິດຄືນໃຫມ່, ປ່ຽນໃຫມ່ ແລະ ຍົກສູງປະສິດທິດຜົນການເຄື່ອນໄຫວຂອງລັດວິສາຫະກິດ, ບັນດາຫົວຫນ່ວຍວິຊາການ, ພັດທະນາເສດຖະກິດ ພາກເອກະຊົນໃຫ້ກາຍເປັນກຳລັງຫນູນສຳຄັນຂອງພື້ນຖານເສດຖະກິດ.”

ສືບຕໍ່ປ່ຽນໃຫມ່, ສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງ

ຄະນະບໍລິຫານງານສູນກາງພັກ ເນັ້ນຫນັກເປັນພິເສດເຖິງຄວາມໝາຍ, ຄວາມສຳຄັນຂອງບັນຫາດັ່ງກ່າວ ແລະຮຽກຮ້ອງວ່າໃນໄລຍະຈະມາເຖິງ, ທົ່ວລະບົບການເມືອງ ຕ້ອງເປັນເຈົ້າການ, ຕັ້ງຫນ້າເຂົ້າຮ່ວມການປະຕິບັດ. ເລື່ອງປ່ຽນໃຫມ່, ສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວມີປະສິດທິຜົນ, ປະສິດທິພາບ ແມ່ນຫນ້າທີ່ພື້ນຖານ ແລະ ຮີບດ່ວນ, ມີຄວາມໝາຍສຳຄັນແຖວຫນ້າ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນຫນັກວ່າ:

“ຕ້ອງປະຕິບັດຫລັກການພັກມີຄວາມເປັນເອກະພາບໃນການຊີ້ນຳການກໍ່ສ້າງ ແລະ ຄຸ້ມຄອງການຈັດຕັ້ງກົງຈັກ, ການບັນຈຸພະນັກງານຂອງລະບົບການເມືອງຢ່າງເຂັ້ມງວດ, ເສີມຂະຫຍາຍບົດບາດຊີ້ນຳນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ຄວາມເປັນເຈົ້າຂອງປະຊາຊົນຢ່າງຄົບຖ້ວນ ແລະ ຖືກຕ້ອງ. ໃນການສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງຕ້ອງຮັບປະກັນລັກສະນະປ່ຽນໃຫມ່, ສັງລວມ, ເປັນລະບົບ, ຄົບຊຸດ. ຄວນຮີບເຮັ່ງຄົ້ນຄ້ວາ, ສ້າງຮູບແບບການຈັດຕັ້ງສັງລວມຂອງລະບົບການເມືອງຢູ່ ຫວຽດນາມ ໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການ, ເງື່ອນໄຂລະອຽດຂອງປະເທດຊາດໃນໄລຍະໃຫມ່.”

ພ້ອມກັບການປ່ຽນໃຫມ່, ສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງ, ຕາມທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລ້ວ, ຄະນະບໍລິຫານງານສູນກາງພັກ ເນັ້ນຫນັກເປັນພິເສດເຖິງຄວາມຈຳເປັນ, ຮີບດ່ວນ ຕ້ອງປ່ຽນໃຫມ່ລະບົບການຈັດຕັ້ງ ແລະ ການຄຸ້ມຄອງ, ຍົກສູງຄຸນນະພາບບໍລິການ ແລະ ປະສິດທິຜົນການເຄື່ອນໄຫວຂອງບັນດາຫົວຫນ່ວຍວິຊາການຂອງລັດ, ຖືນີ້ແມ່ນຫນຶ່ງໃນບັນດາຫນ້າທີ່ຈຸດສຸມບຸລິມະສິດແຖວຫນ້າໃນໄລຍະຈະມາເຖິງ.

“ລັດຕ້ອງຮັບປະກັບການສະຫນອງບໍລິການຈາກຫົວຫນ່ວຍວິຊາການໂດຍພື້ນຖານ, ມີຄວາມຈຳເປັນ, ຍົກສູງຄວາມສາມາດສຳຜັດກັບບໍລິການຈາກຫົວຫນ່ວຍວິຊາການໃຫ້ແກ່ປະຊາຊົນທຸກຊັ້ນວັນນະ ບົນພື້ນຖານເພີ່ມທະວີການລົງທຶນຈາກງົບປະມານແຫ່ງລັດ, ຮັກສາ, ເສີມຂະຫຍາຍບົດບາດ, ທີ່ຕັ້ງຫລັກແຫລ່ງ, ຄຸນນະທາດດີເລີດ, ການເຄື່ອນໄຫວບໍ່ແມ່ນເພື່ອຈຸດປະສົງຫວັງຜົນກຳໄລຂອງບັນດາຫົວຫນ່ວຍວິຊາການຂອງລັດ.”

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຖືວ່າ ໃນຕໍ່ຫນ້າຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫລາຍຢ່າງ. ຫວຽດນາມ ຄວນສືບຕໍ່ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ ຊຸດທີ 12 ຂອງພັກ, ບັນດາມະຕິສູນກາງພັກຊຸດທີ 12 ແລະ ພິເສດແມ່ນບັນດາມະຕິ, ບົດສະຫລຸບຂອງກອງປະຊຸມສູນກາງພັກຄັ້ງນີ້ ຢ່າງມີປະສິດທິຜົນກວ່າເພື່ອປະຕິບັດຄາດໝາຍ, ຫນ້າທີ່ໃນຕໍ່ຫນ້າທີ່ວາງອອກໃຫ້ແກ່ປີ 2017-2018 ແລະ ຊຸມປີຕໍ່ໄປຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ