ບັນດາສັນຍານຕັ້ງຫນ້າຈາກວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ

(VOVWORLD) -ຕອນເຊົ້າວັນທີ 25 ມິຖຸນາ, ຢູ່ ຮ່າໂນ້ຍ ໄດ້ໄຂກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ. ກອງປະຊຸມໄດ້ດຳເນີນພາຍຫລັງໄລຍະຫນຶ່ງ ວຽກງານປ້ອງກັນ ຕ້ານການສໍ້ລາດບັງຫລວງ ຢູ່ ຫວຽດນາມ ໄດ້ຮັບການຍູ້ແຮງຢ່າງຂ້ຽວຂາດ, ສຸດກົກສຸດປາຍ ບັນລຸໝາກຜົນຕັ້ງຫນ້າຫລາຍຢ່າງໃນຫລາຍດ້ານ.

ວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ ຢູ່ຫວຽດນາມ ໄດ້ປະຕິບັດມາແຕ່ດົນນານແລ້ວ ແຕ່ວຽກງານນີ້ໄດ້ຮັບການຍູ້ແຮງຢ່າງຂ້ຽວຂາດ, ສຸດກົກສຸດປາຍ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ XII  ຂອງພັກ ດ້ວຍແຜນນະໂຍບາຍລະດົມກຳລັງແຮງຂອງທົ່ວປວງຊົນທັງຊາດ, ຂອງທັງລະບົບການເມືອງ ແລະ ທັງສັງຄົມເຂົ້າຮ່ວມ.

ສະເພາະໃນ 2 ປີ ຄືແຕ່ປີ 2016 -2017 ແລະ 6 ເດືອນຕົ້ນປີ 2018 ໄດ້ຊີ້ນຳແກ້ໄຂ 52 ຄະດີ, 33 ກໍລະນີ, ໃນນັ້ນ ມີຫລາຍຄະດີໃຫຍ່ກ່ຽວຂ້ອງເຖິງການສໍ້ລາດບັງຫລວງ ໄດ້ ແລະ ພວມໄດ້ຮັບການແກ້ໄຂຢ່າງເດັດຂາດ. ບັນດາຕົວເລກນີ້ສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງໃຫຍ່ຂອງພັກ, ລັດ. ຕ້ານການສໍ້ລາດບັງຫລວງຢ່າງບໍ່ມີຂອບເຂດ, ບໍ່ມີເຂດເກືອດຫ້າມ.

ບັນດາໝາກຜົນຕັ້ງຫນ້າ

ນັບແຕ່ພາຍຫລັງກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນ ຕ້ານການສໍ້ລາດບັງຫລວງປີ 2014, ພິເສດ ນັບແຕ່ຕົ້ນອາຍຸການກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ ມາຮອດປະຈຸບັນ, ວຽກງານປອ້ງກັນຕ້ານການສໍ້ລາດບັງຫລວງ ໄດ້ຮັບການຊີ້ນຳຢ່າງຂ້ຽວຂາດ ມີບາດກ້າວເດີນຢ່າງແຮງ.

ມີຂໍ້ກຳນົດ ລະບຽບການຂອງພັກ, ກົດໝາຍຂອງລັດຫລາຍສະບັບໄດ້ຮັບການປະກາດໃຊ້ ເພື່ອແນໃສ່ເພີ່ມທະວີວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ ແລະ ການປອ້ງກັນຕ້ານການສໍ້ລາດບັງຫລວງ,  ນຳວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງຕິດພັນກັບວຽກງານພະນັກງານ, ແກ້ໄຂການກະທຳຜິດຢ່າງເຂັ້ມງວດຕາມການກຳນົດກ່ຽວກັບລະບຽບວິໄນຂອງພັກ, ລັດ ແລະ ແກ້ໄຂທາງອາຍາ, ເພີ່ມທະວີລະບຽບວິໄນ, ຂໍ້ກຳນົດກົດລະບຽບພາຍໃນພັກ ແລະ ກົງຈັກລັດ, ປະຕິບັດວິໄນຢ່າງເຂັ້ມງວດຕໍ່ບັນດາພະນັກງານ, ສະມາຊິກພັກ, ອົງການຈັດຕັ້ງຂອງພັກ ທີ່ມີການກະທຳລະເມີດ, ນັບທັງຜູ້ພວມດຳລົງຕຳແຫນ່ງ ແລະ ພັກບຳນານ, ນັບທັງພະນັກງານຂັ້ນສູງ.

ມີຫລາຍຄະດີສໍ້ລາດບັງຫລວງ, ເສດຖະກິດທີ່ເປັນອັນຕະລາຍພິເສດ, ສັບສົນ ໄດ້ຮັບການຄົ້ນພົບ, ສືບສວນ, ສັ່ງຟ້ອງ, ພິພາກສາຢ່າງເຂັ້ມງວດ, ຖືກກັບກົດໝາຍ, ບໍ່ມີເຂດເກືອດຫ້າມ, ບໍ່ມີກໍລະນີ….. ບໍ່ວ່າຜູ້ນັ້ນແມ່ນໃຜ. ຍ້ອນເຫດນັ້ນ ຈຶ່ງບັນລຸໄດ້ຫລາຍໝາກຜົນຮອບດ້ານ, ຕັ້ງຫນ້າ, ຈະແຈ້ງ, ສ້າງຜົນກະທົບ, ແຜ່ລາມອອກຢ່າງແຮງໃນທົ່ວສັງຄົມ, ໄດ້ຮັບຄວາມເຫັນດີເຫັນພ້ອມ, ການຕີລາຄາສູງຈາກປະຊາຊົນ ແລະ ໄດ້ຮັບການຮັບຮູ້ຈາກບັນດາອົງການຈັດຕັ້ງສາກົນ. ທ່ານ ຫງວຽນຊວນຮົ່ງ ປະຊາຊົນເມືອງ ຖູຍງວຽນ ນະຄອນ ຫາຍຟ່ອງ ຕີລາຄາວ່າ:

        “ຕາມຂ້າພະເຈົ້າແລ້ວ ວຽກງານປອ້ງກັນຕ້ານການສໍ້ລາດບັງຫລວງ ໃນໄລຍະຜ່ານມາແມ່ນໄດ້ປະຕິບັດຢ່າງຂ້ຽວຂາດ ແລະ ມີປະສິດທິຜົນ. ປະຊາຊົນໃນທົ່ວປະເທດ ມີຄວາມເຊື່ອໝັ້ນທີ່ສຸດ. ຂ້າພະເຈົ້າເອງ ມີຄວາມເຊື່ອໝັ້ນຕໍ່ການຊີ້ນຳຂອງພັກ, ເປັນຕົ້ນແມ່ນທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພວມປະຕິບັດ, ໃນນັ້ນ ປັບໄຫມລົງໂທດບັນດາພະນັກງານຜູ້ມີສິດອຳນາດຄື: ດີງລາທັງ, ຈິ້ງຊວນແທງ.”

        ບັນດາໝາກຜົນຕັ້ງຫນ້າທີ່ບັນລຸໄດ້ກ່ຽວກັບວຽກງານປອ້ງກັນຕ້ານການສໍ້ລາດບັງຫລວງໄດ້ສົ່ງຜົນກະທົບຢ່າງແຮງ, ມີລັກສະນະຕັກເຕືອນ,  ສະກັດກັ້ນປະກົດການຫຍໍ້ທໍ້, ການສໍ້ລາດບັງຫລວງ, ປະກອບສ່ວນເຮັດໃຫ້ກົງຈັກພັກ, ລັດ ເວົ້າສະເພາະ ແລະ ລະບົບການເມືອງເວົ້າລວມ ໃຫ້ປອດໃສ. ສາດສະດາຈານ ຮ່ວາງຈີບ໋າວ ອະດີດກຳມະການສະພາທິດສະດີສູນກາງໄດ້ເນັ້ນຫນັກວ່າ:

        “ປະທານໂຮ່ຈິມີນ ເມື່ອເວລາຍັງມີຊີວິດຢູ່ ເພີ່ນໄດ້ເອົາໃຈໃສ່ເປັນພິເສດເຖິງການຕ້ານອາດຍາສິດ, ຕ້ານການສໍ້ລາດບັງຫລວງ, ເລິກເຊິ່ງກວ່ານັ້ນແມ່ນຕ້ານສັດຕູພາຍໃນ, ຕ້ານລັດທິເຫັນແກ່ຕົວ. ສຳລັບພັກປະຕິວັດກຳອຳນາດ, ຄວາມສ່ຽງສູງສຸດແມ່ນຄວາມສ່ຽງຫ່າງໄກກັບປະຊາຊົນ, ຄວາມສ່ຽງພົ້ນອອກຈາກຊີວິດຕົວຈິງ ແລະ ວາງອອກບັນດາລັດຖະນະໂຍບາຍບໍ່ເໝາະສົມກັບຈິດໃຈຂອງປະຊາຊົນ. ພັກຫນຶ່ງມີຄວາມປອດໃສ ພັກນັ້ນຈຶ່ງໝັ້ນຄົງເຂັ້ມແຂງ ແລະ ນັ້ນແມ່ນເງື່ອນໄຂຂອງຄຸນສົມບັດສິນທຳປະຕິວັດ.”

ສືບຕໍ່ກິດຈະການປອ້ງກັນຕ້ານການສໍ້ລາດບັງຫລວງ

ບໍ່ອາດປະຕິເສດໄດ້ ວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງໃນໄລຍະຜ່ານມາຊື່ງໄດ້ສົ່ງຜົນກະທົບຕັ້ງຫນ້າຕໍ່ການພັດທະນາຂອງສັງຄົມ. ໃນໄລຍະຈະມາເຖິງ, ຢາກປ້ອງກັນຕ້ານການສໍ້ລາດບັງຫລວງໃຫ້ບັນລຸປະສິດທິຜົນ ແລະ ກວ້າງຂວາງນັ້ນ ຕ້ອງປະຕິບັດກົນໄກຢ່າງແຫນ້ນແຟ້ນ, ຕ້ອງສ້າງກົນໄກປະຕິບັດວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງຢ່າງມີປະສິດທິຜົນ. ການປ້ອງກັນຕ້ານການສໍ້ລາດບັງຫລວງ ຕ້ອງຖືວຽກງານປ້ອງກັນສະກັດກັ້ນເປັນສຳຄັນ.

ແລະ ທີ່ກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ ດຳເນີນຢູ່ ຮ່າໂນ້ຍ ໃນວັນທີ 25 ມິຖຸນາ ແມ່ນໂອກາດເພື່ອໃຫ້ທຸກຂັ້ນ, ທຸກຂະແຫນງການ ຊີ້ແຈ້ງບັນດາຂໍ້ຄົງຄ້າງ, ຂໍ້ຈຳກັດກ່ຽວກັບວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ ພາຍຫລັງເຄິ່ງອາຍຸການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ຈາກນັ້ນ ກຳນົດທິດທາງຫນ້າທີ່ມາດຕະການຈຸດສຸມແຕ່ນີ້ຮອດທ້າຍອາຍຸການ ແລະ ໃນອາຍຸການຈະມາເຖິງ.

ບັນດາໝາກຜົນບັນລຸໄດ້ໃນໄລຍະຜ່ານມາກ່ຽວກັບວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ. ບໍ່ພຽງແຕ່ສ້າງກຳລັງແຮງແທ້ຈິງໃນກົງຈັກ ແລະ ຖັນແຖວພະນັກງານ, ປັບປຸງ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນເທົ່ານັ້ນ ຫາກຍັງສ້າງກຳລັງຫນູນໃຫມ່ເພື່ອປະຕິບັດທຸກຫນ້າທີ່ໃຫ້ມີໄຊ, ປະຕິບັດສຳເລັດພາລະກິດປ່ຽນແປງໃຫມ່ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ