ບໍ່ມີອິດທິກຳລັງໃດສາມາດແບ່ງແຍກການພົວພັນຫວຽດນາມ - ກຳປູເຈຍ ໄດ້


(vovworld) – ​ໄລຍະ​ມໍ່ໆ​ມາ​ນີ້, ຢູ່ກຳ​ປູ​ເຈຍ​ ໄດ້​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງຈຳນວນ​ໜຶ່ງ​. ດ້ວຍ​ຖ້ອນ​ທຳນອງ​ເສັກ​ສັນ​ປັ້ນ​ແຕ່ງ, ບັນດາຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ຖະ​ແຫຼ​ງຢ່າງ​ຈອງ​ຫອງວ່າ, ​ຜືນ​ແຜ່ນດິນ​ຂອງ​ຫວຽດນາມສ່ວນ​ໜຶ່ງ​ແມ່ນ​ຂອງ​ກຳປູ​ເຈ. ຊຳ້​ບໍ່​ໜຳ, ມີ​ບາງ​ຄົນ​ຍັງ​ຮຽກຮ້ອງ “ຕັດ​ການ​ພົວພັນ​ກັບ​ຫວຽດນາມ“. ​ເຫດການ​ດັ່ງກ່າວ​ແມ່ນ​ບໍ່​ສາມາດ​ສ່ອງ​ແສງ​ຄວາມ​ຈິງ​ແຫ່ງ​ຊີວິດ ​ແລະ ທາດ​ແທ້​ປະຫວັດສາດ​ໄດ້, ​ເພາະວ່າ​ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ສອງ​ປະ​ເທດ​ຫວຽດນາມ - ກຳປູ​ເຈຍ ຍາມ​ໃດ​ກໍ່​ມີ​ຄວາມ​ສາມັກຄີ, ຮຽງ​ບ່າ​ຮຽງ​ໄຫລ່​​ພ້ອນກັນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນດິນ, ​ກໍ່​ຄື​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ. ​ແຕ່​ວ່າ​ຮູບ​ພາບ​ກ່ຽວ​ກັບ​ຄວາມ​ສາມັກ​ຄີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ກຳປູ​ເຈຍ ນັ້ນ​ພັດ​ຖືກ​ກຸ່ມ​ຄົນ​ບໍ່​ດີ​ຈຳນວນ​ໜຶ່ງ​ຄັດຄ້ານ, ທຳລາຍ​, ເພື່ອຮັບ​ໃຊ້​​ຈຸດປະສົງດ້ານ​ການ​ເມືອງ​ທີ່​ມືດ​ມົວ​ຂອງ​ຕົນ.

ບໍ່ມີອິດທິກຳລັງໃດສາມາດແບ່ງແຍກການພົວພັນຫວຽດນາມ - ກຳປູເຈຍ ໄດ້ - ảnh 1

ທ່ານ Phay Siphan ໂຄສົກລັດຖະບານລາຊະອານາຈັກກຳປູເຈຍ

​  ເດືອນ 7/2014, ມີ 100 ກວ່າ​ຄົນ​ໄດ້​ພາກັນ​ໄປ​ຍັງ​ສະຖານທູດ​ຫວຽດນາມ​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ຂອງ​ກຳປູ​ເຈຍ, ​ເພື່ອ​ທວງ​ເອົາ​ອັນ​ທີ່​ເອີ້ນ​ວ່າ​ ”ເຂດ​ດິນ​ພາກ​ໃຕ້​ໃຫ້​ແກ່​ອົງການ “ປະຊາ​ຄົມ​ຂະ​ແມ​ກຳປູ​ເຈຍ​ກະຣົມ“ (KKKC). ກາງ​ເດືອນ 8, ກຸ່ມ​ຄົນ​ນີ້​ສືບ​ຕໍ່​ການ​ແຫ່​ຂະ​ບວນປະ​ທ້ວງ ​ແລະ ມີ​ການ​ກະທຳ​ຈູດ​ທຸງຊາດ​ຂອງ​ຫວຽ​ດນາມ. ​ໃນ​ຊຸມ​ມື້​ມໍ່ໆ​ນີ້, ການ​ນຳ​ກຸ່ມ​ຄົນ​ນີ້​ຍັງ​ຖະ​ແຫຼ​ງຢ່າງ​ຈອງຫອງ​ວ່າ, ​ຈະ “ຕັດ​ການ​ພົວພັນ​ກັບ​ຫວຽດນາມ“. ບັນດາ​ເປົ້າ​ໝາຍ​ຄັດຄ້ານ​ໄດ້​ມີ​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ດ້ວຍ​ຈຸດປະສົງ​ແບ່ງ​ແຍກ​ຄວາມ​ສາມັກ​ຄີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດຫວຽດນາມ - ກຳປູ​ເຈຍ. ການ​ແຫ່​ຂະ​ບວນປະ​ທ້ວງ​​ເຫຼົ່າ​ນັ້ນ​ໄດ້​ດຳ​ເນີນ​ໄປ​ໂດຍ​ບໍ່​ຫົວຊາ​ຕໍ່​ຫາງ​ສຽງ ​ແລະ ການ​ກ່າວ​ປະນາມ​ຂອງ​ປະຊາ​ຄົມ​ສາກົນ

  ຜູ້​ກະຕຸກ​ຊຸກຍູ້,​ ເສກ​ສັນ​ປັ້ນ​ແຕ່ງ​ປະຫວັດ​ສາດ​ແມ່ນ​ໃຜ?

   ຜູ້​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​ນີ້​ແມ່ນ​ໃຜ? ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຊີ້​ນຳ, ໜູນ​ຫຼັງ​ຈາກ​ກຳລັງ​ການ​ເມືອງ​ໃດ​ແດ່? ໃນ​ຈຳນວນ​ຜູ້​ກໍ່​ຄວາມ​​ວຸ້ນວາຍ​ເຫຼົ່ານັ້ນມີບຸກຄົນ​ຈຳນວນ​ໜຶ່ງ​ຂຶ້ນ​ກັບ​ພັກ​ຝ່າຍ​ຄ້ານກູ້​ຊາດ​ກຳປູ​ເຈຍ​ (CNRP) ຂອງ​ການ​ນຳ Sam Rainsy ຊື່​ງ​ເຄີຍ​ຈັດ​ຂະ​ບວນການຕ້ານ​ປະຊາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູກຳປູ​ເຈຍ ​ແລະ ພັກ​ນີ້​ໄດ້​ຖືກລັດຖະບານ​ກຳປູ​ເຈຍ ​ແລະ ສປຊ ກ່າວ​ປະນາມ​ຫຼາຍ​ເທື່ອ​ ຍ້ອນ​ໄດ້​ກະຕຸກ​ຊຸກຍູ້ຄວາມອາ​ຄາດ​ບາດໝາງ​ດ້ານ​ເຊື້ອ​ຊາດ​ຜີວພັນ.

   Sam Rainsy ການ​ນຳພັກ CNRP ຂອງ​ກຳປູ​ເຈຍ ​ເຄີຍ​ຖືກ​ນຳ​ຕົວ​ຂຶ້ນ​ສານຍ້ອນ 2 ​ໂທດ​ກຳ​ໃຫ້​ຂ່າວ​ຜິດ​ກັບ​ຕົວ​ຈິງ ​ແລະ ປະກາດ​ບັນດາ​ແຜນ​ທີ່​ປອມ​ກ່ຽວ​ກັບ​ເລື່ອງ​ກຳປູ​ເຈຍ​ຖືກ​ເສຍ​ທີ່​ດິນ​ໃນ​ວິວັດ​ການ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ກັບ​ຫວຽດນາມ​ຢູ່​ແຂວງ Svay Rieng. ບັນດາ​ການ​ກະທຳ​ບັງອາດ​ຂອງ Sam Rainsy ​ໄດ້​ຖືກກົດໝາຍ​ກຳປູ​ເຈຍ ​​ລົງ​ໂທດ ແລະ ປະຊາຊົນ​ສອງ​ປະ​ເທດ​ກໍ່​ໄດ້ກ່າວ​ປະ​ນາມ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, Thach Se Tha ສະມາຊິກ​ລັດຖະສະພາ, ພັກ Sam Rainsy, ​ເປົ້າໝາຍ​ນຳ​ໜ້າ​ອັນ​ທີ່​ເອີ້ນ​ວ່າ “ປະຊາ​ຄົມ​ຂະ​ແມ​ກຳປູ​ເຈຍ ກຣົມ​“ ​(KKKC) ພັດ​ແມ່ນ​ຜູ້ນຳ​ພາ​ໂດຍ​ກົງ​ການ​ແ​ຫ່ຂະ​ບວນປະ​ທ້ວງ​ຄັ້ງ​ນີ້​ເພື່​ອເ​ເນ​ໃສ່​ທຳລາຍ​ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ກຳປູ​ເຈຍ, ​ເສກ​ສັນ​ປັ້ນ​ແຕ່ງ​ປະຫວັດສາດ​ຢູ່ເຂດ​ດິນ​ແດນ​ທາງ​ພາກ​ໃຕ້​ຫວຽດນາມ.

  ພາຍ​ຫລັງ​ໄລຍະ​ເວລາ​ໜຶ່ງ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຄື່ອນ​ໄຫວ​ໃນ​ຖານະ​ແມ່ນ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ (NGO), Thach Se Tha ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນ​ການ​ກະທຳຮຸນ​ແຮງ ​ແລະ ຕ້ານ​ທຳລາຍ​ຫວຽດນາມ ຢ່າງ​ຂ້ຽວຂາດ ຄື: ຍື່ນ​ໃບ​ສະ​ເໜີ​ຕໍ່​ກະສັດ Sihanuk, ຝາກ​ເຖິງ​ປະທານາທິບໍດີ ​ແລະ ສະພາ​ແຫ່ງ​ຊາດ​ຝະລັ່ງ ສະ​ເໜີ​ລົບ​ລ້າງ​ສົນ​ທິ​ສັນຍາ 49-733 ກ່ຽວ​ກັບ​ເຂດ​ດິນ​ແດນ​ພາກ​ໃຕ້; ຈັດຕັ້ງ “ວັນ​ເສຍ​ທີ່​ດິນ“ (4/6/2003) ຢ່າງ​ອຶກ​ກະທຶກ​ຄຶກ​ໂຄມ, ​ເພີ່ມ​ທະວີ​ການ​ພິມ​ຈຳໜ່າຍ​ໜັງສືພິມ…. ​ໃນ​ຖານະ​ແມ່ນ​ສະມາຊິກ​ພັກ​ຝ່າຍ​ຄ້ານ​ໃຫ່ຍອັນ​ດັບ​ໜຶ່ງ​ຂອງ​ກຳປູ​ເຈຍ, Thach Se Tha ​ໄດ້​ເສກ​ສັນ​ປັ້ນ​ແຕ່ງ​ສະພາບ​ການ​ຂອງ​ຊາວ​ຂະ​ແມ​ຢູ່​ຫວຽ​ດນາມ ຫຼາຍ​ຄັ້ງຢ່າງ​ເປີດ​ແປນ, ຮຽກຮ້ອ​ງ​ໃຫ້ ສປຊ ​ເປີດ​ຫ້ອງການ​ຜູ້ຕາງໜ້າປະຈຳ​ຢູ່​ເກີນເທີ ​ເພື່ອ​ຕິດຕາມ​ສະພາບ​ສິດທິ​ມະນຸດ​ຂອງ​ຊາວ​ຂະ​ແມ​ພາກ​ໃຕ້; ຮຽກຮ້ອງ​ການ​ສະໜັບສະໜູນ​ຂອງ​ບັນດາ​ພັກ​ຝ່າຍ​ຄ້ານ​ຢູ່ກຳ​ປູ​ເຈຍ, ບັນດາ​ອົງການ​ຈັດຕັ້ງສາກົນ​ໜູນ​ຫຼັງ​ໃຫ້​ແກ່​ບັນດາ​ອົງການ​ປະຕິ​ການ “ປະຊາ​ຄົມ​ຂະ​ແມ​ກຳປູ​ເຈຍ ກຣົມ​“ ​(KKKC) ຢູ່​ທີ່​ນີ້.

  ທຸກໆ​ການ​ກະທຳ​ຂອງ Thach Se Tha ບໍ່​ນອກ​ເໜືອ​ຈຸດປະສົງ​ເພື່ອ​​ສ້າງ​ຊື່​ສຽງ​ໃຫ້​ແກ່​ຕົນ​ເອງ, ຫວັງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ຈາກ​ບັນດາ​ອົງການ​ປະຕິ​ກາ​ນພາຍ​ນອກ ​ແລະ ຫວັງ​ຢາກ​ໄດ້​ແບ່ງ​ສິດ​ອຳນາດ​ຂອງ​ກົງ​ຈັກ​ອຳນາດ​ການ​ປົກຄອງ. ມາ​ຮອດປະຈຸ​ບັນ​ນີ້​ກໍ່​ເຫັນ​ໄດ້​ວ່າ​ທາດ​ແທ້​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ​ຂອງ Thach Se Tha ​ບໍ່ແມ່ນ​ເພື່ອ​ປະ​ກອບ​ສ່ວນ​ໃຫ້​ແກ່​ຄວາມ​ຜາ​ສຸກ, ຄວາມ​ອີ່ມ​ໜຳ​ສຳລານ ​ແລະ ການ​ພັດທະນາ​ຂອງ​ກຳປູ​ເຈຍ. ບັນດາ​ຄຳ​ຖະ​ແຫຼ​ງຂະ​ຈິດຄື: “ຮຽກຮ້ອງ​ຫວຽດນາມ ຕ້ອງ​ມອບ​ຄືນ​ຕອນ​ດິນ​ພາກ​ໃຕ້​ໃຫ້​ຊາວ​ຂະ​ແມ“, ຫຼື ”ສະ​ເໜີ​ລັດຖະບານ​ກຳປູ​ເຈຍ ​ຕັດ​ການ​ພົວພັນ​ກັບ​ຫວຽດນາມ​ ຊົ່ວຄາວ​ຈົນ​ເຖິງ​ເວລາ​ໃດ​ທີ່​ຫວຽດນາມ ​ຍອມຮັບ​ປະຫວັດສາດ​ຂອງ​ກຳປູ​ເຈຍ”, ນັ້ນ​ແມ່ນ​ວິທີ​ເພື່ອ​ໃຫ້​ຜູ້​ນີ້​ສ້າງ​ຊື່​ສຽງ, ແມ່ນ​ການ​ກະທຳ​ທີ່​ຢຽບ​ຢຳ່​ປະ​ເທດ​ຂອງ​ຕົນ, ​ໄປ​ຝືນ​ກັບ​ສິນ​ທຳ​ຂອງ​ຊາດ

ຍາມ​ໃດ​ກຳປູ​ເຈຍ​ກໍ່​ຖື​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ

ຕໍ່ໜ້າ​ການ​ກະທຳ ​ແລະ ຖ້ອຍ​ທຳນອງ​ຂອງ​ຄົນ​ກຳປູ​ເຈຍ​ຈຳນວນ​ໜຶ່ງ​ທີ່ທີ່​ບໍ່​ ຮູ້ກ່ຽວ​ກັບ​ປະຫວັດສາດນັ້ນ, ກະຊວງ​ພາຍ​ໃນ​ກຳປູ​ເຈຍ​ ໄດ້​ອອກສຽງ​ຖະ​ແຫຼ​ງວ່າ, ການ​ກະທຳ​ນັ້ນ​ແມ່ນ​ບໍ່​ສາມາດ​ຮັບ​ຮູ້​ໄດ້ ​ແລະ ​ໄປ​ຝືນ​ກັບ​ສິນ​ທຳ. ​ໃນ​ຖະ​ແຫຼ​ງຢ່າງ​ເປັນ​ທາງ​ການ​ຂອງ​ອົງການ​ສື່ສານ​ຫວ່າງ​ແລ້ວ​ນີ້, ​ໂຄສົກ​ລັດຖະບານ​ລາຊະ​ອານາຈັກ​ກຳປູ​ເຈຍ Phay Siphan ຊີ້​ແຈ້ງວ່າ, ປະ​ເທດ​ຫວຽດນາມ​ ອ້າຍ​ນ້ອງ ບໍ່​ແມ່ນ​ປັດ​ໃຈ​ທີ່​ຂົ່ມຂູ່​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ກຳປູ​ເຈຍ: ”ລັດຖະບານ ​ແລະ ປະຊາຊົນ​ກຳປູ​ເຈຍ ຍາມ​ໃດ​ກໍ່​ມີ​ແຜນ​ນະ​ໂຍບາຍ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ກັບ​ຫວຽດນາມ, ​ເຊິ່ງ​ແມ່ນ​ຜົນງານ​ອັນ​ໃຫຍ່​ຫຼວງ​ແຫ່ງ​ການ​ຮຽງ​ບ່າ​ຮຽງ​ໄຫຼ່​ສູ້​ຮົບ​ນຳ​ກັນ​ມາ​ເປັນ​ເວລາ​ອັນ​ຍາວ​ນານ, ຜ່ານ​ຫຼາຍ​ໄລຍະ​ປະຫວັດສາດ ​ແລະ ​ເດັດ​ດຽວ​ບໍ່​ປະ​ໃຫ້​ອິດ​ທິກຳລັງ​ໃດໆ​ທຳລາຍ​ສາຍ​ພົວພັນ​ສາມັກຄີ​ພິ​ເສດ​ນີ້. ລັດຖະບານ​ບໍ່​ສະໜັບສະໜູນ ​ແລະ ປະຊາຊົນ​ກຳປູ​ເຈຍ​ ຈະ​ບໍ່​ປະ​ໃຫ້​ກຸ່ມ​ຄົນ​ບໍ່​ເຂົ້າ​ໃຈ​ກ່ຽວ​ກັບ​ປະຫວັດສາດປຸກ​ປັ່ນ ​ແລະ ​ແບ່ງ​ແຍກການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດຢ່າງ​ເດັດຂາດ”.

ບັນດາການ​ກະທຳ​ຂອງ​ພວກ​ຫົວ​ຮຸນ​ແຮງ​ກຳປູ​ເຈຍ ບໍ່​ພຽງ​ແຕ່​ສ້າງ​ຄວາມ​ຄຽດ​ແຄ້ນ​ໃຫ້​ແກ່​ຊາວ​ຫວຽດນາມ​ ເທົ່າ​ນັ້ນ, ຫາກ​ຍັງ​ລະ​ເມີດ​ກົດໝາຍ​ຂອງ​ກຳປູ​ເຈຍ, ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບທີ່​ເປັນ​ມູນ​ເຊື້ອ ລະຫວ່າງ​ສອງ​ປະ​ເທດ​ອີກ​ດ້ວຍ. ໜ້າ​ເສຍດາຍ, ​ໂດຍ​ແມ່ນ​ຜູ້​ທີ່​ມີລະດັບ​ຄວາມ​ຮູ້, ​ແມ່ນ​ນັກ​ການ​ເມືອງ, ຄວາມ​ຈິງ​ແລ້ວ​ເຂົາ​ເຈົ້າ​ຕ້ອງ​ຕ້ອງ​ຮູ້ ​ແລະ ​ເຄົາລົບ​ຄວາມ​ຈິງ, ຫາກ​ບໍ່​ແມ່ນ​ເພື່ອ​ຈຸດປະສົງ​ດ້ານ​ການ​ເມືອງ​ໃຫ້​ແກ່​ຕົນ​ເອງ, ​ເຂົາ​ເຈົ້າ​ໄດ້​ເສກ​ສັນ​ປັ້ນ​ແຕ່ງ​ຢຽບ​ຢຳ່​ສັດຈະທຳ. ​ເຂົາ​ເຈົ້າ​ບໍ່​ແມ່ນ​ຜູ້ຕາງໜ້າ​ໃຫ້​ແກ່​ກຳປູ​ເຈຍ, ຫາກ​ແມ່ນ​ຜູ້​ສວຍ​ໂອກາດ. ດ້ວຍ​ສາຍ​ພົວພັນ​ອັນ​ສະໜິດ​ສະໜົມ​ທີ່​ມີ​ມາ​ແຕ່​ດົນ​ນານ, ການ​ພົວພັນ​ຫວຽດນາມ - ກຳປູ​ເຈຍ​ບໍ່​ສາມາດ​ຖືກ​ທຳລາຍ​ຍ້ອນ​ບັນດາ​ການ​ກະທຳ​ຫົວ​ຮຸນ​ແຮງ​ຄື​ດັ່ງກ່າວ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ