ບໍ່​ອາດ​ສືບ​ຕໍ່​ເຮັດ​ໃຫ້​ສູນເສຍ​ຄວາມ​​ເຊື່ອ​ໝັ​້ນ​ໃນ​ພາກ​ພື້ນ​ຕື່​ມອີກ

(VOVWORLD) -ກອງປະຊຸມລັດຖະມົນຕີການຕ່າງປະເທດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຫາກໍສິ້ນສຸດລົງໃນທ້າຍອາທິດຜ່ານມາຢູ່ ບາງກອກ ປະເທດ ໄທ. ໄປຄຽງຄູ່ກັບການເຕື້ອງເຖິງຫຼາຍບັນຫາທີ່ຮ້ອນເຮັ່ງໃນພາກພື້ນແລ້ວ, ບັນຫາທະເລຕາເວັນອອກ ໄດ້ດຶງດູດຄວາມສົນໃຈເປັນພິເສດຈາກບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ, ເຊິ່ງນັບທັງ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືຢູ່ນອກກຸ່ມ ອາຊຽນ. ຕໍ່ໜ້າການປະກອບຄໍາເຫັນຢ່າງກົງໄປກົງມາ, ເດັດດ່ຽວ, ບົນເນື້ອໃນຈິດໃຈສ້າງສັນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນທີ່ກອງປະຊຸມນັ້ນ, ຫຼາຍປະເທດ ໄດ້ສະແດງຄວາມຄວາມເຫັນດີເຫັນພ້ອມ, ແບ່ງປັນ ແລະ ສະໜັບສະໜູນຢ່າງແຮງ.

ທະເລຕາເວັນອອກ ຍາມໃດກໍແມ່ນບັນຫາທີ່ໄດ້ນໍາມາແລກປ່ຽນ, ປຶກສາຫາລືທີ່ກອງປະຊຸມຄັ້ງຕ່າງໆ ຂອງ ອາຊຽນ. ແລະ ໃນຄັ້ງນີ້ ກໍ່ໍບໍ່ຢູ່ນອກທໍານຽມດັ່ງກ່າວ, ໂດຍສະເພາະ ແມ່ນໃນສະພາບທີ່ ຫວ່າງມໍ່ໆມານີ້, ຢູ່ທະເລຕາເວັນອອກມີກອງກໍ່າປັ່ນສໍາຫຼວດທໍລະນີ ຫາຍຢ໊າງ 8 ຂອງ ຈີນ ພ້ອມດ້ວຍກໍ່າປັ່ນປ້ອງກັນລໍາຕ່າງໆເຄື່ອນໄຫວໃນເຂດເສດຖະກິດພິເສດ ແລະ ໄຫຼ່ທະວີບຂອງຫວຽດນາມ ໂດຍບໍ່ຂໍອະນຸຍາດ, ເຊິ່ງເປັນການກະທໍາລະເມີດອະທິປະໄຕ ແລະ ສິດອໍານາດອະທິປະໄຕຂອງຫວຽດນາມ.

ບໍ່​ອາດ​ສືບ​ຕໍ່​ເຮັດ​ໃຫ້​ສູນເສຍ​ຄວາມ​​ເຊື່ອ​ໝັ​້ນ​ໃນ​ພາກ​ພື້ນ​ຕື່​ມອີກ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ (ພາບ: VGP)

ກໍາລັງແຮງຂອງຄວາມເປັນທໍາຂອງຫວຽດນາມ

        ການລະເມີດຂອງກອງກໍ່າປັ່ນສໍາຫຼວດທໍລະນີ ຫາຍຢ໊າງ 8 ຂອງ ຈີນ ແມ່ນການກະທໍາທີ່ດື້ດ້ານ, ບໍ່ຫົວຊາຕໍ່ການກ່າວປະນາມຂອງຫາງສຽງໃນພາກພື້ນ ແລະ ໃນໂລກ. ຕໍ່ໜ້າການລະເມີດເຂດເສດຖະກິດພິເສດ ແລະ ໄຫຼ່ທະວີບຂອງຫວຽດນາມ ຢ່າງຈະແຈ້ງທີ່ສຸດນັ້ນ, ຫວຽດນາມ ມີສິດອໍານາດເຕັມເພື່ອດໍາເນີນບັນດາມາດຕະການອັນເດັດດ່ຽວ ແລະ ຢຶດໝັ້ນການປົກປັກຮັກສາອະທິປະໄຕ ໂດຍສັນຕິວິທີ.

        ຫວຽດນາມ ກໍໄດ້ນໍາເອົາເນື້ອໃນຈິດໃຈດັ່ງກ່າວເຂົ້າກອງປະຊຸມລັດຖະມົນຕີ ອາຊຽນ ແລະ ບັນດາກອງປະຊຸມກ່ຽວຂ້ອງໃນຄັ້ງນີ້ ຢູ່ ບາງກອກ, ປະເທດ ໄທ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ຢັ້ງຢືນວ່າ ບັນດາການກະທໍາລະເມີດດັ່ງກ່າວ ບໍ່ພຽງແຕ່ຮ້າຍແຮງກວ່າເກົ່າ, ຫາກບັນດາການຜັນແປທີ່ເຄັ່ງຕຶງຢູ່ ທະເລຕາເວັນອອກນີ້ຍັງໄດ້ເຮັດໃຫ້ສູນເສຍຄວາມເຊື່ອໝັ້ນ, ເພີ່ມທະວີຄວາມເຄັ່ງຕຶງ ແລະ ກໍ່ຜົນສະທ້ອນໂດຍກົງເຖິງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ; ລະເມີດຖະແຫຼງການຮ່ວມກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ໄປຝືນກັບຄໍາໝັ້ນສັນຍາວ່າ ຈະຮັກສາສະພາບແວດລ້ອມທີ່ສະດວກໃຫ້ແກ່ການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC). ຫວຽດນາມ ສະເໜີ ອາຊຽນ ຮັກສາສັນຕິພາບ ແລະ ສຽງເວົ້າລວມ, ຢັ້ງຢືນຄືນໃໝ່ບັນດາຫຼັກການ ແລະ ຄໍາໝັ້ນສັນຍາສໍາລັບສັນຕິພາບ ແລະ ສະຖຽນລະພາບ, ອອກສຽງຮຽກຮ້ອງໃຫ້ລະງັບໃຈ, ບໍ່ມີບັນດາການກະທໍາພຽງລໍາພັງຝ່າຍດຽວ ທີ່ກໍ່ຄວາມຫຍຸ້ງຍາກໃຫ້ແກ່ວິວັດທະນາການເຈລະຈາ ແລະ ຮ່ວມມືໃນພາກພື້ນ, ກີດຂວາງການເຄື່ອນໄຫວເສດຖະກິດທີ່ຖືກຕ້ອງຕາມກົດໝາຍຂອງບັນດາປະເທດແຄມທະເລ ແລະ ມານະພະຍາຍາມສ້າງ COC ໃຫ້ມີປະສິດທິຜົນ ແລະ ແທດຈິງ.

        ຄວາມກົງໄປກົງມາ ແລະ ເດັດດ່ຽວປົກປັກຮັກສາອະທິປະໄຕຂອງຫວຽດນາມ ບົນເນື້ອໃນຈິດໃຈສ້າງສັນນັ້ນກໍ່ ໄດ້ຮັບການສະໜັບສະໜູນຢ່າງແຮງຂອງບັນດາປະເທດພາຍໃນ ແລະ ນອກພາກພື້ນ. ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ໄດ້ອອກຖະແຫຼງການຮ່ວມຂອງກອງປະຊຸມ, ໃນນັ້ນ ເປັນຄັ້ງທໍາອິດທີ່ມີຄໍາຮຽກຮ້ອງຢ່າງແຮງຈາກບັນດາຝ່າຍວ່າ ຫຼີກລ້ຽງການເພີ່ມທະວີຄວາມເຄັ່ງຕຶງຢູ່ ທະເລຕາເວັນອອກ ດ້ວຍການບູລະນະໂຄງສ້າງພູມສາດ ຫຼືບັນດາອຸບັດຕິເຫດສໍາຄັນທີ່ເກີດຂຶ້ນ. ບັນດາການເຄື່ອນໄຫວບູລະນະຂຸດຖົມ, ພິເສດແມ່ນບັນດາອຸບັດຕິເຫດທີ່ຮ້າຍແຮງພວມເກີດຂຶ້ນຢູ່ທະເລຕາເວັນອອກນັ້ນ ໄດ້ເຮັດໃຫ້ສູນເສຍຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄວາມເຄັ່ງຕຶງ ແລະ ກໍ່ຄວາມເສຍຫາຍຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ. ອາຊຽນ ຢັ້ງຢືນຄືນໃໝ່ເຖິງຄວາມສໍາຄັນຂອງການປະຕິບັດກົດໝາຍສາກົນ, ກົດບັດຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ, ບໍ່ຫັນເປັນການທະຫານ ແລະ ຫຼີກລ້ຽງບັນດາການກະທໍາທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ; ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ກົດບັດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982. ບັນດາປະເທດ ອາຊຽນ ໃຫ້ຄໍາໝັ້ນສັນຍາ ຈະສືບຕໍ່ຮັກສາຄວາມມານະພະຍາຍາມປະຕິບັດ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ.

ບໍ່ພຽງແຕ່ ອາຊຽນ ເທົ່ານັ້ນ, ຫາກຍັງມີບັນດາປະເທດຢູ່ນອກ ອາຊຽນ ຄື ອາເມລິກາ, ອົດສະຕາລີ, ຍີ່ປຸ່ນ ກໍ່ອອກຖະແຫຼງການກ່າວປະນາມການແຊກແຊງຂອງ ຈີນ ເຂົ້າເຂດທະເລທີ່ຂຶ້ນກັບອະທິປະໄຕຂອງ ຫວຽດນາມ, ໃນນັ້ນ ເນັ້ນໜັກເຖິງຄວາມກະມຶງກະມັງໃນຫວ່າງມໍ່ໆມານີ້ ຂອງຈີນ ຢູ່ທະເລຕະເວັນອອກ ໂດຍເປັນການຫຼັກການທີ່ເປັນໜ້າວິຕົກກັງວົນ ກ່ຽວກັບເລື່ອງປະເທດໜຶ່ງທີ່ບໍ່ຫົວຊາຕໍ່ກົດໝາຍ ແລະ ການພົວພັນສາກົນ. ໃນການຖະແຫຼງການຂອງກະຊວງການຕ່າງປະເທດອາເມລິກາ ໄດ້ຊີ້ແຈ້ງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ຂໍ້ມູນຂ່າວສານ ຈີນ ແຊກແຊງເຂົ້າບັນດາການເຄື່ອນໄຫວຂຸດຄົ້ນນ້ຳມັນ ແລະ ອາຍແກັດຂອງ ຫວຽດນາມ ຢູ່ທະເລຕາເວັນອອກ, ຖືວ່າການກະທຳຂອງ ຈີນ ພວມນາບຂູ່ເຖິງຄວາມໝັ້ນຄົງດ້ານພະລັງງານໃນພາກພື້ນ.

ກົດໝາຍສາກົນຕ້ອງໄດ້ຮັບຄວາມເຄົາລົບ ແລະ ຖືເປັນສຳຄັນໃນແຖວໜ້າ

        ອາດຢັ້ງຢືນວ່າ ໂລກທີ່ກ້າວໜ້າຄືປັດຈຸບັນ ບໍ່ຍອມຮັບບັນດາການກະທຳທີ່ຜິດກົດໝາຍ, ກຳລັງອຳນາດບາດໃຫຍ່. ຄວາມເປັນທຳພວມສ້າງກຳລັງແຮງໃຫ້ແກ່ ຫວຽດນາມ ໃນການຕໍ່ສູ້ປົກປັກຮັກສາອະທິປະໄຕເຂດໝູ່ເກາະ. ອາດສາມາດເຫັນໄດ້ແຈ້ງວ່າ, ເມື່ອປະຊາຄົມສາກົນເຫັນໄດ້ເຖິງຄວາມເປັນທຳຂອງ ຫວຽດນາມ, ເຫັນໄດ້ເຖິງຈິດໃຈແຫ່ງສັນຕິພາບ ແລະ ແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍເຄົາລົບກົດໝາຍສາກົນຂອງ ຫວຽດນາມນັ້ນ, ວິວັດທະນາການປົກ ປັກຮັກສາອະທິປະໄຕເຂດໝູ່່ເກາະອັນຍິ່ງໃຫຍ່ຂອງປະເທດຊາດຢູ່ທະເລຕາເວັນອອກຂອງ ຫວຽດນາມ ຈະໄດ້ຮັບຄວາມສະດວກຕື່ມອີກ.

        ຄວາມສາມັກຄີ ແລະ ຮ່ວມຈິດຮ່ວມໃຈຂອງ ອາຊຽນ ໃນການແກ້ໄຂບັນຫາຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ ໄດ້ສ້າງຂຶ້ນບົນພື້ນຖານມາດຖານກົດໝາຍສາກົນກໍ່ຄືຄວາມນຮັບຜິດຊອບຕໍ່ກັບສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ໂລກ. ນີ້ແມ່ນ ບັນດາຄວາມຂັດແຍ່ງຢູ່ທະເລຕາເວັນອອກຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບໍ່ນຳໃຊ້ກຳລັງອາວຸດ, ປົກປັກຮັກສາສິດເສລີໃນການເດີນເຮືອ ແລະ ການບິນໃນພາກພື້ນ. ເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນນາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982. ທັດສະນະທີ່ໄດ້ຮັບການເຫັນດີເປັນເອກະພາບດັ່ງກ່າວຂອງອາຊຽນກໍ່ແມ່ນຫຼັກໝັ້ນລວມໃນທົ່ວໂລກໃນປັດຈຸບັນກໍ່ຄື ບັນດາປະເທດມະຫາອຳນາດສ່ວນຫຼາຍໃນໂລກເມື່ອພ້ອມກັນປຶກສາຫາລື, ແກ້ໄຂບັນດາຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ