ບາດກ້າວໃໝ່ໃນວິວັດທະນາການ Brexit

(VOVWORLD) - ຖະແຫຼງການຂອງຫ້ອງວ່າການຄະນະລັດຖະບານ ອັງກິດ ກ່ຽວກັບເລື່ອງ 2 ຝ່າຍບັນລຸໄດ້ຮ່າງຂໍ້ຕົກລົງກ່ຽວກັບ Brexit ແມ່ນຄວາມຕົກສະເງີ້ພໍສົມຄວນ 

ພາຍຫລັງເກືອບ 2 ປີເຄິ່ງ, ນັບແຕ່ຈຸດເວລາດຳເນີນການລົງປະຊາມະຕິຄັ້ງປະຫວັດສາດຢູ່ ອັງກິດ ກ່ຽວກັບເລື່ອງຈະໄປ ຫຼື ຈະຢູ່ກັບສະຫະພາບ ເອີຣົບ (23/06/2016), ແລະ ການເຈລະຈາເປັນເວລາກ່ວາ 1 ປີດ້ວຍຄວາມຫຍຸ້ງຍາກຫລາຍຢ່າງ, ເບິ່ງຄືວ່າຕົກເຂົ້າສູ່ສະພາບການທີ່ບໍ່ມີທາງອອກ, ສຸດທ້າຍ ອັງກິດ ແລະ ອີຢູ ກໍ່ບັນລຸໄດ້ຄວາມເຫັນດີເປັນເອກະພາບດ້ານເຕັກນິກກ່ຽວກັບຮ່າງຂໍ້ຕົກລົງ Brexit. ນີ້ໄດ້ຮັບຖືວ່າ ແມ່ນບາດລ້ຽວສຳຄັນໃນວິວັດການເຈລະຈາຂ້ຽວຂາດ ແລະ ແກ່ຍາວລະຫວ່າງ ລອນດອນ ແລະ ບຣຸກແຊນ.

        ບັນຫາທີ່ບໍ່ມີທາງອອກໃຫຍ່ສຸດລະຫວ່າງ ອັງກິດ ແລະ ອີຢູ ໃນການເຈລະຈາ Brexit ໃນໄລຍະຜ່ານມາຍັງຄົງແມ່ນບັນຫາ ຊາຍແດນທາງບົກລະຫວ່າງເຂດ ອຽກລັງເໜືອ ຂອງ ອັງກິດ ແລະ ສ.ອຽກລັງ. ເຖິງຢ່າງໃດກໍ່ຕາມ ບັນດາຄວາມບໍ່ລົງລອຍກັນນີ້ ໄດ້ຮັບການແກ້ໄຂພາຍຫລັງການເຈລະຈາຄັ້ງຕ່າງໆ.

ເບື້ອງຕົ້ນ ແລະ ຄວາມບໍ່ຄາດຄິດ

        ເນື້ອໃນລະອຽດຂອງຂໍ້ຕົກລົງເບື້ອງຕົ້ນກ່ຽວກັບ Brexit ທີ່ບັນລຸໄດ້ລະຫວ່າງ ອັງກິດ ແລະ ສະຫະພາບ ເອີຣົບ ຕ້ອງລໍຖ້າຢ່າງໜ້ອຍສຸດແມ່ນກອງປະຊຸມຂອງລັດຖະບານ ອັງກິດ ໃນຕອນບ່າຍວັນທີ 14 ພະຈິກ. ເຖິງຢ່າງໃດກໍ່ຕາມ, ຕາມຫ້ອງວ່າການຄະນະລັດຖະບານ ອັງກິດ ແລ້ວ, 2 ຝ່າຍໄດ້ເຫັນດີເປັນເອກະພາບທຸກຂໍ້ຄວາມລະອຽດທັງໝົດທີ່ມີລັກສະນະເຕັກນິກ, ໃນນັ້ນ ລວມມີທັງບັນຫາຫຍຸ້ງຍາກທີ່ສຸດຈົນເຖິງຊຸມວັນສຸດທ້າຍ, ນັ້ນແມ່ນຄວາມລະອຽດກ່ຽວກັບຊາຍແດນ 2 ພາກອຽກລັງ ແລະ ເຂດຈັດແບ່ງພາສີ. 2 ຝ່າຍກໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບວິທີການບໍ່ສ້າງຕັ້ງເສັ້ນຊາຍແດນທາງບົກລະຫວ່າງເຂດດິນແດນ ອຽກລັງເໜືອ ຂຶ້ນກັບ ອັງກິດ ແລະ ສ.ອຽກລັງ, ຄືແມ່ນຜົນຂອງເລື່ອງ ອັງກິດ ຖອນອອກຈາກ ອີຢູ.

        ອາດເວົ້າໄດ້ວ່າ: ຖະແຫຼງການຂອງຫ້ອງວ່າການຄະນະລັດຖະບານ ອັງກິດ ກ່ຽວກັບເລື່ອງ 2 ຝ່າຍບັນລຸໄດ້ຮ່າງຂໍ້ຕົກລົງກ່ຽວກັບ Brexit ແມ່ນຄວາມຕົກສະເງີ້ພໍສົມຄວນ ຍ້ອນວ່າ ໃນບັນດາກອງປະຊຸມຖືກຈັດຂຶ້ນໃນມໍ່ໆມານີ້ລະຫວ່າງ ອັງກິດ ແລະ ສະຫະພາບ ເອີຣົບ, ທຸກສິ່ງທຸກຢ່າງທັງໝົດກ່ຽວກັບວິວັດທະນາການເຈລະຈາ Brexit ອາດເວົ້າໄດ້ວ່າ ແມ່ນທາງຕັນ. ພາຍຫລັງຂໍ້ຕົກລົງໄດ້ຮັບຮອງເອົາພຽງ 1 ວັນເທົ່ານັ້ນ, ເຈົ້າໜ້າທີ່ 2 ຝ່າຍບໍ່ມີຜູ້ໃດຢັ້ງຢືນໄດ້ວ່າ ຈະບັນລຸໄດ້ຂໍ້ຕົກລົງ 100%. ຊ້ຳບໍ່ໜຳ, ໃນມື້ທີ່ຄະນະລັດຖະບານ ອັງກິດ ປະກາດບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນ, ຄະນະກຳມະການ ເອີຣົບ (EC) ກໍ່ໄດ້ປະກາດຂໍ້ມູນລະອຽດກ່ຽວກັບວຽກງານກະກຽມສຳຮອງໃຫ້ແກ່ກໍລະນີບໍ່ບັນລຸໄດ້ຂໍ້ຕົກລົງເຈລະຈາກ່ຽວກັບເລື່ອງ ອັງກິດ ຖອນອອກຈາກ ສະຫະພາບ ເອີຣົບ (ອີຢູ).

        ແລະໃນຈຸດເວລານີ້, ຄະນະລັດຖະບານ ອັງກິດ ໄດ້ຍົກອອກຂໍ້ມູນຂ່າວບັນລຸໄດ້ຮ່າງຂໍ້ຕົກລົງເບື້ອງຕົ້ນກ່ຽວກັບ Brexit, ຝ່າຍສະຫະພາບ ເອີຣົບ ຍັງບໍ່ທັນຍົກອອກບໍ່ວ່າຄຳເວົ້າໃດໆ ເພື່ອຢັ້ງຢືນ ຫຼື ປະຕິເສດແຫຼ່ງຂ່າວຈາກ ອັງກິດ

ກຳລັງກົດດັນຕໍ່ໜ້າແມ່ນໃຫຍ່ຫລວງ

ຂໍ້ຕົກລົງເບື້ອງຕົ້ນບັນລຸໄດ້ນີ້ ແມ່ນຍາກທີ່ສຸດ ພາຍຫລັງການເຈລະຈາມາເປັນເວລາເກືອບ 2 ປີ, ໄດ້ເຮັດໃຫ້ສື່ມວນຊົນສິ້ນເປືອງ ແລະ ກໍ່ການໂຕ້ຖຽງກັນໃນຫາງສຽງ ອັງກິດ. ເຖິງຢ່າງໃດກໍ່ຕາມ, ສິ່ງທ້າທາຍສຳລັບທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຍັງບໍ່ທັນຢຸດຢູ່ເທົ່ານັ້ນ. ຂໍ້ຕົກລົງຕ້ອງໄດ້ຮັບການຮັບຮອງເອົາຈາກຄະນະລັດຖະບານ ອັງກິດ, (ທີ່ວາລະກອງປະຊຸມຄະນະລັດຖະບານໃນຕອນບ່າຍວັນທີ 14 ພະຈິກ), ບາດກ້າວຕໍ່ໄປຈະຫຍຸ້ງຍາກກ່ວາ ເມື່ອຂໍ້ຕົກລົງສະບັບນີ້ໄດ້ຍື່ນສະເໜີ ໃຫ້ສັດຕະຍາບັນຢູ່ສະພາແຫ່ງຊາດ ອັງກິດ.

ມີຄວາມຫຍຸ້ງຍາກແທ້, ຍ້ອນ Brexit ເຊິ່ງເວທີການເມືອງ ອັງກິດ ຖືກແບ່ງແຍກຢ່າງເລິກເຊິ່ງ. ກ່ອນທີ່ ອັງກິດ ແລະ ອີຢູ ບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນເປັນເວລາ 1 ວັນ (12/11), ທ່ານນາງນາຍົກລັດຖະມົນຕີ Theresa May ໄດ້ຍົກເລີກກອງປະຊຸມຄະນະລັດຖະບານດ່ວນ ເພື່ອເຫັນດີເປັນເອກະພາບຕໍ່ເນື້ອໃນຂໍ້ຕົກລົງລະຫວ່າງ ອັງກິດ ກັບ ອີຢູ ກ່ຽວກັບເງື່ອນໄຂ Brexit. ກ່ອນໜ້ານັ້ນ, ທ່ານຮອງລັດຖະມົນຕີກະຊວງຄົມມະນາຄົມ ອັງກິດ Jo Johnson ກໍ່ໄດ້ລາອອກຈາກຕຳແໜ່ງ ແນໃສ່ຄັດຄ້ານແຜນການ Brexit ຂອງທ່ານນາງ May, ຖືນີ້ແມ່ນ “ຄວາມຜິດພາດໃຫຍ່”. ນີ້ແມ່ນເຈົ້າໜ້າທີ່ຄົນທີ 14 ໃນຄະນະລັດຖະບານ ອັງກິດ ລາອອກຈາກຕຳແໜ່ງນັບແຕ່ເດືອນ ພະຈິກ ປີ 2017.

ພາຍຫລັງຂໍ້ມູນຂ່າວກ່ຽວກັບເລື່ອງບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນຖືກປະກາດຈາກລັດຖະບານ ອັງກິດ, ທ່ານ Jeremy Corbyn ການນຳພັກແຮງງານ ຖະແຫຼງວ່າ ຈະຕ້ອງພິຈາລະນາລາຍລະອຽດຮ່າງຂໍ້ຕົກລົງ Brexit, ພ້ອມທັງໃຫ້ຮູ້ວ່າ: ຂໍ້ຕົກລົງນີ້ ອາດຈະບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ລາຊະອານາຈັກ ອັງກິດ. ສ່ວນທ່ານ Boris Johnson ອະດີດລັດຖະມົນຕີການຕ່າງປະເທດ ອັງກິດ ກໍ່ຕຳໜິຕິຕຽນລັດຖະບານ ອັງກິດ ແລະ ຖືວ່າ ຂໍ້ຕົກລົງນີ້ ໄດ້ເດີນເຂວທິດຫລາຍເກີນໄປ, ເຖິງວ່າຍອມຮັບວ່າ ຍັງບໍ່ທັນໄດ້ອ່ານລະອຽດຮ່າງຂໍ້ຕົກລົງດັ່ງກ່າວກໍ່ຕາມ.

ຍັງເຫຼືອພຽງແຕ່ 5 ເດືອນຕື່ມອີກກໍ່ຈະຮອດຈຸດເວລາທີ່ Brexit ມີຜົນສັກສິດ. ປະເທດ ອັງກິດຈະຖອນອອກຈາກ ອີຢູ ໃນວັນທີ 29 ມີນາ 2019. ເລື່ອງ  2 ຝ່າຍເຫັນດີເປັນເອກະພາບດ້ານເຕັກນິກ ກ່ຽວກັບຮ່າງຂໍ້ຕົກລົງ Brexit ແມ່ນບາດກ້າວເດີນສຳຄັນທີ່ສຸດໃນວິວັດທະນາການສຳເລັດ “ຂໍ້ຕົກລົງແຍກຕົວ” ແລະ ຍົກອອກຖະແຫຼງການກ່ຽວກັບການພົວພັນດ້ານການຄ້າພາຍຫລັງ Brexit. ເຖິງຢ່າງໃດກໍ່ຕາມ, ວິວັດການນີ້ຈະສຳເລັດຄືດັ່ງຄວາມຫວັງຂອງທັງ ອັງກິດ ແລະ ອີຢູ ຫຼືບໍ່, ຍັງອີງໃສ່ຄະນະລັດຖະບານ, ລັດຖະສະພາ ອັງກິດ ແລະ ບັນດາການນຳ ອີຢູ ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ