ບາດລ້ຽວປະຫວັດສາດຜ່ານໄລຍະທາງ 48 ປີ ແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງອາຊຽນ

ວັນ​ທີ 20/11, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ຫງວຽນ​ເຕີ້ນ​ຢຸງ ໄດ້​ເດີນ​ທາງ​ອອກ​ຈາກ​ຮ່າ​ໂນ້ຍ​ໄປຍັງ​ນະ​ຄອນຫຼວງ ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງ​ທີ 27 ແລ​ະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ແຕ່​ວັນ​ທີ 21 ຫາ 22/11. ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ຫວຽດ​ນາມ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ, ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຕົນ​ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້​ອາ​ຊຽນ​ຮ່ວ​ມ​ສຳ​ພັນ​ຢ່າງ​ແໜ້ນ​ແຟ້ນ​ກ່​ວາ, ປັບ​ປຸງ ແລະ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ຄວາມ​ເປັນ​ເອ​ກະ​ພາບ, ກໍ​ຄື​ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ອາ​ຊຽນ​ໃນ​ການ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ.

ບາດລ້ຽວປະຫວັດສາດຜ່ານໄລຍະທາງ 48 ປີ ແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງອາຊຽນ  - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ຫງວຽນ​ເຕີ້ນ​ຢຸງ

     ກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງ​ທີ 27 ໄດ້​ດຳ​ເນີນ​ໃນ​ຈຸດ​ເວ​ລາ​ທີ່​ສຳ​ຄັນ​ດ້ວຍ​ເລື່ອງ​ອາ​ຊຽນ​ພວມ​ສຳ​ເລັດ​ບັນ​ດາ​ວຽກ​ງານ​ສຸດ​ທ້າຍ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ​ 2015 ໃນ​ວັນ​ທີ 31/12/2015 ຢ່າງ​ເປັນ​ທາງ​ການ ແລະ ກະ​ກຽມ​ໃຫ້​ແກ່​ໄລ​ຍະ​ພັດ​ທະ​ນາ​ຕໍ່​ໄປ. ໃນ​ຂະ​ນະ​ນັ້ນ, ສະ​ພາບ​ແວດ​ລ້ອມ​ສາ​ກົນ ແລະ ພາກ​ພື້ນ​ສືບ​ຕໍ່​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ, ອັນ​ໄດ້​ສ້າງໃຫ້​ມີ​ບັນ​ດາ​ກາ​ລ​ະ​ໂອ​ກາດ ກໍ​ຄື​ສິ່ງ​ທ້າ​ທາຍ​ໃໝ່​ສຳ​ລັບ​ອາ​ຊຽນ.

     ອາ​ຊຽນ 27 : ຂີດ​ໝາຍ​ສຳ​ຄັນ​ໃນ​ວິວ​ັດ​ທະ​ນາ​ການ​ພັດ​ທະ​ນາ​ຂອງ​ອາຊຽນ

   ກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງ​ທີ 27 ໄດ້​ຮັບ​ຖື​ວ່າ​ເປັນ​ຂີດ​ໝາຍ​ປະ​ຫວັດ​ສາດ​ຂອງ​ອາຊຽນ ຂະ​ນະ​ທີ່​ບັນ​ດາ​ການ​ນຳ 10 ປະ​ເທດ​ພ້ອມ​ກັນ​ລົງ​ລາຍ​ເຊັນ​ໃນ​ເອ​ກະ​ສານ​ນິ​ຕິ​ກຳ​ທີ່​ສຳ​ຄັນ 2 ສະ​ບັບ. ນັ້ນ​ແມ່ນ​ຖະ​ແຫຼງ​ການ​ກ່ຽວ​ກັບການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ​ 2015 ແລະ ຖະ​ແຫຼງ​ການ​ກ່ຽວ​ກັບ​ວິ​ໄສ​ທັດປະ​ຊາ​ຄົມ​ອາ​ຊຽນ​ 2015: ພ້ອມ​ກັນ​ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ. ດ້ວຍ​ການ​ລົງ​ນາມ​ໃນຖະ​ແຫຼງ​ການ​ກ່ຽວ​ກັບການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ​ 2015, ບັນ​ດາ​ການ​ນຳ​ໄດ້​ສະ​ຖາ​ປະ​ນາ​ປະ​ຊາ​ຄົມ​ອາ​ຊຽນຢ່າງ​ເປັນ​ທາງ​ການ. ນີ້​ແມ່ນຜົນ​ງານ​ຢ່າງ​ໃຫຍ່ຫຼວງ​ຊຶ່ງ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຈາກ​ຂະ​ບວນ​ວິ​ວັດ​ແຫ່ງ​ຄວາມ​ມາ​ນະ​ພ​ະ​ຍາ​ຍາມ ແລະ ສູ້​ຊົນ​ຢ່າງບໍ່​ຢຸດຢັ້ງຂອງອາຊຽນໃນ​ຕະຫຼອດ​ເກືອບ​ເຄິ່ງ​ສະ​ຕະ​ວັດ​ທີ່​ຜ່າ​ນ​ມາ. ຈາກ​ສະ​ຫະ​ສະ​ມາ​ຄົມ​ທີ່​ຮ່ວມ​ມືບໍ່​ແໜ້ນ​ແຟ້ນ, ແມ່ນ​ກຸ່ມ​ຍັງ​ບໍ່​ທັນ​ມີ​ສຽງ​ເວົ້າ​ຢູ່​ອາ​ຊີ​ຕາ​ເວັນ​ອອກ, ອາ​ຊຽນ​ໄດ້​ບືນ​ຕົວ​ຂຶ້ນ​ຢ່າງ​ແຂງ​ແຮງ ກາຍ​ເປັນ​ປະ​ຊາ​ຄົມ​ສາ​ມັກ​ຄີ, ຮ່ວມ​ສຳ​ພັນ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ, ສວມ​ບົດ​ບາດ​ສຳ​ຄັນ​ທີີ່​ມີ​ຕໍ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ໃນ​ພາກ​ພື້ນ ແລະ ເປັນ​ຄູ່​ຮ່ວມ​ມື​ທີ່​ຂາດບໍ່​ໄດ້​ຂອງ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ ແລະ ອົງ​ການ​ລະ​ດັບ​ພາກ​ພື້ນ​ອື່ນໆ.

      ບັນ​ດາ​ການ​ນຳອາຊຽນ ໄດ້​ພ້ອມ​ກັນ​ລົງ​ນາມ​ໃນ​ຖະ​ແຫຼງ​ການ​ກ່ຽວ​ກັບ​ວິ​ໄສ​ທັດປະ​ຊາ​ຄົມ​ອາ​ຊຽນ​ 2015, ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ ແລະ ໝັ້ນ​ໝາຍ​ສືບ​ຕໍ່ປັບ​ປຸງ ແລະ ເຮັ​ດ​ໃຫ້​ສາຍ​ສຳ​ພັນ​ຂອງອາຊຽນເລິກ​ເຊິ່ງ​ຂຶ້ນ​ຕື່ມໃນ 10​ປີ ທີ່​ຈະ​ມາ​ເຖິງ. ພ້ອມ​ກັບ​ຖະ​ແຫຼງ​ການນີ້, ບັນ​ດາ​ການ​ນຳ​ຈະ​ຮັບ​ຮອງ​ເອົາວິ​ໄສ​ທັດປະ​ຊາ​ຄົມ​ອາ​ຊຽນ​ 2025 ພ້ອມ​ກັບ​ບັນ​ດາ​ແຜນ​ການ​ສັງ​ລວມ​ຜັນ​ຂະ​ຫຍາຍວິ​ໄສ​ທັດ​ບົນ 3 ເສົາ​ຄ້ຳ ການ​ເມືອງ-ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ-ສັງ​ຄົມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ອາຊຽນຢືນ​ຢັນ​ວ່າ : 

     “ ຈຸດ​ສຸມ​ໃນ​ວິ​ວິ​ໄສ​ທັດ 2025 ຊຶ່ງ​ການ​ນຳອາຊຽນຈະ​ຮັບ​ຮອງ​ເອົາ​ຢູ່​ທີ່ກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງ​ທີ 27 ແມ່ນ​ສືບຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ອີງ​ໃສ່​ການ​ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ແນ​ໃສ່​ຮັດ​ແຄບ​ຄວາມ​ແຕກ​ໂຕນ​ກັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ອາຊຽນໃໝ່ ແລະ ບັນ​ດາ​ປະ​ເທດ​ອາຊຽນ​ເກົ່າ. ທັດ​ສະ​ນະ​ຂອງ​ອາຊຽນ​ແມ່ນກໍ່​ສ້າງ​ເປັນປະ​ຊາ​ຄົມໜຶ່ງ​ເພື່ອ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ, ໃນ​ນັ້ນ ຫຼັກ​ການ​ທາບ​ທາມ​ທຸກໆ​ພາກ​ສ່ວນ​ໃນ​ສັງ​ຄົມ​ກ່ຽວ​ກັບ​ບັນ​ດາ​ນະ​ໂຍ​ບາຍ ກໍ​ຄື​ວິ​ວັດ​ການ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ, ພິ​ເສດ​ແມ່ນ​ບັນ​ດາ​ນະ​ໂຍ​ບາຍ​ໃນ​ຂົງ​ເຂດ​ພັດ​ທະ​ນາ​ແບບ​ຍືນ​ຍົງ ”

    ເລື່ອງ​ລົງ​ນາມ​ໃນ​ເອ​ກະ​ສານ 2 ສະ​ບັບ​ດັ່ງ​ກ່າວແມ່ນ​ພາຍ​ໃຕ້​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ການ​ນຳ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື, ຄູ່​ເຈ​ລະ​ຈາ​ຂອງ​ອາຊຽນ ແລະ ທ່ານ​ເລ​​ຂາ​ທິ​ການ​ໃຫຍ່ ສ.ປ.ຊ. ນີ້​ຖືກ​ຖື​ວ່າ ແມ່ນ​ຄຳ​ປະ​ກາດ​ກັບ​ໂລກ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ການ​ສ້າງ​ຕັ້ງປະ​ຊາ​ຄົມ​ອາ​ຊຽນ​ 2015, ເປັນ​ການຢັ້ງ​ຢືນ​ທີ່​ຕັ້ງ​ບົ​ດ​ບາດ​ໃໝ່​ຂອງປະ​ຊາ​ຄົມ​ອາ​ຊຽນ​​ໃນ​ວົງ​ຄະ​ນະ​ຍາດ​ສາ​ກົນ.

    ຫວຽດ​ນາມ​ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມ​ຂອງກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງ​ທີ 27

    20 ປີ​ແຫ່ງ​ການ​ເຂົ້າ​ຮ່ວມ​ອາຊຽນ, ການ​ປະ​ກອບ​ສ່ວນ​ຂອງ​ຫວຽດ​ນາມ​ໄດ້​ເຮັດ​ໃຫ້​ອາຊຽນ​ເພີ່ມ​ກຳ​ລັງ​ແຮງ​ຍິ່ງ​ຂຶ້ນ. ເພາະ​ສະ​ນັ້ນ, ດ້ວຍ​ຄວາມ​ສຳ​ຄັນ ແລະ ຄວາມ​ໝາຍ​ອັນ​ໃຫຍ່ຫຼວງ​ຂອງກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງ​ນີ້, ຫວຽດ​ນາມ​ສືບ​ຕໍ່​ເຂົ້າ​ຮ່ວມ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ, ປະ​ກອບ​ສ່ວນກໍ່​ສ້າງ​ແນ​ໃສ່​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ສູງ, ສາ​ມັກ​ຄີ ແລະ ເປັນ​ເອ​ກະ​ພາບ​ພາຍ​ໃນ​ກຸ່ມ​. ໃນ​ສະ​ພາບ​ທີ່​ພາກ​ພື້​ນ ແລະ ໂລກມີ​ການ​ຫັນ​ປ່ຽນ​ຢ່າງວ່ອງ​ໄວ ແລະ ສັບ​ສົນ​ນັ້ນ, ຫວຽດ​ນາມ​ພ້ອມ​ກັບບັນ​ດາ​ປະ​ເທດ​ອາຊຽນ​ພວມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ໃຫ້ປະ​ຊາ​ຄົມ​ອາ​ຊຽນ​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ​ເຂັ້ມ​ແຂງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ ຢືນ​ຢັນ​ວ່າ :

    “ນີ້ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເອົາ​ໃຈ​ໃສ່​ລວມຂອງຫວຽດ​ນາມ​ ແລະ​ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ບັນ​ດາ​ປະ​ເທດ​ຢູ່ນອກ​ພາກ​ພື້ນ​ອີກ​ດ້ວຍ. ໂດຍ​ເປັນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ​ຂອງ​ອາຊຽນ. ຫວຽດ​ນາມ​ໄດ້​ຍົກ​ອອກ​ບັນ​ດາ​ຂໍ້​ລິ​ເລີ່ມ, ໃນ​ນັ້ນມີ​ບັນ​ດາ​ຂໍ້​ລິ​ເລີ່ມ​ທີ່​ກ່ຽວ​ຂ້ອງ​ເຖິງການ​ສ້າງ​ຄວາມ​ເຊື່ອ​ໝັ້ນ, ຍົກ​ອອກ​ບັນ​ດາ​ມ​າດ​ຖານບໍ່​ພຽງ​ແຕ່​ຂອງ​ອາຊຽນ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ມາດ​ຖານ​ຂອງ​ທັງ​ພາກ​ພື້ນ​ດ້ວຍ​ເປົ້າ​ໝາຍກໍ່​ສ້າງ​ພາກ​ພື້ນ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ພາຍຫຼັງ​ປີ 2015 ”

       ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງ​ທີ 27 ແມ່ນ​ມີ​ຄວາມ​ໝາຍ​ອັນ​ຍິ່ງ​ໃຫຍ່​ສຳ​ລັບ​ທຸກໆ​ປະ​ເທດສະ​ມາ​ຊິກ​ອາຊຽນ. ປະ​ຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ກໍ​ເປັນ​ການ​ສ້າງ​ກຳ​ລັງ​ໜູນ​ທີ່​ສຳ​ຄັນ​ເພື່ອ​ນຳ​ອາຊຽນ​ກ້າວ​ເຂົ້​າ​ສູ່ໄລ​ຍະ​ຮ່ວມ​ສຳ​ພັນ​ສູງກວ່າ​ດ້ວຍ​ທ່ວງ​ທ່າ​ໃໝ່, ມີ​ຄວາມ​ຕັດ​ສິນ​ໃຈ ແລະ ເຊື່ອ​ໝັ້ນ​ກວ່າ​ເກົ່າ. ນີ້​ແມ່ນ​ຄວາມ​ລໍ​ຄອຍ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ, ໃນ​ນັ້ນ ມີ​ຫວຽດ​ນາມ​

ຕອບກັບ

ຂ່າວ/ບົດ​ອື່ນ