ປີ 2016: Brexit ໄດ້ເຮັດໃຫ້ເອີລົບ ມີການປ່ຽນແປງ

(vovworld)- ເລື່ອງ ອັງ​ກິດ ຖອນ​ອອກ​ຈາກ ສະ​ຫະ​ພາບ​ເອີ​ລົບ (EU) ຍັງ​ເອີ້ນ​ວ່າ Brexit ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ເຫດ​ການ​ເຮັດ​ໃຫ້​ໂລກ​ມີ​ຄວ​າມສົນ​ລະ​ວົນ​ໃຈໃນ​ປີ 2016. ບໍ່​ພຽງ​ແຕ່​ເຮັດ​ໃຫ້​ດ້ານ​ຊີ​ວິດ​ການ​ເມືອງ​ຂອງ ອັງ​ກິດ ມີ​ການ​ປ່ຽນ​ແປງ​ຢ່າງໃຫຍ່​ຫລວງ​ກໍ​ຄື ສ້າງ​ຜົນ​ສະ​ທ້ອນ​ອັນ​ຍາວ​ນານ​ໃຫ້​ແກ່​ດ້ານ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ອັງ​ກິດ ​ຫາກ Brexit ຍັງ​ສົ່ງ​ຜົນ​ກະ​ທົບ​ຢ່າງ​ແຮງ​ເຖິງ ສະ​ຫະ​ພ​າບ ເອີ​ລົບ​ໃນ​ປີ 2016 ອີກ​ດ້ວຍ.

ປີ 2016: Brexit ໄດ້ເຮັດໃຫ້ເອີລົບ ມີການປ່ຽນແປງ - ảnh 1

        ໝາກ​ຜົນ​ແຫ່ງ​ການ​ລົງ​ປະ​ຊາ​ມະ​ຕິເມື່ອ​ວັນ​ທີ 23/6/2016 ກ່ຽວ​ກັບ​ເລື່ອງ ອັງ​ກິດ​ຖອນ​ອອກ​ຈາກສະ​ຫະ​ພາ​ບ​ເອີ​ລົບ (Brexit) ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ມີ 52% ຜູ້ສະ​ຫນັບ​ສະ​ຫນູນ​ເລື່ອງ ອັງ​ກິດ ຖອນ​ອອກ​ຈາກ EU ເມື່ອ​ທຽບ​ໃສ່ 48% ຜູ້​ສະ​ຫນັບ​ສະ​ຫນູນ​​ເລື່ອງ​ອັງ​ກິດ​ຢູ່​ຄືນ EU. ກ່ອນ​ຫນ້ານັ້ນ, ນັບ​ທ​ັງ​ການ​ນຳ​ຝ່າຍ​ສະ​ຫນັບ​ສະ​ຫນູນ Brexit ກໍ​ບໍ່​ຄິດ​ໄດ້​ວ່າ​ແຜນ​ການ​ຂອງ​ຝ່າຍ​ຕົນ​ພັດ​ຍາດ​ໄຊ​ຊະ​ນະ​.

ສົ່ງຜົນ​ສະ​ທ້ອນ​ຢ່າງ​ຫຍໍ້​ທ​ໍ້​ໃນ​ເບື້ອງ​ຕົ້ນເຖິງ​ອັງ​ກິດບໍ່​ຫນັກ​ຫນ່ວງ​ຄື​ການ​ຄາດ​ຄະ​ເນ

ການ​ເມືອງ​ຂອງ​ອັງ​ກິດ ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ​ນັບ​ແຕ່​ເມື່ອ​ເຫດ​ການ Brexit. ທຸກ​ພັກ​ຝ່າຍ​ການ​ເມືອງ​ລ້ວນ​ແຕ່​ຖືກ​ຜົນ​ສະ​ທ້ອນ ຍ້ອນ Brexit. ກຳ​ລັງ​ດັນ​ພາຍ​ໃນ​ແມ່ນ​ໃຫຍ່​ຫລວງ​ສຳ​ລັບ​ທຸກ​ພັກຝ່າຍ ແລະ ວົງ​ການ​ການ​ເມືອງ ກໍ​ຄື​ຫາ​ງ​ສຽງ​ພາຍ​ໃນ​ອັງ​ກິດ. ສຳ​ລັບ​ພັກ​ຮັກ​ສາ​ເດີມ, ພາຍ​ຫລັງ​ການ​ລາ​ອອກ​ຈາກ​ຕຳ​ແຫນ່ງ​ຂອງ​ທ່ານ David Cameron ແລະ ທ່​ານ​ນາງ Theresa May, ຊື່ງ​ແມ່ນ​ຜູ້​ໄດ້​ຮັບ​ຖື​ວ່າ ມີ​ຄວາມ​ສະ​ຫງ່ຽມ​ຄ່​ຽມ​ຄົມ​ໄດ້​ຂຶ້ນ​ກຳ​ອຳ​ນາດ​ນຳ​ພາ​ພັກ, ກາຍ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ດ້ວຍ​ຫນ້າ​ທີ່​ສຳ​ຄັນ ແມ່ນ ກະ​ຕຸກ​ຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ທີ່​ສັບ​ສົນ​ເພື່ອ​ໃຫ້ ອັງ​ກິດ ຖອນ​ອອກ​ຈາກ EU. ໃນ​ຂະ​ນະ​ນັ້ນ ພັກ​ກຳ​ມະ​ກອນ ຊື່ງ​ແມ່ນ​ພັກ​ຝ່າຍ​ຄ້ານ​ໃຫຍ່​ສຸດ​ຢູ່ ອັງ​ກິດ ກໍ​ປະ​ສົບ​ກັບ​ສະ​ພາບ​ສັບ​ສົນ​ວຸ້ນ​ວາຍ​ພາຍ​ຫລັງ​ເຫດ Brexit. ມີ​ສະ​ມາ​ຊິກ​ພັກ​ກຳ​ມະ​ກອນ ​ປະ​ມານ 20 ຄົນ ໄດ້​ພ້ອມ​ກັນ​ລາ​ອອກ​ຈາກ​ຕຳ​ແຫນ່ງ ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ປະ​ທາ​ນ​ພັກ Jeremy Corbyn, ຜູ້​ສະ​ຫນັບ​ສະ​ຫນູນ ອັງ​ກິດ ຢູ່ ຄືນ EUໄດ້​ຊອກ​ຫາ​ວິ​ທີ​ສືບ​ຕໍ່​ດຳ​ລົງ​ຕຳ​ແຫນ່ງ. ຍ້ອນ​ສິ່ງນັ້ນ ໄດ້​ເຮັດ​ໃຫ້​ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ພັກ​ນີ້​ຖືກ​ແຕກ​ແຫງ​ຫລາຍ​ສົມ​ຄວນ.

ຢູ່ Scotland, ເມືອງ​ເອກ Scotland Nicola Stutgeon ​ໄດ້​ນາບ​ຂູ່ ຫລາຍ​ເທື່ອ ​ວ່າ​ຈະ​ດຳ​ເນີນ​ການ​ລົງ​ປະ​ຊາ​ມະ​ຕິ​ທວງ​ເອົາ​ເອ​ກະ​ລາດ​ແຍກ​ອອກ​ຈາກ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ. ໃນ​ຂະ​ນະ​ນັ້ນ ພັກ​ເອ​ກະ​ລ​າດ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ (UKIP) ຝ່າຍ​ຂວາ​ຈັດ ມ​ີ​ແນວ​ຄິດ​ປະ​ຕິ​ເສດ​ເລື່ອງ​ຊາວ​ອົບ​ພະ​ຍົບ ແລະ ໄດ້​ຂົນ​ຂວາຍ​ຢ່າງ​ແຮງ​​ໃຫ້​ແກ່​ເລື່ອງ​ຖອນອອກ​ຈາກ EU ນັບ​ມື້​ນັບ​ປັບ​ປຸງ​ທີ່​ຕັ້ງ​ບົດ​ບາດ​ໃນ​ເວ​ທີການ​ເມືອງ​ອັງ​ກິດ.

“ຈຸດ​ເດັ່ນ”ໃນ​ສະ​ພາບ​ການ​ຂອງ​ອັງ​ກິດ​ໃນ​ປີ 2016 ນັ້ນ​ແມ່ນ​ດ້ານ​ເສດ​ຖະ​ກິດ. ເມື່ອ​ເກີດເຫດ​ການ Brexit, ມີ​ຫລາຍ​ຄົນ​ຄາດ​ຄະ​ເນ​ວ່າ ເສດ​ຖະ​ກິດ​ຂອງ​ອັງ​ກິດ ຈະ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ຊຸດ​ໂຊມ ແຕ່​ຄວາມ​ຈິງ​ສະ​ແດງ​ໃຫ​້​ເຫັນ​ວ່າ ເສດ​ຖະ​ກິດ​ຂອງ​ອັງ​ກິດ ພັດ​ມີ​ສັນ​ຍານ​ເຕີບ​ໂຕ ຍ້ອນ​ກຳ​ລັງ​ການ​ໃຊ້​ສອຍ​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ການ​ປັບ​ປຸງ​ໃຫຍ່​ໃນ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ ແລະ ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ. ບັນ​ດາ​ຕົວ​ເລກ​ໃຫ້​ເຫັນ​ວ່າ 6 ເດືອນ​ພາຍ​ຫລັງ​ເກີດ​ເຫດ​ການ Brexit, ການ​ຜະ​ລິດ ແລະ ການ​ບໍ​ລິ​ກາ​ນ​ຂອງ​ອັງ​ກິດ ຍັງ​ຄົງ​ເປັນ​ປົກ​ກະ​ຕິ, ລາຍ​ຮັບ​ຈາກ​ການ​ຂາຍ​ຍ່ອຍ​ສູງກວ່າ​ການ​ຄາດ​ຄະ​ເນ, ຕະ​ຫລາດວຽກ​ເຮັດ​ງານ​ທຳ​ໄດ້​ຮັບ​ການ​ຟື້ນ​ຟູ, ອັດ​ຕາ​ຜູ້​ຫວ່າງ​ງານ​ບັນ​ລຸ​ລະ​ດັບ​ຕ່ຳ​ສຸດ​ໃນ 11 ປີ​ມານີ້ (4,8%).

ເອີ​ລົບ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢ່າງ​ລຽນ​ຕິດ

​ເລື່ອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ອັງ​ກິດ ຕັດ​ສິນ​ຖອນ​ອອກ​ຈາກ EU ໄດ້​ເຮັດ​ໃຫ້ ເອີ​ລົບ​ຜ່ານ​ຜ່າ​ໄລ​ຍະ​ຫຍຸ້ງ​ຍາກ ອາດ​ຈະ​ເວົ້າ​ວ່າ ແມ່ນ​ຫຍຸ້ງ​ຍາກ​ທີ່​ສຸດ​ນັບ​ແຕ່​ເມື​່ອ​ສ​ົງ​ຄາມ​ເຢັນ​ສິ້ນ​ສຸດ​ມາ​ຮອດ​ປະ​ຈຸ​ບັນ. Brexit ເກີດ​ຂຶ້ນບໍ່​ພຽງ​ແຕ່​ເຮັດ​ໃຫ້​ສະ​ຫະ​ພາບ​ເອີ​ລົບ ບໍ່​ແຂງ​ແຮງ​ຄື​ເກົ່າ​ເທົ່າ​ນັ້​ນ ຫາກ​ຍັງ​ເຮັດ​ໃຫ້​ບັນ​ດາ​ການ​ນຳ EU ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ຫລາຍກວ່າ, ໃນ​ຂະ​ນະ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ບັນ​ຫາ EU ຕ້ອງ​ປະ​ເຊີນ​ຫນ້າບໍ່​ແມ່ນ​ຫນ້ອຍ. ການ​ຕໍ່​ສູ້​ຕ້ານ​ການກໍ່​ການ​ຮ້າຍ​ສາ​ກົນ, ວິ​ກິດ​ການ​ອົບ​ພະ​ຍົບ, ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ ພາຍ​ຫລັງ​ບັນ​ດາ​ສິ່ງ​ທ້າ​ທາຍ​ຍ້ອນ​ຊາວ​ອົບ​ພະ​ຍົບ​ກໍ່​ຂຶ້ນ​ສຳ​ລັບ​ສັງ​ຄົມ ເອີ​ລົບ ຍັງ​ແມ່ນ​ຄວາມ​ວິ​ຕົກ​ກັງ​ວົນ​ປະ​ຈຳ​ຂອງ​ບັນ​ດາ​ການ​ນຳ ເອີ​ລົບ.

ຄວາມ​ຈິງ​ໃຫ້​ເຫັນ​ວ່າ ເລື່ອງ​ອັງ​ກິດ ຖອນ​ອອກ​ຈາກ EU ກໍ​ເຮັດ​ໃຫ້ ເອີ​ລົບ​ຖື​ກ​ແບ່ງ​ແຍກ ເມື່ອ​ບັນ​ດາ​ສະ​ມາ​ຊິກ​ຂອງ EU ມີ​ທ່າ​ທີ່, ​ປະ​ຕິ​ກິ​ລິ​ຍາ​ແຕກ​ຕ່າງ​ກັນ. ໃນ​ຂະ​ນະ ນັ້ນ ສະ​ວິດ ຕັດ​ສິນ​ຖອນ​ໃບ​ຄຳ​ຮ້ອງ​ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ EU, ບາງ​ປະ​ເທດ​ຄື ອີ​ຕາ​ລີ, ໂຮ​ນ​ລັງ ມີ​ແນວ​ຄວາມ​ຄິດ​ດຳ​ເນີນ​ການ​ລົງ​ປະ​ຊາ​ມະ​ຕິ​ຄື​ອັງ​ກິດ.

ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ບັນ​ດາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ຂອງ EU ຍັງ​ຄົງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ຄື​ເກົ່າ. ເຖິງວ່າ ບົດ​ບາດ​ສຳ​ຄັນ​ຂອງ EU ດ້ວຍ​ຖາ​ນະ​ແມ່ນ​ຄູ່​ຮ່ວມ​ມື​ເຈ​ລະ​ຈາ​ກັບ​ບັນ​ດາ​ປະ​ເທດ ອາ​ຊີ ຄື: ສ​ເກົາ​ຫລີ, ຍີ່​ປຸ່ນ, ອິນ​ເດຍ, ຈີນ ໄດ້​ຫລຸດ​ຜ່ອນ​ລົງ. ໃນ​ຍຸດ​ທະ​ສາດ​ຕ້ານ​ການກໍ່​ການ​ຮ້າຍ, ເລື່ອງ ອັງ​ກິດ ຖອນ​ອອກ​ຈາກ EU ໄດ້​ເຮັດ​ໃຫ້ EU ບໍ່​ສາມ​າດ​ສຳ​ພັດ​ກັບ​ເຄືອ​ຂ່າຍ​ສື່​ສານ​ສືບ​ລາ​ຊະ​ການ​ລັບ​ຢ່າງກວ້າງ​ຂວາງ ແລະ ມີ​ປະ​ສິດ​ທິ​ຜົນ​ຂອງ​ອັງ​ກິດ.

ສິ່ງ​ທົດ​ສອບ​ໃນ​ພາຍ​ພາກ​ຫນ້າ

ປີ 2017, ອັງ​ກິດ ຈະ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ດຳ​ເນີນ​ການ​ເຈ​ລະ​ຈາ​ກັບ EU ເພື່ອ​ຖອນອອກ​ຈາກ​ສະ​ຫະ​ພາບນີ້. ຕາມ​ນັກ​ໄຈ້​ແຍກ​ແລ້ວ, ບັນ​ດາ​ເນື້ອ​ໃນ​ເຈ​ລະ​ຈາ​ຂອງ​ລັດ​ຖະ​ບານ ອັງ​ກິດ ກັບ EU ຈະ​ແມ່ນ​ບັນ​ຫາກໍ່​ຄວາມ​ຖົກ​ຖຽງ​ກັນ​ຫລາຍ​ສຸດ​ໃນ​ເວ​ທີ​ການ​ເມືອງ ອັງ​ກິດ​ໃນ​ປີ 2017 ແລະ ບັນ​ດາ​ຄວາມ​ຖົກ​ຖຽງ​ດັ່ງ​ກ່າວ​ຈະ​ຍູ້​ອັງ​ກິດ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ຂາດ​ຄວາມ​ສະ​ຖຽນ​ລະ​ພາບ ເມື່ອ​ບັນ​ດາ​ນັກ​ລົງ​ທຶນ, ເຈົ້າ​ຂອງກໍ​ຄື​ຄົນ​ງານ​ລ້ວນ​ແຕ່​ມີ​ຄວາມ​ວິ​ຕົກ​ກັງ​ວົນ. ຄວາມ​ຫຍຸ້ງ​ຍາກ​ສຳ​ລັບ ອັງ​ກິດ ນັ້ນ​ແມ່ນ​ຈະ​ຕັດ​ສິນ​ເລື່ອງ​ຄວນ​ຮັກ​ສາ ຫລື  ​ຍົກ​ເລີກ​​ກົດ​ໝາຍ​ສະ​ບັບ​ໃດ​ຂອງ EU. ຈຸດ​ຕົ້ນ​ຕໍ​ນັ້ນ​ແມ່ນ ພັກ​ຮັກ​ສາ​ເດີມ ພຽງ​ກຳ​ທີ່​ນັ່ງ​​ໃນ​ລະ​ດັບ​ຕ່ຳ​ສຸດ ໃນ​ຂະ​ນະ​ສະ​ພາບ​ການ​ພາຍ​ໃນ​ຍັງ​ເກີດ​ຄວາມ​ຂັດ​ແຍ້ງ​ກັນ. ທຸກ​ການ​ປ່ຽນ​ແປງ​ລ້ວນ​ແຕ່​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ສະ​ພາ​ແຫ່ງ​ຊາດ. ຍິ່ງ​ດຳ​ເນີນ​ການເຈ​ລະ​ຈາ​ລະ​ອຽດເທົ່າ​ໃດ​ຍິ່ງ​ປະ​ສົບ​ກັບຄວາມ​ຫຍຸ້ງ​ຍາກ​​ເທົ່າ​ນັ້ນ ພິ​ເສດ​ແມ່ນ​ບັນ​ຫາ​ຄວາມ​​ເສ​ລີ​ໃນ​ການ​ໄປ​ມາ, ວຽກ​ເຮັດ​ງານ​ທຳ, ສິດ​ຜົນ​ປະ​ໂຫຍດ​ຂອງ​ພົນ​ລະ​ເມືອງ​ອັງ​ກິດ ຢູ່ ເອີ​ລົບ ແລະ ກົງ​ກັນ​ຂ້າມ, ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ.

ສຳ​ລັບ ເອີ​ລົບ, ໄພ​ເສດ​ຖະ​ກິດ​ຖືກ​ຊັກ​ຊ້າ​ຢູ່ ອັງ​ກິດ ຈະ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ແຫລ່ງ​ລາຍ​ຮັບ​ຈາກ​ການ​ສົ່ງ​ອອກ​ຂອ​ງ​ບັນ​ດາ​ປະ​ເທດ​ມີ​ການ​ພົວ​ພັນ​ຄ້າ​ຂາຍ​ໃຫຍ່​ກັບ​ອັງ​ກິດ​ຄື: ໄອ​ແລນ, ໂຮນ​ລັງ, ແບນ​ຊີກ ແລະ Cyprus. ບັນ​ດາ​ປະ​ເທດ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ຢູ່​ອັງ​ກິດ ຫລື ມີ​ການ​ພົວ​ພັນ​ຢ່າງ​ສະ​ຫນິດ​ແຫນ້ນ​ກັບ​ຂະ​ແຫນງ​ທະ​ນາ​ຄານ​ປະ​ເທດນີ້ ຊື່ງ​ລວມ​ມີ: Cyprus, ຝ​ລັ່ງ, ແບນ​ຊີກ, ໂຮນ​ລັງ, ເຢຍ​ລະ​ມັນ, ແຟງ​ລັງ, ເກຼັກ ແລະ ແອດ​ສະ​ປາຍ ອາດ​ຈະ​ຖືກ​ຜົນ​ກະ​ທົບ​ຢ່າງ​ຫຍໍ້​ທ​ໍ້. ເບິ່ງ​ລວມ​ແລ້ວ, ຜົນ​ຮ້າຍ​ຢ້ອນ​ຫລັງ​ດ້ານ​ເສດ​ຖະ​ກິດ​ຈາກ ​ເຫດ​ການ Brexit ສຳ​ລັບ EU ໃນ​ໄລ​ຍະ​ສັ້ນ ເຖິງວ່າບໍ່​ໃຫຍ່​ຫລວງ ແຕ່​ເລື່ອງ​ອັງ​ກິດ​ຖອນ​ອອກ​ຈາກ EU ຈະ​ສະ​ກັດ​ກັ້ນ​ເຖິງວິ​ວັດ​ການ​ຟື້ນ​ຟຸ​ດ້ານ​ເສດ​ຖ​ະ​ກິດ​ຂອງ​ພາກ​ພື້ນ​ໃນ​ຊຸມ​ປີມໍ່ໆ​ມານີ້. ນອກນັ້ນ ການ​ແຕກ​ແຫງ​ດ້ານ​ການ​ເມືອງ​ໃນ EU ກ່ຽວ​ກັບ​ບັນ​ຫາ Brexit ຈະ​ເພີ່ມ​ຂຶ້ນ​ເມື່ອ​ວິ​ວັດ​ການນີ້​ດຳ​ເນີນ​ໄປ​ກົງ​ກັບ​ຈຸດ​ເວ​ລາ​​ດຳ​ເນີນບັນ​ດາ​ການ​ເລືອກ​ຕັ້ງ​ສຳ​ຄັນ​ຢູ່​ຫລາຍ​ປະ​ເທດ.

ຜົນ​ກະ​ທົບ​ຂອງ Brexit ພາຍ​ຫລັງ 6 ເດືອນ​ດຳ​ເນີນ​ການ​ລ​ົງ​ປະ​ຊາ​ມະ​ຕິ​ກັບ​ອັງ​ກິດ ແລະ EU ເຖິງວ່າ​ມີ​ຄວາມ​ແຕກ​ຕ່າງ​ກັນ ແຕ່​ເລື່ອງ​ຖອນ​ອອກ​ຈາກ EU ຂອງ​ອັງ​ກິດກໍ່​ເຮັດ​ໃຫ້​ສອງ​ຝ່າຍ​ຖືກ​ເສຍ​ຫາຍ. ຜົນ​ສະ​ທ້ອນ​ຂອງ​ເຫດ​ການນີ້​​ຍັງຖືກ​ແກ່​ຍາວ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ. 


ຕອບກັບ

ຂ່າວ/ບົດ​ອື່ນ