ປີ 2017: ຄວາມຫວັງຕໍ່ໂລກແຫ່ງສັນຕິພາບ

(vovworld) - ​ໂລກ​ຫາ​ກໍ່​ສິ້ນ​ສຸດ​ປີ 2016. ຄວາມ​ມືດ​ມົວ​ບາງ​ຢ່າງ​ຖືກ​ອັດ​ໄວ້, ມີ​ບາງ​ແຫ່ງ​ສຽງ​ປືນ​ໄດ້​ຢຸດຕິ​ລົງ ​ແລະ ມີ​ຈຸດ​ທີ່​ພົ້ນ​ເດັ່ນ​ບາງ​ຢ່າງ​ໄດ້​ເປີດ​ອອກ. ​ໃນ​ສານ​ອວຍພອນ​ປີ​ໃໝ່ ​ແລະ ​ເປັນ​ຂີດ​ໝາຍ​ມື້​ທຳ​ອິດ​ທີ່​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ, ທ່ານ Atonio Guterres ຖະ​ແຫຼ​ງວ່າ, ປີ 2017 ຈະ​​ແມ່ນ​ປີ​ບຸລິ​ມາ​ສິດອັນ​ດັບ​ໜຶ່ງຕໍ່ສັນຕິພາບ. ມວນ​ມະນຸດ​ພວມ​ມີ​ຄວາມ​ມຸ້ງ​ຫວັງ​ວ່າ ປີ 2017 ຈະ​ມີ​ສີສັນ​ສົດ​ໃສຫຼາຍ​ກວ່າ.

ອາດ​ເວົ້າ​ໄດ້​ວ່າ​ປີ 2016​ ແມ່ນ​ປີ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ຫຼາຍ​ປະ​ເທດ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​​ການ​ທ້າ​ທາຍ​ຫຼາຍ​ຢ່າງ​ຄື: ​​Brexit, ການ​ເລືອກ​ຕັ້ງ​ທີ່​ກໍ່​ຄວາມ​ແບ່ງ​ແຍກ​ຢູ່ ອາ​ເມ​ລິ​ກາ ຫຼື​ການ​ໂຕ້​ຖຽງ​ກັນ​ຢູ່ ​ເອີ​ລົບ ກ່ຽວ​ກັບ​ບັນຫາ​ຄົນ​ເຂົ້າ​ເມືອງ, ຊາວ​ອົບ​ພະຍົບ. ພ້ອມ​ນັ້ນ​ແມ່ນ​ສະພາບ​ຂາດຄວາມ​ສະ​ເໝີ​ພາບ​ນັບ​ມື້​ນັບ​ເລິກ​ເຊິ່ງ ຍ້ອນ​ວິວັດທະນາ​ການ​ໂລກາ​ພິວັດ ​ແລະ ຄວາມ​ກ້າວໜ້າ​ດ້ານ​ເຕັກ​ໂນ​ໂລ​ຢີ, ອັນ​ໄດ້​ກໍ່​ໃຫ້​ເກີດ​ສະພາບ​ຂາດ​ວຽກ​ເຮັດ​ງານ​ທຳ ​ແລະ ຈິດຕະ​ເສຍ​ຫວັງ, ພິ​ເສດ​ແມ່ນ​ໃນ​ໝູ່​ຊາວ​ໜຸ່ມ. ຍ້ອນ​ເຫດ​ນັ້ນ, ຍິ່ງ​ກວ່າ​ເວລາ​ໃດ​ໝົດ, ບັນດາ​ປະ​ເທດ​ຕ້ອງການ​ມີ​ຄວາມ​ສາມັກຄີ​ກັນ​ເພື່ອ​ແກ້​ໄຂ​ການທ້າ​ທາຍ. ສານ​ຕົ້ນ​ປີ​ໃໝ່​ຂອງບັນດາ​ການ​ນຳ​ໂລກ, ພ້ອມ​ກັບ​ການ​ຫັນປ່ຽນ​ໃນ​ຊີວິດ​ທາງ​ດ້ານ​ການ​ເມືອງ​ສາກົນ ​ໄດ້​ສ້າງ​ຄວາມ​ຫວັງ​ໃໝ່​ໃນ​ປີ 2017.

ປີ 2017: ຄວາມຫວັງຕໍ່ໂລກແຫ່ງສັນຕິພາບ - ảnh 1
ສະ​ໜາມ​ຫຼວງ ຍຸກ​ສະ​ໄໝ​ຢູ່ ນິວຢອກ ໃນ​ຈຸ​ດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນ​ຮັບ​ປີ​ໃໝ່
(ພາບ: Reuters)

ສາມັກຄີ ​ແລະ ສັນຕິພາບ: ສານ​ປີ​ໃໝ່

​ໃນ​ສານ​ຕ້ອນຮັບ​ປີ​ໃໝ່ ​ແລະ ​ເປັນ​ຂີດ​ໝາຍ​ມື້​ທຳ​ອິດ​ທີ່​ຮັບ​ດຳລົງ​ຕຳ​ແໜ່​ງ ເປັນ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ, ທ່ານ Atonio Guterres ຖະ​ແຫຼງຄວາມ​ຕັດສິນ​ໃຈ​ຖື​ສັນຕິພາບ​ແມ່ນ​ບັນຫາ​ບຸລິ​ມະ​ສິດ​ແຖວ​ໜ້າ. ທ່ານ​ຖື​ວ່າ, ​ປີ 2016 ​ໄດ້​ເຫັນ​ປະຈັກ​ຕາ​ຄວາມ​ແຕກ​ຕ່າງ​ກັນ​ຢ່າງ​ໃຫຍ່​ຫຼວງ​ໃນ​ການ​ແກ້​ໄຂ​ການ​ປະ​ທະ​ກັນ ​ແລະ ປະຊາ​ຄົມ​ສາກົນ​ພວມ​ຂາດ “ຄວາມ​ສາມາດ“​ ເພື່ອ​ສະກັດ​ກັ້ນ​ບັນດາ​ການ​ປະ​ທະ​ກັນ​ດັ່ງກ່າວ. ດັ່ງ​ນັ້ນ​ຈຳ​ເປັນຕ້ອງ​ພັດທະນາ “ພື້ນຖານ​ການ​ທູດ​ເພື່ອ​ສັນຕິພາບ“. ທ່ານ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ​ຄົນ​ໃໝ່ ​ເນັ້ນ​ໜັກ​ວ່າ​, ປີ 2017 ຈະ​ແມ່ນ​ປີ​ທີ່​ປະຊາຊົນ​ທຸກ​ຄົນ, ລັດຖະບານ ກໍ່​ຄື​ບັນດາການ​ນຳ​ຕ້ອງມີ​ຄວາມ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັນ​ຜ່ານ​ຜ່າ​ສິ່ງ​ທີ່​ແຕກ​ຕ່າງ​ກັນ.

ໃນ​ສານ​ຕົ້ນ​ປີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ນັ້ນ, ທ່ານ​ປະທານ​ປະ​ເທດ​ຈີນ ສື​ຈີນ​ຜີ​ງ ຫວັງ​ວ່າ ປະຊາ​ຄົມ​ສາກົນ​ຕ້ອງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ທີ່​ໄດ້​ເກີດ​ຂຶ້ນ​ໂດຍ​ໄວ.. ທ່ານ​ກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ, ປະຊາ​ຄົມ​ສາກົນ​ຈົ່ງ​ເຄົາລົບ​ຄວາມ​ສຳນຶກ​ທີ່​ວ່າ “ປະຊາ​ຄົມ​ຮ່ວມ​ຊາຕາກຳ​ດຽວ“, ​ແລະ​ ຮຽກຮ້ອງ​ທຸກ​ຄົນ​ໃນ​ທົ່ວ​ໂລກ​ຈົ່ງ​ຮ່ວມ​ມື້​ກໍ່ສ້າງ​ສະພາບ​ແວດ​ລ້ອມ​ສັນຕິພາບ, ວັດທະນາ​ຖາວອນ. ​ໃນ​ຂະນະ​ນັ້ນ, ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢັຍລະ​ມັນ Angela Merkel ​ໄດ້​ຫວນ​ຄືນ​ເຫດ​ບຸກ​ໂຈມ​ຕີ​ຢູ່ Berlin ​ເມື່ອ​ວັນ​ທີ 19/12 ຜ່ານ​ມາ ​ແລະ ບັນດາ​ເຫດ​ບຸກ​ໂຈມ​ຕີ​ອື່ນໆ​ທີ່​ເລັ່ງ​ໃສ່​ປະ​ເທດ​ ເຢັຍລະ​ມັນ ​ໂດຍ​ຊາວ​ອົບ​ພະຍົບດຳ​ເນີນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ນາງ​ກໍ່ຢືນຢັນ​ວ່າ, ບໍ່​ຖື​ສິ່ງ​ດັ່ງກ່າວ​​ເປັນຄວາມ​ອາ​ຄາດ​ບາດໝາງ, ຫາກຜ່ານ​ນັ້ນ​ສາມາດ​ເຫັນ​ໄດ້​ບັນດາ​ຄຸນຄ່າ​ມະນຸດສະທຳ ​ແລະ ​ເປີດ​ອົກ​ເປີດ​ໃຈ​ຂອງ​ປະ​ເທດ ​ເຢັຍລະ​ມັນ ​ແມ່ນ​ສາມາດ​ເອົາ​ໄຊຊະນະ​ບັນດາ​ພວກ​ອາ​ຄາດ​ບາດໝາງ​ໄດ້. ທ່ານ​ນາງ​ກໍ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ລັດຖະບານ​ເຢັຍລະ​ມັນ​ຈະ​ປະຕິບັດ​ການ​ປ່ຽນ​ແປງ​ທີ່​ຈຳ​ເປັນ​ທຸກ​ຢ່າງ​ກ່ຽວ​ກັບ​ດ້ານ​ກົດໝາຍ ​ແລະ ນະ​ໂຍບາຍ ​ເພື່ອ​ປັດ​ເຂ່ຍ​ຊ່ອງ​ວ່າງ​ດ້ານ​ຄວາມ​ປອດ​ໄພ ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ດ້ວຍ​ລົດ​ບັນທຸກ​ຢູ່ Berlin ​ໃນ​ປີ 2017.

ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ມຽນ​ມາ ໄດ້​ຢັ້ງ​ຢືນ​ວ່າຈະ​ສ້າງ​​ພື້ນ​ຖານ​ສັນ​ຕິ​ພາບ​ຍາວ​ນານ​ໃນ​ທົ່ວ​ປະ​ເທດ​ໃນ​ປີ 2017. ລັດ​ຖະ​ບານ ມຽນ​ມາ ຈະ​ນຳ​ປະ​ເທດ​ຊາດ​ກັບ​ຄືນ​ສູ່​ເສັ້ນ​ທາງ​ແຫ່ງສັນ​ຕິ​ພາບ, ດ້ວຍ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ປະ​ຊາ​ຊົນ ແລະ ການ​ຊ່ວຍ​ເຫຼືອ​ຂອງ​ເພື່ອນ​ມິດ​ສາ​ກົນ. ການ​ນຳ ສ. ເກົາຫຼີ ກໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເປີດ​ກ້ວາງ​ການ​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ, ຍີ່​ປຸ່ນ, ຈີນ ແລະ ລັດ​ເຊຍ ເພື່ອ​ສ້າງ​ພື້ນ​ຖານ​ສັນ​ຕິ​ພາບ​ຢູ່​ພາກ​ພື້ນ.

ປີ 2017 ນຳ​ມາ​ຄວ​າມ​ຫວັງ​ໃໝ່ຫຼາຍ​ຢ່າງ

        ພາຍ​ໃຕ້​ສາຍ​ຕາ​ຂອງ​ບັນ​ດາ​ນັກ​ສັງ​ເກດ​ການ​ທີ່​ໜ້າ​ປະ​ເອີບ​ໃຈ, ໂລກ​ໃນ​ປີ 2017 ຈະ​​ໄດ້ເຫັນ​ປະ​ຈັກ​ຕາ​ທ່າ​ອ່ຽງ​​ຮ່ວມ​ມືຫຼາຍ​ກ່​ວາ​ລະ​ຫວ່າງ​ປະ​ເທ​ດ​ຕ່າງໆ, ເພື່ອ​ການ​ພັດ​ທະ​ນາ ແລະ ສັນ​ຕິ​ພາບ​ລວມ​ຂອງ​ພາກ​ພື້ນ ແລະ ຢູ່​ໃນ​ໂລກ. ໃນ​ຈ​ຳ​ນວນນັ້ນ, ສາຍ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ສຳ​ຄັນ, ຍ້ອນ​ມັນ​ໄດ້​ສ້າງ​ຄວາມ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ການ​ພົວ​ພັນ​ສາ​ກົນ​. 175 ປະ​ເທດພາ​ຄີ ສ​ປ​ຊ ກໍ່​ພ້ອມ​ກັນ​ລົງ​ນາມ​ໃນ​​ຂໍ້​ຕົກ​ລົງ ປາ​ຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ຫຼັງ​ຈາກນັ້ນ ອາ​ເມ​ລິ​ກາ, ຈີນ, ອີ​ຢູ ແລະ ຫຼາຍ​ປະ​ເທດ​ອື່ນໆ ກໍ່​ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ແກ່​ຂໍ້​ຕົກ​ລົງ​ນີ້​ເປັນ​ການ, ເປີດ​ບັນ​ດາ​ຄວາມ​ຫວັງ​ໃ​ຫ້​ປີ 2017 ແລະ ຊຸ​ມ​ປີ​ຕໍ່​ໄປ​ໃນ​ການ​ປົກ​ປັກ​ຮັກ​ສາ​​ສະ​ພາບ​ແວດ​ລ້ອມ, ປົກ​ປ້ອງ​ໜ່ວຍ​ໂລກ. ປີ 2017 ແມ່ນ​ປີ​ບານ​ພັບ​ຂອງ​ທ່ານ Antonio Guterres, ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຄົນ​ໃໝ່. ​ດ້ວຍ​ຄວາມ​ຊຳ​ນານ​ເປັນ​​ຫົວ​ໜ້າ​ອົງ​ການ​​ກໍ່ຊ່ວຍ​ຊາວຫຼົບ​ໄພ ພ້ອມ​ກັບຄຸນ​​ນະ​ທາດ​ດ້ານ​ການ​ທູດມາ​ເປັນ​ເວ​ລາຫຼາຍ​ປີ, ໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່, ປະ​ຊາ​ຄົມ​ສາ​ກົນ​ໄດ້​ຕັ້ງ​ຄວາມ​ເຊື່ອ​ໝັ້ນ​ວ່າ ທ່ານ Guterres ຈະ​ແມ່ນ​ຄົນ​ກາງ​ເກ່ຍ​ບັນ​ດາ​ບັນ​ຫາ​ເຄັ່ງ​ຮ້ອນ​ຂອງ​ໂລກ, ແກ້​ໄຂ​ບັນ​ດາ​ບັນ​ຫາຫຼົບ​ໄພ, ອົບ​ພະ​ຍົບຢ່າງ​ຄັກ​ແນ່ ແລະ ຄ່ອຍໆ​ສິ້ນ​ສຸດ​ບັນ​ດາ​ສະ​ຖານ​ທີ່​ເກ​ີດ​ການ​ປະ​ທະ​ກັນ​ໃນ​ທົ່ວ​ໂລກ. ໂດຍບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ການ​​ເຄື່ອນ​ໄຫວ​ເຄັ່ງ​ຕຶງນີ້, ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ທ້າຍ​ປີ 2016 ໄດ້​ມີ​ບັນ​ດາ​ການ​ກະ​ທຳ​​ທີ່ສະ​ແດງ​ໃຫ້​ເຫັນ​ວ່າ ການ​ພົວ​ພັນ​ລັດ​ເຊຍ - ອາ​ເມ​ລິ​ກາ ພາຍ​ໃຕ້​ອາ​ຍຸ​ການ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຈະ​​ດີ​ຂຶ້ນ ແລະ ​ຄ່ອຍໆຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ. ການ​ພົວ​ພັນ​ລ​ະ​ຫວ່າງ ຈີນ ແລະ ຟີ​ລິບ​ປິນ, ພວມ​ຫຍັບ​ມໍ່​ເຂົ້າ​ກັນ, ໂດຍບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ການ​ປະ​ທະ​ກັນ​ລະ​ຫວ່າງ 2 ປະ​ເທດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຂໍ້​ຕົກ​ລົງ​ຢຸດ​ຍິງ​ຢູ່ ຊີ​ຣີ ​ສະ​ບັບ​ໜຶ່ງໂດຍ ລັດ​ເຊຍ ແລະ ຕວກ​ກີ ເປັນ​ຄົນ​ກາງ​ໄກ​ເກ່ຍ…

        ສັນ​ຍານ​ທັງ​ໝົດ​ເຫລົ່​ານີ້ ພ້ອມ​ກັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຈາກ​ບັນ​ດາ​ການນ​ຳ​ແຖວ​ໜ້າ​ໃນ​ໂລກ ໄດ້​ນຳ​ມາ​ເຊິ່ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈສ່ວນ​ໃດ​ສ່ວນ​ໜຶ່ງ​ໃນ​ປີ​ 2017. ໂລກ​​ພ້ອມ​ກັນ​ຄວາມ​ຫວັງ​​ຕໍ່ປີ 2017 ຈະ​ມີ​ບັນ​ດາ​ສິ່ງ​ທີ່​ດີ​ງາມ​​, ສຽງ​ປືນ ແລະ ສຽງ​ລະ​ເບີດ​ຈະ​ຄ່ອຍໆ​ຫລຸດ​ລົງ​ຢູ່​ບັນ​ດາ​ສະ​ຖານ​ທີ່​ພວມ​ມີການ​ປະ​ທ​ະ​ກັນ​ໃນ​ໂລກ, ສາ​ມັນ​ຊົນ​ຈະ​ບໍ່​​ຖືກນອງເລືອດ ແລະ ​ນ້ຳ​ຕາ​​ອີກ​​.

ຂ່າວ/ບົດ​ອື່ນ