ປະຊາຄົມວິສາຫະກິດກັບຄາດໝາຍນຳຫວຽດນາມກາຍເປັນປະເທດເລີ່ມທຸລະກິດ

(vovworld)- ໃນ​ປີ​ຜ່ານ​ມາ ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ມີ​ເອ​ກະ​ສານ​ສຳ​ຄັນ​ຫລາຍ​ສະ​ບັບ​ເພື່ອ​ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ມຸ່ງ​ໄປ​ເຖິງ​ຄາດ​ໝາຍ​ຮອດປີ 2020 ມີ​ວິ​ສາ​ຫະ​ກິດ​​ເລີ່ມ​ທຸ​ລະ​ກິດ 1 ລ້ານ​ແຫ່ງ. ໃນ​ສະ​ພາບ​ການ​ຫວຽດ​ນາມ ພວມ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງນັ້ນ, ສິ່ງນີ້​ໄດ້​ວາງ​ອອກ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ທີ່​ເຄັ່ງ​ຄັດ​ກ່ຽວ​ກັບ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ປະ​ດິດ​ສ້າງ, ລະ​ດັບ​​ເຕັກ​ໂນ​ໂລ​ຊີ​ສຳ​ລັບ​ບັນ​ດາ​ນັກ​ທຸ​ລະ​ກິດ​ເລີ່ມ​ທຸ​ລະ​ກິດ. ມີ​ຜູ້​ຊ່ຽວ​ຊານ​ຫລາຍ​ທ່ານ​ຖື​ວ່າ ເພື່ອ​ເລີ່ມ​ທຸ​ລະ​ກິດ​ສຳ​ເລັດ​ຜົນ​, ຫນ້າ​ທີ່​ຂອງບັນ​ດາ​ວິ​ສາ​ຫະ​ກິດນັ້ນ​ແມ່ນ ຕ້ອງ​ປ່ຽນ​ໃຫມ່ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ເພື່ອ​ປະ​ຕິ​ບັດ​ຄາດ​ໝາຍ​ນຳ​ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ເລີ່​ມ​ທຸ​ລະ​ກິດ.

ປະຊາຄົມວິສາຫະກິດກັບຄາດໝາຍນຳຫວຽດນາມກາຍເປັນປະເທດເລີ່ມທຸລະກິດ - ảnh 1
ພາບ​ປະ​ກອບ:internet

        ໃນ 2 ປີ​ມານີ້, ຂະ​ບວນ​ການ​ເລີ່ມ​ທຸ​ລະ​ກິດ​ໄດ້​ພັດ​ທະ​ນາ​ຢ່າງ​ແຮງ, ບັນ​ດາ​ວິ​ສາ​ຫະ​ກິ​ດ​ເລີ່ມ​ທຸ​ລະ​ກິດສ​່ວນ​ຫລາຍ​ເຄີຍ​ເຄື່ອນ​ໄຫວ​ໃນ​ບັນ​ດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ຊອບ​ແວ, ບໍ​ລິ​ການ. ຢູ່ ຮ່າ​ໂນ້ຍ, ມີ​ວິ​ສາ​ຫະ​ກິດ​ປະ​ມານ 200.000 ແຫ່ງ, ໃນ​ນັ້ນ 30% ແມ່ນ​ວິ​ສາ​ຫະ​ກິ​ດ​ເລີ່ມ​ທຸ​ລະ​ກິດ, ນະ​ຄອນ​ຮ່າ​ໂນ້ຍ ພວມ​ວາງ​ອອກ​ຫລາຍ​ມາດ​ຕະ​ກ​ານ​ຊ່ວຍ​ວິ​ສາ​ຫະ​ກິດ​ເລີ່ມ​ທຸ​ລະ​ກິດ​ພັດ​ທະ​ນາ​ຄື: ຫນູນ​ຊ່ວຍ​ດ້ານ​ທຶນ​ຮອນ, ຊອກ​ຫາ​ສົ້ນ​ອອກ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ. ໃນ​ສະ​ພາບ​ການ​ປະ​ຈຸ​ບັນ, ເພື່ອ​ເຊື່ອມ​ໂຍງ, ວິ​ສາ​ຫະ​ກິດ​ເລີ່ມ​ທຸ​ລະ​ກິດ​ຕ້ອງ​ມີ​ບັນ​ດາ​ຂອດ​ບຸກ​ທະ​ລຸ​ໃນ​ການ​ປະ​ດິດ​ສ້າງ​ຜະ​ລິດ​ຕະ​ພັນ, ການ​ລົງ​ທຶນ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄຫມ, ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ. ສຳ​ລັບ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຂ​ະ​ຫນາດ​ກາງ ແລະ ນ້ອຍ ນະ​ຄອນ​ຮ່າ​ໂນ້ຍ​ແລ້ວ, ປະ​ຈຸ​ບັນ ໄດ້​ສ້າງ​ຕັ້ງ​ກອງ​ທຶ​ນ​ເລີ່ມ​ທຸ​ລະ​ກິດ ເພື່ອ​ແນ​ໃສ່​ຫນູນ​ຊ່ວຍ​ລາຍ​ຈ່າຍ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ. ນອກນັ້ນ ບັນ​ດາ​ວິ​ສາ​ຫະ​ກິດ​ໃຫຍ່​ຢູ່​ບໍ​ລິ​ເວນ​ນະ​ຄອນຍັງ​ຊ່ວຍ​ເຫລືອ​ບັນ​ດາ​ວິ​ສາ​ຫະ​ກິດ​ເລີ່ມ​ທຸ​ລະ​ກິດ​ເຂົ້າ​ຮ່ວມ​ໂຄ​ງ​ການ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ເພື່ອ​ຊ່ວຍ​ວິ​ສາ​ຫະ​ກິດ​ເລີ່ມ​ທຸ​ລະ​ກິດ​ພັດ​ທະ​ນາ. ທ່ານ ມາກກວກ​ແອງ, ຮອງ​ປະ​ທານ, ທັງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ຄວນ​ມີ​ວິ​ສາ​ຫະ​ກິດ​ເລີ່ມ​ທຸ​ລະ​ກິດລຸ້ນ​ຫນຶ່ງ ແຕ່​ພວກ​ເຮົາ​ຕ້ອງ​ຄັດເລືອກ​ຂະ​ແຫນງ​ໃດ​​ ບຸ​ລິ​ມະ​ສິດ, ຄວນ​ມີ​​ຂອດບຸກ​ທະ​ລ​ຸ ແລະ ຜະ​ລິດ​ຕະ​ພັນ​​ຕ້ອງຈຳ​ຫນ່າຍ​ຢູ່ ​ຕະ​ຫລາດໄດ້. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ເລີ່ມ​ທຸ​ລະ​ກິດ​ຍາມ​ໃດ​ກໍ່​ມີ​ການປ່ຽນ​ໃຫມ່ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ໃນ​ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ການ​ລົງ​ທຶນ​ເທົ່າ​ນັ້ນ ຫາກ​​ຍັງຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​​ເຖິງການ​ປ່ຽນ​ໃຫມ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ຍົກ​ສູງກ​ຳ​ລັງ​ແກ້ງ​ແຍ້ງ​ດ້ານ​ມູນ​ຄ່າ​ຂອງ​ຜະ​ລິດ​ຕະ​ພັນ ຕ້ອງ​ສຸມ​ໃສ່​ບັນ​ດາ​ປະ​ເພດ​ສິນ​ຄ້າ​ມີ​ຄຸນ​ນະ​ພາບ​ສູງ​ເພື່ອ​ຈຳ​ຫນ່າຍ​ຢູ່​ຕະ​ຫລາດ​ໃຫຍ່​ອີກ​ດ້ວຍ.”

        ພ້ອມ​ກັນ​ນັ້ນ, ລັດ​ຖະ​ບານ ຫວຽດ​ນາມ ໄດ້​ປະ​ກາດ​ໃຊ້​ຫລາຍ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ​ດ້ານ​ທຶນ​ຮອນ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ເລີ່ມ​ທຸ​ລະ​ກິດ. ລັດ​ຖະ​ບານ ໄດ້​ຊີ້​ນຳ​ທະ​ນາ​ຄານ​ແຫ່ງ​ລັດ ແລະ ລະ​ບົບ​ທະ​ນາ​ຄານ​ໃນ​ທົ່ວ​ປະ​ເທດ ສືບ​ຕໍ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ວິ​ສາ​ຫະ​ກິດ, ຫນູນ​ຊ່ວຍ​ພັດ​ທະ​ນາ​ການ​ຜະ​ລິດ. ເພື່ອ​ຫນູນ​ຊ່ວຍ​ດ້ານ​ທຶນ​ຮອນ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ເລີ່ມ​ທຸ​ລະ​ກິດ, ມີ​ກອງ​ທຶນ​ຫລາຍ​ແຫ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​. ດ້ວຍ​ຄວາມ​ປາດ​ຖະ​ຫນາ​ຢາກ​ເຮັດ​ໃຫ້​ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ເລີ່ມ​ທຸ​ລະ​ກິດ​ຄື: ອິດ​ສະ​ຣາ​ແອນ, ກຸ່ມ​ບໍ​ລິ​ສັດ FPT ພວມ​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ບັນ​ດາ​ກອງ​ທຶນ ແລະ ສູນ​ບຳ​ລຸງ​ສາ​ກົນ ເພື່ອ​ສາ​ມາດ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ເລີ່ມ​ທຸ​ລະ​ກິດ​ໃຫ້​ແກ່​ຄາດ​ໝາຍ​ຮອດ​ປີ 2020 ຈະ​ມີບໍ​ລິ​ສັດ​ເຕັກ​ໂນ​ໂລ​ຊີ​ 5000. ທ່ານ ເຈີນ​ຫືວ​ດືກ ຜູ້​ອຳ​ນວຍ​ການກອງ​ທຶນ​​​ພະ​ຈົນ​ໄພ FPTໃຫ້​ຮູ້​ວ່າ: FPT ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຮ່ວມ​ເດີນ​ທາງ​ຢ່າງ​ຍາວ​ນານ​ກັບ​ວິ​ສາ​ຫະ​ກິດ​ເລີ່ມ​ທຸ​ລະ​ກິດ. ນອກ​ຈາກ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ແຫລ່ງ​ທຶນແລ້ວ ບັນ​ດາ​ວິ​ສາ​ຫະ​ກິດ​ ຍັງ ມີ​ກາ​ລະ​ໂອ​ກາດ​ເຮັດ​ວຽກ​ກັບ​ບັນ​ດາ​ຜູ້​ຊ່ຽວ​ຊານ, ຜູ້​ໃຫ້​ຄຳ​ປຶກ​ສາ​ທີ່ມ​ີ​ປະ​ສົບ​ການ ຢູ່​ພາຍ​ໃນ ແລະ ນອກ FPT. ຈ​າກນັ້ນ ມູ່ງ​ໄປ​ເຖິງ​ບັນ​ດາ​ຄາດ​ໝາຍນັ້ນ​ແມ່ນ ສ້າງ​ຜະ​ລິດ​ຕະ​ພັນ​ຊື່ງ​ຕະ​ຫລາດ​ມີ​ຄວາມ​ຕ້ອງ​ການ​ຢ່າງ​ແທ້​ຈິງ, ບໍ່​ພຽງ​ແຕ່​ຢູ່ ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ມຸ່ງ​ໄປ​ເຖິງ​ຕະ​ຫລາດ​ພາກ​ພື້ນ ແລະ ໃນ​ໂລກ​ອີກ​ດ້ວຍ.

        “ເພື່ອ​ຫນູນ​ຊ່ວຍ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ເລີ່ມ​ທຸ​ລະ​ກິດ​ຫວຍດ​ນາມ ກວ່າ​ອີກ, ພວກ​ຂ້າ​ພະ​ເຈົ້າ ພ້ອມ​ກັບ​ກຸ່ມ​ບໍ​ລິ​ສັດ Hanwa ຂອງ ສ​ເກົາ​ຫລີ ແລະ ກອງ​ທຶນ​ ພະ​ຈົນ​ໄພ Dragon Capital, ບໍ​ບິ​ສັດ​ຫຸ້ນ​ສ່ວນBIDV  ສົມ​ທົບ​ກັນ​ສ້າງ​ຕັ້ງ​ກອງ​ທຶນໃຫມ່ ນັ້ນ​ແມ່ນ ກອງ​ທຶນ​ເພີ່ມ​ລະ​ດັບ​ຄວາມ​ໄວ​ການ​ເລີ່ມ​ທຸ​ລະ​ກິດ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຫວຽດ​ນາມ ຊ່ວຍ​ໃຫ້​ບັນ​ດາ​ເພື່ອນ​ຫນຸ່ມ​ເລີ່ມ​ທຸ​ລະ​ກິດ ຫວຽດ​ນາມ ນອກ​ຈາກ ມີ​ທຶນ​ຮອນ​ແລ້ວ ຍັງ​ມີ​ເງື່ອນ​ໄຂ​ເພື່ອ​ສຳ​ຜັດ​ກັບ​ຕະ​ຫລາດ​ສາ​ກົນ, ໄດ້​ຮັບ​ການ​ຝືກ​ອົ​ບ​ຮົມ ​ບຳ​ລຸງ​ສ້າງຈາກ​ບັນ​ດາ​ຜູ້​ຊ່ຽວ​ຊານ​ມີ​ປະ​ສົບ​ການ ພ້ອມ​ທັງ​ຊ່ວຍ​ໃຫ້​ບັນ​ດາ​ເພື່ອນ​ເລີ່ມ​ທຸ​ລະ​ກິດ ຫລັງ​ຈາກນັ້ນ​ສາ​ມາດ​ໄດ້​ຮັບ​ແຫລ່ງ​ເງິນ​ລົງ​ທຶນ​ຫລາຍກວ່າ.”

ປະຊາຄົມວິສາຫະກິດກັບຄາດໝາຍນຳຫວຽດນາມກາຍເປັນປະເທດເລີ່ມທຸລະກິດ - ảnh 2
ຮອດປີ 2020 ມີ​ວິ​ສາ​ຫະ​ກິດ​​ເລີ່ມ​ທຸ​ລະ​ກິດ 1 ລ້ານ​ແຫ່ງ
ພາບ:internet

        ເລີ່ມ​ທຸ​ລະ​ກິດບໍ່​ພຽງ​ແຕ່​ແມ່ນ​ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ​ໃຫມ່​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ສ້າງ​ໂຄງ​ປະ​ກອບ​ວິ​ສາ​ຫະ​ກິດ​ຄືນ​ໃຫມ່ ນັບ​ທັງ​ຜະ​ລິດ​ຕະ​ພັນ, ການ​ບໍ​ລິ​ການ, ການ​ບໍ​ລິ​ຫານ ແລະ ເຕັກ​ໂນ​ໂລ​ຊີ.. ເລີ່ມ​ທຸ​ລະ​ກິດ​ແມ່ນ​ແນວ​ຄິດ​ໃຫມ່, ​ການເຮັດ​ໃຫມ່. ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ, ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຕ້​ອງ​ພັດ​ທະ​ນາ​ເສດ​ຖະ​ກິດ​ອີງ​ໃສ່​ເຕັກ​ໂນ​ໂລ​ຊີ, ການ​ປ່ຽນ​ໃຫມ່, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ເສດ​ຖະ​ກິດ​ພູມ​ປັນ​ຍາ. ບ​ັນ​ດາ​ວິ​ສາ​ຫະ​ກິດ​ເວົ້າ​ລວມ ແລະ ວິ​ສາ​ຫະ​ກິດ​ເລີ່ມ​ທຸ​ລະ​ກິດ​ເວົ້າ​ສະ​ເພາະ ກໍ​ເລືອກ​ເຟັ້ນ​ຂົງ​ເຂດ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ເໝາະ​ສົມ​ເພື່ອ​ຊຸກ​ຍູ້​ການ​ປ່ຽນ​ໃຫມ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ເຊື່ອມ​ໂຍງ. ປະ​ຕິ​ບັດ​ວິ​ວັດ​ການ​ວິ​ສາ​ຫະ​ກິດ​ຕິດ​ພັນ​ກັບ​ເປົ້າ​ໝາຍ​ນຳ​ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ເລີ່ມ​ທຸ​ລະ​ກິດ, ທ່ານ ຫວູ​ຕຽນ​ໂລກ, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ຫວຽດ​ນາມ ພວມ​ໄດ້​ຮັບ​ຖື​ວ່າ ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ທີ່ມ​ີ​ບັນ​ດາ​ຂໍ້​ລິ​ເລີ່ມ ແລະ ຈິດ​ໃຈ​ເລີ່ມ​ທຸ​ລະ​ກິດ​ຢ່າງ​ແຮງ. ການ​ກະ​ທຳ​ຕັ້ງ​ຫນ້າ​ຂອງ​ລັດ​ຖະ​ບານ​ໃນ​ໄລ​ຍະ​ຜ່ານ​ມາ ພິ​ເສດ ແມ່ນ​ການ​ວາງ​ອອກ​ມະ​ຕິ​ເລກ​ທີ 35 ດ້ວຍຄາດ​ໝາຍ​​ມີວິ​ສາ​ຫະ​ກິດ 1 ລ້ານ​ແຫ່ງ​ໃນ​ປີ 2020 ແມ່ນ​ຄາດ​ໝາຍ​ສຳ​ຄັນ​ທີ່​ສຸດ. ສະ​ນັ້ນ​ລັດ​ຖະ​ບານ ໄດ້​ຍົກ​ອອກ​ຫລາຍ​ນະ​ໂຍ​ບາຍ, ມາດ​ຕະ​ການ ເພື່ອ​ຊຸກ​ຍູ້​ການ​ເລີ່ມ​ທຸ​ລະ​ກິດ, ຊຸກ​ຍູ້​ການ​ປ່ຽນ​ໃຫມ່​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ສ້າງ​ລັດ​ຖະ​ບານ​ສ້າງ​ສາ, ລັດ​ຖະ​ບານ​ຮັບ​ໃຊ້​ຄວາມ​ຕັດ​ສິນ​ໃຈ​ປະ​ຕິ​ຮູບ​ພວມ​ນຳ​ມາ​ເຊິ່ງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ນັກ​ທຸ​ລະ​ກິດ.”

        ເພື່ອ​ຊຸກ​ຍູ້​ຈິດ​ໃຈ​ເລີ່ມ​ທຸ​ລະ​ກິດ, ຄຽງ​ຄູ່​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ເລື່ອງ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ສະ​ດວກ ແມ່ນ​ສິ່ງ​ສຳ​ຄັນ. ຂະ​ນະ​ນັ້ນ ບັນ​ດາ​ວິ​ສາ​ຫະ​ກິດ​ຈະ​ສ​ຸມ​ໃສ່​ເຂົ້າ​ໃນ​ການ​ປ່ຽນ​ໃຫມ່​ ແລະ ມີ​ຫົວ​ຄິດ​ປະ​ດ​ິດ​ສ້າງກວ່າ ເພື່ອ​ບັນ​ລຸ​ຜົນ​ສຳ​ເລັດ.

 


ຕອບກັບ

ຂ່າວ/ບົດ​ອື່ນ