ປະຊາ​ຄົມ​ເສດຖະກິດ ອາຊຽນ ​ແລະ ບັນດາ​​ເປົ້າໝາຍ​ເຊື່ອມ​ໂຍງ​​ໃນ​ພາກ​ພື້ນ

(VOVWORLD) -ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດອາຊຽນ (AEM Retreat) ຄັ້ງທີ 25 ຖືກດໍາເນີນໃນລະຫວ່າງວັນທີ 22  23 ເມສາ ຢູ່ ພູເກດ, ທາງພາກໃຕ້ ຂອງປະເທດໄທ. ໄປຄຽງຄູ່ກັບເປົ້າໝາຍຕົ້ນຕໍທີ່ໄດ້ນໍາມາປຶກສາຫາລືຢູ່ກອງປະຊຸມຄັ້ງນີ້ແມ່ນ ຍູ້ໄວວຽກງານການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃຫ້ສິ້ນສຸດໃນທ້າຍປີນີ້, ລັດຖະມົນຕີ ເສດຖະກິດ ບັນດາປະເທດ ອາຊຽນ ກໍເຫັນດີນໍາວ່າຕ້ອງບັນລຸໄດ້ຄວາມເປັນເອກະພາບທີ່ຈະກ່ອນດໍາເນີນການເຈລະຈາ ກັບບັນດາປະເທດ ຄູ່ຮ່ວມມື.

ສັນຍາ RCEP ໄດ້ເລີ່ມດໍາເນີນເມື່ອເດືອນ ກຸມພາ 2017 ແລະ ຄາດວ່າ ຈະສໍາເລັດການເຈລະຈາໃນທ້າຍປີນີ້. ປັດຈຸບັນ, ບັນດາສະມາຊິກ ໄດ້ແກ້ໄຂບັນດາການເຈລະຈາ ໃຫ້ສິນຄ້າ ແລະ ການບໍລິການເຂົ້າເຖິງຕະຫຼາດ ໃຫ້ໄດ້ປະມານ 80% ຂອງປະເພດສິນຄ້າ ແລະ ມູນຄ່່າຂອງວົງເງິນການຄ້າທັງໝົດ. ເຖິງຢ່າງໃດກໍຕາມ, ເພື່ອກໍາໄດ້ບັນດາກາລະໂອກາດ ຈາກ RCEP, ບັນດາປະເທດ ອາຊຽນ ຄວນເປັນເອກະພາບກ່ຽວກັບການສ້າງເງື່ອນໄຂສະດວກໃຫ້ແກ່ດ້ານການຄ້າໃນກຸ່ມສາກ່ອນ, ຮັບປະກັນໃຫ້ທັງພາກພື້ນ ໄດ້ຊົມໃຊ້ຜົນປະໂຫຍດຈາກການຮ່ວມມື ແລະ ເຊື່ອມໂຍງເສດຖະກິດໃນພາກພື້ນ.

        ຫຼຸດຜ່ອນຮົ້ວກີດຂວາງດ້ານການຄ້າພາຍໃນກຸ່ມ

        ບາດກ້າວໃຫຍ່ທີ່ບັນລຸໄດ້ໃນກອງປະຊຸມ AEM Retreat ຄັ້ງນີ້ແມ່ນ ລັດຖະມົນຕີເສດຖະກິດບັນດາປະເທດ ອາຊຽນ ໄດ້ລົງນາມໃນເອກະສານສໍາຄັນສອງສະບັບ ນັ້ນແມ່ນ ສັນຍາການຄ້າ, ການບໍລິການ ອາຊຽນ (ATISA) ແລະ ອະນຸສັນຍາສະບັບທີ 4 ວ່າດ້ວຍການປັບປຸງ ສັນຍາລົງທຶນຮອບດ້ານ ອາຊຽນ (ACIA). ຕາມນັ້ນແລ້ວ, ສັນຍາ ATISA ມີເປົ້າໝາຍປັບປຸງບັນດາມາດຕະຖານກໍານົດໃຫ້ແກ່ຂົງເຂດການບໍລິການໃນພາກພື້ນ, ຫຼຸດຜ່ອນບັນດາຮົ້ວກີດຂວາງທີ່ບໍ່ຈໍາເປັນ ສໍາລັບດ້ານການຄ້າ, ການບໍລິການໃນ ອາຊຽນ. ກຸ່ມບັນດາຂະແໜງການບໍລິການໄດ້ຊົມໃຊ້ຜົນປະໂຫຍດ ລວມມີການເບິ່ງແຍງດູແລສຸຂະພາບ, ການທ່ອງທ່ຽວ, ໂຮງແຮມ, ພັດທະຄານ, ການກໍ່ສ້າງ, ການບໍລິການຈັດຕັ້ງກອງປະຊຸມ ແລະ ງານວາງສະແດງ. ໃນຂະນະນັ້ນ ອະນຸສັນຍາສະບັບທີ 4 ວ່າດ້ວຍການປັບປຸງ ສັນຍາ ACIA ຈະແກ້ໄຂບັນຫາຂອງ ລັດຖະບານບັນດາປະເທດວາງອອກບັນດາເງື່ອນໄຂໃດໜຶ່ງ ສໍາລັບນັກລົງທຶນຕ່າງປະເທດ ເພື່ອແນໃສ່ຊຸກຍູ້ການລົງທຶນໃນພາກພື້ນ.

        ທີ່ກອງປະຊຸມຄັ້ງນີ້, ລັດຖະມົນຕີເສດຖະກິດບັນດາປະເທດ ອາຊຽນ ກໍເຫັນດີ ຍູ້ໄວຄວາມຄືບໜ້າ ສ້າງຄວາມເປັນເອກະພາບກ່ຽວກັບບັນດາລະບົບປະຕູດຽວແຫ່ງຊາດທີ່ແຕກຕ່າງກັນ ຢູ່ບັນດາປະເທດສະມາຊິກ ອາຊຽນ. ເພື່ອແນໃສ່ແກ້ໄຂລະບຽບການນໍາສິນຄ້າຜ່ານດ່ານຊາຍແດນ ໄດ້ຢ່າງວ່ອງໄວ. ລະບົບປະຕູດຽວ ອາຊຽນ (ASW) ຊຸກຍູ້ການຄ້າຂ້າມຊາຍແດນ ດ້ວຍການອະນຸຍາດໃຫ້ປະຕິບັດການແລກປ່ຽນເອກະສານທີ່ກ່ຽວຂ້ອງເຖິງການຄ້າ ລະຫວ່າງບັນດາປະເທດ ອາຊຽນ ຜ່ານລະບົບເອເລັກໂຕນິກ. ຍ້ອນມີ ລະບົບປະຕູດຽວ ອາຊຽນ (ASW), ເວລາລໍຖ້າຂອງສິນຄ້າຢູ່ດ່ານຊາຍແດນ ອາດຈະຫຼຸດແຕ່ 10 ວັນ ລົງເຫຼືອພຽງ 3 ວັນ.

        ປັດຈຸບັນ, ບັນດາປະເທດ ອາຊຽນ ພວມຜັນຂະຫຍາຍລະບົບດັ່ງກ່າວ, ສ້າງສໍາເລັດບັນດາຂອດເຕັກນິກ ຮັບໃຊ້ໃຫ້ແກ່ເລື່ອງທົດລອງການແລກປ່ຽນໃບແຈ້ງພາສີ ອາຊຽນໃນ 10 ປະເທດ ອາຊຽນ. ເມື່ອຕີລາຄາກ່ຽວກັບຄວາມມານະພະຍາຍາມໃນການເຊື່ອມໂຍງເສດຖະກິດພາຍໃນກຸ່ມ ແລະ ຫຼຸດຜ່ອນຮົ້ວກີດຂວາງດ້ານການຄ້າ ຜ່ານກົນໄກດັ່ງກ່າວ, ທ່ານນາງ Victoria Kwakwa ຮອງປະທານທະນາຄານໂລກ ປະຈໍາພາກພື້ນ ອາຊີຕາເວັນອອກ - ປາຊີຟີກ ຖືວ່າ:

        “ຂ້າພະເຈົ້າຄິດວ່າ ຄວນຍ້ອງຍໍຊົມເຊີຍ ລັດຖະບານບັນດາປະເທດ ອາຊຽນ ທີ່ໄດ້ມານະພະຍາຍາມຜັນຂະຫຍາຍກົນໄກ ປະຕູດຽວ ອາຊຽນ ເພາະວ່ານີ້ ແມ່ນບາດກ້າວເດີນປະຖົມປັດໄຈສໍາຄັນ. ຕາມຂ້າພະເຈົ້າແລ້ວ ກົນໄກນີ້ ຍັງບໍ່ທັນສົມບູນແບບເທື່ອ, ຍັງສາມາດປັບປຸງກົນໄກນີ້ຕື່ມອີກ ເພື່ອໃຫ້ມັນເຄື່ອນໄຫວຖືກຕ້ອງຕາມຄວາມໝາຍປະຕູດຽວ ຢ່າງແທ້ຈິງ. ເຖິງຢ່າງໃດກໍຕາມ, ນີ້ຍັງຄົງແມ່ນບາດກ້າວເປີດສາກສໍາຄັນ. ປັດຈຸບັນ, ລັດຖະບານບັນດາປະເທດ ອາຊຽນ ຕ້ອງຊອກຮູ້ບັນດາບັນຫາທີ່ຍັງຄົງຄ້າງໃນການເຄື່ອນໄຫວກົນໄກປະຕູດຽວ  ແລະ ສືບຕໍ່ປັບປຸງໃຫ້ສົມບູນແບບ, ຕົວຢ່າງຄື ລົບລ້າງບັນດາຂໍ້ຈໍາກັດກ່ຽວກັບຂໍ້ມູນ ຫຼື ຂໍ້ກໍານົດທີ່ໄດ້ປະກາດໃຊ້ແລ້ວນັ້ນ ເພື່ອຊ່ວຍໃຫ້ກົນໄກປະຕູດຽວເຄື່ອນໄຫວຢ່າງມີປະສິດທິຜົນກວ່າ, ຊ່ວຍຊຸກຍູ້ການຄ້າລະຫວ່າງບັນດາປະເທດຕ່າງໆ”.

        ປະຊາຄົມເສດຖະກິດ ອາຊຽນ ແລະ ບັນດາເປົ້າໝາຍເຊື່ອມໂຍງ

        ໃນປີດໍາລົງຕໍາແໜ່ງເປັນປະທານໝູນວຽນ ອາຊຽນ, ໄທ ໄດ້ວາງອອກ13 ເປົ້າໝາຍກ່ຽວກັບເສດຖະກິດທີ່ເຕັມໄປດ້ວຍຄວາມມັກໃຫຍ່ໃຝ່ສູງ ເພື່ອຊຸກຍູ້ການເຊື່່ອມໂຍງໃນພາກພື້ນ ຕາມ 3 ເສົາຄໍ້າຕົ້ນຕໍ ລວມມີ: ໜູນຊ່ວຍ ອາຊຽນ ກະກຽມໃຫ້ແກ່ການປະຕິວັດອຸດສາຫະກໍາ 4.0; ຊຸກຍູ້ການເຊື່ອມຕໍ່ ອາຊຽນ ຜ່ານດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ແລະ ເພີ່ມທະວີການພັດທະນາເສດຖະກິດ ແບບຍືນຍົງ ໃນ ອາຊຽນ.

        ປັດຈຸບັນ, ອາຊຽນ ແມ່ນອົງການຈັດຕັ້ງລະດັບພາກພື້ນທີ່ມີບັນດາສັນຍາການຄ້າເສລີຫຼາຍທີ່ສຸດ ແລະນອນໃນວິໄສທັດຮອດປີ 2025, ໃນສະພາບການໂລກ ພວມປະກົດມີທ່າອ່ຽງຕ້ານຄືນການຫັນເປັນໂລກາພິວັດ, ການອາລັກສາດ້ານການຄ້ານັ້ນ ອາຊຽນ ພັດສືບຕໍ່ປະຕິບັດນະໂຍບາຍລັດທິພາກພື້ນເປີດ. ສ່ິງດັ່ງກ່າວ ໄດ້ເປີດກາລະໂອກາດຢ່າງໃຫຍ່ຫຼວງໃຫ້ແກ່ວິວັດການເຊື່ອມໂຍງເຂົ້າກັບພາກພື້ນ, ເຊື່ອມໂຍງເສດຖະກິດອາຊຽນເຂົ້າກັບທົ່ວໂລກ. ໃນຂະບວນວິວັດດັ່ງກ່າວ, ຫວຽດນາມ ມີແຜນນະໂຍບາຍຊຸກຍູ້ການຮ່ວມມືພາຍໃນກຸ່ມ, ພ້ອມກັບ ອາຊຽນ ເປີດກວ້າງການຮ່ວມມື ກັບບັນດາຄູ່ຮ່ວມມືຢູ່ພາຍນອກ, ເຊິ່ງສັນຍາ RCEP ແມ່ນສັນຍາທີ່ພວມໄດ້ຮັບການລໍຄອຍ. ທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ທັງເປັນຫົວໜ້າ SOM ຫວຽດນາມ ຖືວ່າ:

        “ພວກຂ້າພະເຈົ້າ ປາດຖະໜາຢາກໃຫ້ການຄ້າພາຍໃນກຸ່ມໄດ້ຮັບການຍູ້ແຮງກວ່າອີກ. ຫວຽດນາມ ບໍ່ພຽງແຕ່ເຊື່ອມໂຍງກັບ ອາຊຽນ ເທົ່ານັ້ນ ຫາກຍັງກັບຫຼາຍປະເທດອື່ນໃນໂລກອີກດ້ວຍ ພິເສດແມ່ນ ກັບບັນດາສູນກາງຂອງບັນດາພື້ນຖານເສດຖະກິດໃຫຍ່. ເມື່ອ ຫວຽດນາມ ຍູ້ແຮງການເຊື່ອມໂຍງອອກສູ່ພາຍນອກ, ຫວຽດນາມ ມີແຜນນະໂຍບາຍ, ຍູ້ແຮງ ພ້ອມກັບບັນດາປະເທດໃນກຸ່ມ ອາຊຽນ ເພື່ອໃຫ້ການຄ້າເພີ່ມຂຶ້ນຫຼາຍກວ່າອີກ.  ເມື່ອມີພື້ນຖານເສດຖະກິດໃຫຍ່ຫຼາຍແຫ່ງເຂົ້າຮ່ວມ ແລະ ຜົນປະໂຫຍດຈາກເສດຖະກິດແມ່ນໃຫຍ່ຫຼວງທີ່ສຸດ ເພາະສະນັ້ນ ອາຊຽນ ມີຄວາມຕັດສິນໃຈ ແລະ ຄວາມມຸ່ງມາດປາດຖະໜາລວມແມ່ນ ຍູ້ໄວວິວັດທະນາການດໍາເນີນການເຈລະຈາຂຶ້ນຕື່ມເພື່ອ ໃຫ້ບັນລຸໝາກຜົນໂດຍໄວ”.

        ພາຍໃນກຸ່ມ, ໄລ່ມາຮອດປັດຈຸບັນ, ຫວຽດນາມ ແມ່ນ 1 ໃນ 5 ປະເທດ ອາຊຽນ ທໍາອິດ ທີ່ປະຕິບັດການແລກປ່ຽນໃບແຈ້ງພາສີ ຜ່ານລະບົບເອເລັກໂຕນິກ ໃນກົນໄກປະຕູດຽວ ອາຊຽນ, ອັດຕາລົບລ້າງພາສີ ຂອງ ຫວຽດນາມ ໃນຂອບເຂດສັນຍາການຄ້າສິນຄ້າ ອາຊຽນ ແມ່ນ 98%. ເພື່ອແນໃສ່ກະກຽມໃຫ້ແກ່ປີເປັນປະທານ ອາຊຽນໃນປີ 2020, ຫວຽດນາມ ສືບຕໍ່ສົມທົບກັບບັນດາປະເທດ ອາຊຽນ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍ ແຜນການດໍາເນີນງານຍຸດທະສາດ AEC 2025... ຜ່ານບັນດາຂໍ້ລິເລີ່ມເຊື່ອມຕໍ່ໃນ ອາຊຽນ, ວິໄສທັດປະຊາຄົມ 2025, ສູ້ຊົນນໍາ ອາຊຽນ ຮັກສາຕໍາແໜ່ງກຸ່ມ 10 ພື້ນຖານເສດຖະກິດເຂັ້ມແຂງທີ່ສຸດໃນໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ