ປະຊາຄົມໂລກຄັດຄ້ານ ແລະ ເພີ່ມທະວີມາດຕະການຮັບມືກັບເລື່ອງສ​ປ​ປ​ເກົາ​ຫລີ ທົດລອງລູກລະເບີດອຸນຫະພູມນິວເຄຼຍ

(VOVWORLD) -ວັນທີ 3 ກັນຍາ, ໂດຍບໍ່ຫົວຊາຕໍ່ບັນດາມາດຕະການລົງໂທດຢ່າງແຮງ ແລະ ບັນດາການກະທຳດ້ານການທະຫານຈາກ ອາເມລິກາ ແລະ ບັນດາປະເທດໃນພາກພື້ນ, ສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫລີ (ສປປ ເກົາຫລີ) ສືບຕໍ່ສະແດງໃຫ້ເຫັນແຫລ່ງກຳລັງດ້ານນິວເຄຼຍຂອງປະເທດນີ້ ດ້ວຍການທົດລອງ ລູກລະເບີດອຸນຫະພູມນິວເຄຼຍ(ຫລືເອີ້ນວ່າລູກລະເບີດ hydro (H) ໃຕ້ດິນ. ນີ້ແມ່ນການທົດລອງນິວເຄຼຍ ຄັ້ງທີ 6 ຂອງ ສປປ ເກົາຫລີ ນັບແຕ່ກອ່ນມາຮອດປະຈຸບັນ ແລະ ແມ່ນການກະທຳອັນຕະລາຍ, ຍູ້ສະພາບການຢູ່ແຫລມເກົາຫລີຂຶ້ນສູ່ລະດັບເຄັ່ງຕຶງໃຫມ່.
ປະຊາຄົມໂລກຄັດຄ້ານ ແລະ ເພີ່ມທະວີມາດຕະການຮັບມືກັບເລື່ອງສ​ປ​ປ​ເກົາ​ຫລີ ທົດລອງລູກລະເບີດອຸນຫະພູມນິວເຄຼຍ - ảnh 1 ເຫດລະເບີດນິວເຄຼຍ

ນີ້ແມ່ນຄັ້ງທີ 2 ທີ່ ສປປ ເກົາຫລີ ຖະແຫລງຢ່າງເປີດເຜີຍຕໍ່ຫາງສຽງເລື່ອງດຳເນີນການທົດລອງລູກລະເບີດອຸນຫະພູມນິວເຄຼຍສຳເລັດຜົນ. ກ່ອນຫນ້ານັ້ນ ວັນທີ 6 ມັງກອນປີ 2016, ສປປ ເກົາຫລີ ໃຫ້ຮູ້ວ່າ ໄດ້ທົດລອງລູກລະເບີດອຸນຫະພູມນິວເຄຼຍ ສຳເລັດຜົນ ກ່ອນທີ່ດຳເນີນພິທີລະນຶກວັນເກີດຂອງ ການນຳ Kim Jong Un. ຕາມພຽງຢາງແລ້ວ, ເຫດທົດລອງລູກລະເບີດອຸນຫະພູມນິວເຄຼຍ ແມ່ນເພື່ອແນໃສ່ປົກປັກຮັກສາປະເທດນີ້ໃຫ້ຫລຸດພົ້ນອອກຈາກໄພນາບຂູ່ ອາເມລິກາ ແລະ ດ້ວຍການທົດລອງລູກລະເບີດອຸນຫະພູມນິວເຄຼຍຄັ້ງປະຫວັດສາດ ສຳເລັດຜົນ, ສປປ ເກົາຫລີ ໄດ້ເຂົ້າຮ່ວມຖັນແຖວບັນດາປະເທດມີນິວເຄຼຍ ພັດທະນາ. ເຖິງຢ່າງໃດກໍຕາມ, ຈຸດເວລານັ້ນ ອົງການສືບລາຊະການລັບ ສເກົາຫລີ ພັດຖືວ່າ: ອຸປະກອນ ຊື່ງ ສປປ ເກົາຫລີ ທົດລອງເມື່ອວັນທີ 6 ມັງກອນ ອາດຈະບໍ່ແມ່ນລູກລະເບີດອຸນຫະພູມນິວເຄຼຍ ພາຍຫລັງ ອົງການອຸຕຸນິຍົມອຸທົກກະສາດ ສເກົາຫລີ ໃຫ້ຮູ້ວ່າ ເຂົາເຈົ້າບໍ່ພົບເຫັນບໍ່ວ່າສັນຍານກຳມັນຕະພາບລັງສີໃດ.

ລະດັບອັນຕະລາຍຂອງລູກລະເບີດອຸນຫະພູມນິວເຄຼຍ

        ລູກລະເບີດອຸນຫະພູມນິວເຄຼຍ ແມ່ນອາວຸດນິວເຄຼຍລຸ້ນທີສອງ ຊື່ງອາເມລິກາເລີ່ມຄົ້ນຄ້ວາພັດທະນາໃນຊຸມປີຕົ້ນ1950. ລູກລະເບີດອຸນຫະພູມນິວເຄຼຍ ໄດ້ຮັບຖືວ່າ ມີກຳລັງທຳລາຍຢ່າງແຮງທົບພັນເທົ່າລູກລະເບີດປະລະມານູ. ໃນການທົດລອງຂອງ ອາເມລິກາ ຢູ່ ຫາດ Bikini ເມື່ອປີ 1954, ໝາກຜົນໃຫ້ເຫັນວ່າ ລູກລະເບີດປະເພດນີ້ ມີຄວາມແຮງທົບ 1000 ເທົ່າເມື່ອທຽບໃສ່ລູກລະເບີດປະລະມານູທີ່ຫວ່ານລົງໃສ່ Hiroshima ເມື່ອປີ 1945. ຍ້ອນມີ ກຳລັງທຳລາຍຢ່າງຮ້າຍແຮງຄືແນວນັ້ນ ສະນັ້ນ ປະຈຸບັນ ມີພຽງ 5 ປະເທດມະຫາອຳນາດນິວເຄຼຍ ນັ້ນແມ່ນ ອາເມລິກາ, ລັດເຊຍ, ອັງກິດ, ຝລັ່ງ ແລະ ຈີນ ໄດ້ຖະແຫລງກຳມະສິດລູກລະເບີດອຸນຫະພູມນິວເຄຼຍ. ບັນດາປະເທດອື່ນຄື: ອິນເດຍ ແລະ ປາກິສະຖານ ພຽງກຳມະສິດລູກລະເບີດປະລະມານູທຳມະດາເທົ່ານັ້ນ. ສະນັ້ນ ຄຳຖະແຫລງຜະລິດລູກລະເບີດອຸນຫະພູມນິວເຄຼຍ ສຳເລັດຜົນຄັ້ງນີ້ ຂອງ ສປປ ເກົາຫລີ ແມ່ນສິ່ງທີ່ເປັນຫນ້າວິຕົກກັງວົນສຳລັບໂລກ. ເປັນຫນ້າສົນໃຈກວ່າ, ຕ່າງກັບເຫດທົດລອງລູກລະເບີດອຸນຫະພູມນິວເຄຼຍ ເມື່ອຕົ້ນປີ 2016, ພາຍຫລັງການທົດລອງຄັ້ງນີ້ ວັນທີ 3 ກັນຍາ, ເຈົ້າຫນ້າທີ່ສືບລາຊະການລັບ ອາເມລິກາ ທ່ານຫນຶ່ງ ໄດ້ຍອມຮັບວ່າ ບໍ່ສົງໃສຕໍ່ເລື່ອງ ສປປ ເກົາຫລີ ໄດ້ທົດລອງອຸປະກອນນິວເຄຼຍທີ່ກ້າວຫນ້າ.  ໃນຂະນະນັ້ນ ການຕີລາຄາຫລ້າສຸດຂອງເຈົ້າຫນ້າທີ່ສືບລາຊະການລັບ ອາເມລິກາ ກໍ່ຊີ້ໃຫ້ເຫັນວ່າ ກຳລັງທຳລາຍຂອງລູກລະເບີດອຸນຫະພູມນິວເຄຼຍ ໂດຍ ສປປ ເກົາຫລີ ທົດລອງເມື່ອວັນທີ 3 ກັນຍາ ແມ່ນເທົ່າກັບ 140 ກິໂລໂຕນທາດລະເບີດ TNT, ໃຫຍ່ກວ່າຫລາຍເມື່ອທຽບໃສ່ 50 ກິລໂລໂຕນ ແລະ 70 ກິໂລໂຕນ ຄືດັ່ງການຕີລາຄາຂອງ ສເກົາຫລີ ແລະຍີ່ປຸ່ນ.

ທ່ານ Han Tae Song, ເອກອັກຄະລັດຖະທູດ ສປປ ເກົາຫລີ ປະຈຳ ສປຊ ກໍ່ຮັບຮູ້ວ່າ ພຽງຢາງດຳເນີນການທົດລອງລູກລະເບີດນິວເຄຼຍປະສົບຜົນສຳເລັດ ແລະ “ບັນດາມາດຕະການປ້ອງກັນຕົວ”ຫວ່າງມໍ່ໆນີ້ຂອງ ສປປ ເກົາຫລີ ແມ່ນຂອງຂວັນມອບໃຫ້ ອາເມລິກາ. ທ່ານ Han Tae Song ກໍ່ກ່າວເຕືອນວ່າ ວໍຊິງຕັນ ຈະໄດ້ຮັບ “ຂອງຂວັນຫລາຍ”ຕື່ມອີກຈາກ ພຽງຢາງ.

        ຕໍ່ຫນ້າການກະທຳຂອງ ສປປ ເກົາຫລີ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດການປະຊຸມດ່ວນຕາມຄຳສະເຫນີຈາກ ອາເມລິກາ, ຍີ່ປຸ່ນ, ອັງກິດ, ຝລັ່ງ ແລະ ສເກົາຫລີ. ທີ່ການປະຊຸມດ່ວນນີ້, ຜູ້ຕາງຫນ້າບັນດາປະເທດສ່ວນຫລາຍລ້ວນແຕ່ຮຽກຮ້ອງ ສະພາຄວາມໝັ້ນຄົງ ສປຊ ສືບຕໍ່ລົງໂທດພຽງຢາງ, ໃນນັ້ນ ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສປຊ ທ່ານ Nikki Haley ຮຽກຮ້ອງ ຄວນຈັດວາງ “ບັນດາມາດຕະການຢ່າງແຮງທີ່ສຸດເທົ່າທີ່ຈະມີ”. ບັນດາຝ່າຍໄດ້ເປັນເອກະພາບນຳກັນວ່າ ຈະປຶກສາຫາລືອາທິດຫນຶ່ງຕື່ມອີກ ກ່ຽວກັບວິທີການປະພຶດຕໍ່ການປີນຂັ້ນໄດທີ່ກໍ່ຄວາມຂາດສະຖຽນລະພາບຂອງ ສປປ ເກົາຫລີ ແລະ ຈະປ່ອນບັດຮັບຮອງເອົາມະຕິໃຫມ່ໃນວັນທີ 11 ກັນຍາ.

ບັນດາປະເທດໃນພາກພື້ນເພີ່ມທະວີກຳລັງຄວາມສາມາດປ້ອງກັນຕົວ

ເລື່ອງ ສປປ ເກົາຫລີ ທົດລອງລູກລະເບີດອຸນຫະພູມນິວເຄຼຍ ສຳເລັດຜົນ ໄດ້ເຮັດໃຫ້ ອາເມລິກາ ແລະ ສເກົາຫລີ ເຫັນດີ ເພີ່ມທະວີການຮ່ວມມືປ້ອງກັນຊາດ ແລະ ຍົກສູງກຳລັງຄວາມສາມາດປ້ອງກັນຕົວຂອງ ສເກົາຫລີ. ຕາມນັ້ນແລ້ວ ມີສົນທິສັນຍາຮ່ວມລະຫວ່າງສອງປະເທດ ໄດ້ລະບຸ້ໄວ້ກ່ຽວກັບການກຳນົດການພັດທະນາລູກສອນໄຟນຳວິຖີຂອງ ສເກົາຫລີໄດ້ຮັບການປ່ຽນແປງ.

ການກຳນົດນ້ຳຫນັກຫົວລູກສອນໄຟປະຈຸບັນ ຕາມສັນຍາລູກສອນໄຟ ລະຫວ່າງ ວໍຊີງຕັນ ແລະ ເຊີອູນ ແມ່ນ 500 ກິໂລກາມ. ເຖິງຢ່າງໃດກໍຕາມ, ອາເມລິກາເຫັນດີ ອະນຸຍາດໃຫ້ ສເກົາຫລີ ຜັນຂະຫຍາຍບັນດາຫົວລູກສອນໄຟຫນັກກວ່າ ພາຍຫລັງການກະທຳທົດລອງລູກສອນໄຟຢ່າງລຽນຕິດ ຂອງ ສປປ ເກົາຫລີ. ໃນສະພາບຄວາມເຄັ່ງຕຶງໃນແຫລມເກົາຫລີພວມປີນຂັ້ນໄດ, ປະທານາທິບໍດີ ອາເມລິກາ Donal Trump ກໍ່ໄດ້ອອກຖະແຫລງການຈະອະນຸຍາດໃຫ້ ຍີ່ປຸ່ນ ແລະ ສເກົາຫລີ ຊື້ອຸປະກອນການທະຫານທັນສະໄຫມຂອງ ອາເມລິກາ ຕື່ມອີກ.

2 ມື້ພາຍຫລັງ ສປປ ເກົາຫລີ ທົດລອງລູກລະເບີດອຸນຫະພູມນິວເຄຼຍໂດຍບັງເອີນ, ຈີນ ກໍ່ໄດ້ດຳເນີນການຊ້ອມຮົບໃນຄ່ຳຄືນວັນທີ 5 ກັນຍາ ດ້ວຍເປົ້າໝາຍຍິງຕົກລູກສອນໄຟພວມບິນ”. ນັກຊ່ຽວຊານການເດີນທະເລ ທ່ານ ລີຊີ ເຮັດວຽກຢູ່ ປັກກີ່ງ ໄດ້ໃຫ້ສັງເກດວ່າ: ການກະທຳຢ່າງວ່ອງໄວດັ່ງກ່າວຂອງຈີນສຳລັບເຫດທົດລອງລູກລະເບີດອຸນຫະພູມນິວເຄຼຍຂອງ ສປປ ເກົາຫລີ ແມ່ນສັນຍານແຂງກະດ້າງຂອງປະເທດນີ້ ເພື່ອແນໃສ່ກ່າວປະນາມການກະທຳເກາະຜິດຢ່າງລຽນຕິດຂອງປະເທດບ້ານໃກ້ເຮືອນຄຽງນີ້.

ການທົດລອງອາວຸດນິວເຄຼຍ ຄັ້ງທີ 6 ຂອງ ສປປ ເກົາຫລີ ເມື່ອວັນທີ 3 ກັນຍາ ແມ່ນເກີນຂອບເຂດກຳນົດ ຊື່ງວໍຊິງຕັນ ແລະເຊີອູນ ວາງອອກໃຫ້ພຽງຢາງ. ການກະທຳນີ້ແມ່ນການເຕືອນໄພວ່າ ຄວາມສ່ຽງເພີ່ມການປະທະກັນດ້ານການທະຫານໃນພາກພື້ນຕື່ມອີກ. 

ຕອບກັບ

ຂ່າວ/ບົດ​ອື່ນ