ປະຖົມປັດໄຈພື້ນຖານເພື່ອບັນລຸຈຸດໝາຍພັດທະນາເສດຖະກິດ - ສັງຄົມປີ 2018

(VOVWORLD) - ສະພາບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນ 9 ເດືອນຜ່ານມາສືບຕໍ່ໄດ້ຮັບໝາກຜົນຕັ້ງໜ້າຫຼາຍຢ່າງ. ເສດຖະກິດ - ສັງຄົມພັດທະນາເທົ່າທຽມກັນໃນບັນດາຂົງເຂດ, ຄາດວ່າທັງປີຈະປະຕິບັດສຳເລັດບັນດາຄາດໝາຍເຊິ່ງສະພາແຫ່ງຊາດມອບໝາຍໃຫ້ຢ່າງຮອບດ້ານ.
ປະຖົມປັດໄຈພື້ນຖານເພື່ອບັນລຸຈຸດໝາຍພັດທະນາເສດຖະກິດ - ສັງຄົມປີ 2018 - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ກອງປະຊຸມຂອງສະພາແຫ່ງຊາດ

ບັນລຸໄດ້ບັນດາໝາກຜົນດັ່ງກ່າວແມ່ນຍ້ອນມີການຜັນຂະຫຍາຍບັນດາມາດຕະການຈາກສູນກາງລົງຮອດທ້ອງຖິ່ນຢ່າງຄົບຊຸດຢ່າງຂ້ຽວຂາດ ແຕ່ກ່ອນອື່ນໝົດແມ່ນການຊີ້ນຳ, ກຳນົດທິດຂອງສະພາແຫ່ງຊາດ, ລັດຖະບານດ້ວຍບັນດາມະຕິລະອຽດ.

        ຂໍ້ຕົກລົງແຜນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດແມ່ນໜຶ່ງໃນບັນດາສິດອຳນາດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ຫວຽດນາມ. ແຕ່ລະປີ, ສະພາແຫ່ງຊາດໄດ້ຕັດສິນໃຈຫຼາຍມາດຕະຖານກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມພາຍໃຕ້ຮູບການມະຕິສະບັບໜຶ່ງ.

        ບົນພື້ນຖານບັນດາເປົ້າໝາຍທີ່ສະພາແຫ່ງຊາດໄດ້ມອບໝາຍໃຫ້, ລັດຖະບານໄດ້ດຳເນີນການຜັນຂະຫຍາຍບັນດາວິທີການປະຕິບັດເພື່ອປະຕິບັດສຳເລັດບັນດາຄາດໝາຍທີ່ໄດ້ວາງອອກ.

ຕັດສິນໃຈບັນດາຄາດໝາຍໂດຍພື້ນຖານ

       ທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14 (ເຊິ່ງຈັດຕັ້ງໃນທ້າຍປີ 2017), ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາມະຕິພັດທະນາເສດຖະກິດ - ສັງຄົມປີ 2018. ໃນນັ້ນ, ວາງຈຸດໝາຍຍອດຜະລິດຕະພັນພາຍໃນປະເທດ (GDP) ປີ 2018 ເພີ່ມຂຶ້ນ 6,5 – 6,7%. ນອກຈາກນັ້ນ, ແມ່ນບັນດາຄາດໝາຍພື້ນຖານອື່ນຕໍ່ການພັດທະນາເສດຖະກິດ - ສັງຄົມຂອງປະເທດຄື ລະດັບການເພີ່ມລາຄາການໃຊ້ສອຍສະເລ່ຍ, ຄາດໝາຍກ່ຽວກັບຍອດວົງເງິນການສົ່ງອອກ, ອັດຕາເກີນດຸນ, ຍອດເງິນລົງທຶນພັດທະນາທົ່ວສັງຄົມ, ອັດຕາຄອບຄົວທຸກຍາກຕາມມາດຖານຄວາມທຸກຍາກຫຼາຍສົ້ນ… ນີ້ແມ່ນບັນດາຕົວເລກພື້ນຖານ, ແມ່ນບັນດາຂີດໝາຍເພື່ອສູ້ຊົນປະຕິບັດໃຫ້ທັງປີ 2018. ມະຕິໄດ້ປະກາດໃຊ້ພາຍຫຼັງການປຶກສາຫາລືຢ່າງລະອຽດ, ການຄິດໄລ່ຊັ່ງຊາຂອງໝູ່ຄະນະສະມາຊິກສະພາແຫ່ງຊາດ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ:

        “ສະພາແຫ່ງຊາດໄດ້ຊີ້ໃຫ້ເຫັນບັນດາສິ່ງຈຳກັດ, ຄົງຄ້າງໃນບາງຂະແໜງການ, ຂົງເຂດຢ່າງກົງໄປກົງມາ; ຕີລາຄາສາຍເຫດຂອງຂົງເຂດປະຕິບັດໄດ້ ແລະ ຍັງບໍ່ທັນປະຕິບັດໄດ້; ໄຈ້ແຍກ, ຄາດຄະເນບັນດາຄວາມສ່ຽງ, ສິ່ງທ້າທາຍເຊິ່ງ ຫວຽດນາມ ຕ້ອງປະເຊີນໜ້າ, ຮຽກຮ້ອງໃຫ້ລັດຖະບານ, ຂະແໜງການຂັ້ນຕ່າງໆຕ້ອງມີມາດຕະການບຸກທະລຸ, ຂ້ຽວຂາດໃນການຊີ້ນຳ, ບໍລິຫານຈຶ່ງປະຕິບັດສຳເລັດບັນດາເປົ້າໝາຍ, ຕົວເລກຄາດໝາຍທີ່ແຜນການໄດ້ວາງອອກ. ສະພາແຫ່ງຊາດໄດ້ຕັດສິນໃຈຮັບຮອງເອົາມະຕິກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມປີ 2018 ດ້ວຍຄວາມເຫັນດີເຫັນພ້ອມ ແລະ ມີຄວາມຕັດສິນໃຈດ້ານການເມືອງສູງ.”

ຜັນຂະຫຍາຍປະຕິບັດຢ່າງຂ້ຽວຂາດ

       ໂດຍອີງໃສ່ບັນດາຄາດໝາຍສັງລວມເຊິ່ງສະພາແຫ່ງຊາດເຫັນດີເປັນເອກະພາບຮັບຮອງເອົາ, ລັດຖະບານມີບັນດາມາດຕະການຜັນຂະຫຍາຍປະຕິບັດຢ່າງລະອຽດ, ພິເສດ, ເປັນໜ້າສົນໃຈທີ່ສຸດແມ່ນມະຕິເລກທີ 01 ເພື່ອແນໃສ່ສ້າງຄວາມເປັນເອກະພາບໃນພື້ນຖານການບໍລິຫານຈາກສູນກາງລົງຮອດທ້ອງຖິ່ນ, ປະຕິບັດຢ່າງຄົບຊຸດ ແລະ ສະເໝີຕົ້ນສະເໝີປາຍບັນດາມາດຕະການເພື່ອບັນລຸໄດ້ບັນດາຄາດໝາຍເສດຖະກິດ - ສັງຄົມ. ເຊິ່ງຕ່າງກັນກັບກ່ອນນີ້, ໃນປີ 2018, ມະຕິເລກທີ 01 ໂດຍລັດຖະບານປະກາດໃຊ້ ແລະ ມີຜົນສັກສິດນັບແຕ່ຊຸມວັນທຳອິດຂອງປີ 2018. ທ່ານ ມາຍຕ໊ຽນຢູ້ງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ໃຫ້ຮູ້ວ່າ:

        “ມະຕິເລກທີ 01 ແມ່ນເອກະສານນຳໜ້າພາທາງ, ມີຄວາມສຳຄັນທີ່ສຸດໃນການຊີ້ນຳບໍລິຫານຂອງລັດຖະບານ ແລະ ທັງລະບົບການບໍລິຫານຂອງລັດໃນປີ 2018. ເນື້ອໃນຈິດໃຈລວມຂອງມະຕິແມ່ນມີຈຸດສຸມມີລຳດັບຂອງການໃຫ້, ບຸລິມະສິດ. ບັນດາກະຊວງ, ຂະແໜງການໄດ້ວາງອອກໜ້າທີ່, ມາດຕະການລະອຽດໃຫ້ແຕ່ລະຂະແໜງການ, ຂົງເຂດ, ໃນນັ້ນມີມາດຕະການປະຕິບັດໃນປີ, ມີມາດຕະການໄລຍະກາງ, ໄລຍະຍາວດ້ວຍເວລາຢ່າງລະອຽດ ແລະ ລຳດັບການໃຫ້ບຸລິມະສິດເໝາະສົມເພື່ອຜັນຂະຫຍາຍການປະຕິບັດບັນດາມະຕິຂອງສູນກາງ ແລະ ສະພາແຫ່ງຊາດຢ່າງມີປະສິດທິຜົນ.”

ປະຖົມປັດໄຈພື້ນຖານເພື່ອບັນລຸຈຸດໝາຍພັດທະນາເສດຖະກິດ - ສັງຄົມປີ 2018 - ảnh 2 ພາບປະກອບ

        ຕາມນັ້ນແລ້ວ, ລັດຖະບານໄດ້ມອບໝາຍກ່ວາ 240 ໜ້າທີ່ລະອຽດໃຫ້ແຕ່ລະກະຊວງ, ຂະແໜງການ. ບົນພື້ນຖານນັ້ນ, ໃນຊຸມເດືອນຜ່ານມາ, ບັນດາມາດຕະການໄດ້ຮັບການປະຕິບັດຢ່າງຄົບຊຸດ, ສ້າງການຫັນປ່ຽນທີ່ດີກ່ວາໃນວຽກງານບໍລິຫານ, ພິເສດແມ່ນການເຄື່ອນເໜັງຂອງກົງຈັກບໍລິຫານໃນປີ 2018. ການບໍລິຫານນະໂຍບາຍເງິນຕາ, ການເງິນຢ່າງມີໄຫວພິບນັ້ນໄດ້ຊ່ວຍຄາດໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສ້າງກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ. ການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດບັນລຸໄດ້ບັນດາໝາກຜົນຢ່າງຈະແຈ້ງ. ທ່ານ ເຈືອງວັນຮ່ຽນ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນອຸປະກອນກະສິກຳ ເງະອານ, ໄດ້ແບ່ງປັນວ່າ:

        “ຂ້າພະເຈົ້າມີຄວາມພາກພູມໃຈຍ້ອນວ່າລັດຖະບານໄດ້ອອກມະຕິເລກທີ 01, ພິເສດແມ່ນມີບາງເນື້ອໃນເຊິ່ງແຕ່ດົນມານີ້ບັນດາວິສາຫະກິດໄດ້ລໍຄອຍ. ທີໜຶ່ງແມ່ນບັນດາການປະຕິຮູບລະບຽບການບໍລິຫານ, ນີ້ແມ່ນວຽກງານສຳຄັນທີ່ສຸດ, ສຳລັບບັນດາການສະໜອງໃບອະນຸຍາດ, ລະບຽບການທີ່ກ່ຽວຂ້ອງເຖິງການສົ່ງອອກ - ນຳເຂົ້າ, ກ່ຽວກັບການກວດກາສິນຄ້າ. ທີສອງແມ່ນການແກ້ໄຂບັນດານະໂຍບາຍໃນການເຄື່ອນໄຫວຂອງວິສາຫະກິດ. ມີວິສາຫະກິດຫຼາຍແຫ່ງທີ່ສຸດພວມຄອງຄອຍວຽກງານນີ້.”

        ເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນປີ 2018 ມີແງ່ຫວັງທີ່ຈະຈະເລີນເຕີບໂຕ. ໝາກຜົນນີ້ໄດ້ສະແດງອອກໃນການຊີ້ນຳຢ່າງຖືກຕ້ອງ, ມີຄວາມຕັດສິນໃຈ, ເປັນຈິດໜຶ່ງໃຈດຽວ, ມີການສົມທົບກັບທາງດ້ານກຳລັງແຮງຂອງທົ່ວລະບົບການເມືອງໃນການປະຕິບັດໜ້າທີ່, ເປົ້າໝາຍພັດທະນາເສດຖະກິດ - ສັງຄົມທີ່ໄດ້ວາງອອກໃນບັນດາມະຕິສຳຄັນຂອງພັກ, ສະພາແຫ່ງຊາດ ແລະ ລັດຖະບານ.

ຕອບກັບ

ຂ່າວ/ບົດ​ອື່ນ