ປະທານ ອາຊຽນ 2020: ບົດບາດ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ

(VOVWORLD) -  ຫວຽດນາມ ຈະດຳລົງຕຳແໜ່ງໃນບົດບາດເປັນປະທານສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ນັບແຕ່ວັນທີ 01 ມັງກອນ 2020 ເປັນຕົ້ນໄປ. ນີ້ເປັນຄັ້ງທີ 2, ທີ່ຫວຽດນາມ ໄດ້ດຳລົງຕຳແໜ່ງນີ້.

 ດ້ວຍທ່ວງທ່າ ແລະ ກຳລັງໃໝ່ຂອງປະເທດ ຫວຽດນາມ ພາຍຫລັງ 10 ປີ, ດ້ວຍບົດບາດນັບມື້ນັບໄດ້ຮັບການຢັ້ງຢືນຂອງ ອາຊຽນ ບົນເວທີສາກົນ, ຫວຽດນາມ ໄດ້ ແລະ ພວມກຽມພ້ອມ ເພື່ອສືບຕໍ່ຢັ້ງຢືນທີ່ຕັ້ງບົດບາດ ແລະ ຄວາມຮັບຜິດຊອບຂອງຕົນໃນ ອາຊຽນ, ຮັກສາທ່ວງທ່າອັນຄືບໜ້າດີຂອງ ອາຊຽນ ໃນຊີວິດການເມືອງທົ່ວໂລກ.

ປະທານ ອາຊຽນ 2020: ບົດບາດ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ - ảnh 1ທ່ານ Peter Girke, ຫົວໜ້າຜູ້ຕາງໜ້າຫ້ອງການກອງທຶນ KSA ປະຈຳ ຫວຽດນາມ (ພາບ: TTXVN )

       ໃນຈຸດເວລານີ້, ຍັງມີເວລາພຽງແຕ່ 9 ເດືອນກ່ວາເທົ່ານັ້ນ, ຫວຽດນາມ ຈະ ດຳລົງຕຳແໜ່ງເປັນປະທານ ອາຊຽນ 2020 ຢ່າງເປັນທາງການ. ນີ້ທັງແມ່ນຄວາມເປັນກຽດ ແມ່ນພາລະໜ້າທີ່ສຳຄັນຂອງ ຫວຽດນາມ ສຳລັບ ອາຊຽນ, ທັງແມ່ນກາລະໂອກາດ ເພື່ອໃຫ້ ຫວຽດນາມ ສືບຕໍ່ປະກອບສ່ວນໃຫ້ປະຊາຄົມ ອາຊຽນ ຢ່າງມີປະສິດທິຜົນ. ດັ່ງນັ້ນ, ຫວຽດນາມ ຖືເປັນສຳຄັນທີ່ສຸດຕໍ່ເລື່ອງກະກຽມຢ່າງລະອຽດ ໃຫ້ແກ່ອາຍຸການເປັນປະທານ ອາຊຽນ ນີ້.

ກະກຽມບົດບາດເປັນປະທານ ອາຊຽນ ໃຫ້ດີທີ່ສຸດ

        ໄລຍະທາງຕໍ່ໄປຂອງ ອາຊຽນ ແນ່ນອນວ່າ ຍັງຈະປະສົບກັບສິ່ງທ້າທາຍຫລາຍຢ່າງ. ຄວາມຜູກພັນພາຍໃນກຸ່ມ ແລະ ບັນດາຜົນປະໂຫຍດລວມຂອງ ອາຊຽນ, ແມ່ນມີກຳລັງແຮງພຽງພໍຫຼືບໍ່ ເພື່ອໃຫ້ ອາຊຽນ ຮັກສາກຳລັງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕໍ່ຜົນກະທົບຢ່າງເລິກເຊິ່ງຂອງການແກ່ງແຍ້ງຍຸດທະສາດ ແລະ ບັນດາຄວາມວຸ້ນວາຍດ້ານການເມືອງ ແລະ ເສດຖະກິດຈາກພາຍນອກຫຼືບໍ່. ພື້ນຖານການຮ່ວມມື ແລະ ຂອບເຂດລະບອບລະບຽບການໃນປັດຈຸບັນຂອງ ອາຊຽນ ຈະຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການຮ່ວມສຳພັນທີ່ນັບມື້ນັບເພີ່ມຂຶ້ນໄດ້ຫຼືບໍ່? ອາຊຽນ ໄດ້ ແລະ ຈະເຮັດໄດ້ຫຍັງ ເພື່ອນຳມາເຊິ່ງຜົນປະໂຫຍດອັນແທດຈິງທີ່ສຸດ ໃຫ້ແກ່ປະຊາຊົນກ່ວາ 630 ລ້ານຄົນໃນພາກພື້ນຫຼືບໍ່  ເພື່ອໃຫ້ເຂົາເຈົ້າຮູ້ສຶກໄດ້ວ່າ ອາຊຽນ ຢູ່ໃນຊີວິດປະຈຳວັນຂອງຕົນ? ບັນດາສິ່ງທ້າທາຍທັງໝົດເຫຼົ່ານີ້ ໄດ້ວາງອອກຄວາມຮັບຜິດຊອບໃຫ້ແຕ່ລະປະເທດສະມາຊິກ ອາຊຽນ, ພິເສດແມ່ນໃນສະພາວະທີ່ ຫວຽດນາມ ຈະດຳລົງຕຳແໜ່ງເປັນປະທານ ອາຊຽນ ນັບແຕ່ວັນທີ 01 ມັງກອນ 2020 ເປັນຕົ້ນໄປ.

ຄວາມໄວ້ເນື້ອເຊື່ອໃຈຂອງບັນດາປະເທດສະມາຊິກ ອາຊຽນ

        ນັບແຕ່ເມື່ອເຂົ້າຮ່ວມ ອາຊຽນ ມາຮອດປັດຈຸບັນ, ຫວຽດນາມ ຍາມໃດກໍ່ຖື ອາຊຽນ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນຂົງເຂດການຕ່າງປະເທດຂອງຕົນ. ປີ 2010, ເມື່ອໄດ້ດຳລົງຕຳແໜ່ງເປັນປະທານ ອາຊຽນ, ບັນດາຂີດໝາຍຂອງປີສຳລັບບັນດາການກະທຳແທດຈິງຍັງຄົງສືບຕໍ່ໄດ້ຮັບການຜັນຂະຫຍາຍ. ເມື່ອຕີລາຄາກ່ຽວກັບບົດບາດຂອງ ຫວຽດນາມ ໃນ ອາຊຽນ ກໍ່ຄືການກະກຽມຂອງ ຫວຽດນາມ ໃນຄັ້ງທີ 2 ທີ່ຈະດຳລົງຕຳແໜ່ງເປັນປະທານ ອາຊຽນ ໃນປີ 2020, ທ່ານ Peter Girke, ຫົວໜ້າຜູ້ຕາງໜ້າຫ້ອງການກອງທຶນ KSA ປະຈຳ ຫວຽດນາມ ຖືວ່າ:

        ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດດີເດັ່ນທີ່ສຸດໃນການສ້າງປະຊາຄົມຢູ່ປະເທດນີ້. ບັນດາບົດຮຽນຂອງ ຫວຽດນາມ ແນ່ນອນວ່າ ຈະມີຜົນປະໂຫຍດໃຫ້ ອາຊຽນ ເມື່ອ ຫວຽດນາມ ດຳລົງຕຳແໜ່ງເປັນປະທານຂອງກຸ່ມ ອາຊຽນ ໃນໄລຍະຈະມາເຖິງ. ເປັນທີ່ຈະແຈ້ງແລ້ວວ່າ ຫວຽດນາມ ແມ່ນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າໃນບັນດາການເຄື່ອນໄຫວເຊື່ອມໂຍງເຂົ້າກັບພາກພື້ນ ແລະ ທົ່ວໂລກ.

        ຫວຽດນາມ ຈະດຳລົງຕຳແໜ່ງເປັນປະທານ ອາຊຽນ ທັງແມ່ນຄວາມຮັບຜິດຊອບ, ພັນທະຂອງປະເທດສະມາຊິກ, ທັງແມ່ນກາລະໂອກາດໃຫຍ່ຫລວງ. ປະທານ ອາຊຽນ ຕ້ອງມີຄວາມຮັບຜິດຊອບສືບທອດ, ເສີມຂະຫຍາຍທຸກສິ່ງທີ່ ອາຊຽນ ບັນລຸໄດ້ ຫຼື ສືບຕໍ່ທຸກສິ່ງທີ່ ອາຊຽນ ພວມຜັນຂະຫຍາຍ ແລະ ຍິ່ງໄປກ່ວານັ້ນອີກ, ກຳລັງຄວາມສາມາດຂອງປະທານ ອາຊຽນ ຍັງສະແດງໃຫ້ເຫັນໃນເລື່ອງຊຸກຍູ້ການຮ່ວມມືພາຍໃນກຸ່ມ ແລະ ຍົກສູງທີ່ຕັ້ງບົດບາດຂອງ ອາຊຽນ ກັບພາຍນອກ. ທ່ານ Shahriman Lockman, ສັງກັດສະຖາບັນຄົ້ນຄວ້າຍຸດທະສາດ ແລະ ສາກົນ ມາເລເຊຍ ແບ່ງປັນວ່າ:

        ຂ້າພະເຈົ້າຖືວ່າ: ຫວຽດນາມ ພວມມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ເພື່ອທັງດຳລົງຕຳແໜ່ງເປັນປະທານ ອາຊຽນ, ພ້ອມກັນນັ້ນ ກໍ່ອອກສະໝັກຮັບເລືອກຕັ້ງເຂົ້າເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 2021. ນັ້ນແມ່ນກາລະໂອກາດ ເພື່ອໃຫ້ ຫວຽດນາມ ປະກອບສ່ວນ ບໍ່ພຽງແຕ່ສຽງເວົ້າຂອງຕົນເທົ່ານັ້ນ ຫາກຍັງຕາງໜ້າໃຫ້ທັງປະຊາຄົມ ອາຊຽນ ຢູ່ເວທີປາໄສສຳຄັນ ແລະ ຢູ່ໃນລະດັບຄືສະຫະປະຊາຊາດອີກດ້ວຍ.

        ສ່ວນທ່ານອະດີດລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Marty Netalegawa ກໍ່ແບ່ງປັນວ່າ:

        ຂ້າພະເຈົ້າມີຄວາມເຊື່ອໝັ້ນທີ່ສຸດຕໍ່ເລື່ອງ ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ 2020. ຂ້າພະເຈົ້າ ແລະ ບັນດານັກຮຽນຮູ້ໄດ້ເຫັນປະຈັກຕາການກະກຽມຢ່າງລອບຄອບຖີ່ຖ້ວນ ຫວຽດນາມ ໃຫ້ແກ່ວິວັດການຮັບດຳລົງຕຳແໜ່ງນີ້. ຂ້າພະເຈົ້າຖືວ່າ: ຫວຽດນາມ ຖືເລື່ອງຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ບໍ່ພຽງແຕ່ແມ່ນການຖ່າຍທອດເຕັກນິກເທົ່ານັ້ນ ຫາກຍັງແມ່ນບັນດານະໂຍບາຍລະອຽດອີກດ້ວຍ. ໄດ້ເຫັນປະຈັກຕາກ່ຽວກັບການກຽມພ້ອມຂອງ ຫວຽດນາມ ນີ້, ຂ້າພະເຈົ້າ ແລະ ບັນດາສະມາຊິກອື່ນ ເຊື່ອໝັ້ນວ່າ ອາຊຽນ ຈະໄດ້ຮັບຜົນປະໂຫຍດຈາກບົດບາດເປັນປະທານ ອາຊຽນ ໃນປີ 2020.

        ປີ 2020 ແມ່ນປີພິເສດທີ່ສຸດສຳລັບທັງ ອາຊຽນ ແລະ ຫວຽດນາມ. ສຳລັບ ອາຊຽນ ແລ້ວ, ນັ້ນແມ່ນອັນສ້າງຕັ້ງປະຊາຄົມ ອາຊຽນ ຄົບຮອບ 5 ປີ, ແມ່ນຂີດໝາຍສຳຫລວດກວດຄືນກາງໄລຍະຂອງການຜັນຂະຫຍາຍການກໍ່ສ້າງປະຊາຄົມ ອາຊຽນ 2015 – 2020, ສຳເລັດການຜັນຂະຫຍາຍບັນດາແຜນການດຳເນີນງານລະຫວ່າງ ອາຊຽນ ກັບຄູ່ຮ່ວມມື. ສຳລັບ ຫວຽດນາມ, ປີ 2020 ກໍ່ແມ່ນປີທີ່ ຫວຽດນາມ ເຂົ້າຮ່ວມ ອາຊຽນ ຄົບຮອບ 25 ປີ. ສະນັ້ນ, ເລື່ອງດຳລົງຕຳແໜ່ງເປັນປະທານ ອາຊຽນ ໃນປີ 2020 ຈະແມ່ນກາລະໂອກາດ ເພື່ອໃຫ້ ຫວຽດນາມ ສະແດງໃຫ້ເຫັນກຳລັງຄວາມສາມາດ ແລະ ເສີມຂະຫຍາຍບົດບາດນຳພາຂອງຕົນ, ຕອບສະໜອງຄວາມລໍຄອຍ, ຄວາມເຊື່ອໝັ້ນຂອງບັນດາປະເທດສະມາຊິກ ແລະ ຄູ່ຮ່ວມມື./.

ຕອບກັບ

ຂ່າວ/ບົດ​ອື່ນ