ປະທານາທິບໍດີ ອາເມລິກາ ຢ້ຽມຢາມຫວຽດນາມ: ການຢ້ຽມຢາມມີຄວາມໝາຍຫລາຍຢ່າງ

(VOVWORLD) - ວັນທີ 11 ພະຈິກ, ປະທານາທິບໍດີ ອາເມລິກາ Donald Trump ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງເປັນທາງການໃນເວລາ 2 ວັນ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດບັນດາການນຳ APEC. ການຢ້ຽມຢາມເປັນການພິສູດເພື່ອຢັ້ງຢືນຄຳໝັ້ນສັນຍາຂອງ ອາເມລິກາ, ນະໂຍບາຍຍາວນານ ແລະ ສະເຫມີຕົ້ນສະເຫມີປາຍຂອງ ອາເມລິກາ ກ່ຽວກັບການປັບປຸງການພົວພັນກັບຫວຽດນາມ, ເຮັດໃຫ້ການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ ແລະ ອາເມລິກາ ເລິກເຊິ່ງກວ່າ ເໝາະສົມກັບທ່າອ່ຽງລວມໃນປະຈຸບັນ. 

ປະທານາທິບໍດີ ອາເມລິກາ ຢ້ຽມຢາມຫວຽດນາມ: ການຢ້ຽມຢາມມີຄວາມໝາຍຫລາຍຢ່າງ - ảnh 1

ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ 

ການຢ້ຽມຢາມ ເຖິງວ່າ ພຽງແຕ່ດຳເນີນໄປໃນໄລຍະສັ້ນໆກໍຕາມ ແຕ່ພັດມີຄວາມໝາຍພິເສດທີ່ສຸດ. ເພາະວ່າ ນີ້ເປັນຄັ້ງທຳອິດ ທີ່ປະທານາທິບໍດີ ອາເມລິກາ ມາຢ້ຽມຢາມຫວຽດນາມ ໃນປີທຳອິດຂອງອາຍຸການ. ເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump  ເລືອກເຟັ້ນຫວຽດນາມ ແມ່ນສະຖານທີ່ທຳອິດໃນບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ບໍ່ພຽງແຕ່ມີຄວາມໝາຍສຳຄັນສຳລັບການພົວພັນລະຫວ່າງສອງປະເທດເທົ່ານັ້ນ ຫາກຍັງແມ່ນສານກ່ຽວກັບນະໂຍບາຍຂອງ ອາເມລິກາ ສຳລັບພາກພື້ນ ອາຊີ ປາຊີຟິກອີກດ້ວຍ.

ເພີ່ມທະວີການພົວພັນສອງຝ່າຍ, ການຮ່ວມມືຫລາຍຝ່າຍ

ພາກພື້ນ ອາຊີ ໄດ້ຮັບຖືວ່າ ແມ່ນກຳລັງຫນູນຂອງການເຕີບໂຕທົ່ວໂລກ ແລະ ຢູ່ ອາຊີ, ຫວຽດນາມ ນັບມື້ນັບໄດ້ຮັບການຕີລາຄາວ່າແມ່ນປະເທດພວມພັດທະນາ ມີລະດັບການເຕີບໂຕເປັນປົກກະຕິ ຍ້ອນມີການປະຕິຮູບເສດຖະກິດກໍໍ່ຄືພວມປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບການເຊື່ອມໂຍງເຂົ້າກັບເສດຖະກິດໂລກຢ່າງແຮງ. ເມື່ອຕີລາຄາກ່ຽວກັບການຢ້ຽມຢາມຫວຽດນາມ ຄັ້ງນີ້ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump , ປອ ເຈີນຫວຽດທາຍ, ຊ່ຽວຊານດ້ານວິເຄາະສາກົນ ຖືວ່າ:

        “ທີຫນຶ່ງ ຂອບເຂດການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ ປະຈຸບັນໄດ້ຮັບການກຳນົດຢ່າງຈະແຈ້ງ. ການພົວພັນຄູ່ຮ່ວມມືຮອບດ້ານມີລະດັບຍຸດທະສາດໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ປີ 2013 ແລະ ສອງຝ່າຍມີຫລາຍຜົນປະໂຫຍດລວມໃນທຸກຂົງເຂດ ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ພວມນັບມື້ນັບພັດທະນາ. ທີສອງ ອາເມລິກາ ຖືຫວຽດນາມ ແມ່ນຄູ່ຮ່ວມມືນັບມື້ນັບສຳຄັນຢູ່ພາກພື້ນ ແລະ ນັ້ນແມ່ນສາຍເຫດເພື່ອໃຫ້ການນຳ ອາເມລິກາ, ພິເສດແມ່ນທ່ານປະທານາທິບໍດີ ອາເມລິກາ Donald Trump  ມາຢ້ຽມຢາມຫວຽດນາມ .”

ປະທານາທິບໍດີ ອາເມລິກາ ຢ້ຽມຢາມຫວຽດນາມ: ການຢ້ຽມຢາມມີຄວາມໝາຍຫລາຍຢ່າງ - ảnh 2 ທ່ານປະທານາທິບໍດີ ອາເມລິກາ Donald Trump ຢ້ຽມຢາມຫວຽດນາມ

        ການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump  ກໍ່ໄດ້ຮັບຄວາມສົນໃຈຢ່າງຫລວງຫລາຍຈາກວົງການສື່ມວນຊົນຢູ່ພາຍໃນ ແລະ ຕ່າງປະເທດ. ຢູ່ນອກບັນດາເຫດການຂອງສັບປະດາຂັ້ນສູງ APEC, ທ່ານບູ່ຍແທງເຊີນ, ຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ຢືນຢັນ: ການຢ້ຽມຢາມຄັ້ງນີ້ແມ່ນມີຄວາມໝາຍເປັນສັນຍາລັກໃຫຍ່ທີ່ສຸດ.

        “ທ່ານປະທານາທິບໍດີ ອາເມລິກາ Donald Trump  ເມື່ອເຂົ້າຮ່ວມກອງປະຊຸມສຸດຍອດ APEC 2017 ພ້ອມທັງຢ້ຽມຢາມທາງລັດຖະກິດ ຫວຽດນາມ ໄດ້ສົ່ງສານຢ່າງແຮງ, ຄຳໝັ້ນສັນຍາຂອງອາເມລິກາສຳລັບການຮ່ວມມື, ຮ່ວມສຳພັນ, ວັດທະນາຖາວອນໃນພາກພື້ນ ອາຊີ - ປາຊີຟິກ. ສະເພາະສຳລັບຫວຽດນາມ, ການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 2013 ແລະ ການພົວພັນນີ້ ພວມສຶບຕໍ່ພັດທະນາຢ່າງເລິກເຊິ່ງ ກວ້າງຂວາງໃນບັນດາຂົງເຂດ. ຂ້າພະເຈົ້າຖືວ່າ ການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມຄັ້ງນີ້ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump  ຈະສືບຕໍ່ເພື່ອໃຫ້ສອງຝ່າຍມີກາລະໂອກາດແລກປ່ຽນ ເຮັດໃຫ້ການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ ແລະ ອາເມລິກາເລິກເຊິ່ງກວ່າ, ເໝາະສົມກັບທ່າອ່ຽງລວມປະຈຸບັນ.”

       ແບ່ງປັນຜົນປະໂຫຍດລວມ, ມຸ່ງໄປເຖິງອະນາຄົດ

ເບິ່ງລວມແລ້ວ, ການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ ໃນປະຈຸບັນ ແມ່ນເປີດກວ້າງ ເກືອບທັງໝົດຂົງເຂດ. ແຕ່ຍັງມີບາງບັນຫາຍັງຄົງຄ້າງ. ສະນັ້ນ ຕາມທັດສະນະຂອງ ປອ ເຈີນຫວຽດທາຍ ແລ້ວ, ຄຽງຄູ່ກັບການຮັກສາ, ຊຸກຍູ້ທ່າພັດທະນາການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ, ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ສອງຝ່າຍເພີ່ມທະວີຄວາມເຂົ້າໃຈ, ແບ່ງປັນບັນດາຜົນປະໂຫຍດຍຸດທະສາດກໍຄືທັດສະນະລວມສຳລັບພາກພື້ນ ແລະ ໃນໂລກ.

        “ພວກຂ້າພະເຈົ້າຖືວ່າ ການຢ້ຽມຢາມຂັ້ນສູງ ແມ່ນພະຍານຫລັກຖານເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ. ນັ້ນເປັນການພິສູດເພື່ອຢັ້ງຢືນຄຳໝັ້ນສັນຍາຂອງ ອາເມລິກາ, ນະໂຍບາຍຍາວນານ ແລະ ສະເຫມີຕົ້ນສະເຫມີປາຍ ຂອງ ອາເມລິກາ ກ່ຽວກັບການປັບປຸງການພົວພັນກັບຫວຽດນາມ, ຊ່ວຍຫວຽດນາມ ສ້າງກຳລັງຄວາມສາມາດ, ພັດທະນາເສດຖະກິດສັງຄົມ, ເຊື່ອມໂຍງເປັນຢ່າງດີກວ່າ, ເຄົາລົບຄວາມແຕກຕ່າງກັນ ແລະ ສິ່ງສຳຄັນທີ່ສຸດແມ່ນພ້ອມກັນຮ່ວມມື ເພື່ອແບ່ງປັນບັນດາຜົນປະໂຫຍດລວມ.ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ ເຖິງວ່າ ດຳເນີນໄປໃນໄລຍະສັ້ນກໍຕາມ ແຕ່ສານສົ່ງໄປແມ່ນຕັ້ງຫນ້າທີ່ສຸດ.”

ອະດີດປະທານາທິບໍດີ ອາເມລິກາ Theodore Roosevelt ໄດ້ເວົ້າວ່າ “ເມື່ອທ່ານມີຄວາມໄວ້ເນື້ອເຊື່ອໃຈ ທ່ານປະສົບຜົນສຳເລັດເຄິ່ງຫນຶ່ງແລ້ວ”. ຄວາມໄວ້ເນື້ອເຊື່ອໃຈ ໄດ້ນຳການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ອາເມລິກາ ຜ່ານຜ່າສິ່ງທົດສອບຫລາຍຢ່າງ, ບັນລຸບາດກ້າວພັດທະນາກະໂດດຂັ້ນ ນັບແຕ່ເມື່ອການພົວພັນລະຫວ່າງສອງປະເທດຫວຽດນາມ ແລະ ອາເມລິກາ ເປັນປົກກະຕິ. ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ແມ່ນຂີດໝາຍສຳຄັນ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນໝູ່ປະຊາຄົມວິສາຫະກິດ ແລະ ປະຊາຊົນສອງປະເທດຕໍ່ອະນາຄົດຂອງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ. 

ຕອບກັບ

ຂ່າວ/ບົດ​ອື່ນ