ປະສິດທິຜົນຈາກຄວາມມານະພະຍາຍາມສ້າງລັດຖະບານແຫ່ງການສ້າງສັນ

(vovworld) - ​ກວ່າ 1 ປີ​ຜ່ານ​ມາ, ລັດ​ຖະ​ບານ​ໄດ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫຼາຍ​ຢ່າງ​ເພື່ອປັບ​ປຸງ​ລະ​ບອບ​ລະ​ບຽ​ບ​ການ​ເສດ​ຖະ​ກິດ ແລະ ປະ​ຕິ​ບັດ​ການ​ກະ​ທຳ​ຂ້ຽວ​ຂາ​ດຫຼາຍ​ຢ່າງ ເພື່ອ​ແນ​ໃສ່​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ. ສິ່ງ​ສຳ​ຄັນ​​ແມ່ນ, ຜົນ​ງານ​ຈາກ​ການກໍ່​ສ້າງ​ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສັນ ​ໃນ​ເບື້ອງ​ຕົ້ນ​ໄດ້​ສ້າງ​ຄວາມ​ເຕີບ​ໂຕ​​ໃນ​ການ​ພັດ​ທະ​ນາ​ບັນ​ດາ​ວິ​ສ​າ​ຫະ​ກິດ, ຈາກນັ້ນ ປະ​ກອບ​ສ່ວນ​ຊຸກ​ຍູ້​ເສດ​ຖະ​ກິດ​ພັດ​ທະ​ນາ. ປະ​ສິດ​ທິ​ຜົນ​ຈາກ​ບັນ​ດາ​ການ​ປ່ຽນ​ໃໝ່​ ເຊິ່ງ​ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສັນນຳ​ມາ​ໃຫ້​ໄດ້​ຮັບ​ການ​ຮັ​ບ​ຮອງ​ເອົາ​ຈາກ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ.

      ຄວາມ​ຕັດ​ສິນ​ໃຈ​ສ້າງ​ລັດ​ຖະ​ບານສັດ​ຊື່​ບໍ​ລິ​ສຸດ, ສ້າງ​ສັນ​ພັດ​ທະ​ນາ, ກະ​ທຳ, ຮັບ​ໃຊ້​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ ເຊິ່ງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ​ໄດ້ຢືນ​ຢັນ​ຄືນ​ໃໝ່​ ໃນ​ບົດ​ກ່າວ​ປາ​ໄສ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ຕໍ່​ໜ້າ​ສະ​ພາ​ແຫ່​ງ​ຊາດ (ໃນ​ເດືອນ 07/2016). ລັດ​ຖະ​ບານ​ໄດ້​ຫັນ​ເປັນ​ລະ​ອຽດ​ເທື່ອ​ລະ​ກ້າວດ້ວຍ​ບັນ​ດາ​ມະ​ຕິ, ຂໍ້​ຕົກ​ລົງ​ທີ່​ສຳ​ຄັນ​​ຄື​ ມະ​ຕິ​ເລກ​ທີ 19/2017 ກ່ຽວ​ກັບເລື່ອງ​ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ແກ້​ໄຂ​ຕົ້ນ​ຕໍ່​ໃນ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ແຫ່ງ​ຊາດ​ປີ 2017, ກຳ​ນົດ​ທິດ​​ເຖິງ​ປີ 2020. ພ້ອມ​ກັນ​ນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີກໍ່​ມີ​ມະ​ຕິ​​ທຳ​ອິດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຢູ່​ຫວຽດ​ນາມ (ມະ​ຕິ​ເລກ​ທີ 35/ມ​ຕ - ບ​ລ).

ໝາກ​ຜົນ​ໃນ​ເບື້ອງ​ຕົ້ນ

        ​ໂດຍ​ປະ​ຕິ​ບັດ​ຄວາມຕັດ​ສິນ​ໃຈ​ກໍ່​ສ້າງ​ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສັນ​ໃຫ້​ພັດ​ທະ​ນາ, ສັດ​ຊື່ບ​ໍ​ລິ​ສຸດ, ກະ​ທຳ​ຢ່າງ​​ຂ້ຽວ​ຂ​າດ, ຮັບ​ໃຊ​້​ປະ​ຊາ​ຊົນ, ລັດ​ຖະ​ບານ​ໄດ້​ສຸ​ມ​ໃສ່​​ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ດ້ານ​ກົດ​ໝາຍ​, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ແກ​່ງ​ແຍ້ງ, ສ້າງ​ທຸກ​ເງື່ອນ​ໄຂ​ສ​ະ​ດວກ​ໃຫ້​ວິສາ​ຫະ​ກິດ, ປະ​ຊາ​ຊົນ​ພັດ​ທະ​ນາ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ​ປ່ຽນ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ສົ່ງ​ເສີມ​ການ​ເລີ່ມ​ທຸ​ລະ​ກິດ… ພ້ອມ​ທັງ, ເອົາ​ໃຈ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສັງ​ຄົມ​ທີ່​ສຳ​ຄັນ, ຮີບ​ດ່ວນ​ຄື: ປົກ​ປັກ​ຮັກ​ສາ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ… ນັບ​ແຕ່​ກາງ​ປີ 2016 ມາ​ຮອດ​ປະ​ຈຸ​ບັນ​, ໜ່ວຍ​ປະ​ຕິ​ບັດ​ງານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂດຍ​ທ່ານ​ລັດ​ຖະ​ມົນ​ຕີ​ຫົວ​ໜ້າຫ້ອງວ່າ​ການສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາຍ​ຕ໋ຽນ​ຢຸງ ເປັນ​ຫົວ​ໜ້າ​ໄດ້​ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ. ຕາມນັ້ນ​ແລ້ວ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ໄດ້​ຜັນ​ຂະ​ຫຍາຍບ​ັນ​ດາ​ການ​ເຄື່ອນ​ໄຫວ​​ຫຼາຍ​ຢ່າງ​ເພື່ອ​ປະ​ຕ​ິ​ຮູບລະບຽ​ບ​ການ​ບໍ​ລິ​ການ, ແກ​້​ໄຂ​ຄວ​າມ​ຫ​ຍຸ້ງ​ຍາກ​ໃຫ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຢ່າງ​ທັນ​ການ. ຫຼາຍ​ທ້ອງ​ຖິ່ນ​ໄດ້​ນຳ​ໃຊ້​ບັນ​ດາ​ຮູບ​ແບບ​ໃໝ່​ຄື: ສ້າງ​ຕັ້ງ​ສຸນ​ບໍ​ລິ​ຫານ​ພາກ​ລັດ, ອົງ​ການ​ສົ່ງ​ເສີມ​ການ​ລົງ​ທຶນ ແລະ ໜູນ​ຊ່ວຍ​ການ​ລົງ​ທຶນ​ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​​ໂດຍ​ກົງ​ຈາກ​ປະ​ທານ ແລະ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ.

ປະສິດທິຜົນຈາກຄວາມມານະພະຍາຍາມສ້າງລັດຖະບານແຫ່ງການສ້າງສັນ - ảnh 1
ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ເກີນ​ວັນ​ຫຼ​ຶ້ກ
(ພາບ: VTV)

        ຈຳ​ນວນ​ວຽກ​ງານ​ໃນ​ປີ​ຜ່ານ​ມາ​ແມ່ນ​ໃຫຍ່​ຫຼວງ​ຢູ່, ເຖິງ​ຢ່າງ​ໃດ​ກໍ່​ຕາມ ສິ່ງ​ທີ່​ປະ​ຊາ​ຊົນ ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ເຫັນ​ໄດ້​ຢ່າງ​ຈະ​ແຈ​້ງ​ນັ້ນ​ແມ່ນ ຢູ່​ບ່ອນ​ໃດ​ຂໍ້​ມູນ “ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສັນ” ກໍ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍຕີ​ລາ​ຄາ​ກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ຂອງ​ການ​ສ້າງ​ ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສັນ​ໃນ​ໄລ​ຍະ​ຜ່ານ​ມາ, ບັນ​ດາ​ນັກ​ຊ່ຽວ​ຊານ​ໃຫ້​ຂໍ້​ສັງ​ເກດ​ວ່າ ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ປ່ຽນແປງຈິນ​ຕະ​ນະ​ການ ແລະ ​ແບບ​ວິ​ທີ​ບໍ​ລິ​​ຫານ​ພື້ນ​ຖານ​ເສດ​ຖະ​ກິດ, ກ່ຽວ​ກັ​ບ​ການ​ສ້າງ ແລະ ປັບ​ປຸງ​ກຳ​ລັງ​ຄວາມ​ສາ​ມາດ​ລະ​ບຽບ​ລະ​ບອບ​ການ​ແຫ່ງ​ລັດ. ພ້ອມ​ກັນ​ນັ້ນ​ແມ່ນ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ສ້າງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ໜູ​ນ​ຊ່ວຍ​ການ​ເລີ່​ມ​ທຸ​ລະ​ກິດ, ການ​ປ່ຽນ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິ​ດ​ສ້າງ​ຂອງວິ​ສາ​ຫະ​ກິດ. ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ເກີນ​ວັນ​ຫຼ​ຶ້ກ ຖື​ວ່າ.

        “ພວກ​ເຮົາ​ກຳ​ນົດ​​ການ​ສ້າງລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສັນ​ນັບ​ແຕ່​ປີ 2016. ສິ່ງ​ດັ່ງ​ກ່າວ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ ຍ້ອນ​ແຕ່​ດົນ​ນານ​ມາ​ແລ້ວ ​ພວກ​ເຮົ​າ​ໄດ້​ເຮັດ​ວຽກ​ງານ​ຫຼາຍ​ຢ່າງ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ປ່ຽນ​ໃໝ່​ລະ​ບອບລະ​ບຽ​ບ​ການ ແຕ່​ຍັງ​ບໍ່​ທັນ​ມີ​​ການ​ປ​ຸດ​ທະ​ລຸເພື່ອ​ກຳ​ນົດ​​ແຈ້ງບົດ​ບາດ​ຂອງ​ລັດ ສຳ​ລັບ​ຕະ​ຫຼາດ ແລະ ວິ​ສາ​ຫະ​ກິດ​​ເທື່ອ​. ປີ 2016, ລັດ​ຖະ​ບານ​ໄດ້​ຕັດ​ສິນ​ໃຈ​ສ້າງ​ຕັ້ງ​ລັດ​ຖະ​ບານ​ດ້ວຍ​ບົດ​ບາດ​ສ້າງ​ສັນ. ລັດ​ໄດ​້​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ເຄື່ອນ​ໄຫວ​ໃຫ້​ວິ​ສາ​ຫະ​ກິດ, ປະ​ຊາ​ຊົນ​ເທື່ອ​ລະ​ກ້າວ, ​ເພື່ອ​ສາ​ມາດ​ເສີມ​ຂະ​ຫຍາຍ​​ແຫຼ່ງ​ກຳ​ລັງ​ຂອງ​ຕົນ​ໃຫ້​ໝົດ”.

ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ທັງ​ລະ​ບົບ

        ເຖິງວ່າ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ທີ່​ໜ້າ​ສົ່ງ​ເສີມ​ໃນ​ການ​ສ້າງ​ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສັນໃຫ້​ພັດ​ທະ​ນາ, ສັດ​ຊື່​ບໍ​ລິ​ສຸດ, ກະ​ທຳ​ກໍ່​ຕາມ, ແຕ່​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຢ່າງ​ເປັນ​ທາງ​ການ, ລັດ​ຖະ​ບານ​ຍາມ​ໃດ​ກໍ່​ຮັບ​ຮູ້​​ໄດ້ຢ່າງ​ຈະ​ແຈ້ງ​ບັນ​ດ​າ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ຕ້ອງ​ສຸມ​ໃສ່​ແກ້​ໄຂ ເພື່ອ​ມຸ່ງ​ໄປ​ເຖິງ​ຄາດ​ໝາຍ​ເຕີບ​ໂຕ​ຢ່າງວ່ອງ​ໄວ, ໝັ້ນ​ຄົງ. ໜຶ່ງ​ໃນ​ບັນ​ດາ​ສິ່ງ​ທ້າ​ທ້າຍນັ້ນ​ແມ່ນ​ການ​ເຄື່ອນ​ໄຫວ​ຂອງ​ທັງ​ລະ​ບົບ​ໃນ​ການ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ດັ່ງ​ກ່າວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເນັ້ນ​ໜັກ​ເປັນ​ຫຼາຍ​ຄັ້ງ​ແລ້ວ​ວ່າ ບໍ່​ພຽ​ງ​ແຕ່​ລັດ​ຖະ​ບານ​ເຄື່ອນ​ໄຫວ, ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ສະ​ມາ​ຊິກ​ໃນ​ລັດ​ຖະ​ບານ​ເຄື່ອນ​ໄຫວ​ເທົ່າ​ນັ້ນ, ຫາກ “ທັງ​ລະ​ບົບ​ຕ້ອງ​ມີ​ການ​ເຄື່ອນ​ໄຫວ, ຕ້ອງ​ເປັນ​ແບບ​ຢ່າງ​ເພື່ອ​ໃຫ້​ກົງ​ຈັກ​ຈາກ​ຂັ້ນສູນ​ກາງ​ຕະ​ຫຼອດ​ຮອດບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ແຂວງ, ນະ​ຄອນ, ເມືອງ, ຕາ​ແສງ ​ຕ້ອງ​ເຄື່ອນ​ໄຫວ​ເພື່ອ​ຮັບ​ໃຊ້​​ໃຫ້ປະ​ຊາ​ຊົນ, ຮັບ​ໃຊ້​ວິ​ສາ​ຫະ​ກິດ”. ເມື່ອ​ເຕື້ອງ​ເຖິງ​ບັນ​ຫານີ້, ທ່ານ​ສາດ​ສະ​ດາ​ຈານ, ປະ​ລິ​ຍາ​ເອກ ໂງ​ທັ໋ງ​ເລີ້ຍ, ມະ​ຫາ​ວິ​​ທະ​ຍາ​ໄລເສດ​ຖະ​ກິດ​ແຫ່ງ​ຊາດ, ຖື​ວ່າ.

ປະສິດທິຜົນຈາກຄວາມມານະພະຍາຍາມສ້າງລັດຖະບານແຫ່ງການສ້າງສັນ - ảnh 2
ທ່ານ​ສາດ​ສະ​ດາ​ຈານ, ປະ​ລິ​ຍາ​ເອກ ໂງ​ທັ໋ງ​ເລີ້ຍ
(ພາບ: kinhtetrunguong.vn)

        “ເງື່ອນ​ໄຂ​​ເພື່ອ​ບັນ​ລຸ​ຜົນ​ສຳ​ເລັດ​ແມ່ນ​ຕ້ອ​ງ​ຮັບ​ປະ​ກັນ​ລັກ​ສະ​ນະ​ລະ​ບົບ​ໃນ​ການ​ສ້າງ​ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສັນ. ລັກ​ສະ​ນະ​ລະ​ບົບ​ດັ່ງ​ກ່າວບໍ່​ພຽງ​ແຕ່​ແມ່ນ​ລັດ​ຖະ​ບານ, ບໍ່​ພຽ​ງ​ແຕ່​ແມ່ນ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ເທົ່າ​ນັ້ນ, ຫາກ​ບັນ​ດາ​ອົງ​ການ​ບໍ​ລິ​ຫານ​ຂັ້ນ​ລຸ່ມ​ຕ້ອງ​ອີງ​ໃສ່​​ລັກ​ສະ​ນະ​ພິ​ເສດ​ສະ​ເພາະ​ຂອງ​ທ້ອງ​ຖິ່ນ​ຕົນ​ ຈາກນັ້ນ​ມີ​ບັນ​ດາ​ນະ​ໂຍ​ບາຍ​ຢ່າງ​ມີ​ໄຫວ​ພິບກວ່າ. ບໍ່​ພຽງ​ແຕ່​ເໝາະ​ສົມ, ຫາກ​ຕ້ອງ​ມີ​ໄຫວ​ພິບ​ຕໍ່​ທ້ອງ​ຖິ່ນ​ຂອງ​ຕົນ​ຢ່າງ​ລະ​ອ​ຽດ ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ທ້ອງ​ຖິ່ນ​ເຫັນ​ໄດ້​ຄ່າ​ສິ່ງ​​ດັ່ງ​ກ່າວ​ແມ່ນໃກ້​ຊິດ​ກັບ​ເຂົາ​ເຈົ້າ​ທີ່​ສຸດ. ເລື່ອງ ສ້າງ​ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສັນ ບໍ່​ພ​ຽງ​ແຕ່​ສະ​ເພາະ​ລະ​ບົບ​ການ​ເມືອງ​ເທົ່າ​ນັ້ນ, ຫາກ​ບັນ​ດາ​ອົງ​ການ​ຈ​ັດ​ຕັ້ງ​ສັງ​ຄົມ​ຕ້ອງ​ເຮັດ​ແນ​ວ​ໃດ​ເພື່ອ​ໃຫ້​ປະ​ຊ​າ​ຊົນ​ໃກ້​​ຊິດ​ຕິດ​ແທດ​ກັບ​ລັດ​ຖະ​ບານກວ່າ”.

        ກວ່າ 1 ປີ​ແຫ່ງ​ການ​ປະ​ຕິ​ບັດ, ບັນ​ດາ​ໝາກ​ຜົນ​ໃນ​ເບື້ອ​ງ​ຕົ້ນ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ແຜນ​ນະ​ໂຍ​ບາຍກໍ່​ສ້າງ​ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສັນ​ໃຫ້​ພັດ​ທະ​ນາ, ສັດ​ຊື່​ບໍ​ລິ​ສຸດ, ກະ​ທຳ​ຢ່າງ​ຂ້ຽວ​ຂາດ, ຮັບ​ໃຊ​້​ປະ​ຊາ​ຊົນ ໃນ​ເບື້ອງ​ຕົ້ນ​ໄດ​້​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ. ໃນ​ໄລ​ຍະ​ທາງ​ທີ່​ຈະ​ມາ​ເຖິງ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ ແຕ່​ດ້ວຍ​ຄວາມ​ຕັດ​ສິ​ນ​ໃຈ ແລະ ​ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ຍ​ຸດ​ທະ​ສາດ​ກະ​ທຳ​​ຈາກ​ຝ່າຍ​ລັດ​ຖະ​ບານ, ບັນ​ດ​າ​ທ້ອງ​ຖິ່ນ​ຈະຫັນ​ຄາດ​ໝາຍ​ນຳ​ຫວຽດ​ນາມ ກາຍ​ເປັນ​ໜຶ​່ງ​ໃນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດທີ່​ມີ​ກຳ​ລັງ​ແກ່ງ​​ແຍ້ງກ່ຽວ​ກັບ​ສະ​ພາບ​ແວດ​ລ​້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​​ແຖວ​ໜ້າ​ໃນ​ພາກ​ພື້ນເທື່ອ​ລະ​ກ້າວ.


ຕອບກັບ

ຂ່າວ/ບົດ​ອື່ນ