ປະເທດຊາດກ້າວເຂົ້າສູ່ປີໃໝ່, ກາລະໂອກາດໃໝ່

ເນື່ອງ​ໃນ​ໂອ​ກາດ​ລະ​ດູ​ບານ​ໃໝ່​ປີ​ຣະ​ກາ 2017, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ.  ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ​ໄດ້​ຊີ້​ແຈ້ງ​ເຖິງ​ບັນ​ດາ​ຜົນ​ງານ​ຂອງ​ປະ​ເທດ​ຊາດ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ເປົ້າ​ໝາຍ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ​ຍັງ​ຢື​ນຢັນ​ຕ້ອງ​ປະ​ຕິ​ບັດ​ໜ້າ​ທີ່ກໍ່​ສ້າງ​ພັກ​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ສາ​ມັກ​ຄີ​ໃນທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ເພື່ອກໍ່​ສ້າງ​ພັກ​ໃຫ້​ນັບ​ມື້​ນັບ​ປອດ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ, ປະ​ເທດ​ຊາດ​ນັບ​ມື້​ນັບ​ພັດ​ທະ​ນາ.

ປະເທດຊາດກ້າວເຂົ້າສູ່ປີໃໝ່, ກາລະໂອກາດໃໝ່ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ​

        ຕາມທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ​ ແລ້ວ, ໃນ​ປີ 2016, ສະ​ພາບ​ການ​ໂລກ ແລະ ຢູ່​ພາຍ​ໃນ​ປະ​ເທດ​ພ້ອມ​ກັບ​ບັນ​ດາ​ເງື່ອນ​ໄຂ​ສະ​ດວກ​ໂດຍ​ພື້ນ​ຖານນັ້ນ, ກໍ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍຫຼາຍ​ຢ່າງ. ໃນ​ສະ​ພາບ​ການນັ້ນ, ດ້ວຍ​ຄວາມ​ສາ​ມັກ​ຄີ ເປັນ​ຈິດ​ໜຶ່ງ​ໃຈ​ດຽວ ແລະ ຄວາມ​ຕັດ​ສິນ​ໃຈ​ສູງ​ຂອງ ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ນັ້ນ, ຫວຽດ​ນາມ​ໄດ້​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງຕໍ່​ການ​ພັດ​ທະ​ນາ​ຍາວ​ນານ​ຂອງ​ປະ​ເທດ​ຊາດ​ຢ່າງ​ສຳ​ເລັດ​ຜົນ.

       ໝາກ​ຜົນ​ປີ 2016 ໄດ້​ສ້າງ​ທ່ວງ​ທ່າ​ທີ່​ສະ​ດວກ​ເພື່ອ​ໃຫ້​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃ​ໝ່.

     ເຫດ​ການ​ການ​ເມືອງ​ທີ່​ພົ້ນ​ເດັ່ນ​ໃນ​ປີ 2016 ຊຶ່ງທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ​ໄດ້​ເຕື້ອງ​ເຖິງ​ທຳ​ອິດ ແມ່ນກອງ​ປ​ະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ ແລະ ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ​ອາ​ຍຸ​ການ 2016 – 2021. ທີ່ກອງ​ປ​ະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກນັ້ນ, ​ພັກ​ກອ​ມມູ​ນິດຫວຽດ​ນາມໄດ້​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ຍູ້​ແຮງກິດ​ຈະ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຮອບ​ດ້ານ ແລະ ຄົບ​ຊຸດ; ສູ້​ຊົນ​ນຳ​ປະ​ເທດ​ຊາດ​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ໂດຍ​ພື້ນ​ຖານ​ຕາມ​ທິດ​ທັນ​ສະ​ໄໝ, ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊ​າດ​ໃຫ້​ໝັ້ນ​ຄົງ​ໜັກ​ແໜ້ນ; ເປັນ​ເຈົ້າການ ແລະ ຕັ້ງ​ໜ້າເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ພາຍຫຼັງ​ກອງ​ປະ​ຊຸມ​ໃຫຍ່, ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ​ອາ​ຍຸ​ການ 2016 – 2021 ໄດ້​ຖືກ​ດຳ​ເນີນ​ຢ່າງເປີດ​ເຜີຍ, ມີ​ປະ​ຊາ​ທິ​ປະ​ໄຕ, ຖືກ​ຕ້ອງ​ຕາມ​ກົດ​ໝາຍ. ກ່​ວາ 99% ຍອດ​ຈຳ​ນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ໄປ​ປ່ອນ​ບັດ, ສະ​ແດງ​ໃຫ້​ເຫັນ​ເຈດ​ຈຳ​ນົງ, ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ທີ່​ມີ​ຕໍ່​ອະ​ນາ​ຄົດ ແລະ ຊາ​ຕະ​ກຳ​ຂອງ​ປະ​ເທດ​ຊາດ. ຕາມນັ້ນ​ແລ້ວ, ຫວຽດ​ນາມ​ໄດ້​ບູ​ລະ​ນະ​ການ​ຈັດ​ຕັ້ງ​, ບຸກ​ຄະ​ລາ​ກອນ​ກົງ​ຈັກ​ລັດຢ່າງວ່ອງ​ໄວ, ຮັກ​ສາ​ສະ​ຖຽນ​ລະ​ພາບ ແລະ ຮີບ​ຮ້ອນ​ກ້າວ​ເຂົ້າ​ສູ່​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ, ໜ້າ​ທີ່ຊຶ່ງ​ໄດ້​ວາງ​ອອກ. ຍ້ອນ​ແນວນັ້ນ, ຕາມທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ແລ້ວ, ປີ 2016, ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ GDP ຍັງ​ຄົງ​ເຕີບ​ໂຕ​ສູງຄື : 6,21%, ເສດ​ຖະ​ກິດ​ມະ​ຫາ​ພາກ​ສືບ​ຕໍ່​ເປັນ​ປົກ​ກະ​ຕິ, ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ບັນ​ດາ​ການ​ດຸ່ນ​ດຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ຮັບ​ປະ​ກັນ​ໂດຍ​ພື້ນ​ຖານ,   ການ​ສະ​ສົມ​ເງິນ​ຕາ​ຕ່າງ​ປະ​ເທດ​ບັນ​ລຸ​ລະ​ດັບເພີ່ມ​ສູງ​ສຸດນັບ​ແຕ່​ກ່​ອນ​ເປັນ​ຕົ້ນ​ມາ. ວຽກ​ງານ​ການ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ແຂງ​ແຮງ, ຮອບ​ດ້ານ, ອັນ​ໄດ້​ຍົກ​ສູງ​ທີ່​ຕັ້ງ​ບົດ​ຂອງ​ຫວຽດ​ນາມ​ໃນ​ພາກ​ພື້ນ ແລະ ສາ​ກົ​ນ.

      ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ເພື່ອ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ

  ໃນ​ບົດ​ຕອບ​ສຳ​ພາດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງໄດ້​ເນັ້ນ​ໜັກ​ເຖິງ​ໝາກ​ຜົນ​ຂອງກອງ​ປ​ະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ. ທີ່ກອງ​ປະ​ຊຸມ​ໃຫຍ່, ​ພັກ​ກອ​ມມູ​ນິດຫວຽດ​ນາມໄດ້​ກຳ​ນົດ​ໜຶ່ງ​ໃນ 6 ໜ້າ​ທີ່​ຈຸດ​ສຸມ​ຂອງ​ທັງ​ອາ​ຍຸ​ການ​ແມ່ນ ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ, ສະ​ມັດ​ຕະ​ພາບ​ການ​ອອກ​ແຮງ​ງານ ແລະ ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ສືບ​ຕໍ່​ປະ​ຕິ​ບັດ 3 ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສ້າງ​ໂຄງ​ປະ​ກອບ​ພື​້ນ​ຖານ​ເສດ​ຖະ​ກິດຄືນ​ໃໝ່​ຕິດ​ພັນ​ກັບ​ການ​ປ່ຽນ​ແປງ​ໃໝ່ຮູບ​ແບ​ບການ​ເຕີບ​ໂຕ. ທັດ​ສະ​ນະ ແລະ ກຳ​ນົດ​ທິດ​ເຫຼົ່າ​ນັ້ນ, ໄດ້​ຖືກ​ຫັນ​ເປັນ​ລະ​ອຽດ ຈະ​ແຈ້ງ​ໃນ​ມະ​ຕິ​ເລກ 05 ຂອງ​ສູນ​ກາງ​ພັກ, ດ້ວຍ 8 ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ໃຫຍ່​ຄວນ​ສຸມ​ໃສ່​ປະ​ຕິ​ບັດ ແນ​ໃສ່​ສືບ​ຕໍ່ ປ່ຽນ​ແປງ​ໃໝ່ຮູບ​ແບ​ບການ​ເຕີບ​ໂຕ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ, ສະ​ມັດ​ຕະ​ພາບ​ການ​ອອກ​ແຮງ​ງານ ແລະ ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ.

     ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ຖື​ວ່າ ປ່ຽນ​ແປງ​ໃໝ່ຮູບ​ແບ​ບການ​ເຕີບ​ໂຕຕິດ​ພັນ​ກັບການສ້າງ​ໂຄງ​ປະ​ກອບ​ພື​້ນ​ຖານ​ເສດ​ຖະ​ກິດຄືນ​ໃໝ່​ຕ້ອງ​ອີງ​ບົນ​ພື້ນ​ຖານ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ. ໃນ​ຂະ​ບວນ​ວິ​ວັດ​ພັດ​ທະ​ນາ​ກ້າວ​ຂຶ້ນ, ແຕ່​ລະ​ທ້ອງ​ຖິ່ນ​ຕ້ອງ​ສືບ​ຕໍ່​ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ, ສ້າງ​ເງື່ອນ​ໄຂ​ສະ​ດວກ, ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ສ້າງ​ອາ​ຊີບ ແລະ ພັດ​ທະ​ນາ, ລົງ​ທຶນ​ຢ່າງ​ມີ​ຈຸດ​ສຸມ, ຫຼີກ​ເວັ້ນ​ການ​ລົງ​ທຶນ​ແບບ​ກະ​ແຈກ​ກະ​ຈ່າຍ.

       ໜ້າ​ທີ່ກໍ່​ສ້າງ​ພັກ​ຕ້ອງ​ປະ​ຕິ​ບັດ​ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ

   ເມື່ອ​ເຕື້ອງ​ເຖິງ​ການກໍ່​ສ້າງ​ພັກ, ປັບ​ປຸງ​ພັກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງໃຫ້​ຮູ້​ວ່າ : ນີ້​ແມ່ນ​ໜ້າ​ທີ່​ເປັນ​ກຸ່ນ​ແຈ, ພື້ນ​ຖານ​ຍາວ​ນານ. ມະ​ຕິ​ກອງ​ປະ​ຊຸມສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 12 ໄດ້​ຊີ້​ແຈ້ງ, ໄຈ້​ແຍກ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ພາບ​ການ “ຜັນ​ແປ​ເອງ” ແລະ “ຫັນ​ປ່ຽນເອງ” ຢູ່​ພາຍ​ໃນ. ມະ​ຕິ​ໄດ້​ເຕື້ອງ​ເຖິງ​ກຸ່ມ​ມາດ​ຕະ​ການ​ແກ້​ໄຂ​ກ່ຽວ​ກັບ​ກົນ​ໄກ, ນະ​ໂຍ​ບາຍ, ເຊີດ​ຊູ​ລະ​ບຽບ​ວິ​ໄນ, ລັກ​ສະ​ນະ​ເຄົາ​ລົບ​ກົດ​ໝາຍ, ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ລະ​ເມີດ​ກົດ​ໝາຍ​ທີ່ກໍ່​ຄວາມ​ຮ້ອນ​ເຮັ່ງ​ໃນ​ຫາງ​ສຽງ​ສັງຄົມ.

     ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງຍັງ​ຖື​ວ່າ ການກໍ່​ສ້າງ, ປັບ​ປຸງ​ພັກ​ແມ່ນ​ໜ້າ​ທີ່​ຫຍຸ້ງ​ຍາກ, ສັບ​ສົນ ແຕ່​ຕ້ອງ​ປະ​ຕ​ິ​ບັດ​ຢ່າງເດັດຂາດ. ບັນ​ຫາ​ທີ່​ວາງ​ອອກນັ້ນ, ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ອົງ​ການ​ຈັດ​ຕັ້ງ​ພັກ, ແລະ ກົງ​ຈັກ​ລັດ​ປອດ​ໃສ, ເຂັ້ມ​ແຂງ, ທັງ​ພັດ​ທະ​ນາ​ເສດ​ຖະ​ກິດ, ທັ​ງ​ສ້າງ​ສະ​ຖຽນ​ລະ​ພາບ​ໃຫ້​ສັງ​ຄົມ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊ​າດ. ເພາະ​ສະ​ນັ້ນ, ຕາມທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງແລ້ວ, ໜ້າ​ທີ່ກໍ່​ສ້າງ​ພັກ​ແມ່ນ​ກຸນ​ແຈຕ້ອງ​ປະ​ຕິ​ບັດ​ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແມ່ນ​ໜ້າ​ທີ່​ຈຸດ​ສຸມ. ມະ​ຕິ​ກອງ​ປະ​ຊຸມສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 12 ກ່ຽວ​ກັບ​ການກໍ່​ສ້າງ​ພັກ​ແມ່ນ ຕ້ອງ​ປະ​ຕິ​ບັດ​ຄຽງ​ຄູ່​ກັບ​ບັນ​ດາ​ມະ​ຕິ​ອື່ນໆ​ຂອງ​ສູນ​ກາງ​ພັກ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ, ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ຄົບ​ຊຸດ ແລະ ຮອບ​ດ້ານ​ໃນ​ທຸກ​ຂົງ​ເຂດ.

     ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງເນັ້ນ​ໜັກ​ວ່າ ເພື່ອ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ຄວນ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ຮ່ວມ​ແຮງ​ຮ່ວມ​ໃຈ, ມາ​ນະ​ພະ​ຍ​າຍາມສູ້​ຊົນ​ນຳ​ມະ​ຕິ ກອງ​ປ​ະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ, ຕັດ​ສິນ​ໃຈ​ກໍ່​ສ້າງ​ພັກ​ໃຫ້​ນັບ​ມື້​ນັບ​ປອດ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ, ປະ​ເທດ​ຊາດ​ນັບ​ມື້​ນັບ​ພັດ​ທະ​ນາ, ຈະ​ເລີນ​ຮຸ່ງ​ເຮືອງ; ປະ​ຊາ​ຊົນ​ນັບ​ມື້​ນັບ​ອີ່ມ​ໜຳ​ສຳ​ລານ ແລະ ຜາ​ສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ