ປະເທດຕ່າງໆຄັດຄ້ານການກະທຳດ້ານການທະຫານບົນທະເລຕາເວັນອອກຢູ່ Shangri-la

(vovworld) - ​ໃນ 3 ວັນ​ດຳ​ເນີນ​ກອງ​ປະຊຸມ (3-5/6) ຢູ່​ສິງກະ​ໂປ, ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຍັງ​ຄົງ​ແມ່ນ​ບັນຫາ​ທີ່ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ແລະ ​ໄດ້​ຮັບ​ການເຕື້ອງ​ເຖິງ​ຫຼາຍ​ທີ່​ສຸດ, ນັບ​ແຕ່​ມື້​ໄຂ​ກອງ​ປະຊຸມ Shangri-la 15 ຕະຫຼອດ​ຮອດ​ບັນດາ​ວາລະ​ປຶກສາ​ໃນ​ຊຸມ​ມື້​ທີ່​ຍັງ​ເຫຼືອຂອງ​ກອງ​ປະຊຸມ. ປະຊາ​ຄົມ​ສາກົນ​ໄດ້​ຄັດຄ້ານອີກ​ເທື່ອ​ໜຶ່ງ​ຕໍ່​ການ​ກະທຳ​ປ້ານ​ຖົມ​ເກາະ ​ແລະ ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຮັກສາ​ສິດ​ເສລີ​ໃນ​ການ​ເດີນ​ເຮືອ, ການບິນ, ກໍ່​ຄື​ແກ້​ໄຂ​ບັນດາ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຜ່ານ​ມາດ​ຕະການ​ສັນຕິພາບ, ​ເຄົາລົບ​ກົດໝາຍ​ສາກົນ.

ປະເທດຕ່າງໆຄັດຄ້ານການກະທຳດ້ານການທະຫານບົນທະເລຕາເວັນອອກຢູ່ Shangri-la - ảnh 1
ລັດຖະມົນຕີປ້ອງກັນປະເທດ ຍີ່ປຸ່ນ Nakatani
ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ Shangri-La.

        ກອງ​ປະຊຸມ Shangri-la 15 ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 3/6, ຢູ່​ສິງກະ​ໂປ, ​ໂດຍ​ສະ​ຖາ​ບັນ​ຄົ້ນ້ວາຍຸ​ດທະ​ສາດ​ສາກົນ (IISS) ຈັດ​ຕັ້ງ ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ນັບ​ຮ້ອຍ​ຄົນ, ​ເຊິ່ງ​ແມ່ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ, ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ຂັ້ນ​ສູງ ​ແລະ ຜູ້​ຊ່ຽວຊານ​ປະ​ເທດ​ຕ່າງໆ.

        ຄັດຄ້ານ​ການ​ຮຽກ​ສິດ​ອະທິປະ​ໄຕ​ຢ່າງ​ໄຮ້​ເຫດຜົນ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ

        ບໍ່​ມີ​ເນື້ອ​ໃນ​ໃດ​ຖືກ​ສຸມ​ໃສ່​ປຶກສາ​ຫາລື ​ແລະ ປະກອບ​ຄວາມ​ເຫັນ​ຢູ່ ກອງ​ປະຊຸມ Shangri-la ຫຼາຍ​ຄື​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ​ໃນ​ເວທີ​ປາ​​ໄສ, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ຫຼາຍ​ປະ​ເທດ, ​ໃນ​ນັ້ນ​ມີ ອາ​ເມ​ລິ​ກາ, ອັງກິດ, ຝລັ່ງ, ການ​ນາ​ດາ ​ແລະ ອິນ​ເດຍ ​ໄດ້​ພ້ອມ​ກັນ​ອອກສຽງ​ຮຽກຮ້ອງ​ປັກ​ກິ​ງຕ້ອງ​ເຄົາລົບ​ກົນ​ໝາຍ​ສາກົນ ​ແລະ ສະໜັບສະໜູນ​ຄວາມ​ເສລີ​ໃນ​ການ​ເດີນ​ເຮືອ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​​ເຊິ່ງ​ແມ່ນແຫ່ງ​ທີ່​ມີ​ບັນດາ​ທາງ​ທະ​ເລ​ສຳຄັນ​ຂອງ​ໂລກ.

        ​ໃນ​ບົດ​ປາ​ໄສ​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ​ໄທ ປຣາຢຸດ ຈັນ​ໂອ​ຊາ ໄດ້​ຕັ້ງ​ບັນຫາ​ວ່າ, ການ​ຂັດ​ແຍ້​ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ 1 ​ໃນ​ຈຳນວນ​ຄວາມ​ວິຕົກ​ກັງວົນດ້ານ​ຄວາມ​ສະຫງົບ​ປອດ​ໄພ 7 ຢ່າງຢູ່​ອາຊີ - ປາຊີ​ຟິກ. ທ່ານ​ຖື​ວ່າ, ພາກ​ພື້ນ ​ແລະ ​ໂລກ​ພວມ​ຢູ່​ໃນ​ສະພາບ “ຂາດຄວາມ​ສົມ​ດຸນ“ ດ້ານ​ຄວາມ​ສະຫງົບ​ປອດ​ໄພ. ຢາກ​ສ້າງ​ຄວາມ​ໝັ້ນຄົງ​ຄືນ​ໃໝ໋, ບັນດາ​ຝ່າຍ​ຕ້ອງ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ​ເຄົາລົບ​ກັນ ​ແລະ ພ້ອມ​ກັນ​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດ. ສຳລັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດຖະມົນຕີ ​ໄທ ຖື​ວ່າ, ບັນດາ​ປະ​ເທດ​ພວມ​ມີ​ການ​ຂັດ​ແຍ້​ງກັນ​ຄວນ “ປະກາດ​ອະທິປະ​ໄຕ​ຕາມ​ທິດ​ບໍ່​ເຫັນ​ແກ່​ຕົນ​ເອງ, ຫາກ​ເອົາ​ໃຈ​ໃສ່​ກວ່າ​ອີກ​ເຖິງ​ຜົນ​ປະ​ໂຫຍ​ດລວມ“. ​ໃນ​ຂະນະ​ນັ້ນ, ທີ່​ວາລະ​ປະຊຸມ​ຄົບ​ຄະນະ​ທຳ​ອິດ​ໃນ​ວັນ​ທີ 4/6 ດ້ວຍ​ຫົວ​ຂໍ້​ວ່າ: “​ແກ້​ໄຂ​ບັນດາ​ການ​ທ້າ​ທາຍ​ກ່ຽວ​ກັບ​ຄວາມໝັ້ນຄົງ​ທີ່​ສັບສົນ​ຢູ່​ອາຊີ“ ນັ້ນ, ທ່ານ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Ashton Carter ກໍ່​ສະ​ແດງ​ຄວາມວິຕົກ​ກັງວົນ​ຕໍ່​ການ​ກະທຳ​ຂອງ​ ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເມື່ອ​ທ່ານ​ຢືນຢັນ​ວ່າ, ຢູ່​ທະ​ເລ​ຕາ​ເວັນ​ອອກ, ຈີນ​ໄດ້ ​ແລະ ພວມ​ປະຕິບັດ​ບັນດາ​ການ​ກະທຳ​ເປີດ​ກວ້າງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ການ​ກະທຳ​ນີ້​ໄດ້​ກໍ່​ຄວາມ​ວິຕົກ​ກັງວົນ​ໃຫ້​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ ​ແລະ ພາ​ໃຫ້​ຈີນ​ຖືກ​ຕົກ​ຢູ່​ໂດດ​ດຽວ​ທາງ​ດ້ານ​ທັດສະນະ. ທ່ານ​ຖື​ວ່າຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ການ​ທ້າ​ທາຍ ​ແຕ່​ກໍ່​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ຈີນ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ສ້າງ​ກົນ​ໄກ​ສະກັດ​ກັ້ນ​ການ​ປະ​ທະ​ກັນ.

        ກ່າວ​ຄວາມ​ເຫັນ​ທີ່​ວາລະ​ປະຊຸມ​ຄົບ​ຄະນະ​ຂອງ ກອງ​ປະຊຸມ Shangri-la, ​ໃນ​ຕອນ​ເຊົ້າ​ວັນ​ທີ 4/6, ດ້ວຍ​ຫົວ​ຂໍ້​ວ່າ “ຄຸ້ມ​ຄອງ​ການ​ຂັດ​ ແຍ້​ງກັນດ້ານ​ການ​ທະຫານ​ຢູ່​ອາຊີ“, ທ່ານ Gen Nakatani, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ ກໍ່​ຖື​ວ່າ, ການ​ກະທຳ​ຕ່າງໆ​ຂອງ​ຈີນ ​ໄດ້​ສ້າງ​ເປັນ​ຄວາມ​ທ້າ​ທາຍ​ສຳລັບ​ສະພາບ​ເດີມ​ຂອງ​ພາກ​ພື້ນ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສາກົນ. ທ່ານ​ຢືນຢັນ​ວ່າ, ບໍ່​ມີ​ປະ​ເທດ​ໃດ​ຢືນ​ຢູ່​ນອກ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ໄດ້, ​ເພາະວ່າ​ມັນ​ກ່ຽວຂ້ອງ​ເຖິງ​ຄວາມ​ໝັ​ເນ​ຄົງ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ເຮືອ​ຢູ່​​ເຂດ​ສຳຄັນ​ຍິ່ງ​ກ່ຽວ​ກັບ​ດ້ານ​ການ​ຄ້າ​ໃນ​ທົ່ວ​ໂລກ. ​ແລະ​ກໍ່​ຢູ່ວາລະ​ປະຊຸມ​ຄົບ​ຄະນະ​ນີ້, ທ່ານ Manohar Parrikar, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ອິນ​ເດຍກໍ່​ຢືນຢັນ​ວ່າ ຄວາມ​ເຄັ່ງ​ຕຶງຢູ່​ທະ​ເລ​ຕາ​ເວັນ​ອອກ​ສືບ​ຕໍ່​​ແມ່ນ​ຄວາມ​ວິຕົກ​ກັງວົນ, ອີນ​ເດຍຍົກ​ສູງ​ຄວາມ​ເສລີ​ໃນ​ການ​ເດີນ​ເຮືອ ​ແລະ ການບິນ ​ແມ່ນ​ຕ້ອງ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຂອງ​ສະຫະ​ປະຊາ​ຊາດ.
ປະເທດຕ່າງໆຄັດຄ້ານການກະທຳດ້ານການທະຫານບົນທະເລຕາເວັນອອກຢູ່ Shangri-la - ảnh 2
ນາຍົກລັດຖະມົນຕີໄທ ກ່າວຄຳເຫັນທີ່ພິທີ
ໄຂກອງປະຊຸມເຈລະຈາ Sangri-La 2016

        ຍົກ​ສູງ​ເລື່ອງ​ປະຕິບັດ​ກົດໝາຍ​ສາກົນ, ຮ່ວມ​ມື​ແທນ​ທີ​ຈະ​ປະ​ເຊີນ​ໜ້າ

          ຕໍ່​ໜ້າ​ຜູ້​ແທນນັບ​ຮ້ອຍ​ຄົນ​ທີ່​ມາ​ຈາກ​ບັນດາ​ປະ​ເທດ ອາ​ຊຽນ, ອາຊີ, ​ເອີ​ລົບ, ຈີນ ​ແລະ ອາ​ເມ​ລິ​ກາ, ທ່ານ​ນາຍົກລັດຖະມົນຕີ ​ໄທ ປຣາຢຸດ ຈັນ​ໂອຊາ ​​ຮຽກຮ້ອງ​ບັນດາ​ປະ​ເທດ​​ມີ​ຄວາມ​ຂັດ​ແຍ້​ງດ້ານຜືນ​ແຜ່ນດິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຄວນ​ເລືອກ​ເຟັ້ນການ​ຮ່ວມ​ມື​ແທນ​ທີ່​ການ​ປະ​ທະ​ກັນ. ​ໄທ ສະໜັບສະໜູນ​ມາດ​ຕະການ​ສັນຕິພາບ​ໃຫ້​ແກ່​ບັນດາ​ການ​ຂັດ​ແຍ້ງກັນ, ຕາມ​ກົດໝາຍ​ສາກົນ, ​ເຊິ່ງລວມມີ​ສົນທິ​ສັນຍາ ສປຊ ກ່ຽວ​ກັບ​ກົດໝາຍວ່າ​​ດ້ວຍ​ທະ​ເລ ປີ 1982. ຜູ້ນຳ​ລັດຖະບານ​ໄທ ​ເຊື່ອ​ໝັ້ນວ່າ: ອາ​ຊຽນ ຕ້ອງ​ສາມັກຄີ ​ແລະ ຍົກ​ສູງ​ບົດບາດ​ຂອງ​ກົດໝາຍ​ສາກົນ​ໃນ​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ​ໄທ ຖື​ວ່າ: ການ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພືດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ຈະ​ສ້າງ​ບັນ​ຍາ​ກາດ​ເພື່ອ​ແກ້​ໄຂ​ບັນຫາ ​ແລະ ສະໜັບສະໜູນ​ເລື່ອງ​ສິ້ນ​ສຸດ​ການ​ເຈລະຈາ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະ​ພືດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ. ປະ​ເທດ​ຕ່າງໆ​ມີ​ການ​ຂັດ​ແຍ​້ງອະທິປະ​ໄຕ​ຕ້ອງຍາດ​ແຍ່ງທຸກ​ກາລະ​ໂອກາດ, ທຸກ​ເວທີ​ປາ​ໄສ​​ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຈດ​ຈຳນົງ​ດ້ານ​ການ​ເມືອງ​ໃນ​ການ​ແກ້​ໄຂ​ບັນຫາ.

        ສ່ວນທ່ານ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ Gen Nakatani ຮຽກຮ້ອງບັນດາ​ປະ​ເທດ​ປະຕິບັດ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພືດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ເຂັ້ມ​ງວດ, ​ເຄົາລົບ​ຄວາມ​ເສລີ​​ໃນ​ການ​ເດີນ​ເຮືອ ​ແລະ ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ຜ່ານ​ບັນດາ​ມາດ​ຕະການ​ສັນຕິພາບ, ​ເຄົາລົບ​ບັນດາ​ຄຳ​ຕັດສິນ​ຂອງ​ສາກົນ. ​ໃນ​ຂະນະ​ນັ້ນ, ທ່ານ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຝຣັ່ງ Jean Yves Le Drian ຢັ້ງຢືນຜົນ​ສັກສິດ​ຢ່າງ​​ແຮງ​ຂອງ​ສົນທິສັນຍາ ສປຊ ກ່ຽວ​ກົບ​ກົດໝາ​ຍວ່າ​ດ້ວຍ​ທະ​ເລ​ປີ 1982, ​ເຊິ່ງ​ແມ່ນ​ເອກະສານ​ທີ່​ທ່ານ​ຖື​ວ່າ​ໄດ້​ຮັບ​ການ​ນຳ​ໃຊ້ຢູ່​ທຸກ​ແຫ່ງ​ໃນ​​ໂລກ. ທ່ານ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຝຣັ່ງ ​ເນັ້ນ​ໜັກ​ວ່າ: ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ການ​​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ​່ນຈຳ​ເປັນ​ຕ້ອງ​ສ້າງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະ​ພືດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

        ກອງ​ປະຊຸມ Shangri La ຄັ້ງ​ທີ 15 ຖືກ​ອັດ​ລົງ, ບັນຫາ​ທະ​ເລ​ຕາ​ເວັນ​ອອກ ສືບ​ຕໍ່​ແມ່ນ​ເນື້ອ​ໃນ​ຈຸດ​ສຸມ​ທີ່​ໄດ້​ນຳ​ມາປຶກສາ​ຫາລື​​ໃນ​ເວທີ​ປາ​ໄສ​ປ້ອງ​ກັນ​ຄວາມ​ສະຫງົບ​ນີ້, ​ໄດ້ສະ​ແດງ​ໃຫ​້​ເຫັນ​ວ່າຄວາມ​ເອົາ​ໃຈ​ໃສ່​​ເປັນພິ​ເສດ​ຂອງ​ປະຊາ​ຄົມ​ໂລກ. ອີກ​ຄັ້ງ​ໜຶ່ງ, ​ແນວ​ຄິດ​ຮ່ວມ​ມື ຫຼື ຕໍ່ສູ້​​ແມ່ນ​ຕ້ອງ​ອີງ​ໃສ່​ຈິດ​ໃຈ​ສະ​ເໝີ​ພາບ, ​ການເຄົາລົບ​ບັນດາ​ຫຼັກການ​ຂອງ​ກົດໝາ​ຍສາກົນ​ຕ້ອງໄດ້​ຮັບ​ການ​ຍົກ​ສູງ. ນັ້ນ​ກໍ່​ແມ່ນ​ມາດຖານ​ເພື່ອ​ໃຫ້​ບັນດາ​ຝ່າຍກ່ຽວຂ້ອງ​ແກ້​ໄຂການ​ຂັດ​ແຍ​້ງກັນ, ຄວາມ​ບໍ່​ລົງ​ລອຍ​ກັນ, ຫລຸດຜ່ອນ​ໄພ​ປະ​ທະ​ກັນ, ພ​້ອມກັນ​ຊອກ​ຫາ​ບັນດາ​ມາດ​ຕະການ​ເໝາະ​ສົມ​ກັບ​ກົດໝາຍ ​ແລະ ທຳນຽມ​ສາກົນ, ປະກອບສ່ວນ​ຮັກສາ​ສະຖຽນ​ລະ​ພາບຢູ່​ພາກ​ພື້ນ ​ແລະ ຢູ່​​ໃນ​ໂລກ.

 


ຕອບກັບ

ຂ່າວ/ບົດ​ອື່ນ