ຜັນຂະຫຍາຍຫນ້າທີ່ເສດຖະກິດສັງຄົມປີ 2017

(vovworld)- ປີ 2017, ຫວຽດ​ນາມ ວາງ​ຄາດ​ໝາຍ​ຮັ​ກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ບັນ​ລຸ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢູ່​ໃນ​ລະ​ດັບ 6,7%, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ. ເພື່ອ​ປະ​ຕິ​ບັດ​ຫນ້າ​ທີ່​ດັ່ງ​ກ່າວ​ໃຫ້​ໄດ້. ນັບ​ແຕ່​ຊຸມມື້​ຕົ້ນ​ປີ 2017, ລັດ​ຖະ​ບານ ແລະ ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນຕ່າງໆ​ໄດ້​ວາງ​ອອກ​ຫລາຍ​ໂຄງ​ການ​ດຳ​ເນີນ​ງານ​ລະ​ອຽດ.

ຜັນຂະຫຍາຍຫນ້າທີ່ເສດຖະກິດສັງຄົມປີ 2017 - ảnh 1
ກອງ​ປະ​ຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ກັບ​ການ​ນຳ
 63 ແຂວງ, ນະ​ຄອນ
ພາບ:baochinhphu.vn

        3 ຄາດ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ປີ 2017 ນັ້ນ​ແມ່ນ ການ​ເຕີບ​ໂຕ GDP ຢູ່​ໃນ​ລະ​ດັບ 6,7%, ໄພ​ເງິນ​ເຟີ້ສະ​ເລ່ຍ ຢູ່​ໃນ​ລະ​ດັບ 4% ແລະ ງົບ​ປະ​ມານ​ຕ້ອງ​ຮັບ​ປະ​ກັນ​ທັງ​ຢູ່​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ. ລັດ​ຖະ​ບານ​ຫວຽດ​ນາມ ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ດັ່ງ​ກ່າວ ຜ່ານ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຫນ້າ​ທີ່​ໃນ​ໄຕ​ມາດ 1 ປີ 2017. ບັນ​ດ​າ​ກະ​ຊວງ, ຂະ​ແຫນງ​ການ ແລະ ທ້ອງ​ຖິ່ນ​ຕ່າງໆ ກໍ​ໄດ້​ຍົກອອກ​ຫລາຍ​ມາດ​ຕະ​ການ​ຜັນ​ຂະ​ຫຍາຍ​ລະ​ອຽດ. ບັນ​ດາ​ການ​ກະ​ທຳ​ນີ້​ແມ່ນ​ສະ​ແດງ​ໃຫ​້​ເຫັນ​ຢ່າງ​ຈະ​ແຈ້ງ​ແຜນ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານທີ່​ມີ​ຄວາມ​ຊັດ​ສື່​ບໍ​ລິ​ສຸດ, ສ້າງ​ສັນ, ພັດ​ທະ​ນາ ແລະ ການ​ກະ​ທຳ​ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ.

ຄວາມ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ

ທີ່ກອງ​ປະ​ຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ກັບ​ການ​ນຳ 63 ແຂວງ, ນະ​ຄອນ ເມື່ອ​ວັນ​ທີ (28 -29/12/2016), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ໄດ້​ເນັ້ນ​ຫນັກ​ເຖິງ 30 ຫນ້າ​ທີ່​ຈຸດ​ສຸມ​ຄວນ​​ໄດ້​ຮັບ​ການຜັນ​ຂະ​ຫຍາຍ​ໃນ​ປີ 2017. ບັນ​ດາ​ເນື້ອ​ໃນ​ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ ຢ່າງ​ຈະ​ແຈ້ງ ​ຄວາມ​ຕັດ​ສິນ​ໃຈ​ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​, ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ ປະ​ສິດ​ທິ​ຜົນ, ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ບັນ​ດາ​ຂະ​ແຫນງ​ການ, ຂົງ​ເຂດ ແລະ ຂອງ​ທັງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ປອດ​ໄພ​​ສຳ​ລັບຫນີ້​ສາ​ທາ​ລະ​ນະ, ປຸກ​ລະ​ດົມ​ທົ່ວ​ສັງ​ຄົມ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ອົງ​ການ​ນຳ​ໃຊ້​ງົບ​ປະ​ມານ​​ຕ້ອງປະ​ຕິ​ບັດ​​ມາດ​ຕະການ​ປະ​ຢັດ​ມັດ​ທະ​ຍັດ.

ພ້ອມ​ກັບ 30 ຫນ້າ​ທີ່​ຈຸດ​ສຸມ ຊື່ງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຍົກ​ອອກ​ມາ, ລັດ​ຖະ​ບານ ໄດ້​ກະ​ກຽມ​ປະ​ກາດ​ໃຊ້ ມະ​ຕິ​ເລກ​ທີ 01 ກ່ຽວ​ກັບ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ​ການ​ສ້າງແຜນ​ງົບ​ປະ​ມານ​ແຫ່ງ​ລັດ​ປີ 2017. ຕາມ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີງ​ເຫ້ວ ແລ້ວ, ຮ່າງ​ມະ​ຕິ​ໄດ້​ເນັ້ນ​ຫນັກ​ຢ່າງ​ແຮງ​ເຖິງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທຳ​ອິດ ນັ້ນ​ແມ່ນ ຮັບ​ປະ​ກັນ​ການ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ ແມ່ນ​ພື້​ນ​ຖານ​ໃຫ້​ແກ່​ການ​ພັດ​ທະ​ນາ, ຖັດ​ມາ ແມ່ນ​ການ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່ ຕິດ​ພັນ​ກັບ​ການ​ເຕີບ​ໂຕ ປະ​ຕິ​ບັດ 3 ຂອດ​ບຸກ​ທະ​ລຸ​ຍຸດ​ທະ​ສາດ, ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແຕ່​ຕ້ອງ​ມີ​ຄວາມ​ໝັ້ນ​ຄົງ. ໃນ​ຍອດ​ຈຳ​ນວນ 10 ມາດ​ຕະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ຊື່ງ ຮ່າງ​ມະ​ຕິ​ໄດ້​ເຕື້ອງ​ເຖິງ, ມີ​ບາງ​ເນື້ອ​ໃນ ລັດ​ຖະ​ບານ ​ສະ​ເຫນີ​ຕ້ອງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໃນ​ໄຕ​ມາດ 1 ປີ 2017. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີງ​ເຫ້ວ ໃຫ້​ຮູ້​ວ່າ:

“ໃນ​ໄຕ​ມາດ 1, ທະ​ນາ​ຄານ​ແຫ່ງ​ລັດ ຕ້ອງ​ລາຍ​ງານ​ຄັ້ງ​ສຸດ​ທ້າຍ​ຕໍ່​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີກ່ຽວ​ກັບ​ແຜນ​ຮ່າງ​ຕ້ານ​ການ​ນຳ​ໃຊ້​ເງິນ USD  ແລະ ຄຳເປັນ​ຕົ້​ນ​ຕໍ​ ແລະ ມີ​ແຜນ​ຮ່າງ​ລະ​ດົມ​ຄຳ, USD ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ຮັບ​ໃຊ້​ເສດ​ຖະ​ກິດ. ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ ຕ້ອງ​ຜັນ​ຂະ​ຫຍາຍ​ແຜນ​ງົບ​ປະ​ມານ​ປີ 2017 ແລະ ແຜນ​ການ​ລົງ​ທຶນ​ຂອງ​ລັດ​ນັບ​ແຕ່​ຊຸມມື້​ຕົ້ນ​ປີ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ສືບ​ຕໍ່​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່ ຕິດ​ພັນ​ກັບ​ການ​ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ. ເນື້ອ​ໃນ​ຈິດ​ໃຈ​ໃນ​ໄຕ​ມາດ 1 ນັ້ນ​ແມ່ນ ແຜນ​ຮ່າງທັງ​ໝົດສ້າງ​ໂຄງ​ປະ​ກອບ​ຄືນ​ໃຫ​ມ່​ໃນ 3 ຂົງ​ເຂດ (​ສ້າງໂຄງ​ປະ​ກອບການ​ລົງ​ທຶນ​ຂອງ​ລັດ​ຄືນ​ໃຫມ່, ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃຫມ່ ແລະ ບັນ​ດາ​ອົງ​ການ​ສິນ​ເຊື່ອ​ຄືນ​ໃຫ​ມ່)ຕ້ອງ​ຍື່​ນ​ສະ​ເຫນີ​ຕໍ່​ລັດ​ຖະ​ບານ ແລະ ອົງ​ການ​ກ່ຽວ​ຂ້ອງ​ເພື່ອ​ຈັດ​ຕັ້ງ​ການ​ປະ​ຕິ​ບັດ.”

 ​ເປັນ​ຈິດ​ຫນຶ່ງ​ໃນ​ດຽວ​ຈາກບັນ​ດາ​ທ້ອງ​ຖິ່ນ

ທ່ານ​ ຫງວຽນ​ດືກ​ຈູງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ: ປີ 2017, ຮ່າ​ໂນ້ຍ ຈະ​ໃກ້​ຊິດ​ຕິດ​ແທດ​ກັບການ​ຊີ້​ນຳ​ຂອງລັດ​ຖະ​ບານ, ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ແຫນງ​ການ ຍູ້​ແຮງ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ດຳ​ເນີນ​ທຸ​ລະ​ກິດ; ປະ​ຕິ​ບັດ​ວຽກ​ງານ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ເປັນ​ຢ່າງ​ດີ. ທ່ານ ຫງວຽນ​ແທງ​ຟອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມີນ ຢືນ​ຢັນ: ປີ 2017, ນະ​ຄອນ ຄວນ​ສຸມ​ໃສ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ບັນ​ດາ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ, ສູ້​ຊົນ​ຈະ​ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ​ໃຫ​ມ່ 50.000 ແຫ່ງ. ນະ​ຄອນ ໂຮ່​ຈິ​ມີນ ຈະ​ລະ​ດົມ​ທຸກ​ແຫລ່ງ​ກຳ​ລັງ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ປີ 2017, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ. ຢູ່ ດົງ​ນາຍ, ທ່ານ​ດີງກວກ​ທາຍ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດົງ​ນາຍ ໃຫ້​ຮູ້​ວ່າ:ແຂວງ ຈະ​ຜັນ​ຂະ​ຫຍາຍ​ບັນ​ດາ​ຫນ້າ​ທີ່​ພາຍ​ຫລັງ​ມີ​ມະ​ຕິ​ເລກ 01 ຂອງ​ລັດ​ຖະ​ບານ.

        “ແຂວງ​ດົງ​ນາຍ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ລື່ນ​ກາຍ​ບັນ​ດາ​ຄາດ​ໝາຍ​ຊື່ງ​ລັດ​ຖະ​ບານມອບ​ໝາຍ​ໃຫ້​ເພື່ອ​ພ້ອມ​ກັບ​ລັດ​ຖະ​ບານ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ປີ 2017 ຢ່າງ​ມີ​ໄຊ. ສຳ​ລັບ​ບັນ​ດາ​ໂຄງ​ການກໍ່​ສ້າງ​ເຮືອນ​ຢູ່​ໃຫ້​ແກ່​ກຳ​ມະ​ກອນ ດ້ວຍ​ເນື້ອ​ທີ່ກວ່າ 10 ເຮັກ​ຕາ ​ແມ່ນອະ​ນຸ​ຍາດ​ເມື່ອ​ມີ​ຄວາມ​ຈຳ​ເປັນ​ຈະ​ຄິດ​ໄລ່​ມູນ​ຄ່າ​ເນື້ອ​​ທີ​່​ດິນ​ 2% ໃຫ້​ແກ່​ເຮືອນ​ຢູ່​ສັງ​ຄົມ​ເປັນ​ເງິນ​ສົດ​ເພື່​ອ​ຮັບ​ໃຊ້​ໃຫ້​ບັນ​ດາ​ໂຄງ​ການກໍ່​ສ້າງ​ເຮືອນ​ຢູ່​ສັງ​ຄົມຊື່ງ​ຕັ້ງ​ຢູ່​ໃກ້​ກັບ​ເຂດ​ອຸດ​ສາ​ຫະ​ກຳ ຫລື ບັນ​ດາ​ໂຮງ​ງານ.”

ໃນ​ຂະ​ນະ​ນັ້ນ ທ່ານ ຫງວຽນ​ຊວນ​ດົງ, ປະ​ທາ​ນ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ຮ່າ​ນາມ ໃຫ້​ຮູ້​ວ່າ:

        “ແຂວງ​ຈະ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ປະ​ຕິ​ບັດ​ການ​ປັບ​ປຸງ​ແຜນ​ກຳ​ນົດ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ຢູ່​ບໍ​ລິ​ເວນ​ແຂວງ. ກ່ຽວ​ກັບ​ກົນ​ໄກ​ນະ​ໂຍ​ບາຍ ຜັນ​ຂະ​ຫຍາຍ​ບ້ວງ​ສິນ​ເຊື່ອ​ໃຫ້​ແກ່​ການ​ພັດ​ທະ​ນາ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ, ມີ​ກົນ​ໄກ​ສ້າງ​ແຫລ່ງ​ກຳ​ລັງ​ເພື່ອ​ດຳ​ເນີນ​ການ​ລົງ​ທຶນ​ຢ່າງວ່ອງ​ໄວ​ຢູ່​ເຂດ​ອຸດ​ສາ​ຫະ​ກຳ ນາມ​ກາວ.”

ຕາມ​ທ່ານ​ ຫງວຽນ​ວັນ​ຕຸງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ນະ​ຄອນ ຫາຍ​ຟ່ອງ ແລ້ວ, ປີ 2017, ນ​ະ​ຄອນ ສູ້​ຊົນ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ເສດ​ຖະ​ກິດ​ສັງ​ຄົມ​ຢູ່​ໃນ​ລະ​ດັບ​ສູງ, ຕັດ​ສິນ​ໃຈ​ສ້າງ​ບາດ​ກ້າວ​ບຸ​ທະ​ລຸ​ໃຫຍ່.

“ປີ 2017, ນະ​ຄອນ​ຕັດ​ສິນ​ໃຈ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ຈາກ 12,5 -13%, ເກັບ​ລາຍ​ຮັບ​ງົບ​ປະ​ມານ​ຢູ່​ທ້ອງ​ຖິ່ນ​ໃຫ້​ໄດ້ 21.500 ຕື້​ດົງ, ເພີ່ມ​ຂຶ້ນກວ່າ 4000 ຕື້​ດົງ ເມື່ອ​ທຽບ​ໃສ່​ປີ 2016. ນະ​ຄອນ ກໍ​ຈະ​ລົງ​ທຶນ ແລະ ເລີ່ມ​ປະ​ຕິ​ບັດ​ຫລາຍ​ໂຄງ​ການ​ສຳ​ຄັນ. ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ນະ​ຄອນ ຫາຍ​ຟ່ອງ ສະ​ເຫນີ ກໍ່​ສ້າງ​ທ່າ​ກຳ​ປັ່ນ​ສາ​ກົນຫາຍ​ຟ່ອງ​, ອະ​ນຸ​ຍາດ​ກໍ່​ສ້າງອາ​ຄານ​ຜູ້​ໂດຍ​ສານເລກ 2 ຕື່ມ​ອີກ ຢູ່ ທ່າອາ​ກາດ​ສະ​ຍານ​ສາ​ກົນ ກາດ​ບີ ເພື່ອ​ຕອບ​ສະ​ຫນອງ​ການ​ເຕີບ​ໂຕ​ທາງ​ການ​ບິນ”

ປີ 2017, ຫວຽດ​ນາມ ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ​ຈາກ​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ ແຕ່​ດ້ວຍ​ຄວາມ​ຕັດ​ສິນ​ໃຈ, ການ​ຊີ້​ນຳ​ຢ່າງ​ໃກ້​ຊິດ​ຂອງ​ລັດ​ຖະ​ບານ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ບັນ​ດາ​ທ້ອງ​ຖິ່ນ ຈະ​ແມ່ນ​ກຳ​ລັງ​ຫນູນ​ໃຫຍ່​ເພື່ອ​ໃຫ້​ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.


ຕອບກັບ

ຂ່າວ/ບົດ​ອື່ນ