ຝະລັ່ງ - ເຢຍລະມັນ ສົມທົບກັນຊຸກຍູ້ການຮ່ວມມືໃນ ອີຢູ

(VOVWORLD) – ພາຍຫລັງພິທີຮັບດຳລົງຕຳແໜ່ງເປັນເວລາໜຶ່ງວັນ, ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron ໄດ້ມີການຢ້ຽມຢາມທຳອິດເຖິງ ເຢຍລະມັນ ຕາມປະເພນີ, ຮຽກຮ້ອງການສ້າງປະຫວັດສາດຄືນໃໝ່ສຳລັບ ເອີລົບ ເພື່ອຕ້ານລັດທິປະຊານິຍົມພວມແຜ່ຂະຫຍາຍຢ່າງກ້ວາງຂວາງ. ໝາກຜົນແຫ່ງການຢ້ຽມຢາມ ບໍ່ພຽງແຕ່ເພີ່ມທະວີການພົວພັນ ເຢຍລະມັນ - ຝະລັ່ງ ເທົ່ານັ້ນ ຫາກຍັງຊຸກຍູ້ການຮ່ວມມືໃນອີຢູຢ່າງເລິກເຊິ່ງກ້ວາງຂວາງຕື່ມອີກ. ບົດຂຽນ “ຝະລັ່ງ - ເຢຍລະມັນ ສົມທົບກັນຊຸກຍູ້ການຮ່ວມມືໃນ ອີຢູ” ຂອງບັນນາທິການ VOV.

ຝະລັ່ງ - ເຢຍລະມັນ ສົມທົບກັນຊຸກຍູ້ການຮ່ວມມືໃນ ອີຢູ - ảnh 1

ທ່ານນາງນາຍົກລັດຖະມົນຕີ Angela merkel ທ່ານ ປະທານາທິບໍດີແລະ  Emmanuel Macron  (ພາບ: ຫວຽດນາມ+)

  ເຢຍລະມັນ ເບິ່ງຄືວ່າ ໄດ້ກາຍເປັນສະຖານທີ່ມາຢ້ຽມຢາມຄັ້ງທຳອິດຂອງການນຳ ຝະລັ່ງ ຫລາຍທ່ານ ພາຍຫລັງພິທີຮັບດຳລົງຕຳແໜ່ງ. ນັບແຕ່ປີ 1963 ເມື່ອທ່ານປະທານາທິບໍດີ ຝະລັ່ງ Charles de Gaulle ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ Konrad Adenauer ລົງນາມໃນສົນທິສັນຍາ Elysee, ການຮ່ວມມື ເຢຍລະມັນ - ຝະລັ່ງ ໄດ້ກາຍເປັນໜຶ່ງໃນບັນດາເສົາຄ້ຳຕົ້ນຕໍໃນນະໂຍບາຍພົວພັນຕ່າງປະເທດຂອງ 2 ປະເທດ ແລະ ພັດທະນາກາຍເປັນກຳລັງໜູນຂອງການທ້ອນໂຮມ ເອີລົບ ເປັນເອກະພາບ.

       ຕາມປົກກະຕິແລ້ວ, ການຢ້ຽມຢາມ Berlin ຂອງທ່ານປະທານາທິບໍດີ Emmanuel Macron ໃນວັນທີ 15 ພຶດສະພາ ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນ ຝະລັ່ງ - ເຢຍລະມັນ ໃນການປະຕິບັດບັນດາເປົ້າໝາຍຂອງ ເອີລົບ. 2 ປະເທດຢາກຮ່ວມມື ເພື່ອແກ້ໄຂບັນດາບັນຫາບຸລິມະສິດຄື: ຄວາມໝັ້ນຄົງ, ເສດຖະກິດ, ການລົງທຶນ ແລະ ປົກປ້ອງສັງຄົມ.

        ເອີລົບ ແມ່ນບຸລິມະສິດໃນນະໂຍບາຍການພົວພັນຕ່າງປະເທດຂອງ ຝະລັ່ງ

ບັນຫາພົ້ນເດັ່ນທີ່ສຸດຂອງ ເອີລົບ ໃນປະຈຸບັນ ພໍ່ພຽງແຕ່ມີການເຕີບໂຕເສດຖະກິດ ຫຼື ຮັດແໜ້ນການປ້ອງກັນຄວາມສະຫງົບປອດໄພເທົ່ານັ້ນ ຫາກຍັງແມ່ນຄວາມເຫັນດີ ແລະ ຄວາມສາມັກຄີໃນກຸ່ມ. ພາຍຫລັງເຫດ ອັງກິດ ຖອນອອກຈາກສະຫະພາບ ເອີລົບ (ອີຢູ) ຫຼື ເອີ້ນວ່າ Brexit ພ້ອມດ້ວຍການຟື້ນຕົວຂຶ້ນຂອງຂະບວນການລັດທິປະຊານິຍົມພວມແຜ່ຂະຫຍາຍທົ່ວ ເອີລົບ, ປະຈຸບັນ ໜ້າທີ່ໜັກໜ່ວງທີ່ສຸດຕໍ່ບັນດາປະເທດແຖວໜ້າໃນ ເອີລົບ ຄື ຝະລັ່ງ ແລະ ເຢຍລະມັນ ແມ່ນສ້າງພື້ນຖານຄືນໃໝ່ໃຫ້ກຸ່ມສຳພັນທະມິດນີ້, ປະຕິຮູບເພື່ອໃຫ້ ອີຢູ ບໍ່ຕົກເຂົ້າສູ່ສະພາບພັງທະລາຍລົງຄືດັ່ງຫາງສຽງມີຄວາມວິຕົກກັງວົນໃນໄລຍະຜ່ານມາ.

        ນັບແຕ່ມື້ທຳອິດຂອງບັ້ນຂົນຂວາຍຫາສຽງເລືອກຕັ້ງ, ທ່ານ Macron ຍາມໃດກໍ່ສະແດງຫຼັກໝັ້ນສະໜັບສະໜູນ ອີຢູ, ຖະແຫຼງຊຸກຍູ້ການເຊື່ອມໂຍງດ້ານການຄ້າ, ຄວາມສາມັກຄີໃນກຸ່ມ. ຊ້ຳບໍ່ໜຳທ່ານ Macron ປາດຖະໜາຢາກສ້າງ ເອີລົບ ເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງກ່ວາ, ເຖິງລະດັບມີງົບປະມານລວມ, ສະພາແຫ່ງຊາດລວມ ແລະ ລັດຖະມົນຕີກະຊວງການເງິນລວມ. ທ່ານ Macron ມີຄວາມຫວັງວ່າ ທີ່ການປະຊຸມສະພາເອີລົບໃນເດືອນ 6 ຈະມາເຖິງ ບັນດາປະເທດພາຄີຈະຮັບຮອງເອົາແຜນການກ່ຽວກັບບັນດາບັນຫາ ຊຶ່ງຝະລັ່ງມີຄວາມສົນໃຈໃນປະຈຸບັນ ຄືການປະຕິຮູບພາກພື້ນ Eurozome ຫຼື ແງ່ຫວັງການເງິນໃນໄລຍະຈະມາເຖິງຂອງ ອີຢູ. ໃນພິທີສາບານຕົວເຂົ້າດຳລົງຕຳແໜ່ງເມື່ອວັນທີ 14 ພຶດສະພາ, ປະທານາທິບໍດີຜູ້ໜຸ່ມແໜ້ນກ່ວາໝູ່ໃນປະຫວັດສາດ ຝະລັ່ງ ໄດ້ເນັ້ນໜັກອີກເທື່ອໜຶ່ງໃນຖານະເປັນປະທານາທິບໍດີ ຝະລັ່ງວ່າ: ທ່ານຫວັງໃຫ້ ເອີລົບ ໃນປະຈຸບັນ ແລະ ໃນອະນາຄົດອາດຈະພັດທະນາກ້າວຂຶ້ນ.

ຝະລັ່ງ - ເຢຍລະມັນ ສົມທົບກັນຊຸກຍູ້ການຮ່ວມມືໃນ ອີຢູ - ảnh 2

ທ່ານນາງນາຍົກລັດຖະມົນຕີ Angela merkel ທ່ານ ປະທານາທິບໍດີແລະ  Emmanuel Macron (ພາບ: ຫວຽດນາມ+)

ໃນບາດກ້າວເດີນທຳອິດເພື່ອຫັນສິ່ງນີ້ໃຫ້ປະກົດຜົນເປັນຈິງ, ທີ່ການພົບປະກັບທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela merkel ຢູ່ແບກແລງ, ທ່ານ Macron ໄດ້ສະແດງຄວາມຫວັງໃນອະນາຄົດ EU ຈະຫຼຸດຜ່ອນໄພອາດຍາສິດ ແລະ ມີຄວາມສາມາດປ້ອງກັນເອງເປັນຢ່າງດີກ່ວາ. ທ່ານຢືນຢັນວ່າ , ສຳລັບຝະລັ່ງແລ້ວ, ການປ່ຽນແປງສົນທິສັນຍາເອີລົບໃນການປັບປຸງ EU ບໍ່ແມ່ນສິ່ງທີ່ເກືອດຫ້າມ. ໃນຂົງເຂດການຄ້າ, ທ່ານປະທານາທິບໍດີ  Macron ຖືວ່າ ບັນດາບໍລິສັດຂອງເອີລົບຄວນຢືນຢູ່ຢ່າງໝັ້ນຄົງກ່ວາຕໍ່ໜ້າກະແສຟອງການຄ້າເສລີ.

    ຝະລັ່ງ-ເຢຍລະມັນສົມທົບກັນເພື່ອສ້າງທິດທາງພັດທະນາຂອງ EU ເປັນຮູບປະທຳ

    ເພື່ອຕອບສະໜອງບັນດາຂໍ້ສະເໜີຂອງປະທານາທິບໍດີຝະລັ່ງກ່ຽວກັບການສ້າງ EU ໃຫ້ແຂງແຮງກວ່າ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela merkel ຖືວ່າ ນີ້ແມ່ນຈຸດເວລາທີ່ສຳຄັນຂອງ EU ແລະ EU ພຽງແຕ່ມີຄວາມເຂັ້ມແຂງຂະນະທີ່ຝະລັ່ງເຂັ້ມແຂງ. ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela merkel ຢືນຢັນວ່າ 2 ປະເທດມະຫາອຳນາດທີ່ຫຼັກແຫຼ່ງຂອງ EU ຫວັງຢາກສ້າງກຳລັງຊຸກຍູ້ໃໝ່ໃຫ້ແກ່ການຮ່ວມມື 2 ຝ່າຍ ແລະ ສ້າງພະລັງຊີວິດໃໝ່ໃຫ້ແກ່ສຳພັນທະມິດຝະລັ່ງ-ເຢຍລະມັນ. ຕາມທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela merkel ແລ້ວ, 2 ປະເທດໄດ້ບັນລຸຄວາມຮັບຮູ້ລວມແມ່ນບໍ່ອາດສຸມໃສ່ພຽງແຕ່ເລື່ອງອັງກິດອອກຈາກ EU ຊຶ່ງກ່ອນອື່ນໝົດ ແລະ ເໜືອກວ່າສິ່ງໃດໝົດ ແມ່ນຕ້ອງຄິດເຖິງວິທີເຮັດໃຫ້ສຳພັນທະມິດເລິກເຊິ່ງຂຶ້ນຕື່ມ ແລະ ຊ່ວຍພາກພື້ນ Eurozone ສາມາດຕ້ານຢັນເປັນຢ່າງດີກວ່າຕໍ່ໜ້າບັນດາວິກິດການ. ທ່ານນາງຍັງເຫັນດີກັບແນວຄວາມຄິດປັບປຸງ EU ຂອງປະທານາທິບໍດີຝະລັ່ງ ແລະ ໃຫ້ຮູ້ວ່າ ພ້ອມແລ້ວຈະປ່ຽນແປງສົນທິສັນຍາເອີລົບ. ແຕ່ຕາມທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela merkel ແລ້ວ, ກ່ອນອື່ນໝົດ ບັນດາຝ່າຍຕ້ອງກຳນົດຄວາມຫວັງຂອງ EU ຢາກປັບປຸງສິ່ງໃດ, ຫຼັງຈາກນັ້ນຈຶ່ງລົງມືປະຕິບັດບັນດາບາດກ້າວຕໍ່ໄປ.

     ກ່ອນທີ່ດຳເນີນການຢ້ຽມຢາມ, ແບກແລງ ໄດ້ມີຄວາມເປັນຫ່ວງກັງວົນວ່າ ບັນດາຄວາມມານະພະຍາຍາມປະຕິຮູບ EU ຢ່າງເຖິງຖອງຂອງປະທານາທິບໍດີຝະລັ່ງແມ່ນບໍ່ຕິດແທດຕົວຈິງ ໃນສະພາວະທີ່ພາກພື້ນ Eurozone ພວມປະສົບກັບວິກິດການ. ໂຄສົກກະຊວງການເງິນເຢຍລະມັນຖືວ່າ ແຜນນະໂຍບາຍຂອງທ່ານ Macron ຈະຮຽກຮ້ອງໃຫ້ຕ້ອງປ່ຽນແປງສົນທິສັນຍາເອີລົບ ແລະ ສິ່ງນີ້ຄວນໄດ້ຮັບການຮັບຮອງເອົາຈາກບັນດາປະເທດພາຄີທັງໝົດ.

ຝະລັ່ງ ແລະ ເຢຍລະມັນແມ່ນ 2 ປະເທດສະມາຊິກຫຼັກແຫຼ່ງຂອງ EU. ການຈັບມືລະຫວ່າງປະທານາທິບໍດີຝະລັ່ງ ແລະ ນາຍົກລັດຖະມົນຕີເຢຍລະມັນຢູ່ແບກແລງເມື່ອວັນທີ 15/5 ນັ້ນ, ແມ່ນບໍ່ພຽງແຕ່ສ້າງພະລັງແຮງໃໝ່ແກ່ການຮ່ວມມື 2 ຝ່າຍເທົ່ານັ້ນ, ຫາກຍັງເປັນພື້ນຖານສ້າງທິດທາງພັດທະນາຂອງ EU ເປັນຮູບປະທຳໃນສະພາວະທີ່ສຳພັນທະມິດນີ້ ພວມຕ້ອງການມີການເຊື່ອມຈອດ ແລະ ເປັນເອກະພາບ./. 

ຕອບກັບ

ຂ່າວ/ບົດ​ອື່ນ