ພັດທະນາ​ແບບ​ຍືນ​ຍົງ ​ເພື່ອ​ບໍ່​​ໃຫ້​ໃຜ​ຖືກ​ປະ​ໄວ້​ຢູ່​ທາງຫຼັງ

(VOVWORLD) - ວັນທີ 17 ກໍລະກົດ, ຜູ້ຕາງໜ້າຫວຽດນາມ ຫາກໍ່ແບ່ງປັນປະສົບການຂອງຕົນໃນການສົມທົບບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ເຂົ້າໃນການວິວັດການສ້າງແຜນການ ແລະ ຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໃນກອງປະຊຸມຂັ້ນສູງຂອງສະພາເສດຖະກິດ-ສັງຄົມ ສປຊ (ECOSOC), ເຊິ່ງຖືກຈັດຂຶ້ນທີ່ ສໍານັກງານ ສປຊ ຢູ່ ນິວຢອກ, ປະເທດອາເມລິກາ. ບັນດາຜົນງານຂອງຫວຽດນາມໃນການພັດທະນາເສດຖະກິດ ແລະ ຮັບປະກັນການພັດທະນາເສດຖະກິດ-ສັງຄົມໃນບົດລາຍງານຄວາມມຸ່ງມາດປາດຖະໜາຂອງຫວຽດນາມ ກ່ຽວກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ປີ 2018 ຢູ່ໃນທີ່ກອງປະຊຸມນີ້ ແມ່ນໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.

ຫວຽດນາມ ໄດ້ປະກາດໃຊ້ຍຸດທະສາດພັດທະນາແບບຍືນຍົງໄລຍະ 2011 – 2020 ເພື່ອແນໃສ່ເປົ້າໝາຍເຕີບໂຕແບບຍືນຍົງ, ມີປະສິດທິຜົນ ໄປຄຽງຄູ່ກັບຄວາມກ້າວໜ້າ, ຍຸຕິທໍາໃນສັງຄົມ, ປົກປັກຮັກສາຊັບພະຍາກອນ ແລະ ສິ່ງແວດລ້ອມ, ຮັກສາສະຖຽນລະພາບທາງດ້ານການເມືອງ-ສັງຄົມ, ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໃຫ້ໝັ້ນຄົງ. ນີ້ແມ່ນການກໍານົດທິດສໍາຄັນເພື່ອໃຫ້ຫວຽດນາມ ບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າປະທັບໃຈໃນການພັດທະນາແບບຍືນຍົງ ເພື່ອບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງໃນຕະຫຼອດໄລຍະຜ່ານມາ.

        ສະພາບການພັດທະນາແບບຍືນຍົງຢູ່ຫວຽດນາມ

        ຍຸດທະສາດພັດທະນາແບບຍືນຍົງ ໄລຍະ 2011 – 2020 ຂອງຫວຽດນາມ ແມ່ນມີບັນດາເປົ້າໝາຍໂດຍພື້ນຖານ. ກ່ຽວກັບເສດຖະກິດ, ແມ່ນຮັກສາທ່າເຕີບໂຕເສດຖະກິດແບບຍືນຍົງ, ປະຕິບັດການເຕີບໂຕຂຽວເທື່ອລະກ້າວ, ພັດທະນາພະລັງງານສະອາດ, ພະລັງງານຜະລິດຄືນໃໝ່; ປະຕິບັດການຜະລິດ ແລະ ການຈໍາໜ່າຍແບບຍືນຍົງ;  ການຄໍ້າປະກັນສະບຽງອາຫານໄດ້ຮັບການຮັບປະກັນ, ພັດທະນາກະສິກໍາ ແລະ ຊົນນະບົດແບບຍືນຍົງ; ພັດທະນາເຂດ, ພາກ ແລະ ທ້ອງຖິ່ນຕ່າງໆໃຫ້ຍືນຍົງ. ທ່ານ ເລກວາງແມ້ງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ:

        “ໃນຖານະເປັນປະເທດສະມາຊິກຂອງ ສປຊ ຫວຽດນາມ ມີຄວາມຕັ້ງໜ້າທີີ່ສຸດໃນການປະຕິບັດໂຄງການດໍາເນີນງານຮອດປີ 2030 ກ່ຽວກັບການພັດທະນາແບບຍືນຍົງ. ພວກຂ້າພະເຈົ້າໄດ້ມີວິທີສໍາຜັດທີ່ຮອບດ້ານພໍສົມຄວນ, ມີຄວາມດຸ່ນດ່ຽງ ແລະ ປະມວນບັນດາແງ່ມູນພັດທະນາທີ່ແຕກຕ່າງກັນ, ປະມວນການພັດທະນາແບບຍືນຍົງໃນບັນດາຍຸດທະສາດພັດທະນາເສດຖະກິດສັງຄົມຂອງຫວຽດນາມ, ນັບທັງຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ ແລະ ແຜນການຮອດປີ 2030”.

ພັດທະນາ​ແບບ​ຍືນ​ຍົງ ​ເພື່ອ​ບໍ່​​ໃຫ້​ໃຜ​ຖືກ​ປະ​ໄວ້​ຢູ່​ທາງຫຼັງ - ảnh 1 ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: TTXVN)

ການຜັນຂະຫຍາຍການຈັດຕັ້ງປະຕິບັດຍຸດທະສາດການພັດທະນາແບບຍືນຍົງຢູ່ຫວຽດນາມໃນໄລຍະ 2011-2020 ບັນລຸໄດ້ໝາກຜົນທີ່ເປັນໜ້າຊື່ນຊົມ. ກ່ຽວກັບດ້ານເສດຖະກິດ, ລະດັບເຕີບໂຕເສດຖະກິດສະເລ່ຍໃນ 8 ປີຜ່ານມາບັນລຸເກືອບ 6,5%. ສະເພາະປີ 2018, ຍອດຜະລິດຕະພັນພາຍໃນປະເທດ (GDP) ເພີ່ມຂຶ້ນ 7,08%; ຂອບຂະໜາດພື້ນຖານເສດຖະກິດບັນລຸກ່ວາ 240 ຕື້ USD; GDP ສະເລ່ຍຕໍ່ຫົວຄົນບັນລຸ 2.587 USD. ໂຄງປະກອບເສດຖະກິດມີບັນດາບາດກ້າວຫັນປ່ຽນທີ່ຕັ້ງໜ້າ; ອັດຕາສ່ວນອຸດສາຫະກຳ ແລະ ການບໍລິການໃນໂຄງປະກອບ GDP ນັບມື້ນັບເພີ່ມຂຶ້ນ. ຂົງເຂດກະສິກຳໃນໂຄງປະກອບ GDP ນັບມື້ນັບຫລຸດລົງ; ການຄ້ຳປະກັນສະບຽງອາຫານໄດ້ຮັບການຮັບປະກັນ. ກ່ຽວກັບດ້ານສັງຄົມ, ພາລະກິດການສຶກສາມີບາດກ້າວພັດທະນາ, ລາຍຈ່າຍງົບປະມານຂອງລັດໃຫ້ແກ່ການສຶກສາ, ບຳລຸງສ້າງບັນລຸເຖິງ 20% ຂອງຍອດລາຍຈ່າຍງົບປະມານແຫ່ງລັດ. ນັບແຕ່ປີ 2011, ບັນດາແຂວງ ນະຄອນທັງໝົດຂອງຫວຽດນາມ ບັນລຸໄດ້ມາດຖານການສຶກສາຊັ້ນມັດທະຍົມຕອນຕົ້ນ, ບັນລຸໄດ້ໝາກຜົນທີ່ຕັ້ງໜ້າໃນການແກ້ໄຂວຽກເຮັດງານທຳ; ປະຕິບັດຍຸດທະສາດການສອນວິຊາຊີບ ຕິດພັນກັບການສ້າງວຽກເຮັດງານທຳ. ໃນປີ 2018, ອັດຕາສ່ວນຜູ້ວ່າງງານໃນເກນອາຍຸຕ່າງໆແມ່ນ 2%. ຫວຽດນາມໄດ້ຮັບການຕີລາຄາວ່າ ແມ່ນປະເທດທີ່ປະຕິບັດສຳເລດ 6 ໃນຈຳນວນ 8 ໝວດເປົ້າໝາຍສະຫັດສະວັດ. ໃນປີ 2018, ອັດຕາສ່ວນຄອບຄົວທຸກຍາກຄາດວ່າຍັງເຫຼືອພຽງ 6,8% ເທົ່ານັ້ນ. ດັດຊະນີການພັດທະນາມະນຸດ (HDI) ຂອງຫວຽດນາມ ໃນປີ 2017 ແມ່ນ 0,694, ຂຶ້ນກັບໝວດປານກາງສູງໃນຈຳນວນທັງໝົດ 189 ປະເທດ.

ການກຳນົດທິດພັດທະນາ ແບບຍືນຍົງໃນໄລຍະຈະມາເຖິງ

ໃນຊຸມປີທີ່ຈະມາເຖິງ, ຫວຽດນາມ ຈະປະຕິບັດຫຼາຍມາດຕະການເພື່ອເພີ່ມທະວີ ການພັດທະນາແບບຍືນຍົງ ແຕ່ສຳຄັນທີ່ສຸດແມ່ນ ການພັດທະນາເສດຖະກິດໄວ ຕິດພັນກັບການພັດທະນາແບບຍືນຍົງ. ແຕ່ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ໄດ້ຍູ້ແຮງການພັດທະນາເສດຖະກິດ ແຕ່ບໍ່ຍອມຮັບການເຕີບໂຕດ້ວຍທຸກການແລກປ່ຽນ, ຖືເປັນສຳຄັນການຮັບປະກັນບັນລຸໄດ້ບັນດາເປົ້າໝາຍສ່ອງແສງເຖິງລະດັບການພັດທະນາຂອງພື້ນຖານເສດຖະກິດຕາມທິດຍືນຍົງຄື: GDP ສະເລ່ຍຕໍ່ຫົວຄົນ, ອັດຕາສ່ວນມູນຄ່າເພີ່ມອຸດສາຫະກຳຜະລິດ ແລະ ອຸດສາຫະກຳຂໍ້ມູນຂ່າວສານທັນສະໄໝ, ອັດຕາສ່ວນອຸດສາຫະກຳ ແລະ ການບໍລິການ ໃນໂຄງປະກອບເສດຖະກິດ, ອັດຕາສ່ວນກະສິກຳເຕັກໂນໂລຊີສູງ, ອັດຕາສ່ວນການຫັນເປັນຕົວເມືອງ. ເປົ້າໝາຍແມ່ນແກ້ໄຂ ຄວາມກົມກຽວຢ່າງຄ່ອງແຄ້ວລະຫວ່າງການພັດທະນາໃນສະເພາະໜ້າ ແລະ ຍາວນານ; ລະຫວ່າງການພັດທະນາເສດຖະກິດໄວ ແລະ ພັດທະນາກວມລວມດ້ານສັງຄົມ-ວັດທະນະທຳ, ປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸດຕິທຳທາງສັງຄົມ, ເປັນມິດກັບສິ່ງແວດລ້ອມ ເພື່ອແນໃສ່ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ. ເພື່ອຜັນຂະຫຍາຍການກຳນົດທິດນີ້ເປັນຢ່າງດີ, ຫວຽດນາມ ໄດ້ປະກາດປະມວນດັດຊະນີ ສະຖິຕິການພັດທະນາແບບຍືນຍົງຂອງຫວຽດນາມ. ທ່ານຫງວຽນບິກເລິມ, ຫົວໜ້າກົມໃຫຍ່ ສະຖິຕິໃຫ້ຮູ້ວ່າ:

“ປະມວນດັດຊະນີສະຖິຕິການພັດທະນາແບບຍືນຍົງມີຄວາມໝາຍສ່ອງແສງໄດ້ຈຸດທີ່ເປັນເອກະລັກພິເສດສະເພາະທັງໝົດຂອງພື້ນຖານເສດຖະກິດ ແລະ ສັງຄົມຂອງປະເທດຊາດ. ບັນດາເປົ້າໝາຍລະອຽດໃນປະມວນດັດຊະນີດັ່ງກ່າວລວມມີຫຼາຍດັດຊະນີໃນດ້ານສັງຄົມຄື: ດັດຊະນີກ່ຽວກັບການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ດັດຊະນີກ່ຽວກັບ ຄວາມສະເໝີພາບລະຫວ່າງຍິງ - ຊາຍ…. ບັນດາດັດຊະນີເຫຼົ່ານີ້ ລ້ວນແຕ່ມີຂໍ້ມູນ ສະຖິຕິທີ່ຄົບຖ້ວນ ເພື່ອຮັບໃຊ້ໃຫ້ແກ່ບັນດາກະຊວງ, ຂະແໜງການ, ບັນດາຊັ້ນຄົນ, ສາມາດຕີລາຄາການປະຕິບັດການພັດທະນາເສດຖະກິດສັງຄົມໄດ້ ເພື່ອບັນລຸໄດ້ເປົ້າໝາຍທະລຸລ່ວງແມ່ນ “ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ”, ພິເສດແມ່ນບັນດາຜູ້ທຸກຍາກ”.

 ຫວຽດນາມ ຮັກສາລະດັບເຕີບໂຕສູງໄດ້ ໃນໄລຍະຍາວນານພໍສົມຄວນ, ການເຕີບໂຕໄປຄຽງຄູ່ກັບຜົນງານທີ່ເປັນໜ້າປະທັບໃຈກ່ຽວກັບການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ແລະ ຕັ້ງໜ້າປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດໄວ, ຍືນຍົງຕິດພັນກັບການພັດທະນາແບບກວມລວມຢູ່ຂົງເຂດອື່ນ. ຜົນງານຂອງຫວຽດນາມ ໃນຂົງເຂດນີ້ຍາມໃດກໍ່ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກປະຊາຄົມໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ