ມານະພະຍາຍາມກໍ່ສ້າງ ປະເທດ ຊີຣີ ຄືນໃໝ່

(VOVWORLD) -ກອງປະຊຸມອຸປະຖໍາ ຖືກດໍາເນີນໃນລະຫວ່່າງວັນທີ 12 – 14 ມີນາ ໄດ້ດຶງດູດຄວາມສົນໃຈຂອງບັນດາອົງການບໍ່ຂຶ້ນກັບລັດຖະບານນັບຮ້ອຍອົງການ ພ້ອມດ້ວຍບັນດາອົງການຈັດຕັ້ງສັງຄົມພົນລະເຮືອນຂອງ ຊີຣີ, ພາກພື້ນ ແລະ ສາກົນ.

        ວັນທີ 14 ມີນາ, ກອງປະຊຸມກ່ຽວກັບການອຸປະຖໍາໃຫ້ແກ່່ ຊີຣີ ຄັ້ງທີ 3 ໂດຍສະຫະພາບ ເອີຣົບ (ອີຢູ) ແລະ ສະຫະປະຊາຊາດເປັນປະທານຮ່ວມ ໄດ້ສິ້ນສຸດລົງພາຍຫຼັງດໍາເນີນມາເປັນເວລາ 3 ວັນ ຢູ່ ບຣຸກແຊນ ປະເທດແບນຊິກ. ກອງປະຊຸມດັ່ງກ່າວ ແມ່ນເພື່ອແນໃສ່ປຸກລະດົມການຊ່ວຍເຫຼືອຈາກປະຊາຄົມສາກົນໃຫ້ຫຼາຍກວ່່າອີກ ເພື່ອຊ່ວຍ ຊີຣີ ຟື້ນຕົວຂຶ້ນ ພາຍຫຼັງຖືກຕົກເຂົ້າສູ່ສະພາບສົງຄາມທີ່ແກ່ຍາວມາເປັນເວລາຫຼາຍປີ. ເຖິງຢ່າງໃດກໍຕາມ ສິ່ງດັ່ງກ່າວ ບໍ່ແມ່ນເລື່ອງງ່າຍດາຍ ໃນເມື່ອສົງຄາມໄດ້ມ້າງທໍາລາຍພື້ນຖານວັດຖຸ ແລະ ທໍາລາຍບັນດາພື້ນຖານເສດຖະກິດຂອງປະເທດຕາເວັນອອກກາງນີ້ຢ່າງໜັກໜ່ວງ.

ມານະພະຍາຍາມກໍ່ສ້າງ ປະເທດ ຊີຣີ ຄືນໃໝ່ - ảnh 1 ສົງຄາມໄດ້ມ້າງທໍາລາຍພື້ນຖານວັດຖຸ ແລະ ທໍາລາຍບັນດາພື້ນຖານເສດຖະກິດຂອງປະເທດຕາເວັນອອກກາງນີ້ຢ່າງໜັກໜ່ວງ (ພາບ:TTXVN)

        ດ້ວຍຫົວຂໍ້ທີ່ວ່າ “ໜູນຊ່ວຍເພື່ອອະນາຄົດຂອງ ຊີຣີ ແລະ ພາກພື້ນ”, ກອງປະຊຸມອຸປະຖໍາ ຖືກດໍາເນີນໃນລະຫວ່່າງວັນທີ 12 – 14 ມີນາ ໄດ້ດຶງດູດຄວາມສົນໃຈຂອງບັນດາອົງການບໍ່ຂຶ້ນກັບລັດຖະບານນັບຮ້ອຍອົງການ ພ້ອມດ້ວຍບັນດາອົງການຈັດຕັ້ງສັງຄົມພົນລະເຮືອນຂອງ ຊີຣີ, ພາກພື້ນ ແລະ ສາກົນ. ໂດຍສືບຕໍ່ຈາກໝາກຜົນຂອງສອງກອງປະຊຸມຄັ້ງກ່ອນ, ກອງປະຊຸມຄັ້ງນີ້ ໄດ້ເຕື້ອງເຖິງບັນດາບັນຫາສໍາຄັນທີ່ກ່ຽວຂ້ອງເຖິງການຊ່ວຍເຫຼືອມະນຸດສະທໍາ, ການປັບຕົວໃຫ້ເໝາະສົມ ເຊິ່ງປະຊາຊົນ ຊີຣີ ກໍຄືບັນດາປະເທດທີ່ຮັບຊາວລີ້ໄພ ຊີຣີ ພວມຕ້ອງປະເຊີນໜ້າ.

ການໜູນຊ່ວຍຈາກປະຊາຄົມສາກົນ ແມ່ນ ຈໍາເປັນ

        ຊີຣີ ເຄີຍແມ່ນພື້ນຖານເສດຖະກິດທີ່ນອນໃນລະດັບປານກາງຂອງໂລກ, ການພັດທະນາແມ່ນອີງໃສ່ 3 ຂົງເຂດປາຍແຫຼມຄື ກະສິກໍາ, ນໍ້າມັນບໍ່, ອຸດສາຫະກໍາ ແລະ ການບໍລິການ. ແຕ່ທຸກສິ່ງທຸກຢ່າງລ້ວນແຕ່ຖືກພິກປິ້ນນັບແຕ່ “ລະດູບານໃໝ່ອາຣັບ” (ການປະຕິວັດທີ່ເກີດຂຶ້ນຢູ່ບັນດາປະເທດ ອາຣັບ) ໃນປີ 2011.  ການປະທະກັນໄດ້ແກ່ຍາວເປັນເວລາຫຼາຍປີຜ່ານມານັ້ນ ໄດ້ມ້າງເພທໍາລາຍພື້ນຖານໂຄງລ່າງສ່ວນໃຫຍ່ ແລະ ຄວາມອາດສາມາດໃນການຂະຫຍາຍຕົວອຸດສາຫະກໍາຂອງປະເທດນີ້, ໄດ້ເຮັດໃຫ້ພື້ນຖານເສດຖະກິດຂອງຊີຣີີ ຖືກຖອຍຫຼັງເປັນເວລາ 3 ທົດສະວັດ. ວິວັດທະນາການກໍ່ສ້າງ ຊີຣີີ ຄືນໃໝ່ ໄດ້ຮັບການຄາດຄະເນວ່າ ຈະປະສົບກັບຄວາມຫຍຸ້ງຍາກ ບໍ່ແມ່ນໜ້ອຍ ຍ້ອນງົບປະມານແຫ່ງລັດ ຖືກຜົນສະທ້ອນຢ່າງໜັກໜ່ວງໃນການຕໍ່ສູ້ຕ້ານພວກຝ່າຍຄ້ານ ແລະ ກໍາລັງກໍ່ການຮ້າຍ. ຕາມທ່ານປະທານາທິບໍດີ ຊີຣີ Bashar al – Assad ແລ້ວ, ງົບປະມານເພື່ອກໍ່ສ້າງ ປະເທດ ຊີຣີ ຄືນໃໝ່ ແມ່ນປະມານ 250 – 400 ຕື້ USD. ໃນຂະນະນັ້ນ, ວົງການນັກຊ່ຽວຊານຖືວ່າ ໄລ່ສະເພາະແຕ່ເລື່ອງແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ກໍຈະໃຊ້ເວລາແຕ່ 10 – 15 ປີແລ້ວ, ສ່ວນເລື່ອງກໍ່ສ້າງພື້ນຖານໂຄງລ່າງ, ຟື້ນຟູພື້ນຖານເສດຖະກິດຄືນໃໝ່ ແລະ ບັນລຸໄດ້ລະດັບການຂະຫຍາຍຕົວເໝືອນດັ່ງກ່ອນປີ 2011 ນັ້ນ ຈະຕ້ອງໃຊ້ເວລາຍາວນານກວ່າອີກ ແລະ ຕ້ອງການຮັບຄວາມຊ່ວຍເຫຼືອຈາກປະຊາຄົມສາກົນຫຼາຍທີ່ສຸດ.

        ຜົນເສຍຫາຍດ້ານເສດຖະກິດແມ່ນຫຼວງຫຼາຍທີ່ສຸດ, ໃນຂະນະນັ້ນ ແຫຼ່ງຊັບພະຍາກອນມະນຸດ ກໍຖືກຜົນສະທ້ອນຢ່າງໜັກໜ່ວງ. ຕາມສະຫະປະຊາຊາດແລ້ວ, ສາມັນຊົນນັບແສນຄົນຖືກເສຍຊີວິດຍ້ອນລູກລະເບີດລູກປືນ. ປະຊາຊົນນັບລ້ານຄົນຕ້ອງປະລະເຮືອນຊານບ້ານຊ່ອງເພື່ອໄປຊອກຫາບ່ອນພັກພາອາໄສທີ່ສະຫງົບກວ່າ.  ສົງຄາມກໍເຮັດໃຫ້ກວ່າ ¾ ຈໍານວນປະຊາຊົນທີ່ຢູ່ໃນເກນອາຍຸອອກແຮງງານຖືກວ່າງງານ. ນອກຈາກນັ້ນ, ການລົ້ມລະລາຍຂອງລະບົບການບໍລິການທີ່ຈໍາເປັນ ແລະ ຂະແໜງສາທາລະນະສຸກທີ່ຖືກທໍາລາຍຢູ່ທີ່ນີ້ ໄດ້ເຮັດໃຫ້ປະຊາຊົນຫຼາຍຄົນຖືກເສຍຊີວິດຍ້ອນໂລກພະຍາດ ແລະ ຂາດການເບິ່ງແຍງດູແລທາງດ້ານສາທາລະນະສຸກ.

        ໃນສະພາບການດັ່ງກ່າວ, ການໜູນຊ່ວຍຂອງປະຊາຄົມສາກົນໄດ້ຮັບຖືວ່າ ແມ່ນການສ້າງຖ່ວງທ່າເພື່ອໃຫ້ ຊີຣີ ກໍ່ສ້າງປະເທດຄືນໃໝ່ເທື່ອລະກ້າວ.

        ຄວາມມານະພະຍາຍາມຂອງ ຊີຣີ

        ພ້ອມກັບການໜູນຊ່ວຍຂອງສາກົນ, ລັດຖະບານ ຊີຣີ ກໍເປັນເຈົ້າການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ໃນດ້ານການທູດ, ຊີຣີ ພວມຕັ້ງໜ້າເຊື່ອມຕໍ່ບັນດາການພົວພັນພັນກັບປະຊາຄົມບັນດາປະເທດ ອາຣັບ ຄືນໃໝ່ ເພື່ອແນໃສ່ຊອກຫາແຫຼ່ງທຶນກໍ່ສ້າງປະເທດຄືນໃໝ່. ຕົ້ນເດືອນ ມີນາ ຜ່ານມາ, ຄະນະປະຕິບັດງານຂອງ ຊີຣີ ໂດຍ ທ່ານ Hammouda Sabbagh ປະທານສະພາແຫ່ງຊາດ ໄດ້ນໍາໜ້າຄະນະ ເດີນທາງໄປຍັງນະຄອນຫຼວງ Amman ຂອງ ຈໍແດນ ເພື່ອເຂົ້າຮ່ວມກອງປະຊຸມສະຫະພັນລັດຖະສະພາ ອາຣັບ (AIPU), ອີກບາດກ້າວເດີນໜຶ່ງຂອງປະເທດຕາເວັນອອກກາງ ໃນວິວັດທະນາການເຊື່ອມຕົວທາງດ້ານການການເມືອງເຂົ້າກັບພາກພື້ນຄືນໃໝ່. ກ່ອນໜ້ານັ້ນ, ໃນເດືອນ 12 ປີ 2018, ນະຄອນຫຼວງ Damacus ໄດ້ຕ້ອນຮັບທ່ານປະທານາທິບໍດີ ຊູດັງ Omar Bashir ມາຢ້ຽມຢາມ, ໃນຂະນະທີ່ ສະຫະລັດອາຣັບເອມມີເລດ (UAE) ແລະ ບາເຣັນ ຕັດສິນໃຈເປີດປະຕູສະຖານທູດ ປະຈໍາ ຊີຣີ ຄືນໃໝ່.

        ໃນຂົງເຂດເສດຖະກິດ, ໃນເດືອນມັງກອນ ຜ່ານມາ, ຊີຣີ ແລະ ອີຣານ ບັນລຸໄດ້ຂໍ້ຕົກລົງຮ່ວມມືດ້ານເສດຖະກິດ ແລະ ການຄ້າຫຼາຍສະບັບ. ນອກຈາກ ຂໍ້ຕົກລົງສໍາຄັນໃນຂົງເຂດທະນາຄານແລ້ວ, ອີຣານ ຍັງຈະຊ່ວຍສ້ອມແປງສະຖານີໄຟຟ້າຢູ່ໃນທົ່ວປະເທດ ຊີຣີ ແລະ ກໍ່ສ້າງໂຮງງານຜະລິດໄຟຟ້າແຫ່ງໃໝ່ຢູ່ແຂວງແຄມທະເລ Latakia. ທ້າຍເດືອນ 12 ປີ 2018 ຜ່ານມາ, ສະຫະພັນ ລັດເຊຍ ແລະ ຊີຣີ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືບາງສະບັບກ່ຽວກັບດ້ານເສດຖະກິດ, ວິທະຍາສາດ ແລະ ອຸດສາຫະກໍາຢູ່ນະຄອນຫຼວງ Damacus.

        ການປະທະກັນຢູ່ ຊີຣີ ໄດ້ກ້າວເຂົ້າສູ່ປີທີ 9 ໃນຂະນະທີ່ບັນຫາມະນຸດສະທໍາ ແລະ ຄວາມຕ້ອງການກໍ່ສ້າງປະເທດຄືນໃໝ່ນັບມື້ນັບຮີບດ່ວນ. ກອງປະຊຸມກ່ຽວກັບການຊ່ວຍເຫຼືອຊີຣີ ຄັ້ງທີ 3 ຖືກດໍາເນີນໄປ ເມື່ອສົງຄາມຢູ່ ຊີຣີ ຍັງບໍ່ທັນສິ້ນສຸດລົງເທື່ອ. ຫວັງວ່າ ພ້ອມກັບຄວາມມານະພະຍາຍາມຂອງປະຊາຊົນ ຊີຣີ ເອງນັ້ນ, ບັນດາຄໍາໝັ້ນສັນຍາໂດຍບັນດາຜູ້ອຸປະຖໍາໄດ້ຍົກອອກມາໃນມື້ສິ້ນສຸດກອງປະຊຸມ ຈະນໍາມາເຊິ່ງຜົນປະໂຫຍດສ່ວນໃດສ່ວນໜຶ່ງໃຫ້ ຊີຣີ ໃນຂະບວນວິວັດກໍ່່ສ້າງປະເທດຄືນໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ