ລັດຖະບານສະເໜີບັນດາມາດຕະການຕົ້ນຕໍເພື່ອປະຕິບັດຄາດໝາຍພັດທະນາເສດຖະກິດໃນປີ 2017

(VOVWORLD) -ທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ໃນຕອນເຊົ້າວັນທີ 22 ພຶດສະພາ, ບົດລາຍງານຂອງລັດຖະບານ ໂດຍທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ເຈືອງຮ່ວາບິ່ງ ສະເໜີ ໄດ້ຊີ້ແຈ້ງບັນດາໝາກຜົນດ້ານເສດຖະກິດ, ສັງຄົມທີ່ບັນລຸໄດ້ໃນ 4 ເດືອນຕົ້ນປີ 2017.  ບົດລາຍງານກໍ່ຊີ້ແຈ້ງບັນດາມາດຕະການແກ້ໄຂຕົ້ນຕໍ່ເພື່ອໃຫ້ລັດຖະບານປະຕິບັດສຳເລັດຄາດໝາຍເຕີບໂຕ GDP 6,7% ໃນປີ 2017 ຄືດັ່ງສະພາແຫ່ງຊາດໄດ້ຮັບຮອງເອົາ.
ລັດຖະບານສະເໜີບັນດາມາດຕະການຕົ້ນຕໍເພື່ອປະຕິບັດຄາດໝາຍພັດທະນາເສດຖະກິດໃນປີ 2017 - ảnh 1 (ພາບປະກອບອີນເຕີແນັດ)

ໃນ 4 ເດືອນຕົ້ນປີ 2017, ສະພາບການໂລກມີການຜັນແປໄປຢ່າງສັບສົນ, ການປະທະກັນຖືກເກີດຂຶ້ນຢູ່ຫຼາຍແຫ່ງ; ເສດຖະກິດໂລກເຕີບໂຕແຕ່ຍັງຄົງຊ້ອນແຝງບັນດາປັດໃຈຂາດສະຖຽນລະພາບ; ການປົກປ້ອງການຄ້າມີທ່າອ່ຽງເພີ່ມຂຶ້ນ; ຕະຫຼາດການເງິນ ເງິນຕາມີຄວາມຂາດສະຖຽນລະພາບຫຼາຍຢ່າງ. ຢູ່ພາຍໃນປະເທດ, ບັນດາຂໍ້ຈຳກັດຈາກຫຼາຍປີກ່ອນສືບຕໍ່ສະແດງອອກຢ່າງຈະແຈ້ງກວ່າ ໂດຍສະເພາະແມ່ນກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດຍັງຕ່ຳຢູ່. ໃນສະພາບການນັ້ນ, ເພື່ອປະຕິບັດສຳເລັດຄາດໝາຍພັດທະນາເສດຖະກິດຄືດັ່ງທີ່ໄດ້ວາງອອກ, ລັດຖະບານຫວຽດນາມ ໄດ້ສຸມໃສ່ເຂົ້າໃນບັນດາມາດຕະການແກ້ໄຂຈຸດສຸມຄື: ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ; ສ້າງໂຄງປະກອບລະບົບບັນດາອົງການສິນເຊື່ອຄືນໃໝ່, ແກ້ໄຂໜິີ້ເສຍ; ຍູ້ແຮງການສ້າງລະບອບລະບຽບການໃຫ້ສຳເລັດ ເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ.

ຮັບປະກັນເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ, ຊຸກຍູ້ການເຕີບໂຕດ້ານເສດຖະກິດ

        ລັດຖະບານຫວຽດນາມ ຕັດສິນໃຈປະຕິບັດບັນດາມາດຕະການຊຸກຍູ້ການເຕີບໂຕໃຫ້ບັນລຸລະດັບສູງກວ່າໃນບັນດາໄຕມາດທີ່ຍັງເຫຼືອຢ່າງຂ້ຽວຂາດ, ຕັດສິນໃຈສູ້ຊົນບັນລຸຄາດໝາຍເຕີບໂຕ GDP ທັງປີແມ່ນ 6,7%. ເພື່ອປະຕິບັດໄດ້ຄາດໝາຍດັ່ງກ່າວ, ນັບແຕ່ນີ້ຮອດທ້າຍປີ, ລັດຖະບານສືບຕໍ່ເປັນເຈົ້າການບໍລິຫານນະໂຍບາຍເງິນຕາ, ປີການເງິນ ແລະ ບັນດານະໂຍບາຍອື່ນໆຢ່າງແໜ້ນແຟ້ນ. ຮັບປະກັນການໃຫ້ບ້ວງສິນເຊື່ອເຕີບໂຕຕິດພັນກັບການຍົກສູງຄຸນນະພາບ, ສຸມໃສ່ເຂົ້າໃນບັນດາຂົງເຂດບຸລິມະສິດຄື: ກະສິກຳຊົນນະບົດ, ການສົ່ງອອກ, ອຸດສາຫະກຳໜູນຊ່ວຍ, ຮັບປະກັນສະຖຽນລະພາບກ່ຽວກັບອັດຕາດອກເບ້ຍ.

        “ລັດຖະບານທັງສ້າງເງື່ອນໄຂສະດວກ, ສົ່ງເສີມບັນດານັກລົງທຶນ, ບັນດາວິສາຫະກິດຍູ້ແຮງຄວາມຄືບໜ້າບັນດາໂຄງການ, ຍູ້ແຮງການສົ່ງອອກ, ໂດຍສະເພາະແມ່ນຂະແໜງສິນຄ້າຕົ້ນຕໍ; ມີຂັ້ນຕອນຫຼຸດຜ່ອນອັດຕາສິນຄ້າຮັບຈ້າງຜະລິດສົ່ງອອກ ແລະ ສົ່ງອອກຜ່ານຄົນກາງ; ໜູນຊ່ວຍວິສາຫະກິດນຳໃຊ້ກາລະໂອກາດຈາກບັນດາສັນຍາການຄ້າເສລີ FTA ໃຫ້ດີ; ນຳໃຊ້ບັນດາມາດຕະການປ້ອງກັນຢ່າງເໝາະສົມ ພ້ອມທັງເອົາໃຈໃສ່ເປັນພິເສດເຖິງການພັດທະນາ ແລະ ຄຸ້ມຄອງຕະຫຼາດພາຍໃນປະເທດເປັນຢ່າງດີ ໂດຍສະເພາະແມ່ນຕະຫຼາດຂາຍຍ່ອຍ; ສຸມໃສ່ຊຸກຍູ້ການຜະລິດດຳເນີນທຸລະກິດປ່ຽນໃໝ່ການນຳໃຊ້ວິທະຍາສາດເຕັກໂນໂລຊີ, ໝູນໃຊ້ການປະຕິບັດອຸດສາຫະກຳຄັ້ງທີ 4”.

        ລັດຖະບານສືບຕໍ່ຍູ້ແຮງການສ້າງໂຄງປະກອບກະສິກຳຄືນໃໝ່; ຈັດຕັ້ງການຜະລິດ, ຫັນປ່ຽນຜົນລະປູກ, ສັດລ້ຽງຄືນໃໝ່ເພື່ອເໝາະສົມກັບທ່າໄດ້ປຽບຂອງແຕ່ລະເຂດ; ຕິດຕາມການຜັນປ່ຽນລາຄານ້ຳມັນອາຍແກັດ ເພື່ອດັດປັບໃຫ້ເໝາະສົມ ພ້ອມກັນນັ້ນແມ່ນພັດທະນາອຸດສາຫະກຳສຳຮອງຢ່າງແຮງ, ຍົກສູງອັດຕາການຜະລິດພາຍໃນປະເທດ. ລັດຖະບານກໍ່ຈະຊີ້ນຳການປະຕິບັດບັນດາມາດຕະການຊຸກຍູ້ຂະແໜງການບໍລິການ, ພັດທະນາຂະແໜງທ່ອງທ່ຽວ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ, ສູ້ຊົນຮອດປີ 2017 ນີ້ ດຶງດູດແຂກສາກົນໃຫ້ເພີ່ມຂຶ້ນ 30%.

ລັດຖະບານຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງເອົາມະຕິກ່ຽວກັບການແກ້ໄຂໜີ້ເສຍ

        ເລື່ອງແກ້ໄຂໜີ້ເສຍ ແລະ ບັນດາລັດວິສາຫະກິດ ທີ່ໄດ້ກໍ່ຄວາມຫຼຸບທຶນກໍ່ແມ່ນໜ້າທີ່ເຊິ່ງລັດຖະບານຈະຍູ້ແຮງການແກ້ໄຂໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ທີ່ກອງປະຊຸມຄັ້ງນີ້, ລັດຖະບານຈະຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງເອົາມະຕິກ່ຽວກັບການແກ້ໄຂໜີ້ເສຍ ແລະ ໃຫ້ຄຳເຫັນກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ.

        “ອີງໃສ່ມະຕິກ່ຽວກັບການແກ້ໄຂໜີ້ເສຍ ຖ້າສະພາແຫ່ງຊາດຮັບຮອງເອົາ, ລັດຖະບານຈະສຸມໃສ່ປັບປຸງບັນດາເອກະສານດ້ານກົດໝາຍ, ປັບປຸງບັນດາວິທີແກ້ໄຂບັນດາອົງການສິນເຊື່ອທີ່ອ່ອນດ້ອຍບົນຫຼັກການລະມັດລະວັງ, ແໜ້ນແຟ້ນ, ຮັບປະກັນຄວາມປອດໄພຂອງລະບົບ, ປະກາດໃຊ້ ແລະ ປະຕິບັດແຜນຮ່າງສ້າງໂຄງປະກອບລະບົບບັນດາອົງການສິນເຊື່ອຄືນໃໝ່ຢ່າງຮີບດ່ວນ ແລະ ມີປະສິດທິຜົນ ຕິດພັນກັບການແກ້ໄຂໜີ້ເສຍໄລຍະ 2016 - 2020”.

        ສຳລັບ 12 ໂຄງການທີ່ກໍ່ຄວາມຫຼຸບທຶນ, ຫຼຸບທຶນຫຼາຍ, ໃນໄລຍະຈະມາເຖິງ, ລັດຖະບານຈະຊີ້ນຳຮີບເຮັ່ງສ້າງໂຄງປະກອບຄືນໃໝ່, ປ່ຽນໃໝ່ເພື່ອຍົກສູງປະສິດທິຜົນລັດວິສາຫະກິດ, ສືບຕໍ່ປັບປຸງກົນໄກກ່ຽວກັບການສ້າງໂຄງປະກອບໃນການຫັນລັດວິສາຫະກິດເປັນຫຸ້ນສ່ວນຄືນໃໝ່.

ຍູ້ແຮງການສ້າງລະບອບລະບຽບການເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ສຳເລັດ

        ເລື່ອງປັບປຸງລະບອບລະບຽບການໄດ້ຮັບບັນດາຜົນງານຢ່າງຕັ້ງໜ້າໃນໄລຍະຜ່ານມາ ຄືດັດຊະນີກຳລັງແກ່ງແຍ້ງຂອງຫວຽດນາມ ເພີ່ມຂຶ້ນ 9 ຂັ້ນ, ກຳລັງຊື້ ແລະ ກຳລັງຜະລິດກໍ່ເພີ່ມຂຶ້ນເປັນປົກກະຕິ, ຕໍ່ເນື່ອງ. ເຖິງຢ່າງໃດກໍ່ຕາມ, ມີບາງກົນໄກນະໂຍບາຍຍັງມີຂໍ້ຄົງຄ້າງກ່ຽວຂ້ອງເຖິງການລົງທຶນດຳເນີນທຸລະກິດ, ກຳລັງແກ່ງແຍ້ງຕ່ຳ, ກຳລັງພາກສ່ວນວິສາຫະກິດພາຍໃນປະເທດຍັງບໍ່ທັນສູງ, ຕິດຕາມກັບພາກພື້ນ FDI ຍັງຈຳກັດຢູ່. ສະນັ້ນ, ໃນໄລຍະຈະມາເຖິງ, ລັດຖະບານຊີ້ນຳ ສືບຕໍ່ປັບປຸງລະບອບເສດຖະກິດການຕະຫຼາດໃຫ້ສຳເລັດ ຕາມກຳນົດທິດສັງຄົມນິຍົມ ແລະ ພັດທະນາເສດຖະກິດພາກເອກະຊົນໃຫ້ກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດ.

        “ຮີບເຮັ່ງຈັດຕັ້ງການຜັນຂະຫຍາຍກົດໝາຍ, ມະຕິສະບັບຕ່າງໆ ພາຍຫຼັງທີ່ສະພາແຫ່ງຊາດຮັບຮອງເອົາ, ໂດຍສະເພາະແມ່ນເລື່ອງປະກາດໃຊ້ບັນດາເອກະສານກຳນົດລະອຽດ; ປັບປຸງໂຄງປະກອບນະໂຍບາຍໃຫ້ສຳເລດຮັບປະກັນສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ມີຄວາມສະດວກສະເໝີພາບ, ສ້າງເງື່ອນໄຂໃຫ້ເສດຖະກິດພາກເອກະຊົນເຂົ້າຮ່ວມວິວັດທະນາການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່. ລັດຖະບານຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ປະຕິບັດການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂ້ຽວຂາດ ຕາມບັນດາຄາດໝາຍລະອຽດທີ່ໄດ້ວາງອອກ; ສະໜອງການບໍລິການພາກລັດຜ່ານເຄືອຂ່າຍອີນເຕີແນັດ ສ້າງຄວາມສະດວກຢ່າງສຸດຂີດໃຫ້ປະຊາຊົນ ແລະ ວິສາຫະກິດເພີ່ມທະວີກຳລັງສຳພັດກັບການປະຕິວັດອຸດສາຫະກຳຄັ້ງທີ 4”.

        ປີ 2017 ມີຄວາມໝາຍສຳຄັນ; ໝາກຜົນການປະຕິບັດໜ້າທີ່ໃນປີນີ້ມີລັກສະນະຕັດສິນຊີ້ຂາດເຖິງຜົນສຳເລັດຂອງແຜນການພັດທະນາເສດຖະກິດສັງຄົມໄລຍະ 5 ປີ 2016 – 2020. ດ້ວຍບັນດາມາດຕະການແກ້ໄຂເຊິ່ງລັດຖະບານຈະປະຕິບັດໃນໄລຍະຈະມາເຖິງ ຈະປະກອບສ່ວນປະຕິບັດສຳເລັດບັນດາຄາດໝາຍ, ໜ້າທີ່ພັດທະນາເສດຖະກິດປີ 2017, ສ້າງປະຖົມປັດໃຈພັດທະນາແບບຍືນຍົງໃຫ້ຊຸມປີຕໍ່ໆໄປ.

ຕອບກັບ

ຂ່າວ/ບົດ​ອື່ນ