ລັດຖະບານຮ່ວມເດີນທາງພ້ອມກັບວິສາຫະກິດ: ບັນດາບາດກ້າວເປັນໜ້າຮັບຮູ້

(VOVWORLD) - ປີ 2017, ເປັນປີທີ່ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຮ່ວມເດີນທາງ ພ້ອມກັບວິສາຫະກິດຢ່າງແຮງ. ມີຫຼາຍນະໂຍບາຍໄດ້ຮັບການປະກາດໃຊ້ພ້ອມກັບການຊີ້ນຳຢ່າງໃກ້ຊິດ, ເດັດຂາດຂອງນາຍົກລັດຖະມົນຕີ ແລະ ບັນດາສະມາຊິກລັດຖະບານ. 
ລັດຖະບານຮ່ວມເດີນທາງພ້ອມກັບວິສາຫະກິດ: ບັນດາບາດກ້າວເປັນໜ້າຮັບຮູ້ - ảnh 1ທ່ານ ຫວູຕ໋ຽນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ 

ບັນດາໝາກຜົນທີ່ບັນລຸໄດ້ໃນປີ 2017 ແມ່ນການພິສູດຢ່າງຈະແຈ້ງໃຫ້ແກ່ບັນດາຄວາມມານະພະຍາຍາມຂອງລັດຖະບານ ໃນການຮ່ວມເດີນທາງພ້ອມກັບວິສາຫະກິດ, ປະກອບສ່ວນຫັນຄາດໝາຍມີວິສາຫະກິດ 1 ລ້ານແຫ່ງເຄື່ອນໄຫວຢ່າງມີປະສິດທິຜົນໃນປີ 2020 ໃຫ້ປະກົດຜົນເປັນຈິງ.

        ປີ 2017, ລັດຖະບານສຸມໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ສ້າງຄວາມສະດວກທຸກຢ່າງໃຫ້ແກ່ການຜະລິດດຳເນີນທຸລະກິດ. ລະອຽດຄື, ການກວດກາ, ປັບປຸງນະໂຍບາຍ, ກົດໝາຍໃຫ້ສົມບູນແບບ, ຫັນລະບຽບການບໍລິຫານເປັນງ່າຍດາຍ, ເປັນຕົ້ນແມ່ນສິນເຊື່ອ, ພາສີ, ຄ່າທຳນຽມ, ທີ່ດິນ, ການລົງທຶນ, ກໍ່ສ້າງ, ສິ່ງແວດລ້ອມ, ຂາເຂົ້າ - ຂາອອກ; ຫລຸດຜ່ອນເງື່ອນໄຂດຳເນີນທຸລະກິດ. ລັດຖະບານກໍ່ຈັດຕັ້ງກອງປະຊຸມກັບວິສາຫະກິດ, ເວທີປາໄສ ຫຼາຍຄັ້ງ ກ່ຽວກັບການພັດທະນາເສດຖະກິດຂະແໜງ, ເຂດພາກ, ສົ່ງເສີມການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ, ເລີ່ມທຸລະກິດ.

ບັນດາຕົວເລກປະທັບໃຈ

       ປີ 2017, ບັນດາລັດຖະນະໂຍບາຍສຳຄັນກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ ໄດ້ຮັບການປະກາດໃຊ້, ໃນນັ້ນ ມີກົດໝາຍໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ, ມະຕິນັບສິບສະບັບ ກ່ຽວກັບເງື່ອນໄຂລົງທຶນ ດຳເນີນທຸລະກິດ ດ້ວຍຫຼາຍລະບຽບການບໍລິຫານ ໄດ້ຮັບການຫັນເປັນງ່າຍດາຍ, ສ້າງທິດທາງການພັດທະນາໃໝ່ໃຫ້ແກ່ປະຊາຄົມວິສາຫະກິດ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ. ລັດຖະບານ ແລະ ບັນດາອົງການກ່ຽວຂ້ອງໄດ້ແກ້ໄຂປະມານ 80% ໃນຈຳນວນຂໍ້ສະເໜີແນະກ່ວາ 1.100 ຂໍ້ຈາກປະຊາຄົມວິສາຫະກິດ.

        ຜົນມີຢູ່ວ່າ, ປີ 2017, ຈຳນວນວິສາຫະກິດສ້າງໃໝ່ບັນລຸລະດັບສະຖິຕິ, ແມ່ນກ່ວາ 120.000 ວິສາຫະກິດ, ເຊິ່ງເປັນລະດັບສູງສຸດໃນ 17 ປີ0ນັບແຕ່ເມື່ອ ຫວຽດນາມ ມີກົດໝາຍວ່າດ້ວຍວິສາຫະກິດ. ພ້ອມກັນນັ້ນ, ກໍ່ມີກ່ວາ 25.000 ວິສາຫະກິດພວມເຄື່ອນໄຫວຄືນໃໝ່. ຈຳນວນເງິນລົງທຶນຕ່າງປະເທດ (FDI) ປະຕິບັດບັນລຸ 17,5 ຕື້ USD, ສູງທີ່ສຸດໃນຮອບເວລາ 10 ປີຜ່ານມາ. ທ່ານ ຫວູຕ໋ຽນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຖືວ່າ:

        “ນັບແຕ່ຕົ້ນອາຍຸການ, ລັດຖະບານໄດ້ຮຽກຮ້ອງສຸມໃສ່ເຂົ້າໜ້າທີ່ປະຕິຮູບລະບອບລະບຽບການ. ນາຍົກລັດຖະມົນຕີ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການປັບປຸງລະບອບລະບຽບການຢ່າງຮີບເຮັ່ງເພື່ອຍື່ນສະເໜີລັດຖະບານດຳລັດແນະນຳການປະຕິບັດກົດໝາບວ່າດ້ວຍການລົງທຶນ ແລະ ກົດໝາຍວ່າດ້ວຍວິສາຫະກິດໃຫ້ສົບບູນແບບຕາມຈິດໃຈໃໝ່ຢ່າງຮີບດ່ວນ. ນາຍົກລັດຖະມົນຕີ ໄດ້ຕິດຕາມຢ່າງໃກ້ຊິດໃນການກະຕຸກຊຸກຍູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແກ້ໄຂບັນດາຄຳຮຽກຮ້ອງ ແລະ ຂໍ້ສະເໜີແນະຂອງວິສາຫະກິດ.”

ລັດຖະບານຮ່ວມເດີນທາງພ້ອມກັບວິສາຫະກິດ: ບັນດາບາດກ້າວເປັນໜ້າຮັບຮູ້ - ảnh 2ທ່ານ Robert Moritz, ປະທານທົ່ວໂລກຂອງ PricewaterhouseCooper (PwC) 

        ຄວາມມານະພະຍາຍາມຮ່ວມເດີນທາງພ້ອມກັບວິສາຫະກິດຂອງ ລັດຖະບານ ຍັງໄດ້ສະແດງໃຫ້ເຫັນໃນການຕີລາຄາຕັ້ງໜ້າຂອງຫຼາຍອົງການເສດຖະກິດສາກົນ. ບົດລາຍງານປີ 2018 ຂອງທະນາຄານໂລກ (WB) ໃຫ້ຮູ້ວ່າ: ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງ ຫວຽດນາມ ເພີ່ມຂຶ້ນ 14 ຂັ້ນເມື່ອທຽບໃສ່ປີ 2017. ເວທີປາໄສເສດຖະກິດໂລກ (WEF) ຈັດອັນດັບກຳລັງແກ່ງແຍ້ງຂອງ ຫວຽດນາມ ເພີ່ມຂຶ້ນ 20 ຂັ້ນໃນປີ 2017. ໃນຂະນະນັ້ນ, ທ່ານ Robert Moritz, ປະທານທົ່ວໂລກຂອງ PricewaterhouseCooper (PwC), ຕີລາຄາວ່າ:

        “ຫວຽດນາມ ແມ່ນປະເທດພວມຮັກສາລະດັບການເຕີບໂຕເສດຖະກິດເປັນຢ່າງດີ ແລະ ນັ້ນແມ່ນສິ່ງສຳຄັນທີ່ສຸດ. ຍາມໃດເສດຖະກິດ ຫວຽດນາມ ກໍ່ຮັກສາໄດ້ຄວາມໝັ້ນທ່ຽງ ແລະ ສ້າງຫຼາຍກາລະໂອກາດດຳເນີນທຸລະກິດທີ່ດຶງດູດ. ຍ້ອນເຫດນັ້ນ, ບັນດານັກລົງທຶນຕ່າງປະເທດລ້ວນແຕ່ຢາກລົງທຶນຂະໜາດໃຫຍ່ເຂົ້າຫວຽດນາມ. ຕາມການສຳຫຼວດໂດຍ PwC ປະຕິບັດ, ຫວຽດນາມ ນອນໃນຈຳນວນ 5 ປະເທດ ແລະ ພື້ນຖານເສດຖະກິດແຖວໜ້າເຊິ່ງບັນດາ CEO APEC ຢາກລົງທຶນ, ສິ່ງດັ່ງກ່າວໄດ້ຮັບການຕີລາຄາວ່າ ມີຄວາມໝາຍຍຸດທະສາດໃນສະພາບການຈຳນວນປະຊາກອນ ຫວຽດນາມ ພວມມີການປ່ຽນແປງຢ່າງແຮງ.”

ການເຂົ້າຮ່ວມຢ່າງເຫັນໄດ້ຊັດຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ

        ໃນໜຶ່ງປີຜ່ານມາ, ການເຄື່ອນໄຫວໜູນຊ່ວຍວິສາຫະກິດໄດ້ແຜ່ຂະຫຍາຍຢ່າງແຮງເຖິງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ບາງກະຊວງ, ຂະແໜງການ ໄດ້ເລີ່ມເຄື່ອນໄຫວຫຼາຍໂຄງການໃຫຍ່, ສຳຄັນ ສຳລັບວິສາຫະກິດຄື: ກະຊວງການເງິນ ປະຕິບັດການປະຕິຮູບໃນຂົງເຂດພາສີ, ອາກອນຢ່າງຂ້ຽວຂາດ. ກະຊວງອຸດສາຫະກຳ ການຄ້າ ປະກາດໃຊ້ວິທີການຫລຸດຜ່ອນ 675 ເງື່ອນໄຂລົງທຶນ, ດຳເນີນທຸລະກິດ. ນີ້ແມ່ນຕົວເລກໃຫຍ່ຫຼວງທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງຂະແໜງອຸດສາຫະກຳ ການຄ້າ…

        ໃນຂະນະນັ້ນ, ບາງທ້ອງຖິ່ນຕັ້ງໜ້າໃນການຜັນຂະຫຍາຍການໜູນຊ່ວຍວິສາຫະກິດຄື ຮ່າໂນ້ຍ, ກວາງນີງ, ດ່ານັ້ງ, ດົ່ງທາບ… ຮ່າໂນ້ຍ ໄດ້ຜັນຂະຫຍາຍປະຕູຖານຂໍ້ມູນກ່ຽວກັບການບໍລິການຂອງລັດ. ແຂວງ ກວາງນີງ ໄດ້ນຳໜ້າໃນການຜັນຂະຫຍາຍການປະຕິບັດຊຸດດັດຊະນີກຳລັງແກ່ງແຍ້ງຂັ້ນເມືອງ, ພະແນກ, ຄະນະ, ຂະແໜງການ. ດ່ານັ້ງ ສ້າງຂີດໝາຍໃນການສ້າງເຄືອຂ່າຍເລີ່ມທຸລະກິດທີ່ມີຫົວຄິດປະດິດສ້າງ, ແກ້ໄຂລະບຽບການບໍລິຫານຕາມທິດນຳໝົດວຽກງານ ຫາກບໍ່ແມ່ນໝົດເວລາ… ປອ ຫງວຽນດິ່ງກູງ, ຫົວໜ້າສະຖາບັນຄົ້ນຄ້ວາຄຸ້ມຄອງເສດຖະກິດສູນກາງ, ໃຫ້ຂໍ້ສັງເກດວ່າ:

        “ປີນີ້ມີແມ່ນປີທີ່ມີຜົນງານຫຼາຍຢ່າງກ່ຽວກັບການປະຕິຮູບ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງລັດຖະບານ. ສາມາດເວົ້າວ່າ ບັນດາຮົ້ວກີດຂວາງກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ຄືເງື່ອນໄຂດຳເນີນທຸລະກິດ ສຳລັບວິສາຫະກິດ, ການຄຸ້ມຄອງຂະແໜງສະເພາະ, ບັນດາຂໍ້ກຳນົດບໍ່ເໝາະສົມ, ມີຫຼາຍລາຍຈ່າຍໃຫ້ແກ່ວິສາຫະກິດ ໄດ້ຮັບການແກ້ໄຂ. ບໍ່ພຽງແຕ່ແມ່ນລັດຖະບານເທົ່ານັ້ນ, ຫາກບັນດາກະຊວງ, ບັນດາທ້ອງຖິ່ນກໍ່ລ້ວນແຕ່ມີການເຄື່ອນໄຫວ. ມີຂໍ້ລິເລີ່ມຫຼາຍຢ່າງໄດ້ບັນລຸຜົນສຳເລັດພໍສົມຄວນໃນການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ຄືບັນດາສູນບໍລິຫານຂອງລັດ, ກາເຟນັກທຸລະກິດ - ວິສາຫະກິດ”

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຄີຍຢັ້ງຢືນວ່າ ປະເທດບໍ່ສາມາດຮັ່ງມີເຂັ້ມແຂງໄດ້ຖ້າຫາກວ່າປະຊາຄົມວິສາຫະກິດອ່ອນດ້ອຍ. ດັ່ງນັ້ນ, ໃນໄລຍະຈະມາເຖິງ, ລັດຖະບານຈະປະຕິບັດຫຼາຍມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດຕື່ມອີກ, ພ້ອມກັບວິສາຫະກິດສ້າງພື້ນຖານເສດຖະກິດໃຫ້ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ