ລັດທິປະຊານິຍົມນາບຂູ່ເອີລົບ

(vovworld) - ລັດ​ທິ​ປະ​ຊາ​​ນິ​ຍົມນັບ​ມື້​ນັບ​ພວມ​ແຜ່​ລາມ​ອອກ​ຢ່າງກ້​ວາງ​ຂວາງ​ຢູ່ ເອີ​ລົບ. ໃນ​ຊຸມ​ປີມໍ່ໆ​ມານີ້, ໝາກ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ຢູ່​ບັນ​ດາ​ລັດ​ຖະ​ສະ​ພາ​​ຂັ້ນທ້ອງ​ຖິ່ນ, ລັດ, ລະ​ດັບ​ຊາດ​ຢູ່​ຫຼາຍ​ປະ​ເທດ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຜົນ​​ສຳ​ເລັດຂອງ​ບັນ​ດາ​ພັກ​ປະ​ຊາ​​ນິ​ຍົມ. ພິ​ເສດ, ນັບ​ແຕ່​ທ້າຍ​ປີ 2016 ມາ​ຮອດ​ປະ​ຈຸ​ບັນ, ໄດ້​ເຫັນ​ປະ​ຈັກ​ຕາ​ການ​ພັດ​ທະ​ນາຢ່າງ​ແຮງ​ຂອງ​ລັດ​ທິ​ປະ​ຊາ​ນິ​ຍົມ​ຢູ່ຫຼາຍ​ປະ​ເທດ ເອີ​ລົບ ແລະ ລັດ​ທິ​ປະ​ຊາ​​ນິ​ຍົມ​ພວມ​ກາຍ​ເປັນ​ຄວາມ​ວິ​ຕົກ​ວັງ​ວ​ົນ​ລ​ວມ​ສຳ​ລັບບັນ​ດາ​ພັກ​ປະ​ຊາ​ທິ​ປະ​ໄຕ, ບັນ​ດາ​ອົງ​ການ​ສັງ​ຄົມ​ຢູ່ ເອີ​ລົບ​ຢ່າງ​ແທ​້​ຈ​ິງ.

ລັດທິປະຊານິຍົມນາບຂູ່ເອີລົບ - ảnh 1
ວາ​ລະ​ປະ​ຊຸມ​ຂອງ​ລັດ​ຖະ​ສະ​ພາ ເອີ​ລົບ ຢູ່ Strasbourg, ພາກ​ຕາ​ເວັນ​ອອກ ຝ​ຣັ່ງ ໃນ​ວັນ​ທີ 14/3
(ພາບ: AFP/ TTXVN)


        ລັດ​ທິ​ປະ​ຊານິ​ຍົມ​ໄດ້​ນິ​ຍາມ​ຄື​ດັ່ງ​ການ​ຕໍ່​ສູ້​ທາງ​ດ້ານ​ການ​ເມືອງ, ເຊິ່ງ​ແມ່​ນ​ຮູບ​ການ​ການ​ເມືອງ ເຊິ່ງ​ຜູ້​ຕາງ​ໜ້າ​ໃຫ້​ບັນ​ດາ​ພັກ​ຝ່າຍ​ການ​ເມືອງ​ນຳ​ໃຊ້​ເພື່ອ​ກ່າວ​ໂຈມ​ຕີ ແລະ ກ່າ​ວ​ຫາ​ກັນ​ໃນ​ບັ້ນ​ເຄື່ອນ​ໄຫວ​ຫາ​ສຽງ​ເລືອກ​ຕັ້ງ. ລັດ​ທິ​ປະ​ຊາ​ນິ​ຍົມ​ບໍ່​ເດີນ​ຕາມ​ລະ​ບົບ​ຄຸນ​ຄ່າ​ໃດ​ໜຶ່ງ​ເພື່ອ​ຈຳ​ແນກ​ກັບ​ບັນ​ດາ​ລະ​ບົບ​ແນວ​ຄິດ​ອື່ນ, ດັ່ງ​ນັ້ນ, ລັດ​ທິ​ປະ​ຊາ​ນິ​ຍົ​ມ​ໄດ້​ປະ​ກົດ​ອອກ​ໃນ​ທຸກໆ​ພັກ​ຝ່າຍ (​ພັກຝ່າຍ​ຊ້າຍ, ​ພັກ​ຝ່າຍ​ຂວາ, ​ພັກກ້າວ​ໜ້າ, ​ພັກຮັກ​ສາ​ເດີມ) ພາຍ​ໃຕ້​ບັນ​ດາ​ພັກ​ການ​ເມືອງ​ຄັດ​ຄ​້ານ ຫຼື ບັນ​ດາ​ຂະ​ບວນ​ການ​ສັງ​ຄົມ.

ເປັນ​ຫຍັງ​ລັດ​ທິ​ປະ​ຊາ​​ນິ​ຍົມ​ພັດ​ທະ​ນາຢ່າງ​ແຮງ?

        ວິ​ວັດ​ການ​​ຫັ​ນ​ເສດ​ຖະ​ກິດ​ເປັນໂລ​ກາ​ພິ​ວັດ​​ໄດ້​ຍູ້​ແຮງ​ຄວ​າມ​ແຕກ​ໂຕ່​ນ​ກັນ​ລະ​ຫວ່າງ​ບັນ​ດາ​​ພາກ​ສ່ວນ​ໄດ້​ຮັບ​ຜົນ​ປະ​ໂຫຍດ ແລະ ບັນ​ດາ​ພາກ​ສ່ວນ​ຖືກ​​ເສຍ​ປຽບ. ​ໄພຫວ່າງງານບໍ່​ພ​ຽງ​ແຕ່​ນາບ​ຂ​ູ່​​ຕໍ່​​​ຊົນ​ຊັ້ນກຳ​ມະ​ກອນ, ​ພາ​ລະ​ກອນເທົ່​ານັ້ນ ຫາກ​ນັບ​ທັງ​ຊົນ​ຊັ້ນ​ກາງ​​ກໍ່​ມີ​ຄວາມເປັນ​ຫ່ວງ​​ຕໍ່​ໜ​້າ​ສະ​ພາບ​ການ​ຊຸດ​ໂຊມ​ຂອງ​ສັງ​ຄົມ​ອີກ​ດ້ວຍ. ວິ​ກິດ​ການ​ດ້ານ​ເສດ​ຖະ​ກິດ ແລະ ສັງ​ຄົມ​ແມ່ນ​ກາ​ລະ​ໂອ​ກາ​ດ​ຊ່ວຍ​ໃຫ້​ລັດ​ທິ​ປະ​ຊາ​​ນິ​ຍົມ​ມີ​ຜູ້​ມີ​ສິດ​ເລ​ືອ​ກ​ຕັ້ງ​ຕື່​ມ​ອີກ. ອີກ​ບັນ​ຫາ​ໜຶ່ງ, ຮູບ​ແບບ ເອ​ີ​ລົບ ໝັ້ນ​ໝາຍ​ຈະ​ສ້າງ​ຄວາມ​ດຸ່ນ​ດ່ຽງ​ລະ​ຫວ່າງ​ຕະຫຼາດ ແລະ ການຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ແຕ່​​ສະ​ພາບ​ກາ​ນ​ຕົວ​ຈິງ​ບໍ່​ຄື​ແນວນັ້ນ. ບາງ​ທ້ອງ​ຖິ່ນ​ດ້ອຍ​ພັດ​ທະ​ນາບໍ່​ມີ​ກຳ​ລັງ​​ຄວາມ​ແກ່ງ​ແຍ້ງຢ່າງ​ພຽງ​ພ​ໍ​ຕໍ່​ການ​ບຸກ​ໂຈມ​ຕີ​ຂອງວິ​ວັດ​ການ​ໂລ​ກາ​ພິ​ວັດ ​ໄດ້ພາ​ໄປ​ເຖິງ​ເກີດ​ການ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ບັນ​ດາ​ຊົນ​ຊັ້ນ​ໃນ​ສັງ​ຄົມ. ວົງ​ການ​ກຳ​ມະ​ກອນ ແລະ ຊົນ​ຊັ້ນ​ກາງ ມີ​​ທ່າ​ທີ​ປະ​ຕິ​ເສດ ເອີ​ລົບ ຢ່າງ​ແຮງ​ທີ່​ສຸດ.

        ຜົນ​ສຳ​ເລັດຂອງລັດ​ທິ​ປະ​ຊາ​​ນິ​ຍົມ​ໃນ​ໄລ​ຍະ​ຜ່ານ​ມາ​ໂດຍ​ອີງ​ໃສ່​ຄວາມບໍ່​ພໍ​ໃຈຂອງ​ຜູ້​ມີ​ສິດ​ເລ​ືອກ​ຕັ້ງ​ກ່ຽວ​ກັບ​ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ຂອງ​ພັກ​ກຳ​ອຳ​ນາດ ຫຼື ສະ​ພາບ​ການ​​ເສື່ອມ​ທາດ​ຂາດ​ຄຸນ​ຂອງ​ຊົນ​ຊັ້ນຍອດ​ຍິ່ງການ​ເມືອງ​ໃນ​ສັງ​ຄົມ. ສິ່ງ​ດັ່ງ​ກ່າວ​ອາດ​​ຈະ​ສະ​ແດງໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຜ່ານ​ທັດ​ສະ​ນະ​ຄັດ​ຄ້ານ​ການ​ຮັບ​ຊາວ​ອົບ​ພະ​ຍົບ, ຄວາມ​ລະ​ແວງ​ສົງ​ໄສ​ອິ​ດ​ສະ​ລາມ, ປະ​ຕິ​ເສດ​ການ​ສົມ​ລົ​ດ​ຂອງກ​ຸ່ມ​ຄົນ​ຮັກ​ເພດ​ດຽວ​ກັນ, ຢູ່ຫຼາຍ​ປະ​ເທດ​ເອີ​ລົບ​ໃນ​ໄລ​ຍະ​ຜ່ານ​ມາ. ການ​ລົງ​ປະ​ຊາ​ມະ​ຕິ​ເມື່ອ​ເດືອນ 6/2016 ຢູ່ ອັງ​ກິດ ດ້ວຍ​ໝາກ​ຜົນ​ວ່າ ປະ​ຊາ​ຊົນ​ປະ​ເທດ​ອັງ​ກິດ ໄດ້​ເລືອກ​ເອົາ​ການຖອນ​ອອກ​ຈາກ​ສ​ະ​ຫະ​ພາບ​ເອີ​ລົບ (ອີ​ຢູ), ຍັງ​ເອີ້ນ​ວ່າ Brexit ໄດ້​ຮັບ​ຖື​ວ່າ​ແມ່ນ​ຈຸດ​ສູງ​ສຸດ​ຂອງ​ກະ​ແສ​ຟອງ​​ລັດ​ທິ​ປະ​ຊາ​ນິ​ຍົມ​ບຸກ​ໂຈ​ມ​ຕີ​ເຂົ້າ​ບັນ​ດາ​ກຳ​ແພງ​ຂອງ ເອີ​ລົບ. ກ່ອນ​ໜ້ານັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຕາ​ລີ Matteo Renzi ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ ພາຍຫຼັງ​ທີ່ປະ​​ລາ​ໄຊ​ໃນ​ການ​ລົງ​ປະ​ຊາ​ມະ​ຕິ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ລັດ​ຖະ​ທ​ຳ​ມະ​ນູນ. ການ​ປະ​ລາ​ໄຊ​ຂອງ​ທ່ານ Renzi ໄດ​້​ຮັບ​ຖື​ວ່າ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ​ແນວ​ຄວາມ​ຄິດ​ປະ​ຊາ​​ນິ​ຍົມ​ຕ້ານ​ຄືນ​ບັນ​ດາຫຼັກ​ການ​ສັງ​ຄົມ, ການ​ເມືອງ ແລະ ເສດ​ຖະ​ກິດ​ທີ່​ເປັນ​ມູນ​ເຊື້ອ.

ສຸມ​ກຳ​ລັງ​ແຮງ​ໃນ​ການ​ເຄື່ອນ​ໄຫວ​ເພື່ອ​ຮັບ​ມື

        ​ວົງ​ການ​ນັກ​ໄຈ້​ແຍກ​ມີ​ຄວາມ​ວິ​ຕົກ​ວັງ​ວົນ​ວ່າ ປີນີ້ລັດ​ທິ​ປະ​ຊາ​​ນິ​ຍົມ ອາດ​ຈະ​ແຜ່​ລາມ​ອອກ​ຢ່າງ​ກ້​ວາງ​ຂ​ວາງ​​ກ່​ວາຢູ່ ເອີ​ລົບ. ເຖິງວ່າ​ລັດ​ທິ​ປະ​ຊາ​​ນິ​ຍົມ​ບໍ່​ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ທີ່​ຜ່ານ​ມາ​ຢູ່ ໂຮນ​ລັງ ກໍ່​ຕາມແຕ່​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel, ເຊິ່ງ​ແມ່ນ​ຜູ້​ໃນ​ໄລ​ຍະ 2 ປີ​ຜ່ານ​ມາ​ໄດ້​ເປີດ​ປະ​ຕູ​ຮັບ​ຊາວ​ອົບ​ພະ​ຍົບຫຼາຍ​ຄົນ, ໄດ້​ອອກ​ສະ​ໝັກ​ເລືອກ​ຕັ້ງ​ອີກ​​ຄັ້ງ​ໜຶ່ງ. ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ທ່ານ​ນາງ Angela Merkel ​ສືບ​ຕໍ່​ໄດ້​ຮັບ​ໄຊ​ຊ​ະ​ນະ​ແມ່ນ​ນ້ອ​ຍ​ທີ່​ສຸດ, ໃນ​ຂະ​ນະ​ທີ່​ພັກ AfD ຕ້ານ​ຊາວ​ອົບ​ພະ​ຍົບ​ເຂົ້າ​ເມືອງ ແລະ ຕ້ານຊາວ​ມຸດ​ສະ​ລິມ​. ນອກ​ນັ້ນ, ທ່ານ​ນາງ Angela Merkel ຍັງ​ຖືກ​ຕຳ​ໜິ​ຕິ​ຕຽນ​​ພາຍໃນ​ພັກ​ຂອງ​ຕົນ​ຢ່າງ​ຮຸນ​ແຮງ.

        ໃນ​ຂະ​ນະ​ນັ້ນ, ວິ​ວັດ​ການ​ Brexit ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ. ວິ​ວັດ​ການ​ເຄື່ອນ​ໄຫວ​ຕາມ​ມາດ​ມາດ​ຕະ 50 ​ສົນ​ທິ​ສັນ​ຍາ Lisbon ເພື່ອ​ໃຫ້ ອັງ​ກິດ ຖອນ​ອອກ​ຈາກ​ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ພວມ​ດຳ​ເນີນ​ບັນ​ດາ​ບາດ​ກ້າ​ວ​ທຳ​ອິດ. ວິ​ວັດ​ການ​ຖອນ ອັງ​ກິດ ອອກ​ຈາກ ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ແກ່​ຍາວ​ເປັນ​ເວ​ລາ 2 ປີ, ແຕ່​ບັນ​ດາ​ຄວາມຂາດ​ສະ​ຖຽນ​ລະ​ພາບ​ເກືອບ​ຄື​ວ່າ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ແງ່​ຫວັງ​ການ​ເຕີບ​ໂຕ​ຂອງ ອັງ​ກິດ ກໍ່​ຄື​ບັນ​ດາ​ຄວາມ​ຫວັງ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ດາ​ສັນ​ຍາ​ການ​ຄ້າ 2 ຝ່າຍ​ກັບ​ບັນ​ດາ​ປະ​ເທດນອກ ອີ​ຢູ. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ໄລ​ຍະ​ທາງ​ທີ່​ຫຍຸ້ງ​ຍາກ​ໃນ​ຕໍ່​ຫນ້າ ເມື່ອ ອັງ​ກິດ ຊອກວິ​ທີ​ສ້າງ​ ບັນ​ດາ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ​ໃຫມ່, ວົງ​ການ​ນັກ​ຊ່ຽວ​ຊານ​ກ່າວ​ເຕືອນ​ວ່າ: ເລື່ອງ​ອັງ​ກິດ ຖອນ​ອອກ​ຈາກ ອີ​ຢູ ພຽງ​ແມ່ນ​ບາດ​ກ້າວ​ເດີນ​ທຳ​ອິດ​ຂອງວິ​ວັດ​ການນີ້. ອັງ​ກ​ິດ ຕ້ອງ​ສ້າງ​ນະ​ໂຍ​ບາຍ​ການ​ຄ້າ​ໃຫມ່ ອາດ​ຈະ​ຖືກ​ເສຍ​ເວ​ລາ​ເຖິງ 20 ປີ.

        ລັດ​ທິ​​ປະ​ຊາ​ນິ​ຍົມ ແມ່ນ​ຄວາມ​ວິ​ຕົກ​ກັງ​ວົນ​ລວມ​ຢ່າງ​ແທ້​ຈິງ​ສຳ​ລັບ​ບັນ​ດາ​ພັກ​ການ​ເມືອງ​ປ​ະ​ຊາ​ທິ​ປະ​ໄຕ, ບັນ​ດາ​ອົງ​ການ​ສັງ​ຄົມ ແລະ ວົງ​ການ​ສື່​ສານ ຢູ່ ເອີ​ລົບ ປະ​ຈຸ​ບັນ. ບໍ່​ຮູ້​ຈັກ​ວ່າ ລັດ​ທິ​ປະ​ຊາ​​ນິ​ຍົມ​ຄົງ​ຕົວ​ຢູ່​ໄດ້​ດົນ​ປານ​​ໃດ ຈະ​ອີງ​ໃສ່​ບັນ​ດາ​ມາດ​ຕະ​ການ​ຟື້ນ​ຟູ​ສິດ​ກຳ​ອຳ​ນາດ ແລະ ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ​ຂອງ​ບັນ​ດາ​ອຳ​ນາດ​ການ​ປົກ​ຄອງ​ປະ​ຊາ​ທິ​ປະ​ໄຕ​ຢູ່ ເອີ​ລົບ. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ລັດ​ທິ​​ປະ​ຊາ​​ນິ​ຍົມ ຫລື ລັດ​ທິ​​ປະ​ຊາ​​ນິ​ຍົມຝ່າຍ​ຂວາ ພວມ​ແມ່ນ​ປະ​ກົດ​ການ​ຂອງ​ບັນ​ດາ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ຝ່າຍ​ຕາ​ເວັນ​ຕົກ, ໃນ​ສະ​ພາບ​​ຄວາມ​ບໍ່​ສະ​ເຫມີ​ພາບ​ໃນ​ສັງ​ຄົມ​ເພີ່ມ​ຂຶ້ນ ອາດ​ຈະ​ສວມ​ບົດ​ບາດ​ຕັດ​ສິນ​ຊີ້​ຂາດ​ສຳ​ລັບ​ການ​ເລືອກ​ເຟັ້ນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ຖ້າ​ຫາກ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ຝ່າຍ​ຕ​າ​ເວັນ​ຕົກ ບໍ່​​ມີ​ຄວາມມາ​ນະ​ພະ​ຍາ​ຍາມກວ່າ​ອີກ ເພື່ອ​ແກ້​ໄຂຫລາຍ​ບັນ​ຫາ​ກ່ຽວ​ກັບ​ເສດ​ຖະ​ກິດ ແລະ​ສັງ​ຄົມ ຊື່ງ​ເຂົາ​ເຈົ້າ​ພວມ​ປະ​ເຊີນ​ຫນ້າ, ລັດ​ທິ​​ປະ​ຊາ​​ນິ​ຍົມ ຈະ​ສືບ​ຕໍ່ ກໍ່​ໃຫ້​ເກີດ​ການ​ຜັນ​ແປ​ໃຫມ່​ຫລາຍ​ຢ່າງຕື່ມ​ອີກ. 

ຂ່າວ/ບົດ​ອື່ນ