ລະດົມບັນດາກຳລັງໜູນເພື່ອຮັກສາທ່າເຕີບໂຕດ້ານເສດຖະກິດ

(VOVWORLD) -ເສດຖະກິດ - ສັງຄົມຫວຽດນາມ ໃນເດືອນກັນຍາ ແລະ 9 ເດືອນຜ່ານມາສືບຕໍ່ໃນທ່າເປັນໜ້າປະເອີບໃຈ. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ສ່ວນໜຶ່ງແມ່ນຍ້ອນລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ສຸມໃສ່ຍົກສູງກຳລັງແກ່ງແຍ້ງ ດ້ວຍການປະຕິຮູບລະບອບລະບຽບການ, ພັດທະນາເສດຖະກິດພາກເອກະຊົນ, ພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ.

ໃນສະພາບການນັ້ນ, ເລື່ອງປະຕິຮູບລະບອບລະບຽບການ, ພັດທະນາເສດຖະກິດພາກເອກະຊົນ ແລະ ລົງທຶນພັດທະນາວິທະຍາສາດເຕັກໂນໂລຊີໄດ້ຮັບຮູ້ບັນດາບາດກ້າວພັດທະນາຫຼາຍພໍສົມຄວນ.

ລະດົມບັນດາກຳລັງໜູນເພື່ອຮັກສາທ່າເຕີບໂຕດ້ານເສດຖະກິດ - ảnh 1 (ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕຽນຢຸງ)

ຍູ້ແຮງການປະຕິຮູບລະບອບລະບຽບການ

        ການປະຕິຮູບລະບອບລະບຽບການໄດ້ຮັບສັງເກດວ່າແມ່ນປັດໃຈແກ່ນສານ ແລະ ສຳຄັນທີ່ສຸດເພື່ອຮັກສາທ່າເຕີບໂຕດ້ານເສດຖະກິດ. ການປະຕິຮູບລະບອບລະບຽບການຢູ່ຫວຽດນາມ, ໃນນັ້ນລວມທັງການປະຕິຮູບການບໍລິຫານ ແລະ ລະບຽບການບໍລິຫານ ບັນລຸໄດ້ບາງໝາກຜົນເບື້ອງຕົ້ນ, ປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງແຫ່ງຊາດ ແລະ ສ້າງພື້ນຖານບໍລິຫານສ້າງສັນພັດທະນາ, ຊື່ສັດບໍລິສຸດ, ມີການກະທຳ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕຽນຢຸງ, ໃຫ້ຮູ້ວ່າ.

        “ເປັນເຈົ້າການສ້າງລະບອບລະບຽບການນັ້ນໄດ້ຖືວ່າແມ່ນຈຸດສຸມ ແລະ ບຸລິມະສິດແຖວໜ້າ. ບັນດາກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນ ໄດ້ສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລືກ່ຽວກັບບັນດາຮ່າງກົດໝາຍ, ຮ່າງດຳລັດ, ເປັນເຈົ້າການສົມທົບກັບບັນດາອົງການຂອງສະພາແຫ່ງຊາດຮັບເອົາຄຳເຫັນເພື່ອແກ້ໄຂ ແລະ ສ້າງໃຫ້ສົມບູນແບບ. ສ້າງລະບອບລະບຽບໃຫ້ສົມບູນແບບຕາມທິດເປັນເອກະພາບ, ຄົບຊຸດ, ເປີດເຜີຍ, ກະຈ່າງແຈ້ງຢ່າງຂ້ຽວຂາດ ແລະ ຮັບປະກັນການປະຕິບັດຢ່າງເຂັ້ມງວດ ໄດ້ຮັບການປັບປຸງ, ເພີ່ມເຕີມ ແລະ ສ້າງບັນດາຂໍ້ກຳນົດກ່ຽວກັບທີ່ດິນ, ເຮືອນຢູ່, ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ”.

        ບັນດາຄວາມມານະພະຍາຍາມປະຕິຮູບລະບອບລະບຽບບໍລິຫານຈະສືບຕໍ່ໄດ້ຮັບການຮັກສາ ແລະ ຍູ້ແຮງ, ເພື່ອແນໃສ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກ, ບໍ່ພຽງແຕ່ສູ້ຊົນນຳໜ້າໃນກຸ່ມບັນດາປະເທດອາຊຽນ ເທົ່ານັ້ນ, ຫາກຍັງບັນລຸມາດຖານຂອງບັນດາປະເທດກຸ່ມອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ອີກດ້ວຍ.

ລະດົມບັນດາກຳລັງໜູນເພື່ອຮັກສາທ່າເຕີບໂຕດ້ານເສດຖະກິດ - ảnh 2 (ທ່ານ ຫວູຕຽນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ)

ຖືພາກພື້ນເສດຖະກິດພາກເອກະຊົນເປັນສຳຄັນ

        ຍາມໃດລັດຖະບານກໍ່ກຳນົດວ່າ ວິສາຫະກິດພາກເອກະຊົນແມ່ນກຳລັງໜູນສຳຄັນໃຫ້ແກ່ການພັດທະນາຂອງພື້ນຖານເສດຖະກິດຫວຽດນາມ, ສະນັ້ນ, ໃນໄລຍະຜ່ານມາ, ລັດຖະບານໄດ້ມານະພະຍາຍາມໜູນຊ່ວຍພາກເອກະຊົນໃນການສ້າງເສດຖະກິດ. ລັດຖະບານກໍ່ໄດ້ຍົກອອກບັນດານະໂຍບາຍລະອຽດເພື່ອສະໜັບສະໜູນເສດຖະກິດພາກເອກະຊົນຄື: ຫຼຸດຜ່ອນພາສີໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ, ບັນດາມາດຕາກ່ຽວຂ້ອງເຖິງເສດຖະກິດ ລ້ວນແຕ່ອີງໃສ່ມາດຕະຖານຂອງສາກົນ, ໜູນຊ່ວຍທຶນ ແລະ ເປີດກວ້າງຕະຫຼາດ… ບັນດາຄວາມມານະພະຍາຍາມດັ່ງກ່າວຂອງລັດຖະບານໄດ້ນຳມາເຊິ່ງບັນດາປະສິດທິຜົນໃດໜຶ່ງ. ໃນເວທີປາໄສເສດຖະກິດໂລກ, ກຳລັງດຶງດູດຂອງຕະຫຼາດຫວຽດນາມ ໄດ້ເລື່ອນຂຶ້ນລະດັບ 68/190 ປະເທດ, ສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ທ່ານ ຫວູຕຽນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ, ໃຫ້ຮູ້ວ່າ.

        “ບັນດາຮົ້ວກີດຂວາງໃນການດຳເນີນທຸລະກິດ, ກົນໄກຂໍ - ໃຫ້, ສະພາບແວດລ້ອມແຫ່ງການແກ່ງແຍ້ງທີ່ບໍ່ສະເໝີພາບແມ່ນຮົ້ວກີດຂວາງໃຫຍ່ສຸດໃຫ້ແກ່ການພັດທະນາຂອງພາກພື້ນເສດຖະກິດເອກະຊົນ. ສະນັ້ນ, ເລື່ອງແກ້ໄຂໄດ້ບັນດາຮົ້ວກີດຂວາງ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງໂປ່ງໄສ, ສະເໝີພາບນັ້ນແມ່ນລະບົບຊີວະພາບດີທີ່ສຸດໃຫ້ແກ່ວິສາຫະກິດພາກເອກະຊົນພັດທະນາ. ພ້ອມກັນນັ້ນ, ບັນດານະໂຍບາຍໜູນຊ່ວຍຈາກລັດຜ່ານການຫຼຸດຜ່ອນລາຍຈ່າຍດຳເນີນທຸລະກິດ, ລາຍຈ່າຍລະບຽບການບໍລິຫານກໍ່ສົງຜົນສະທ້ອນທີ່ໃຫຍ່ຫຼວງເຖິງວິສາຫະກິດພາກເອກະຊົນ”.

ເປັນເຈົ້າການດ້ານວິທະຍາສາດເຕັກໂນໂລຊີ ເພື່ອຮັບເອົາກາລະໂອກາດຂອງການປະຕິວັດ 4.0

        ຫວຽດນາມ ປາດຖະໜາຢາກກາຍເປັນປະເທດອຸດສາຫະກຳ. ແລະ ເລື່ອງສຸມໃສ່ພັດທະນາອຸດສາຫະກຳຕາມທິດອຸດສາຫະກຳເອເລັກໂຕນິກ, ເຕັກໂນໂລຊີຂໍ້ມູນຂ່າວສານໃນໄລຍະຜ່ານມາແມ່ນເໝາະສົມ. ບັນດາໂຄງການແຫ່ງຊາດ, ກອງທຶນພັດທະນາວິທະຍາສາດ - ເຕັກໂນໂລຊີໄດ້ສຸມແຫຼ່ງກຳລັງໜູນຊ່ວຍ, ຊ່ວຍວິສາຫະກິດຫວຽດນາມ ມີກາລະໂອກາດສຳພັດກັບເຕັກໂນໂລຊີໃໝ່. ລັດໄດ້ສ້າງບັນດາແຫຼ່ງທຶນເພື່ອໜູນຊ່ວຍວິສາຫະກິດປ່ຽນແປງໃໝ່ເຕັກໂນໂລຊີ, ເພີ່ມສະມັດຕະພາບ, ການກຽມພ້ອມໃນວິວັດການເຊື່ອມໂຍງເຂົ້າກັບສາກົນ. ທ່ານລັດຖະມົນຕີກະຊວງວິທະຍາສາດ, ເຕັກໂນໂລຊີ ຈູຫງອກແອງ, ໃຫ້ຮູ້ວ່າ.

        “ນີ້ແມ່ນຄວາມມານະພະຍາຍາມສະແດງໃຫ້ເຫັນບັນດາການຊີ້ນຳນຳພາຢ່າງຖືກທິດຂອງລັດຖະບານ. ພວກເຮົາຈະສືບຕໍ່ປັບປຸງນັບທັງບັນດາເສົ້າຄ້ຳສົ້ນເຂົ້າ, ສົ້ນອອກ, ເພີ່ມທະວີບັນດາການຊີ້ນຳນຳພາ, ມາດຕະການແກ້ໄຂເພື່ອໃຫ້ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຕະຫຼາດທຶນ ແລະ ການລົງທຶນ, ນຳໃຊພູມປັນຍາ ແລະ ບັນດາເຕັກໂນໂລຊີໃນປະຈຸບັນຢ່າງມີປະສິດທິຜົນກວ່າ. ເຮັດຄືແນວນັ້ນ, ພວກເຮົາຈະເຂົ້າສູ່ລວງເລິກ ແລະ ພັດທະນາກຳລັງປະດິດຄິດສ້າງໃນໄລຍະຈະມາເຖິງຢ່າງເຂັ້ມງວດ”.

        ¾ ໄລຍະທາງຂອງປີ 2018 ແລະ ເຄິ່ງເວລາປະຕິບັດມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 12 ຂອງພັກໄດ້ຜ່ານໄປແລ້ວ. ບັນດາໝາກຜົນທີ່ໜ້າສົ່ງເສີມຈາກການລະດົມກຳລັງໜູນຂອງພື້ນຖານເສດຖະກິດ, ໃນນັ້ນມີການປະຕິຮູບລະບອບລະບຽບການ, ພັດທະນາເສດຖະກິດພາກເອກະຊົນ ແລະ ຊຸກຍູ້ການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ໃນເບື້ອງຕົ້ນໄດ້ຊີ້ໃຫ້ເຫັນວ່າ, ລັດຖະບານໄດ້ກຳນົດເປົ້າໝາຍທີ່ຄວນສຸມໃສ່ຢ່າງຖືກທິດ, ເຊິ່ງໄດ້ປະກອບສ່ວນຮັກສາທ່າເຕີບໂຕດ້ານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ