ວິ​ກິດ​ການ ​ຢູ່​ເວ​ເນ​ຊູ​ເອລາ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ບົນ​ພື້ນຖານ​ເຈລະຈາ​ໂດຍ​ສັນຕິ​ວິທີ

(VOVWORLD) -ສະພາບການຈົນຕາແຈດ້ານການເມືອງ ຢູ່ ເວເນຊູເອລາ ນັບມື້ນັບເພີ່ມຂຶ້ນ ເມື່ອການນໍາຝ່າຍຄ້ານ, ທ່ານ Juan Guaido, ຜູ້ທີ່ອ້າງຊື່ເອງວ່າເປັນ “ປະທານາທິບໍດີຊົ່ວຄາວຂອງ ເວເນຊູເອລາ” ແລະ ທ່ານ Nicolas Maduro ພວມດໍາລົງຕໍາແໜ່ງປະທານາທິບໍດີ ເວເນຊູເອລາ  ຍັງບໍ່ສາມາດດໍາເນີນການເຈລະຈາ ເພື່ອຊອກຫາມາດຕະການແກ້ໄຂໄດ້. ໃນຂະນະນັ້ນ, ສປຊ ກໍພວມມານະພະຍາຍາມຊຸກຍູ້ການຮຽກຮ້ອງການຮ່ວມມືຈາກສາກົນ ເພື່ອແນໃສ່ສະກັດກັ້ນວິກິດການມະນຸດສະທໍາຢູ່ປະເທດນີ້.

ໃນສະພາບການຜັນແປຫຼ້າສຸດ, ວັນທີ 11 ກຸມພາ, ອາເມລິກາ ໄດ້ຍື່ນສະເໜີຮ່າງມະຕິກ່ຽວກັບ ເວເນຊູເອລາ ຕໍ່ ສະພາຄວາມໝັ້ນຄົງ ສປຊ, ຮຽກຮ້ອງການຊ່ວຍເຫຼືອສາກົນ ແລະ ການປ່ອນບັດເລືອກຕັ້ງປະທານາທິບໍດີ ຢູ່ເວເນຊູເອລາ. ກົງກັນຂ້າມ, ມົດສະກູ ໄດ້ຍົກອອກມະຕິປ່ຽນແທນ, ໂດຍສະແດງຄວາມວິຕົກກັງວົນຕໍ່ອະທິປະໄຕອັນຄົບຖ້ວນ ແລະ ຄວາມເປັນເອກະລາດທາງດ້ານການເມືອງຂອງ ເວເນຊູເອລາ.

        ໃນຂະນະນັ້ນ, ທ່ານປະທານາທິບໍດີ Nicolas Maduro ກໍາລັງດໍາເນີນການຊ້ອມຮົບໃຫຍ່ທີ່ບໍ່ເຄີຍມີມາກ່ອນ ໃນຮອບ 200 ປີ ທີ່ຜ່ານມາ, ເພື່ອແນໃສ່ສົ່ງສານອອກໄປວ່າ Caracas ພ້ອມແລ້ວທີ່ຈະໂຕ້ຕອບທຸກການກະທໍາ ທີ່ແຊກແຊງທາງດ້ານການທະຫານຈາກພາຍນອກ. ການກະທໍາດັ່ງກ່າວ ກໍໄດ້ຮັບຖືວ່າ ເປັນປະຕິກະລິຍາຕອບໂຕ້ຂອງທ່ານ Nicolas Maduro ຕໍ່ໜ້າຂໍ້ມູນຂ່າວທີ່ວ່າ ອາເມລິກາ ອາດຈະຈັດສົ່ງຕັ້ງນາຍທະຫານຈໍານວນ 5.000 ຄົນ ໄປຍັງເຂດຊາຍແດນ ໂກລົມເບຍ ເຊິ່ງເປັນປະເທດທີ່ມີຊາຍແດນຕິດກັບ ເວເນຊູເອລາ.

ປະຊາຄົມສາກົນຖືກແບ່ງແຍກ

        ໄລ່ມາຮອດຈຸດເວລານີ້, ປະຊາຄົມສາກົນ ຍັງຄົງຖືກແບ່ງແຍກກ່ຽວກັບບັນຫາ ເວເນຊູເອລາ ເປັນທີ່ສຸດ. ປັດຈຸບັນ, ບາງປະເທດສະມາຊິກ ອີຢູ, ໃນນັ້ນ ມີ ອັງກິດ, ເຢຍລະມັນ, ຝລັ່ງ ແລະ ແອັດສະປາຍ ກໍ່ພ້ອມກັບ ອາເມລິກາ ຮັບຮອງເອົາທ່ານ Juan Guaido ເປັນປະທານາທິບໍດີຊົ່ວຄາວ, ພ້ອມທັງສ້າງກໍາລັງດັນຮຽກຮ້ອງໃຫ້ທ່ານປະທານາທິບໍດີ Nicolas Maduro ຮຽກຮ້ອງຈັດຕັ້ງການເລືອກຕັ້ງຮອບໃໝ່. ຊໍ້າບໍ່ໜໍາ ວໍຊິງຕັນ ກໍປະກາດວ່າ ພວມຄິດໄລ່ຊັ່ງຊາທຸກທາງເລືອກ ສໍາລັບ ເວເນຊູເອລາ, ລວມທັງຄວາມອາດສາມາດຈະແຊກແຊງເຂົ້າດ້ານການທະຫານຂອງປະເທດນີ້, ແຕ່ເນັ້ນໜັກວ່າ ເປົ້າໝາຍບູລິມະສິດ “ມອບໂອນສິດອໍານາດໂດຍສັນຕິວິທີ”.

ວິ​ກິດ​ການ ​ຢູ່​ເວ​ເນ​ຊູ​ເອລາ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ບົນ​ພື້ນຖານ​ເຈລະຈາ​ໂດຍ​ສັນຕິ​ວິທີ - ảnh 1 ທ່ານ Juan Guaido, ຜູ້ທີ່ອ້າງຊື່ເອງວ່າເປັນ ປະທານາທິບໍດີຊົ່ວຄາວຂອງ ເວເນຊູເອລາ (ພາບ: AFP/TTXVN)

        ໃນຂະນະນັ້ນ, ມີຫຼາຍປະເທດອື່ນໆຄື ກູບາ, ເມັກຊີໂກ, ຕວກກີ ແລະ ລັດເຊຍ ກໍ່ສະແດງການສະໜັບສະໜູນລັດຖະບານຂອງທ່ານປະທານາທິບໍດີ Nicolas Maduro, ພ້ອມທັງກ່າວປະນາມກົນອຸບາຍລັດຖະປະຫານ. ມົດສະກູ ຖະແຫຼງວ່່າ ວໍຊິງຕັນ ບໍ່ໄດ້ປະຕິບັດບໍ່ວ່າການກະທໍາແຊກແຊງໃດໆທັງໝົດ, ໃນນັ້ນ ມີການແຊກແຊງດ້ານການທະຫານ, ບັນດາບັນຫາພາຍໃນຂອງ ເວເນຊູເອລາ ແລະ ຢັ້ງຢືນວ່າ ລັດເຊຍ ພ້ອມແລ້ວທີ່ຈະປຶກສາຫາລືກ່ຽວກັບບັນຫາ ເວເນຊູເອລາ, ເໝາະສົມກັບ ກົດບັດຂອງ ສະຫະປະຊາຊາດ. ສປຊ ກໍຖະແຫຼງວ່າ ພ້ອມແລ້ວທີ່ຈະເຊື້ອເຊີນທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ແລະ  ຫົວໜ້າຝ່່າຍຄ້ານ ທ່ານ Juan Guaido ເຂົ້າຮ່ວມການເຈລະຈາກັນຢ່າງເຂັ້ມງວດ.

        ທ່າມກາງບັນຍາກາດດັ່ງກ່າວ, ຫາງສຽງ ໄດ້ຕັ້ງຄໍາຖາມຂ້ຶນມາວ່າ ຈະເກີດວິກິດການມະນຸດສະທໍາ ຢູ່ ເວເນຊູເອລາ ຫຼືບໍ?. ຕາມຝ່າຍ ອາເມລິກາ ແລ້ວ, ຄະນະອຸປະຖໍາມະນຸດສະທໍາໄດ້ສະໜອງສິນຄ້າຈາກ ອາເມລິກາ ແລະ ໂກລົມເບຍ ປັດຈຸບັນ ໄດ້ໄປຮອດເທດສະບານເມືອງ Cucuta ເຊິ່ງຕັ້ງຢູ່ເຂດຊາຍແດນລະຫວ່າງ ໂກລົມເບຍ ແລະ ເວເນຊູເອລາ ແລ້ວ. ແຕ່ ຝ່າຍລັດຖະບານ ເວເນຊູເອລາ ພັດຢັ້ງຢືນວ່າ ຢູ່ ເວເນຊູເອລາ ບໍ່ເກີດວິກິດການມະນຸດສະທໍາໃດໆ ແລະ ຖະແຫຼງວ່າ ຈະໃຫ້ຈໍານວນສິນຄ້າອຸປະຖໍານັ້ນສົ່ງເຂົ້າປະເທດນີ້. ແທນທີ່ນັ້ນ, ທ່ານຮຽກຮ້ອງໃຫ້ ອາເມລິກາ ລົບລ້າງບັນດາມາດຕະການລົງໂທດດ້ານເສດຖະກິດເພີ່ມເຕີມ ເຊິ່ງ ວໍຊິງຕັນ ຈັດວາງຕໍ່ Caracas ໃນຊຸມອາທິດມໍ່ໆມານີ້.  ທ່ານ Nicolas Maduro ເອີ້ນການອຸປະຖໍາມະນຸດສະທໍາ ນັ້ນແມ່ນ “ປ້າຍໂຄສະນາບັງໜ້າ”  ໂດຍ ອາເມລິກາ ສ້າງຂຶ້ນ ເພື່ອແນໃສ່ໂຄ່ນລົ້ມລັດຖະບານຂອງທ່ານ.

        ສ່ວນຝ່າຍ ສປຊ ແລ້ວ, ໃນວັນທີ 12 ກຸມພາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຖະແຫຼງວ່າ ສປຊ ພ້ອມແລ້ວທີ່ຈະສົ່ງເຄື່ອງຊ່ວຍເຫຼືອມະນຸດສະທໍາ ໃຫ້ ເວເນຊູເອລາ, ເຊິ່ງເປັນເຂດທີ່ປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ ອັນໄດ້ເຮັດໃຫ້ປະຊາຊົນນັບລ້ານຄົນຕ້ອງໄປອາໄສຢູ່ປະເທດອື່ນ. ເຖິງຢ່າງໃດກໍຕາມ, ຕ້ອງໄດ້ຮັບຄວາມເຫັນດີຈາກລັດຖະບານຂອງທ່ານປະທານາທິບໍດີ Nicolas Maduro.

ເວເນຊູເອລາ ປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກດ້ານເສດຖະກິດ

       ສະພາບການຂາດສະຖຽນລະພາບດ້ານການເມືອງ ຢູ່ ເວເນຊູເອລາ ໄດ້ສົ່ງຜົນຮ້າຍຢ້ອນຫຼັງ ໃນນັ້ນເສດຖະກິດ ແມ່ນຂົງເຂດທີ່ຖືກຜົນສະທ້ອນກ່ອນໝູ່. ລາຄາເງິນຕາພາຍໃນປະເທດຖືກຫຼຸດຄ່າລົງ ເຮັດໃຫ້ນັກລົງທຶນຕ່າງປະເທດຫຼາຍຄົນ ຕ້ອງຮັດແຄບການເຄື່ອນໄຫວ ຫຼື ຖອນຕົວອອກຈາກ ເວເນຊູເອລາ. ການອົບພະຍົບຖືກດໍາເນີນຢ່າງລຽນຕິດ ຍ້ອນວິກິດການດ້ານເສດຖະກິດໃນປັດຈຸບັນ. ໄລຍະຜ່ານມາ, ເຖິງວ່າ ອໍານາດການປົກຄອງຂອງທ່ານປະທານາທິບໍດີ Nicolas Maduro ໄດ້ຜັນຂະຫຍາຍມາດຕະການຫຼາຍຢ່າງ ເພື່ອຮັບມືກັບສະພາບໄພເງິນເຟີ້ເຫຼືອເກີນ. ເຖິງຢ່າງໃດກໍຕາມ, ໄລ່ຮອດປັດຈຸບັນ ບັນດາມາດຕະການນັ້ນ ຍັງບໍ່ທັນເສີມຂະຫຍາຍປະສິດທິຜົນໄດ້ຢ່າງແທ້ຈິງ. ກອງທຶນເງິນຕາສາກົນ (IMF) ຄາດວ່່າ ອັດຕາໄພເງິນເຟີ້ຢູ່ ເວເນຊູເອລາ ຈະຂຶ້ນເຖິງ 10 ລ້ານ% ໃນປີ 2019.

        ອາດເຫັນໄດ້ວ່າ, ປັດຈຸບັນ ເວເນຊູເອລາ ບໍ່ພຽງແຕ່ພວມປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດເທົ່່ານັ້ນ, ຫາກຍັງຖືກຕົກເຂົ້າສູ່ສະພາບຈົນຕາແຈດ້ານພູມສາດ - ການເມືອງ ລະຫວ່າງບັນດາປະເທດມະຫາອໍານາດອີກດ້ວຍ.  ເຊິ່ງເຄີຍເປັນປະເທດທີ່ຮັ່ງມີທີ່ສຸດຂອງ ພາກພື້ນ ອາເມລິກາ ລາຕີນ ຍ້ອນມີແຫຼ່ງນໍ້າມັນຫຼາຍທີ່ສຸດໃນໂລກ, ເວເນຊູເອລາ ຍັງມີທີ່ຕັ້ງພູມສາດການເມືອງສໍາຄັນທີ່ສຸດຂອງພາກພື້ນ ເຊິ່ງບັນດາປະເທດມະຫາອໍານາດ ຍາມໃດກໍຢາກຮັກສາທີ່ຕັ້ງບົດບາດຂອງຕົນ ສິ່ງສໍາຄັນໃນປັດຈຸບັນ ແມ່ນອໍານາດການປົກຄອງ ແລະ ຝ່າຍຄ້ານ ຈັດຕັ້ງການເຈລະຈາ ເພື່ອເຮັດໃຫ້ສະພາບການຂອງປະເທດເປັນສະຖຽນລະພາບໂດຍໄວ. ບັນດາບັນຫາຂອງ ເວເນຊູເອລາ ຄວນໄດ້ຮັບການແກ້ໄຂດ້ວຍປະຊາຊົນຂອງປະເທດນີ້ເອງ ໂດຍອີງຕາມຂອບເຂດລັດຖະທໍາມະນູນ ແລະ ກົດໝາຍ ຜ່ານບັນດາການເຈລະຈາໂດຍສັນຕິວິທີ. ນີ້ແມ່ນວິທີໜຶ່ງດຽວ ເພື່ອຊ່ວຍໃຫ້ ເວເນຊູເອລາ ບັນລຸໄດ້ສະຖຽນລະພາບອັນຍາວນານ./.

ຕອບກັບ

ຂ່າວ/ບົດ​ອື່ນ