ວິທະຍຸກະຈາຍສຽງ ຫວຽດນາມ, 73 ປີແຫ່ງການປ່ຽນແປງໃໝ່ ແລະ ພັດທະນາ

(VOVWORLD) - ວັນທີ 7 ກັນຍາ ແມ່ນວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ. ໃນຕະຫຼອດ 73 ປີທີ່ຜ່ານມາ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ຍາມໃດກໍ່ແມ່ນອົງການສື່ມວນຊົນແຖວໜ້າໃນການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ພົ້ນເດັ່ນແມ່ນການສ້າງຮູບແບບອົງການສື່ມວນຊົນຫຼາຍປະເພດແຫ່ງທຳອິດຂອງທົ່ວປະເທດເຊິ່ງລວມມີ 4 ຮູບແບບຄື: ວິທະຍຸ, ໂທລະພາບ, ສື່ເອເລັກໂຕນິກ ແລະ ສື່ສິ່ງພິມ.

 ຜ່ານນັ້ນ, ໄດ້ຕອບສະໜອງຄວາມຕ້ອງການດ້ານຂໍ້ມູນຂ່າວສານນັບມື້ນັບສູງຂອງມະຫາຊົນ. ບົດຂຽນ “ວິທະຍຸກະຈາຍສຽງ ຫວຽດນາມ, 73 ປີແຫ່ງການປ່ຽນແປງໃໝ່ ແລະ ພັດທະນາ” ຂອງນັກຂ່າວ VOV.

        ນັບແຕ່ໄດ້ຮັບການສ້າງຕັ້ງມາຮອດປະຈຸບັນ, VOV ຍາມໃດກໍ່ຮ່ວມເດີນທາງພ້ອມກັບຊາດ, ເຊື່ອມຕໍ່ກັບປະຊາຊົນ ຫວຽດນາມ ນັບລ້ານໆຄົນໃນການຕໍ່ສູ້ກູ້ຊາດ ແລະ ໃນພາລະກິດແຫ່ງການປ່ຽນແປງໃໝ່, ພັດທະນາປະເທດຊາດ.

ວິທະຍຸກະຈາຍສຽງ ຫວຽດນາມ, 73 ປີແຫ່ງການປ່ຽນແປງໃໝ່ ແລະ ພັດທະນາ - ảnh 1(ພາບປະກອບ) 

ປະຫວັດແຫ່ງການສ້າງຕັ້ງ ແລະ ພັດທະນາ

       ເວລາ 11 ໂມງ 30 ນາທີວັນທີ 7 ກັນຍາ 1945, VOV ໄດ້ອອກອາກາດລາຍການທຳອິດຢ່າງເປັນທາງການຕາມຄຳຊີ້ນຳຂອງປະທານໂຮ່ຈີມິນ ກ່ຽວກັບການສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດ) ດ້ວຍຄຳຢັ້ງຢືນວ່າ “ທີ່ນີ້ ສະຖານີວິທະຍຸກະຈາຍສຽງ ຫວຽດນາມ, ກະຈາຍສຽງຈາກຮ່າໂນ້ຍ, ນະຄອນຫຼວງຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ”. ທ່ານ ຫງວຽນເທ໊ກິ້, ຜູ້ອຳນວຍການໃຫຍ່ VOV, ໃຫ້ຮູ້ວ່າ:

        “ຄຳປະໂຫຍກດັ່ງກ່າວກ່ອນອື່ນໝົດແມ່ນເວົ້າເຖິງ VOV ແຕ່ສິ່ງສຳຄັນຍິ່ງກ່ວານັ້ນແມ່ນນາມຂອງປະເທດສາທາລະນະລັດປະຊາທິປະໄຕ ທີ່ຫາກໍ່ໄດ້ຮັບການສ້າງຕັ້ງ, ຢາກປະກາດໃຫ້ພໍ່ແມ່ປະຊາຊົນ ແລະ ພິເສດແມ່ນກັບບັນດາປະເທດໃນໂລກ, ກັບມວນມະນຸດດ້ວຍປະໂຫຍດທີ່ວ່າ: ປະເທດຫວຽດນາມ ໄດ້ຮັບການກຳເນີດ ແລະ ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນສຽງເວົ້າຂອງລະບອບໃໝ່ຂອງລັດໃໝ່ຂອງ ຫວຽດນາມ. ສະນັ້ນ, ວິທະຍຸກະຈາຍໃນຈຸດເວລານັ້ນ, ແມ່ນມີຄວາມສັກສິດ ແລະ ສົມກຽດທີ່ສຸດແຕ່ກໍ່ມີຄວາມຜູກພັນກັບທຸກຄົນທີ່ສຸດ.”

        ນັບແຕ່ເມື່ອອອກອາກາດພຽງ 90 ນາທີ, ມາຮອດປະຈຸບັນ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ກະຈາຍຄື້ນວິທະຍຸປົກຄຸມໄປທົ່ວປະເທດ ແລະ ສາກົນ, ວິທະຍຸ 8 ຊ່ອງ, ໂທລະພາບ 17 ຊ່ອງ, ສື່ສິ່ງພິມ 1 ສຳນັກ (ໜັງສືພິມວິທະຍຸກະຈາຍສຽງ ຫວຽດນາມ), 2 ສື່ເອກເລັກໂຕນິກແມ່ນ VOV.VN ແລະ VTC News. ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນອົງການສື່ມວນຊົນແຫ່ງຊາດແຫ່ງທຳອິດມີຄົບ 4 ຮູບການສື່ສານແມ່ນ: ວິທະຍຸ, ໂທລະພາບ, ສື່ສິ່ງພິມ ແລະ ສື່ເອເລັກໂຕນິກ.

ການປ່ຽນແປງໃໝ່ເພື່ອຕອບສະໜອງຄວາມຕ້ອງການຂອງມະຫາຊົນ

        ໃນວິວັດແຫ່ງການພັດທະນານັ້ນ, VOV ໄດ້ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ກ່ຽວກັບດ້ານເນື້ອໃນ ແລະ ຮູບການຕາມທິດ “ຖືຜູ້ຟັງ, ຜູ້ອ່ານ, ຜູ້ຊົມ” ເປັນໃຈກາງ. ຂໍ້ມູນຂ່າວສານທີ່ໄດ້ອອກອາກາດນັ້ນໄດ້ສ່ອງແສງຫຼາຍດ້ານ, ພາຍໃຕ້ຫຼາຍແງ່ມູມທີ່ແຕກຕ່າງກັນ, ສ້າງເປັນເວທີປາໄສສຳລັບມະຫາຊົນ, ສ້າງເງື່ອນໄຂສະດວກໃຫ້ແກ່ມະຫາຊົນເຂົ້າຮ່ວມລາຍການ, ສ້າງບັນຍາກາດປະຊາທິປະໄຕໃນຄື້ນຕ່າງໆ.

        ບັນດາຫົວໜ່ວຍກະຈາຍສຽງນັບມື້ນັບກ້າວເຂົ້າສູ່ທິດຫັນເປັນສະເພາະກິດສູງ, ເພີ່ມທະວີລັກສະນະໂດຍກົງ, ມີການກະທົບຕອບກັບຜູ້ຟັງ, ມຸ່ງໄປເຖິງບັນດາການອອກຂ່າວ, ບົດຕ້ອງຮັບປະກັນລັກສະນະ “ວ່ອງໄວ, ເປັນໜ້າໄວ້ເນື້ອເຊື່ອໃຈ, ດຶງດູດໃຈ”. VOV ເພີ່ມທະວີການນຳບັນດາລາຍການກະຈາຍສຽງ, ໂທລະພາບ ແລະ ບັນດາຜະລິດຕະພັນສື່ມວນຊົນອື່ນໆຂອງວິທະຍຸລົງໃນອິນເຕີເນັດ, ຖືນີ້ແມ່ນວິທີການອອກອາກາດຢ່າງມີປະສິດທິຜົນ, ປະຢັດ, ສ້າງຄວາມຜູກພັນກັບທ່ານຜູ້ຟັງ, ຜູ້ອ່ານທັງຢູ່ພາຍໃນ ແລະ ຕ່າງປະເທດ.  ທ່ານ ຫງວຽນເທ໊ກີ໋, ຜູ້ອຳນວຍການໃຫຍ່ VOV, ໃຫ້ຮູ້ຕື່ມອີກວ່າ:

        “ຍ້ອນລັກສະນະພິເສດ, ປະຫວັດຄວາມເປັນມາຂອງວິທະຍຸ, VOV ໄດ້ໝູນໃຊ້ບັນດາພາຫະນະສື່ມວນຊົນທີ່ເປັນມູນເຊື້ອກ່ອນນີ້. ຕົວຢ່າງຄື ສຳລັບການກະຈາຍສຽງແມ່ນວິທະຍຸ, ສຳລັບເຂດຊົນນະບົດ, ເຂດພູດອຍແມ່ນນຳໃຊ້ໂທລະໂຄ່ງແມ່ນຈຳເປັນທີ່ສຸດ. ແຕ່ພວກເຮົາກໍ່ມຸ່ງເຖິງການກະຈາຍສຽງ, ໂທລະພາບດີຈີຕອນ ໃນພື້ນຖານອິນເຕີເນັດ. ພວກເຮົາກໍ່ສາມາດນຳຄື້ນຂອງວິທະຍຸ, ໂທລະພາບເຂົ້າໃນພາຫະນະສື່ສານທັນສະໄໝ ຄືໂທລະສັບມືຖື, ເຄືອຂ່າຍອິນເຕີເນັດ ເພື່ອໃຫ້ມະຫາຊົນບໍ່ພຽງແຕ່ໄດ້ຟັງດ້ວຍວິທະຍຸເທົ່ານັ້ນ ຫາກດ້ວຍໂທລະສັບ, ຄອມພິວເຕີ, ຢູ່ບ່ອນຫ່າງໄກກໍ່ສາມາດຮັບຟັງສຽງເວົ້າ ຫວຽດນາມ, ຟັງໄດ້ທຸກຊ່ອງຂອງວິທະຍຸ, ບັນດາຊ່ອງໂທລະພາບ, ສື່ເອເລັກໂຕນິກອີກດ້ວຍ…”

        ບັນດາອົງການປະຈຳຢູ່ພາຍໃນ ແລະ ຕ່າງປະເທດ ຂອງ VOV  ໄດ້ຈັດຕັ້ງຖັນແຖວນັກຂ່າວຕິດແທດກັບຮາກຖານ, ມີຫົວຄິດປະດິດສ້າງໃນເວລາປະຕິບັດວຽກງານການຂ່າວ, ສ່ອງແສງບັນດາບັນຫາພົ້ນເດັ່ນເຊິ່ງສັງຄົມມີຄວາມສົນໃຈຢ່າງມີຊີວິດຊີວາ. ບັນດາຊ່ອງໂທລະພາບສືບຕໍ່ມີການປ່ຽນໃໝ່ຢ່າງແຮງທາງດ້ານເນື້ອໃນ, ເພີ່ມທະວີການປະຕິບັດການເຂົ້າຮ່ວມຂອງສັງຄົມໃນການຜະລິດລາຍການ; ສື່ເອເລັກໂຕນິກ VOV.VN; VTC News ແລະ ໜັງສືພິມຂອງ VOV ໄດ້ອັບເດັດຂໍ້ມູນຂ່າວສານກ່ຽວກັບທຸກດ້ານຂອງຊີວິດການເມືອງ, ເສດຖະກິດ, ສັງຄົມຢ່າງຕໍ່ເນື່ອງ, ຕັ້ງໜ້າປ່ຽນແປງໃໝ່ຮູບແບບ.

ວຽກງານໂຄສະນາຂອງວິທະຍາກະຈາຍສຽງຫວຽດນາມ ຍາມໃດກໍໃກ້ຊິດຕິດແທດ ແລະ ຖະແຫຼ່ງຂ່າວກ່ຽວກັບບັນດາເຫດການການເມືອງສໍາຄັນຂອງປະເທດ, ບັນຫາສາກົນ, ຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຄວາມສົນໃຈຈາກສັງຄົມ ຢ່າງຄົບຖ້ວນ, ຖືກຕ້ອງ ແລະທັນການ. ບັນດາບັນຫາພົ້ນເດັ່ນໃນຊີວິດສັງຄົມ, ເສດຖະກິດ ວິທະຍຸກະຈາຍສຽງ ຫວຽດນາມໄດ້ ນໍາສະເໜີຢ່າງຊັດເຈນ, ທັນການ, ພິບໄຫວ ແລະ ເລິກເຊິ່ງ, ເຊິ່ງໄດ້ຮັບການຕີລາຄາສູງຈາກຫາງສຽງສັງຄົມ ເຊັ່ນ: ບັນດາກອງປະຊຸມສູນກາງ; ວາລະປະຊຸມຂອງສະພາແຫ່ງຊາດ ແລະ ຄະນະກໍາມະການປະຈໍາສະພາແຫ່ງຊາດ, ວຽກງານໂຄສະນາປີ APEC  2017, ໂດຍສະເພາະແມ່ນສັບປະດາຂັ້ນສູງ APEC, ສະພາບການດິນຟ້າອາກາດທີ່ຜິດປົກກະຕິ ແລະ ການແຈ້ງເຕື່ອນໄພທໍາມະຊາດ, ນໍ້າຖ້ວມ... ວິທະຍຸກະຈາຍສຽງຫວຽດນາມ ຍາມໃດກໍໃກ້ຊິດກັບທາດແທ້ຂອງບັນດາບັນຫາ, ຖະແຫຼງຢ່າງຖືກຕ້ອງ, ຄົບຖ້ວນ, ພາວະວິໄສ, ທັນການ, ປະກອບສ່ວນເຂົ້າໃນການສ້າງຄວາມສະຖຽນລະພາບໃນແນວຄິດຂອງປະຊາຊົນ, ໜູນຊ່ວຍວຽກງານຄຸ້ມຄອງ. ສໍາລັບການຖະແຫຼງຂ່າວໃຫ້ຕ່າງປະເທດ, ໄຈ້ແຍກ, ໃຫ້ຄໍາຕິຊົມ, ຕີລາຄາຢ່າງເລິກເຊິ່ງ, ພາວະວິໄສບັນດາບັນຫາສາກົນ ທີ່ພົ້ນເດັ່ນໃນໂລກ ແລະ ພາກພື້ນ.

        ໂດຍການສ່ອງແສງທີ່ບໍລິສຸດ ແລະພາວະວິໄສ ບັນດາບັນຫາຂອງຊີວິດສັງຄົມ, ໃນ 73 ປີຜ່ານມາ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ກາຍເປັນເພື່ອນທີ່ສະໜິດສະໜົມ, ໜ້າໄວ້ເນື້ອເຊື່ອໃຈຂອງມວນຊົນພາຍໃນ ແລະ ຕ່າງປະເທດ. ໃນອະນາຄົດ, ວິທະຍຸກະຈາຍສຽງຫວຽດນາມ ຈະສືບຕໍ່ປ່ຽນແປງໃໝ່ ແລະ ພັດທະນາ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານຂໍ້ມູນຂ່າວສານຂອງມວນຊົນ ໃຫ້ດີກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ