ວິທະຍຸກະຈາຍສຽງປົດປ່ອຍ: ອາວຸດອັນແຫຼມຄົມໃນການຕໍ່ຕ້ານ ຕ້ານອາເມລິກາ ກູ້ຊາດ

(VOVWORLD) - ວັນທີ 7 ກັນຍາ 2018, ເຊິ່ງກົງກັບໂອກາດສະເຫຼີມສະຫຼອງ 73 ປີ ແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ, ວິທະຍຸກະຈາຍສຽງປົດປ່ອຍ ມີຄວາມເປັນກຽດຈະໄດ້ຮັບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ. ນີ້ ແມ່ນລາງວັນອັນສູງສົ່ງ, ຮັບຮູ້ບັນດາການປະກອບສ່ວນຂອງ ວິທະຍຸກະຈາຍສຽງປົດປ່ອຍ ຕໍ່ພາລະກິດແຫ່ງການຕໍ່ຕ້ານ ຕ້ານ ອາເມລິກາ ກູ້ຊາດຂອງຊາດຫວຽດນາມ.

ວິທະຍຸກະຈາຍສຽງປົດປ່ອຍ: ອາວຸດອັນແຫຼມຄົມໃນການຕໍ່ຕ້ານ ຕ້ານອາເມລິກາ ກູ້ຊາດ - ảnh 1ບັນດາບັນນາທິການວິທະຍຸກະຈາຍສຽງປົດປ່ອຍ

(ພາບ: VOH)

ວັນທີ 20 ທັນວາ 1960, ແນວໂຮມປົດປ່ອຍພາກໃຕ້ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ. ສູນກາງພັກ ໄດ້ອອກຄໍາສັ່ງໃຫ້ ວິທະຍຸກະຈາຍສຽງຫວຽດນາມ ສົມທົບກັບ ຄະນະເອກະພາບສູນກາງ ແລະ ສູນກາງກົມ ກໍ່ສ້າງ ວິທະຍຸກະຈາຍສຽງປະຕິວັດ ຂຶ້ນ.

        ບຸນປີໃໝ່ ປີສະຫຼູ 1961, ພະແນກບັນນາທິການວິທະຍຸກະຈາຍສຽງຫວຽດນາມ ໄດ້ແຕ່ງຕັ້ງພະນັກງານຈໍານວນໜຶ່ງ ເຂົ້າໄປພາກໃຕ້ ແບບປິດລັບ ເພື່ອປະຕິບັດໜ້າທີ່. ພາຍຫຼັງໄລຍະການກະກຽມຢ່າງຮີບດ່ວນ, ຮອດວັນທີ 1 ກຸມພາ 1962, ວິທະຍຸກະຈາຍສຽງປົດປ່ອຍ ໄດ້ອອກອາກາດລາຍການທໍາອິດ. ຕະຫຼອດໄລຍະ 14 ປີທີ່ເຄື່ອນໄຫວນັ້ນ, ເຖິງວ່າ ສັດຕູຊອກຫາທຸກວິທີທາງເພື່ອມ້າງເພທໍາລາຍກໍຕາມ, ແຕ່ວິທະຍຸກະຈາຍສຽງປົດປ່ອຍ ຍັງຄົງຮັກສາຄື້ນກະຈາຍສຽງໄວ້ໄດ້ຢ່າງໝັ້້ນຄົງ, ໄດ້ສ້າງເປັນແຫຼ່ງກໍາລັງລະດົມໃຈໃຫຍ່ຫຼວງ ສໍາລັບບັນດາກໍາລັງປະກອບອາວຸດປະຊາຊົນພາກໃຕ້ ໃນການຕໍ່ຕ້ານ ຕ້ານ ອາເມລິກາ ກູ້ຊາດ. ວັນທີ 31 ສິງຫາ 1976, ວິທະຍຸກະຈາຍສຽງປົດປ່ອຍ ໄດ້ສິ້ນສຸດການເຄື່ອນໄຫວ, ປະຕິບັດສໍາເລັດໜ້າທີ່ ທີ່ໄດ້ຮັບການມອບໝາຍ ເປັນຢ່າງດີ.

 

ອາວຸດອັນແຫຼມຄົມ

        ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 1 ກຸມພາ 1962, ວິທະຍຸກະຈາຍສຽງປົດປ່ອຍ ແມ່ນປາຍແຫຼມບຸກໂຈມຕີທີ່ແຫຼມຄົມຢ່າງແທ້ຈິງ, ນໍາສຽງເວົ້າຂອງແນວໂຮມແຫ່ງຊາດປົດປ່ອຍພາກໃຕ້ຫວຽດນາມ ແລະ ລັດຖະບານຊົ່ວຄາວ ສາທາລະນະລັດພາກໃຕ້ຫວຽດນາມ ເຖິງພໍ່ແມ່ປະຊາຊົນ ແລະ ນັກຮົບທົ່ວປະເທດ, ເຖິງປະຊາຊົນຜູ້ຮັກຫອມສັນຕິພາບໃນທົ່ວໂລກ, ຊ່ວຍໃຫ້ວົງຄະນະຍາດສາກົນມີຄວາມເຂົ້າໃຈຫຼາຍກວ່າ ກ່ຽວກັບການຕໍ່ຕ້ານອັນເປັນທໍາ, ທົ່ວປວງຊົນ, ຮອບດ້ານພໍ່ແມ່ປະຊາຊົນພາກໃຕ້ ແລະ ຊາດຫວຽດນາມ.

        ໂດຍໄດ້ສ້າງຕັ້ງຂຶ້ນໃນສະພາບການທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລໍາບາກ, ດ້ວຍຄວາມມານະພະຍາຍາມຂອງກໍາລັງຢູ່ກັບທີ່ ແລະ ພິເສດແມ່ນກໍາລັງໜູນຫຼັງຢ່າງຕັ້ງໜ້າຂອງພະນັກງານ ວິທະຍຸກະຈາຍປົດປ່ອຍ A  ຢູ່ທາງພາກເໜືອ (ຢູ່ເຮືອນເລກທີ 56, ຖະໜົນກວານຊື໋, ຮ່າໂນ້ຍ), ພຽງແຕ່ໃນໄລຍະເວລາສັ້ນໆ, ວິທະຍຸໄດ້ອອກອາກາດ 10 ຊົ່ວໂມງຕໍ່ມື້ ແລະ ດ້ວຍ 5 ພາສາຄື ພາສາຫວຽດ, ຝລັ່ງ, ອັງກິດ, ຈີນ ແລະ ຂະແມ. ເນື້ອໃນໂຄສະນາເຜີຍແຜ່ ຍາມໃດຕິດແທດກັບພາລະກິດແຫ່ງການຕໍ່ສູ້ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ແມ່ນຂົວເຊື່ອມຕໍ່ຂໍ້ມູນຂ່າວສານ, ຍາດແຍ່ງການສະໜັບສະໜູນຂອງປະຊາຊົນ ຜູ້ຮັກຫອມສັນຕິພາບໃນໂລກ. ນີ້ກໍແມ່ນບາດລ້ຽວ ສ້າງຂີດໝາຍບາດກ້າວພັດທະນາຢ່າງກະໂດດຂັ້ນຂອງສື່ມວນຊົນປະຕິວັດຢູ່ສະໜາມຮົບພາກໃຕ້. ນັກຂ່າວ ເຈິ່ນດຶກນວຍ, ອະດີດນັກຂ່າວ, ບັນນາທິການວິທະຍຸກະຈາຍສຽງປົດປ່ອຍ,ໃຫ້ຮູ້ວ່າ:

        “ເປົ້າໝາຍຂອງວິທະຍຸກະຈາຍສຽງປົດປ່ອຍ ແມ່ນຄວາມເປັນທໍາ, ຕື່ນຕົວ, ເຮັດໃຫ້ໂລກເຂົ້າໃຈເຮົາຫຼາຍກວ່າ. ກໍາລັງແຮງຂອງການກະຈາຍສຽງ ແມ່ນກໍາລັງແຮງໃນການລະດົມກໍາລັງໃຈ. ເມື່ອຕີລາຄາກ່ຽວກັບວິທະຍຸກະຈາຍສຽງປົດປ່ອຍ, ທ່ານພົນເອກ ຫວໍງວຽນຢາບ ໄດ້ເວົ້າວ່າ “ວິທະຍຸກະຈາຍສຽງປົດປ່ອຍໄດ້ມີການປະກອບສ່ວນສໍາຄັນ ປຽບເໝືອນກອງພົນທີ່ມີຄວາມເຂັ້ມແຂງ ເພື່ອຍາດເອົາໄຊຊະນະ”. ສ່ວນທ່ານນາງ ຫງວຽນທິບິງ ອະດີດຮອງປະທານປະເທດຫວຽດນາມ ຖືວ່າ ວິທະຍຸກະຈາຍສຽງປົດປ່ອຍ ມີກໍາລັງແຮງດ້ານການຕ່າງປະເທດ, ໜູນຊ່ວຍໃນໃນການເຈລະຈາ.  ຍິ່ງໄປກວ່ານັ້ນ ແມ່ນໄດ້ປູກມະໂນທໍາຂອ ຂອງຜູ້ທີ່ຍັງບໍ່ທັນມີຄວາມເຂົ້າໃຈກ່ຽວກັບຫວຽດນາມໃນໂລກ ນັບທັງ ອາເມລິການອີກດ້ວຍ”.

ວິທະຍຸກະຈາຍສຽງປົດປ່ອຍ: ອາວຸດອັນແຫຼມຄົມໃນການຕໍ່ຕ້ານ ຕ້ານອາເມລິກາ ກູ້ຊາດ - ảnh 2

ນັກຂ່າວ ກິມແທງ (VOV1) ສໍາພາດ ທ່ານ ຟ້າມດຶກນວຍ ອະດີດນັກຂ່າວ, ບັນນາທິການວິທະຍຸກະຈາຍສຽງປົດປ່ອຍ

ທ່ານນາງ ຫງວຽນອຽນຕວຽດ,  ນັກຂ່າວພະແນກຂ່າວ-ບົດ ຂອງວິທະຍຸກະຈາຍສຽງປົດປ່ອຍ ໃຫ້ຮູ້ວ່າ: ຊຸມເດືອນປີເຂົ້າຮ່ວມສະຫນາມຮົບ ແມ່ນຊ່ວງເວລາຫຍຸ້ງຍາກລຳບາກທີ່ສຸດ ແລະ ຄວາມອັນຕະລາຍເຖິງຊີວິດອາດຈະເກີດຂຶ້ນໃນທຸກເວລາ ແຕ່ຂ່າວຄາວຈາກສະຫນາມຮົບຍັງຄົງໄດ້ສົ່ງເຖິງສະຖານີວິທະຍຸຢ່າງທັນການ ແລະ ເປັນປະຈຳ.

        “ຄາວນັ້ນ ພວກຂ້າພະເຈົ້າບໍ່ພຽງແຕ່ລາຍງານຂ່າວກ່ຽວກັບພາກໃຕ້ເທົ່ານັ້ນ ຫາກຍັງໄດ້ໄປປະຕິບັດງານຢູ່ຫລາຍແຫ່ງອີກດ້ວຍ. ບາງເທື່ອແມ່ນໄປເຖິງບັນດາຫົວຫນ່ວຍກົມກອງທະຫານ, ເຂົ້າໂຮງໝໍເສນາຮັກ ພົບກັບບັນດາທະຫານເສຍອົງຄະ ຂາກຸດ ຫລື ແຂນ ກຸດທັງສອງເບື້ອງ. ຂ້າພະເຈົ້າຄິດວ່າ ພວກອ້າຍທະຫານເສຍອົງຄະ ເຫລົ່ານີ້ໄດ້ເສຍສະຫລະຫລາຍເຊັ່ນນັ້ນ ເປັນຫຍັງຕົນເອງແມ່ນຄົນທຳມະດາ ບໍ່ມີສິ່ງໃດທີ່ພວກເຮົາຈະເຮັດບໍ່ໄດ້.”

ນາມມະຍົດອັນສູງສົ່ງ

ເຂົ້າຮ່ວມການເຄື່ອນໄຫວໃນໄລຍະ 14 ປີ ເຖິງວ່າຖືກຍົກຍ້າຍໄປຫລາຍແຫ່ງເພື່ອຫລີກລ້ຽງການທຳລາຍຂອງກອງທັບ ອາເມລິກາ ແຕ່ວິທະຍຸກະຈາຍສຽງປົດປ່ອຍ ຍາມໃດກໍ່ລາຍງານຂ່າວຢ່າງທັນການ, ຊັດເຈນ ເຖິງພໍ່ແມ່ປະຊາຊົນ, ນັກຮົບ, ເພື່ອນມິດສາກົນ ຕາມເນື້ອໃນຈິດໃຈຂອງສູນກາງ. ໃນຕະຫລອດຊຸມເດືອນປີອັນຫຍຸ້ງຍາກລຳບາກນັ້ນ, ມີພະນັກງານ, ນັກຂ່າວຂອງວິທະຍຸກະຈາຍສຽງ 24 ຄົນຖືກເສຍສະຫລະຊີວິດ. ວັນທີ 31 ສິງຫາ ປີ 1976, ວິທະຍຸກະຈາຍສຽງປົດປ່ອຍ ຖືກຍຸບເລິກ ພາຍຫລັງສຳເລັດຫນ້າທີ່ທີ່ໄດ້ຮັບການມອບໝາຍ. ນັກຂ່າວ ຫງວຽນທິກີມກຸກ ອະດີດພະນັກງານພະແນກຂ່າວ ແລະ ບົດ, ວິທະຍຸກະຈາຍສຽງປົດປ່ອຍ ມີຄວາມຮູ້ສຶກຕື້ນຕັ້ນໃຈ ແລະ ເອກອ້າງທະນົງໃຈ ເມື່ອໄດ້ຮັບຂ່າວວ່າ ວິທະຍຸກະຈາຍສຽງປົດປ່ອຍ ໄດ້ຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ.

        “ວິທະຍຸກະຈາຍສຽງປົດປ່ອຍ ໄດ້ສຳເລັດພາລະຫນ້າທີ່ປະຫວັດສາດຂອງຕົນ ນັບແຕ່ປີ 1976 ແຕ່ຄຸນຄ່າດ້ານຈິດໃຈກໍ່ຄືວິລະກຳ, ຜົນງານຊື່ງວິທະຍຸກະຈາຍສຽງປົດປ່ອຍ ບັນລຸໄດ້ໃນການຕໍ່ຕ້ານຕ້ານຈັກກະພັດອາເມລິກາ ກູ້ຊາດ ຍັງຄົງຍືນຍົງຄົງຕົວຈົນເຖິງທຸກວັນນີ້. ພວກຂ້າພະເຈົ້າມີຄວາມເອກອ້າງທະຍົງໃຈຕໍ່ທຸກສິ່ງທຸກຢ່າງທີ່ພວກຂ້າພະເຈົ້າໄດ້ປະຕິບັດໃນຊຸມປີເຮັດວຽກຢູ່ວິທະຍຸກະຈາຍສຽງປົດປ່ອຍ. ບັນດາການປະກອບສ່ວນ, ບັນດາຜົນງານ ແລະ ວິລະກຳນັ້ນ ຈະຍືນຍົງຄົງຕົວຕະຫລອດໄປກັບຊາດ ເພື່ອຢັ້ງຢືນທີ່ຕັ້ງຂອງວິທະຍຸກະຈາຍສຽງ ໃນວຽກງານໂຄສະນາໃຫ້ແກ່ການຕໍ່ຕ້ານຕ້ານຈັກກະພັດອາເມລິກາກູ້ຊາດ.”

42 ປິພາຍຫລັງວິທະຍຸກະຈາຍສຽງປົດປ່ອຍຢຸດຕິການເຄື່ອນໄຫວ, ເນື່ອງໃນໂອກາດສະເຫລີມສະຫລອງ 73 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ (7 ກັນຍາປີ 1945 – 7 ກັນຍາປີ 2018), ວິທະຍຸກະຈາຍສຽງປົດປ່ອຍ ມີຄວາມເປັນກຽດໄດ້ຮັບນາມມະຍົດເປັນວິລະຊົນກຳລັງປະກອບອາວຸດປະຊາຊົນໂດຍລັດມອບໃຫ້, ນີ້ແມ່ນນາມມະຍົດອັນສູງສົ່ງຂອງລັດ ສະຫງວນໃຫ້ແກ່ໝູ່ຄະນະ ທີ່ມີຜົນງານດີເດັ່ນພິເສດໃນການຮັບໃຊ້ການຕໍ່ສູ້ເພື່ອປົດປ່ອຍປະເທດຊາດ. ນີ້ແມ່ນການຮັບຮູ້ຂອງພັກ, ລັດ ສຳລັບການເສຍສະຫລະທີ່ເໝາະສົມຂອງພະນັກງານ, ນັກຂ່າວວິທະຍຸກະຈາຍສຽງປົດປ່ອຍ ລຸ້ນຕ່າງໆ ເວົ້າສະເພາະ, ແມ່ນຄວາມເອກອ້າງທະນົງໃຈຂອງຜູ້ທີ່ເຮັດວຽກງານກະຈາຍສຽງເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ