ວັນບຸນວິສາຂະບູຊາ - ຫັນຄວາມເສລີໃນການ ເຫລື້ອມໃສສາສະໜາທີ່ຊີວິດຊີວາໃຫ້ປະກົດຜົນເປັນຈິງ

(VOVWORLD) -ໃນວັນບຸນວິສາຂະບູຊາ ພສ-2562, ບັນດາວັດວາອາຮາມໃນທົ່ວທຸກແຫ່ງຈາກ ຮ່າໂນ້ຍ ລົງໄປຈົນຮອດ ເຫວ້, ນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນໃນທົ່ວປະເທດລ້ວນແຕ່ປະດັບປະດາແຂວນໂຄມໄຟ, ແຂວນດອກໄມ້ ແລະ ທຳພິທີການດຳເນີນຊີວິດໃນການເຫລື້ອມໃສສາສະໜາຢ່າງຟົດຟື້ນມ່ວນຊື່ນ.

ພຸດທະສາສະນິກະຊົນຂອງ ຫວຽດນາມ ຫາກໍ່ເຂົ້າຮ່ວມວັນບຸນວິສາຂະບູຊາ ພສ 2562 ດ້ວຍບັນດາການດຳເນີນຊີວິດທາງສາສະໜາຢ່າງສະຫງ່າຜ່າເຜີຍ ແລະ ປາບປື້ມໃຈ . ປະຊາຊົນພ້ອມກັບພະສົງສຳມະເນນ, ພຸດທະສາສະນິກະຊົນເຂົ້າຮ່ວມບັນດາການດຳເນີນຊີວິດທາງສາສະໜາເປັນຈຳນວນຫລວງຫລາຍ ໄດ້ສະແດງໃຫ້ເຫັນຮູບພາບກ່ຽວກັບຄວາມເສລີໃນການເຫລື້ອມໃສ, ສາສະໜາຢູ່ ຫວຽດນາມ ຢ່າງຄົບຖ້ວນ ແລະ ເລິກເຊິ່ງ. ບົດຂຽນຂອງນັກຂ່າວ ທູຮວາ “ວັນບຸນວິສາຂະບູຊາ - ຫັນຄວາມເສລີໃນການເຫລື້ອມໃສສາສະໜາທີ່ຊີວິດຊີວາໃຫ້ປະກົດຜົນເປັນຈິງ”.

ວັນບຸນວິສາຂະບູຊາ - ຫັນຄວາມເສລີໃນການ ເຫລື້ອມໃສສາສະໜາທີ່ຊີວິດຊີວາໃຫ້ປະກົດຜົນເປັນຈິງ - ảnh 1 ວັນບຸນວິສາຂະບູຊາຢູ່ວັດ ກ໋ວານຊື໋

        ໃນວັນບຸນວິສາຂະບູຊາ ພສ-2562, ບັນດາວັດວາອາຮາມໃນທົ່ວທຸກແຫ່ງຈາກ ຮ່າໂນ້ຍ ລົງໄປຈົນຮອດ ເຫວ້, ນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນໃນທົ່ວປະເທດລ້ວນແຕ່ປະດັບປະດາແຂວນໂຄມໄຟ, ແຂວນດອກໄມ້ ແລະ ທຳພິທີການດຳເນີນຊີວິດໃນການເຫລື້ອມໃສສາສະໜາຢ່າງຟົດຟື້ນມ່ວນຊື່ນ.

        ພະຍານຫຼັກຖານໃຫ້ແກ່ການພັດທະນາທຸກດ້ານຂອງພຸດທະສາສະໜາ ຫວຽດນາມ

        ພໍ່ແມ່ປະຊາຊົນ, ພຸດທະສາສະນິກະຊົນທັງຢູ່ພາຍໃນ ແລະ ຕ່າງປະເທດນັບລ້ານໆຄົນລ້ວນແຕ່ມີຄວາມປາບປື້ມໃຈປະຕິບັດພິທີຖະຫວາຍທູບທຽນ, ສູດມົນ, ສົງນ້ຳພະ, ປ່ອຍໝາກປູມເປົ້າ ພາວະນາຂໍໃຫ້ປະເທດມີສັນຕິພາບ, ເຂົ້າຮ່ວມວຽກງານການກຸສົນສັງຄົມ ຊາວພຸດ ເຈີ່ນງອັກຮັ່ງ, ອາຍຸ 73 ປີ, ເຂົ້າຮ່ວມວັນບຸນວິສາຂະບູຊາຢູ່ວັດ ກ໋ວານຊື໋, ຮ່າໂນ້ຍ ໃຫ້ຮູ້ວ່າ:

        “ປີນີ້ມີຄວາມເບີກບານມ່ວນຊື່ນທີ່ສຸດ ນັ້ນແມ່ນກອງປະຊຸມໃຫຍ່ພຸດທະສາສະໜາ ຫວຽດນາມ ຄັ້ງທີ 8 ຫາກໍ່ຈັດຕັ້ງສຳເລັດໃນເວລາຜ່ານມາ. ທີ 2 ແມ່ນປະເທດເຮົາພວມ ກ້າວເຂົ້າສູ່ໄລຍະພັດທະນາ, ທຸກສິ່ງທຸກຢ່າງລ້ວນແຕ່ດີຂຶ້ນ. ເປັນຕົ້ນແມ່ນບັນດາການນຳຂອງພາກລັດ ໄດ້ສະແດງໃຫ້ເຫັນຈິດວິນຍານດ້ານສາສະໜາ. ດັ່ງນັ້ນ ສະພາບການຂອງປະເທດກໍ່ສະແດງໃຫ້ເຫັນຄວາມຜາສຸກອັນໃຫຍ່ຫລວງຂອງປະເທດຊາດ.

        ແມ່ຕູ້ ເລທິງ່າ ອາຍຸ 86 ປີ, ໄດ້ເຂົ້າຮ່ວມວັນບຸນວິສາຂະບູຊາຢູ່ວັນ ກ໋ວານຊື໋, ຮ່າໂນ້ຍ ເປັນຫລາຍເທື່ອແລ້ວ ໃຫ້ຮູ້ວ່າ:

        “ວັນບຸນວິສາຂະບູຊາຢູ່ທີ່ນີ້ໄດ້ມີການປ່ຽນແປງຫລາຍຢ່າງ. ເມື່ອກ່ອນ ວັດຍັງເປັນວັດນ້ອຍໆຢູ່ ແຕ່ປັດຈຸບັນ ທາງລັດ, ຄະນະອະທິການວັດ ແລະ ພຸດທະສາສະນິກະຊົນໄດ້ປະກອບສ່ວນ ເພື່ອກໍ່ສ້າງວັດໃຫ້ໃຫຍ່ໂຕສວຍງາມ, ມີການປະດັບປະດາສວຍງາມກ່ວາ. ພວກຂ້າພະເຈົ້າມີຄວາມປາບປື້ມໃຈທີ່ສຸດ

ວັນບຸນວິສາຂະບູຊາ - ຫັນຄວາມເສລີໃນການ ເຫລື້ອມໃສສາສະໜາທີ່ຊີວິດຊີວາໃຫ້ປະກົດຜົນເປັນຈິງ - ảnh 2 ແຂວນໂຄມໄຟໃນວັນບຸນວິສາຂະບູຊາ

        ສຳລັບບັນດາພະສົງສຳມະເນນ, ພຸດທະສາສະນິກະຊົນ, ຜົນສຳເລັດຂອງກອງປະຊຸມໃຫຍ່ພຸດທະສາສະໜາທົ່ວປະເທດຄັ້ງທີ 8 ໄດ້ສະແດງໃຫ້ເຫັນຮູບພາບທີ່ສວຍງາມກ່ຽວກັບການເຕີບໃຫຍ່ເຂັ້ມແຂງ, ຮຸ່ງເຮືອງເຫລືອງເຫລື້ອມຂອງພຸດທະສາສະໜາປະເທດເຮົາ. ເປັນຄັ້ງທຳອິດທີ່ສະມາຄົມພຸດທະສາສະໜາມີຄວາມເອກອ້າງທະນົງໃຈໄດ້ປະກົດມີຢູ່ 63 ແຂວງ, ນະຄອນໃນທົ່ວປະເທດ, ເປີດກ້ວາງການເຄື່ອນໄຫວສາສະໜາພຸດຢູ່ເຂດຊາຍແດນ, ໝູ່ເກາະ ຫຼື ຢູ່ທະວີບອາຟຣີກາ ທີ່ຢູ່ຫ່າງໄກ, ພັດທະນາລະບົບໂຮງຮຽນສົງ, ພິມຈຳໜ່າຍປື້ມຄຳພິ  ດ້ວຍປະລິມານນັບມື້ນັບເພີ່ມຂຶ້ນ ແລະ ກໍ່ສ້າງສະຖານທີ່ບູຊາໃຫຍ່, ນ້ອຍໃໝ່ນັບເປັນຮ້ອຍແຫ່ງ…ຍ້ອນເຫດນັ້ນ ວັນບຸນວິສາຂະບູຊາ ພສ-2562 ຈຶ່ງມີຄວາມເບີກບານມ່ວນຊື່ນຍິ່ງກ່ວາເວລາໃດໝົດ.

        ປະກົດການລະອຽດຂອງສິດເສລີໃນການເຫລື້ອມໃສສາສະໜາ

        ວັນບຸນສຳຄັນຂອງພຸດທະສາສະໜາ ພໍ່ພຽງແຕ່ແຜ່ຂະຫຍາຍໃນປະຊາຄົມຊາວ ຫວຽດນາມ ເຊື່ອຖືສາສະໜາພຸດກ່ວາ 10 ລ້ານຄົນເທົ່ານັ້ນ ຫາກຍັງກາຍເປັນການເຄື່ອນໄຫວວັດທະນະທຳໃນຊີວິດຂອງປະເທດຊາດອີກດ້ວຍ. ກໍ່ເຊັ່ນດຽວກັນກັບຫລາຍປີກ່ອນນີ້, ວັນບຸນວິສາຂະບູຊາປີນີ້ ບໍ່ພຽງແຕ່ວັດວາອາຮາມມີຄວາມເຄັ່ງຂຶມ, ຮຸ່ງເຮືອງເຫລືອງເຫລື້ອມເທົ່ານັ້ນ ຫາກຍັງສ້າງເປັນຂີດໝາຍດ້ວຍບັນດາການເຄື່ອນໄຫວຢື້ຢາມຖາມຂ່າວລະຫວ່າງອຳນາດການປົກຄອງ ແລະ ສະມາຄົມພຸດທະສາສະໜາທຸກຂັ້ນອີກດ້ວຍ. ການເຄື່ອນໄຫວດັ່ງກ່າວ ທັງສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ ແລະ ລັດທີ່ມີຕໍ່ພຸດທະສາສະໜາ, ທັງສະແດງໃຫ້ເຫັນຈິດໃຈປອງ

ດອງຢ່າງສູງສຸດ, ຄວາມຜູກພັນຢ່າງສະໜິດແໜ້ນລະຫວ່າງສາສະໜາກັບຊີວິດ, ລະຫວ່າງສະມາຄົມພຸດທະສາສະໜາກັບປະເທດຊາດ. ທ່ານ ທິກມິງຂິກ ຊາວພຸດຢູ່ແຂວງ ກວາງນິງ ໃຫ້ຮູ້ວ່າ:

        “ໃນສັບປະດາວັນບຸນວິສາຂະບູຊາ, ບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ອຳນາດການປົກຄອງແຂວງ ກວາງນິງ ທັງໝົດ ໄດ້ສ້າງເງື່ອນໄຂໃຫ້ບັນດາຄະນະພຸດທະສາສະນິກະຊົນຕ້ອນຮັບວັນເກີດຂອງພະພຸດທະເຈົ້າ ແລະ ກໍ່ສ້າງເງື່ອນໄຂໃຫ້ພຸດທະສາສະນິກະຊົນ ເພື່ອພົບປະແລກປ່ຽນກັບບັນດາພະສົງສຳມະເນນ ແລະ ວັດວາອາຫາມແຫ່ງຕ່າງໆ ເພື່ອພ້ອມກັນອວຍພອນວັນເກີດຂອງພະພຸດທະເຈົ້າ, ກໍ່ແມ່ນຖອດຖອນບົດຮຽນຈາກບັນດານິກາຍຂອງພຸດທະສາສະໜາ”.

        ການດຳເນີນຊີວິດໃນການເຫລື້ອມໃສຂອງບັນດາພະສົງສຳມະເນນ, ພຸດທະສາສະນິກະຊົນໄດ້ຮັບການຮັບປະກັນນັ້ນ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດກ່ຽວກັບນະໂຍບາຍເຄົາລົບສິດເສລີໃນການເຫລື້ອມໃສ, ສາສະໜາຂອງລັດ ຫວຽດນາມ. ພະມະຫາອາຈານ ທິກດຶກທ້ຽນ ຮອງປະທານທັງເປັນເລຂາທິການໃຫຍ່ສະມາຄົມພຸດທະສາສະໜາ ຫວຽດນາມ ໃຫ້ຮູ້ວ່າ:

        “ປະຫວັດຄວາມເປັນມາຂອງວັນບຸນວິສາຂະບູຊາຢູ່ ຫວຽດນາມ ກ່ວາ 2000 ປີ ຍາມໃດກໍ່ຍັງຄົງມີຄຸນຄ່າເດີມ. ຫວຽດນາມ ຊຶ່ງເຄີຍມີຄວາມເສລີໃນສາສະໜາ. ບັນດາການເຄື່ອນໄຫວທັງໝົດ ລ້ວນແຕ່ສະແດງໃຫ້ເຫັນຄວາມເສລີໃນສາສະໜາ. ຫວຽດນາມ ບໍ່ມີອັນໃດທີ່ເອີ້ນວ່າ ບໍ່ມີຄວາມເສລີໃນສາສະໜາ. ພວກອັດຕະມາມີຄວາມເສລີໃນການດຳເນີນຊີວິດໃນການເຫລື້ອມໃສສາສະໜາທີ່ສຸດ

        ຖ້າຫາກບໍ່ມີນະໂຍບາຍເອົາໃຈໃສ່ເຖິງສາສະໜາ, ບໍ່ສ້າງເງື່ອນໄຂໃຫ້ການເຄື່ອນໄຫວໃນການເຫລື້ອມໃສ, ສາສະໜານັ້ນ ພຸດທະສາສະໜາເວົ້າສະເພາະ, ບັນດາສາສະໜາຢູ່ ຫວຽດນາມ ເວົ້າລວມ, ບໍ່ສາມາດເຕີບໂຕເຂັ້ມແຂງໄດ້ຄືໃນປັດຈຸບັນ. ກົດໝາຍວ່າດ້ວຍການເຫລື້ອມໃສ, ສາສະໜາຂອງ ຫວຽດນາມ ຫາກໍ່ມີຜົນສັກສິດ, ອັນໄດ້ເປີດບາດລ້ຽວໃຫຍ່ ເພື່ອໃຫ້ພຸດທະສາສະໜາເວົ້າສະເພາະ, ບັນດາສາສະໜາເວົ້າລວມຂອງ ຫວຽດນາມ ນັບມື້ນັບພັດທະນາ. ໄລ່ມາຮອດປະຈຸບັນ, ຫວຽດນາມ ໄດ້ມີ 13 ສາສະໜາ, ມີອົງການຈັດຕັ້ງສາສະໜາ 36 ແຫ່ງ ແລະ 1 ຮູບການປະຕິບັດທຳຈຳສິນ ດ້ວຍສາສະນິກະຊົນ 24 ລ້ານຄົນ, ມີຜູ້ມີຍົດຖາບັນດາສັກ 83.000 ຄົນ, ຜູ້ເຮັດວຽກທາງສາສະໜາ 250.000 ຄົນ, ໂຮງຮຽນສົງ 46 ແຫ່ງ, ຮາກຖານບູຊາຖາວອນ ແລະ ໃຫຍ່ໂຕໂອໂຖງກ່ວາ 25.000 ແຫ່ງ.

        ບັນດາການເຄື່ອນໄຫວດັ່ງກ່າວ ກ່ຽວກັບວັນບຸນວິສາຂະບູຊາ ພສ 2562 ໄດ້ສະແດງໃຫ້ເຫັນບັນຍາກາດທີ່ຟົດຟື້ນກ່ຽວກັບການພັດທະນາຂອງພຸດທະສາສະໜາ ຫວຽດນາມ, ກໍ່ເພື່ອສະແດງໃຫ້ເຫັນວ່າ ສິດເສລີໃນການເຫລື້ອມໃສ, ສາສະໜາຢູ່ ຫວຽດນາມ ແມ່ນພຶດຕິກຳຕົວຈິງຢ່າງຈະແຈ້ງ ເຊິ່ງປະຊາຄົມສາກົນຮັບຮອງເອົາ ແລະ ບໍ່ອາດເສກສັນປັ້ນແຕ່ງໄດ້./.

ຕອບກັບ

ຂ່າວ/ບົດ​ອື່ນ