ວິສາຫະກິດ, ນັກທຸລະກິດ ຫວຽດນາມ ຮ່ວມເດີນກັບປະເທດເຊື່ອມໂຍງເຂົ້າກັບໂລກ

(VOVWORLD) - ພ້ອມກັບການພັດທະນາເສດຖະກິດຂອງປະເທດຊາດແລ້ວ, ຖັນແຖວນັກທຸລະກິດ ຫວຽດນາມ ນັບມື້ນັບເພີ່ມຂຶ້ນສູງທັງທາງດ້ານຄຸນນະພາບ ແລະ ປະລິມານ. ດ້ວຍວິສາຫະກິດກ່ວາ 610.000 ແຫ່ງ ພວມເຄື່ອນໄຫວ, ບັນດານັກທຸລະກິດ ພວມມານະພະຍາຍາມພ້ອມກັບປະເທດຊາດເຊື່ອມໂຍງ, ນຳເຄື່ອງໝາຍ ຫວຽດນາມ ອອກສູ່ໂລກ. ເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ (13 ຕຸລາ), ຈູງຖູຍ ແລະ ຫວູຢູ້ງ, ນັກຂ່າວ VOV, ມີບົດຂຽນ “ວິສາຫະກິດ, ນັກທຸລະກິດ ຫວຽດນາມ ຮ່ວມກັບປະເທດຊາດເຊື່ອມໂຍງເຂົ້າກັບໂລກ”.
ວິສາຫະກິດ, ນັກທຸລະກິດ ຫວຽດນາມ ຮ່ວມເດີນກັບປະເທດເຊື່ອມໂຍງເຂົ້າກັບໂລກ - ảnh 1 ບັນດາບຸກຄົນໄດ້ຮັບໃບຍ້ອງຍໍໃນ Gala ພົບປະ, ເຊີດຊູວິສາຫະກິດ, ນັກທຸລະກິດນະຄອນຫຼວງປີ 2017 

ໄລຍະຜ່ານມາ, ຖັນແຖວນັກທຸລະກິດ, ວິສາຫະກິດ ຫວຽດນາມ ໄດ້ມີການປະກອບສ່ວນສຳຄັນຫຼາຍຢ່າງເຂົ້າໃນການເຕີບໂຕລວມຂອງພື້ນຖານເສດຖະກິດປະເທດຊາດດ້ວຍປະມານ 40% GDP ໃນແຕ່ລະປີ. ປະຊາຄົມວິສາຫະກິດ, ນັກທຸລະກິດບໍ່ພຽງແຕ່ມານະພະຍາຍາມ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງເທົ່ານັ້ນ ຫາກຍາມໃດກໍ່ນຳໜ້າໃນການເປີດກ້ວາງການຜະລິດ, ດຳເນີນທຸລະກິດ, ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ, ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດ - ສັງຄົມຂອງປະເທດຊາດອີກດ້ວຍ.

ສ້າງເງື່ອນໄຂດີທີ່ສຸດ ເພື່ອໃຫ້ນັກທຸລະກິດເລີ່ມທຸລະກິດ ແລະ ພັດທະນາ

       ໃນ 9 ເດືອນຜ່ານມາ, ຫວຽດນາມ ມີວິສາຫະກິດເກືອບ 94.000 ແຫ່ງໄດ້ຈົດທະບຽນ ສ້າງຕັ້ງໃໝ່, ດ້ວຍຍອດຈຳນວນທຶນຈົດທະບຽນກ່ວາ 900.000 ຕື້ດົ່ງ, ເພີ່ມຂຶ້ນກ່ວາ 15% ກ່ຽວກັບຈຳນວນວິສາຫະກິດ ແລະ ເພີ່ມຂຶ້ນ 43% ກ່ຽວກັບຈຳນວນທຶນຈົດທະບຽນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ດ້ວຍຫຼາຍນະໂຍບາຍ, ມະຕິຂອງລັດ ແລະ ລັດຖະບານ ພ້ອມກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດສະດວກສະບາຍນັ້ນ, ຈຳນວນນັກທຸລະກິດເລີ່ມທຸລະກິດນັບມື້ນັບເພີ່ມຂຶ້ນ. ຢູ່ນະຄອນ ໂຮ່ຈີມິນ, ໃນ 9 ເດືອນຂອງປີ 2017, ມີນັກທຸລະກິດປະມານ 30.000 ຄົນໄດ້ເລີ່ມທຸລະກິດ. ປະຈຸບັນ, ນະຄອນ ໄດ້ສ້າງບັນດາເງື່ອນໄຂດີທີ່ສຸດເພື່ອໃຫ້ບັນດາສ່ວນບຸກຄົນສ້າງຕັ້ງວິສາຫະກິດ, ຄວາມຫຍຸ້ງຍາກທຸກຢ່າງເມື່ອດຳເນີນທຸລະກິດຍາມໃດກໍ່ໄດ້ຮັບການແກ້ໄຂຈາກອຳນາດການປົກຄອງນະຄອນ. ທ່ານ ຈູຕ໋ຽນຢູ້ງ, ປະທານສະມາຄົມວິສາຫະກິດນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:

“ອາດເວົ້າໄດ້ວ່າ, ທັງລະບົບການເມືອງມຸ່ງໄປເຖິງວິສາຫະກິດ, ນັກທຸລະກິດ ແລະ ພັດທະນາເສດຖະກິດ. ດັ່ງນັ້ນ, ໝາກຜົນການເຄື່ອນໄຫວດຳເນີນທຸລະກິດຂອງບັນດາວິສາຫະກິດມີບັນດາຄວາມຄືບໜ້າທີ່ດີກ່ວາ. ໂດຍລະອຽດແມ່ນສາມາດປະກອບເຂົ້າງົບປະມານໄດ້ຫຼາຍກ່ວາ, ຈຳນວນວິສາຫະກິດສ້າງຕັ້ງໃໝ່ຂອງ ນະຄອນໂຮ່ຈີມິນ ໃນປີນີ້ຫຼາຍກ່ວາປີກ່ອນ. ບັນດາວິສາຫະກິດເຂົ້າຮ່ວມບັນດາໂຄງການສະຫວັດດີການສັງຄົມກໍ່ຕັ້ງໜ້າກ່ວາເມື່ອກ່ອນ.”

ນັກທຸລະກິດ, ວິສາຫະກິດສ້າງເຄື່ອງໝາຍການຄ້າ ຫວຽດນາມ ອອກສູ່ໂລກ

       ປະຈຸບັນ, ມີຫຼາຍວິສາຫະກິດ, ນັກທຸລະກິດ ຫວຽດນາມ ໄດ້ສ້າງເຄື່ອງໝາຍການຄ້າທີ່ໂດ່ງດັງຢູ່ພາກພື້ນ ແລະ ຢູ່ໃນໂລກ. ເລື່ອງສ້າງບັນດາເຄື່ອງໝາຍການຄ້າທີ່ມີຊື່ສຽງໂດ່ງດັງໃນຕະຫຼາດໂລກຂອງບັນດາວິສາຫະກິດນັ້ນ ແມ່ນສັນຍານເປັນໜ້າຊື່ນຊົມ, ສະແດງໃຫ້ເຫັນແຜນນະໂຍບາຍປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ສົ່ງເສີມການເລີ່ມທຸລະກິດ, ປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ, ພັດທະນາວິສາຫະກິດຂອງລັດຖະບານ ໄດ້ກ້າວເຂົ້າສູ່ຊີວິດການເປັນຢູ່ເທື່ອລະກ້າວ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນການດຳເນີນທຸລະກິດ. Vinacafe ບຽນຮ່ວາ ກໍ່ແມ່ນຕົວຢ່າງໜຶ່ງເມື່ອກຳມະສິດເຄື່ອງໝາຍ Vinacafe ໂດ່ງດັງ ທີ່ກວມອັດຕາສ່ວນຈຳໜ່າຍຢູ່ ຫວຽດນາມ ແລະ ໄດ້ສົ່ງອອກເຖິງກ່ວາ 30 ປະເທດໃນໂລກ. ທ່ານ ຫງວຽນເຕີນກີ໋, ຜູ້ອຳນວຍການບໍລິສັດຫຸ້ນສ່ວນ Vinacafe ບຽນຮ່ວາ ໄດ້ແບ່ງປັນວ່າ:

        “ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ, ເຄື່ອງໝາຍການຄ້າແຂງແຮງຕ້ອງແມ່ນຄຸນຄ່າຫຼັກແຫຼ່ງຂອງວິສາຫະກິດ. ໃນວິວັດການສ້າງຕັ້ງ, ພວກຂ້າພະເຈົ້າໄດ້ຮັບຮູ້ຢ່າງຈະແຈ້ງ ແລະ ສຸມໃສ່ການສ້າງເຄື່ອງໝາຍການຄ້າໃຫ້ມືຊື່ສຽງໂດ່ງດັງ ແລະ ຮັບຄວາມນິຍົມຈາກຜູ້ໃຊ້ສອຍ. ມາຮອດປະຈຸບັນ, ຜະລິດຕະພັນຂອງພວກຂ້າພະເຈົ້າໄດ້ຮັບການຮູ້ຈັກເຖິງຈາກຜູ້ໃຊ້ສອຍກ່ວາ 80%. ໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສຸມໃສ່ເຂົ້າການສ້າງເຄື່ອງໝາຍການຄ້າເພື່ອເຮັດແນວໃດ ໃຫ້ສິນຄ້າຂອງຕົນມີຄຸນຄ່າສົມກັບມູນຄ່າຂອງຜະລິດຕະພັນທີ່ມີລະດັບສາກົນ.”

ວິສາຫະກິດ, ນັກທຸລະກິດ ຫວຽດນາມ ຮ່ວມເດີນກັບປະເທດເຊື່ອມໂຍງເຂົ້າກັບໂລກ - ảnh 2 ຂັ້ນຕອນການຜະລິດຂອງວິສາຫະກິດ

        ມີຄວາມສະດຸງໄວ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງແມ່ນບັນດາມາດຕະຖານທີ່ຫຼາຍວິສາຫະກິດ, ນັກທຸລະກິດພວມເອົາໃຈໃສ່ ແລະ ມຸ່ງໄປເຖິງ ເພື່ອບໍ່ພຽງແຕ່ກວມເອົາຕະຫຼາດພາຍໃນປະເທດເທົ່ານັ້ນ ຫາກຍັງບື່ນຕົວໄປໄກອີກ, ຮັບໃຊ້ບັນດາຕະຫຼາດຕ້ອງການຄຸນນະພາບສູງຄື ເອີລົບ ຫຼື ຕາເວັນອອກກາງອີກດ້ວຍ. ເມື່ອແບ່ງປັນກ່ຽວກັບຍຸດທະສາດນີ້, ນັກທຸລະກິດ ຫງວຽນລຽນເຟືອງ, ຜູ້ອຳນວຍການກຸ່ມບໍລິສັດ LP, ໃຫ້ຮູ້ວ່າ:       

“ບໍ່ວ່າຜະລິດຕະພັນໃດກໍ່ມີເປົ້າໝາຍລູກຄ້າ, ພວກຂ້າພະເຈົ້າໄດ້ມຸ່ງໄປເຖິງຕະຫຼາດ ຜູ້ໃຊ້ສອຍ ຫວຽດນາມ 100.000  ຄົນ ແລະ ຜູ້ໃຊ້ສອຍຈີນ 1 ລ້ານຄົນ, ໄປຄຽງຄູ່ກັນນັ້ນ, ແມ່ນຕະຫຼາດບັນດາປະເທດ ອາຊີຕາເວັນອອກສ່ຽງເໜືອ ອື່ນໆ, ຕະຫຼາດ ຕາເວັນອອກກາງ ແມ່ນໄດ້ເຂົ້າແລ້ວ, ຂ້າພະເຈົ້າປາດຖະໜາຢາກປະດິດສ້າງບັນດາຜະລິດຕະພັນນ້ຳຫອມດ້ວຍໄມ້ເກດສະໜາໃນປີໜ້າ.”

ສ້າງທຸກເງື່ອນໄຂສະດວກໃຫ້ ນັກທຸລະກິດ, ວິສາຫະກິດຫວຽດນາມ ພັດທະນາ

ໄລຍະຜ່ານມາ, ສະພາບການເສດຖະກິດພະຫາພາກຂອງ ຫວຽດນາມ ນັບມື້ນັບເປັນປົກກະຕິ, GDP ປີ 2017 ຄາດວ່າບັນລຸ 6,7%, ສິ່ງດັ່ງກ່າວມີການປະກອບສ່ວນສຳຄັນຂອງປະຊາຄົມວິສາຫະກິດ. ການພັດທະນາຂອງວິສາຫະກິດມີສ່ວນໜຶ່ງສຳຄັນ ແມ່ນການຊີ້ນຳ, ສ້າງທຸກເງື່ອນໄຂສະດວກຂອງລັດຖະບານ ດ້ວຍມະຕິຕ່າງໆໄດ້ສ້າງເງື່ອນໄຂໃຫ້ຫຼາຍຄົນເລີ່ມທຸລະກິດດຳເນີນທຸລະກິດ, ເພື່ອໃຫ້ບັນດາວິສາຫະກິດພັດທະນາ. ກ່າວຄຳເຫັນທີ່ກອງປະຊຸມນາຍົກລັດຖະມົນຕີຮ່ວມເດີນທາງພ້ອມກັບວິສາຫະກິດຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ:

“ລັດຖະບານສືບຕໍ່ກວດກາບັນດາຂໍ້ກຳນົດ ແລະ ປະຕິບັດບັນດາມາດຕະການຢ່າງຂ້ຽວຂາດເພື່ອແນໃສ່ຫລຸດຜ່ອນລາຍຈ່າຍໃຫ້ແກ່ວິສາຫະກິດ ຄືລາຍຈ່າຍດ້ານລະບຽບການບໍລິຫານກ່ຽວກັບພາສີ, ອາກອນ, ໃບອະນຸຍາດ, ຄ່າທະນຽມ BOT… ນີ້ແມ່ນບ້ວງເງິນທີ່ວິສາຫະກິດຕ້ອງແບກຫາບເຊິ່ງພວກເຮົາຕ້ອງຄົ້ນຄ້ວາ ເພື່ອຫລຸດຜ່ອນໃຫ້ແກ່ວິສາຫະກິດ. ປີ 2017, ຈະແມ່ນ “ປີຫລຸດຜ່ອນລາຍຈ່າຍໃນແກ່ວິສາຫະກິດ””

ປະຊາຄົມວິສາຫະກິດ ຫວຽດນາມ ພວມມຸ່ງໄປເຖິງຄາດໝາຍສູ້ຊົນຮອດປີ 2020, ທົ່ວປະເທດຈະມີວິສາຫະກິດກ່ວາ 1 ລ້ານແຫ່ງເຄື່ອນໄຫວຢ່າງມີປະສິດທິຜົນ, ມີຫຼາຍຜະລິດຕະພັນມີເຄື່ອງໝາຍການຄ້າລະດັບໃນພາກພື້ນ ແລະ ໃນອາຊີ. ເຖິງວ່າ ຍັງປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງທີ່ຕ້ອງໄດ້ຜ່ານຜ່າ, ແຕ່ບັນດາການຮ່ວມເດີນທາງຂອງລັດຖະບານ, ຖັນແຖວນັກທຸລະກິດ ຫວຽດນາມ ຍັງມີຄວາມເຊື່ອໝັ້ນກ້າວເດີນພ້ອມກັບການພັດທະນາຂອງປະເທດຊາດ.   

ຕອບກັບ

ຂ່າວ/ບົດ​ອື່ນ