ວຽກງານຊາຍແດນ,ຜືນແຜ່ນດິນປົກປັກຮັກສາອະທິປະໄຕແຫ່ງຊາດໄວ້ຢ່າງໝັ້ນຄົງ

(VOVWORLD) -ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ຢຶດໝັ້ນຮັກສາອະທິປະໄຕ, ຄວາມສະຫງົບຢູ່ເຂດຊາຍແດນ, ອະທິປະໄຕທະເລ, ໝູ່ເກາະ, ບັນດາສິດ ແລະ ຜົນປະໂຫຍດອັນຊອບທຳໄວ້ຢ່າງໝັ້ນຄົງ, ປະກອບສ່ວນຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃຫ້ແກ່ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ຕິດພັນກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສ້າງຄວາມສະດວກໃຫ້ແກ່ຫວຽດນາມ ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ນັບມື້ນັບເລິກເຊິ່ງ, ກວ້າງຂວາງ.

ວຽກງານຊາຍແດນ,ຜືນແຜ່ນດິນປົກປັກຮັກສາອະທິປະໄຕແຫ່ງຊາດໄວ້ຢ່າງໝັ້ນຄົງ - ảnh 1

ຫຼັກໝາຍຊາຍແດນ 3 ປະເທດຫວຽດນາມ - ລາວ - ກຳປູເຈຍ

(ພາບປະກອບ: baogialai.com.vn)

ປີ 2018, ຈຸດສຸມຂອງວຽກງານຊາຍແດນ, ຜືນແຜ່ນດິນແມ່ນສືບຕໍ່ມານະພະຍາຍາມຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ພ້ອມທັງເດັດດ່ຽວ, ຢຶດໝັ້ນປົກປັກຮັກສາອະທິປະໄຕເຂດຊາຍແດນຜືນແຜ່ນດິນແຫ່ງຊາດໄວ້ຢ່າງໝັ້ນຄົງ.

        ຫວຽດນາມ ມີເສັ້ນຊາຍແດນທາງບົກຕິດກັບ 3 ປະເທດ, ລວມມີ: ຈີນ (1.281 ກ.ມ), ລາວ (2.130 ກ.ມ) ແລະ ກຳປູເຈຍ (1.228 ກ.ມ) ແລະ ມີຝັ່ງທະເລຍາວ 3.444 ກ.ມ ຕິດກັບອ່າວພາກເໜືອ, ທະເລຕາເວັນອອກ ແລະ ອ່າວໄທ. ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ເຄົາລົບການປະຕິບັດບັນດາສົນທິສັນຍາ, ຂໍ້ຕົກລົງກ່ຽວກັບຊາຍແດນຢ່າງເຂັ້ມງວດ, ຮັກສາເຂດຊາຍແດນສັນຕິພາບ, ສະຖຽນລະພາບ, ເສັ້ນຊາຍແດນ, ຫຼັກໝາຍຊາຍແດນໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມໄດ້ຮັບການຮັບປະກັນ.

ຜົນງານພົ້ນເດັ່ນໃນປີ 2017

        ຢູ່ເສັ້ນຊາຍແດນທາງບົກຫວຽດນາມ - ຈີນ, ປີ 2017, ຫວຽດນາມ ແລະ ຈີນ ໄດ້ ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຄຸ້ມຄອງ ແລະ ປົກປັກຮັກສາເສັ້ນຊາຍແດນຕາມເອກະສານທາງດ້ານນິຕິກຳ 3 ສະບັບ ກ່ຽວກັບເສັ້ນຊາຍແດນທາງບົກຫວຽດນາມ - ຈີນ ນັ້ນແມ່ນ: ອະນຸສັນຍາຂີດເສັ້ນປັກຫຼັກໝາຍຊາຍແດນ, ສັນຍາກ່ຽວກັບກົດລະບຽບຄຸ້ມຄອງຊາຍແດນ, ສັນຍາກ່ຽວກັບດ່ານຊາຍແດນ ແລະ ກົດລະບຽບຄຸ້ມຄອງດ່ານຊາຍແດນ. ບັນດາກົນໄກຄຸ້ມຄອງຊາຍແດນ 2 ຝ່າຍສືບຕໍ່ໄດ້ເສີມຂະຫຍາຍບົດບາດໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ. ບັນດາການເຄື່ອນໄຫວລາດຕະເວນ 2 ຝ່າຍ, ແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາຍແດນ, ການໂອ້ລົມທາງໂທລະສັບ, ການເຈລະຈາປະຈຳໄລຍະ, ການຜູກຊ່ຽວລະຫວ່າງບ້ານໆຂອງ 2 ປະເທດ… ໄດ້ຮັບການຮັກສາໄວ້ຢ່າງມີປະສິດທິຜົນ.

        ກ່ຽວກັບເສັ້ນຊາຍແດນຫວຽດນາມ - ລາວ, 2 ຝ່າຍໄດ້ສ້າງສຳເລັດບັນດາລະບຽບການເພື່ອໃຫ້ເອກະສານດ້ານກົດໝາຍສຳຄັນ 2 ສະບັບກ່ຽວກັບເສັ້ນຊາຍແດນແມ່ນ “ອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະ ຫຼັກໝາຍແຫ່ງຊາດລະຫວ່າງຫວຽດນາມ - ລາວ” ແລະ “ສັນຍາກ່ຽວກັບກົດລະບຽບຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນທາງບົກລະຫວ່າງຫວຽດນາມ ແລະ ລາວ” ເຊິ່ງມີຜົນສັກສິດນັບແຕ່ວັນທີ 05 ກັນຍາ 2017. ໃນປີ 2017, ບັນດາທ້ອງຖິ່ນຢູ່ເຂດຊາຍແດນ, ບັນດາກຳລັງເຈົ້າໜ້າທີ່ກ່ຽວຂ້ອງ ຂອງ 2 ຝ່າຍ ໄດ້ຕັ້ງໜ້າສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວລາດຕະເວນ, ກວດກາ, ຮ່ວມມື, ແລກປ່ຽນ, ແກ້ໄຂບັນດາເຫດການທີ່ເກີດຂຶ້ນຢູ່ເຂດຊາຍແດນຢ່າງທັນການ. ການພົບປະແລກປ່ຽນປະຊາຊົນ, ການຮ່ວມມື, ການແລກປ່ຽນສິນຄ້າ, ການກວດ ແລະ ປິ່ນປົວພະຍາດ, ການຮ່ຳຮຽນລະຫວ່າງ 2 ຝາກຊາຍແດນໄດ້ຮັບການຮັກສາຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ 2 ຝ່າຍ.

        ກ່ຽວກັບເສັ້ນຊາຍແດນຫວຽດນາມ - ກຳປູເຈຍ, ໄລ່ຮອດທ້າຍປີ 2017, 2 ຝ່າຍໄດ້ສົມທົບກັນປະຕິບັດໜ້າວຽກສຳເລັດວຽກງານຂີດເສັ້ນປັກຫຼັກໝາຍຊາຍແດນໃນພື້ນທີ່ຕົວຈິງ ແລະ ໄດ້ປະຕິບັດສຳເລັດປະມານ 84% ແລ້ວ. ຫວຽດນາມ ແລະ ກຳປູເຈຍ ໄດ້ສົມທົບກັນຄຸ້ມຄອງເສັ້ນຊາຍແດນຕາມສັນຍາກ່ຽວກັບລະບຽບການຊາຍແດນປີ 1983, ສົມທົບກັນແກ້ໄຂບັນດາວຽກງານທີ່ເກີດຂຶ້ນຢູ່ເຂດຊາຍແດນເປັນຢ່າງດີ.

        ປີ 2017, ຫວຽດນາມ ໄດ້ມານະພະຍາຍາມແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງກ່ຽວກັບຊາຍແດນ, ຜືນແຜ່ນດິນ, ທະເລ, ໝູ່ເກາະ, ຮັບປະກັນອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງຫວຽດນາມ. ພິເສດ, ສຳລັບບັນຫາທະເລຕາເວັນອອກ, ຫວຽດນາມ ສືບຕໍ່ຢຶດໝັ້ນ, ຕັດສິນໃຈເດັດດ່ຽວຕໍ່ສູ້ (ໃນພູມມີປະເທດຕົວຈິງ, ການເມືອງ ແລະ ການທູດ) ສຳລັບບັນດາການລະເມີດກົດໝາຍ, ປົກປັກຮັກສາອະທິປະໄຕໄວ້ຢ່າງໝັ້ນຄົງ, ສິດອະທິປະໄຕ ແລະ ສິດອຳນາດສານແຫ່ງຊາດສຳລັບບັນດາເຂດທະເລ, ໄຫຼ່ທະວີບ ແລະ ບັນດາໝູ່ເກາະ ໂດຍອີງໃສ່ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982 ຂອງສະຫະປະຊາຊາດ, ເພື່ອສັນຕິພາບ, ການຮ່ວມມື, ການພັດທະນາຢູ່ທະເລຕາເວັນອອກ; ພ້ອມທັງຍາດແຍ່ງເອົາການສະໜັບສະໜູນ, ຄວາມເຫັນດີເຫັນພ້ອມຂອງເພື່ອນມິດສາກົນສຳລັບຫຼັກໝັ້ນອັນຊອບທຳຂອງຫວຽດນາມ, ປະຕິເສດບັນດາການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ.

ວຽກງານຊາຍແດນ, ຜືນແຜ່ນດິນ, ປົກປັກຮັກສາອະທິປະໄຕແຫ່ງຊາດ

        ໃນປີ 2018, ຈຸດສຸມຂອງວຽກງານຊາຍແດນ, ຜືນແຜ່ນດິນແມ່ນມານະພະຍາຍາມຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ພ້ອມທັງເດັດດ່ຽວ, ຢຶດໝັ້ນປົກປັກຮັກສາອະທິປະໄຕເຂດຊາຍແດນແຫ່ງຊາດໄວ້ຢ່າງໝັ້ນຄົງ. ຕາມນັ້ນແລ້ວ, ຫວຽດນາມ ສືບຕໍ່ປະຕິບັດການຄຸ້ມຄອງຊາຍແດນຜືນແຜ່ນດິນທາງບົກຫວຽດນາມ - ຈີນ ເປັນຢ່າງດີ ຕາມບັນດາເອກະສານດ້ານກົດໝາຍທີ່ໄດ້ຮັບການລົງນາມແລ້ວ, ຕິດຕາມກວດກາຢ່າງໃກ້ຊິດ ແລະ ແກ້ໄຂບັນດາເຫດການທີ່ອາດຈະເກີດຂຶ້ນຢູ່ເຂດຊາຍແດນຢ່າງທັນການ; ປະຕິບັດສຳເລັດທຸກວຽກງານພາຍຫຼັງການປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດຫວຽດນາມ - ລາວ, ມານະພະຍາຍາມສົມທົບກັບກຳປູເຈຍ ຍູ້ແຮງການຫັນຜົນງານຂອງການຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກ ທີ່ບັນລຸໄດ້ 84% ລະຫວ່າງ 2 ປະເທດໃຫ້ເປັນກົດໝາຍ. ພິເສດ, ມານະພະຍາຍາມເຂົ້າຮ່ວມການເຈລະຈາລະຫວ່າງອາຊຽນ ແລະ ຈີນ ກ່ຽວກັບການສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC); ຊຸກຍູ້ ແລະ ເພີ່ມທະວີການຮ່ວມມືຢູ່ທະເລກັບບັນດາປະເທດທີ່ກ່ຽວຂ້ອງໃນເຂດທະເລຕາເວັນອອກ, ຕໍ່ສູ້ກັບບັນດາການລະເມີດອະທິປະໄຕ, ສິດອະທິປະໄຕໃຫ້ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982.

        ສະພາບຕົວຈິງໃນຊຸມປີຜ່ານມາໄດ້ຊີ້ໃຫ້ເຫັນວ່າ, ຫວຽດນາມ ໄດ້ຍາດແຍ່ງບັນດາກາລະໂອກາດທີ່ສະດວກ, ຈຳກັດບັນດາຄວາມຫຍຸ້ງຍາກ, ຢຶດໝັ້ນຮັກສາອະທິປະໄຕຄວາມໝັ້ນຄົງເຂດຊາຍແດນ, ອະທິປະໄຕເຂດທະເລ, ໝູ່ເກາະ, ບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ, ປະກອບສ່ວນຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃຫ້ແກ່ກິດຈະການສ້າງສາ ແລະ ພັດທະນາປະເທດຊາດ, ຕິດພັນກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສ້າງຄວາມສະດວກໃຫ້ແກ່ປະເທດຊາດນັບມື້ນັບເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນຢ່າງເລິກເຊິ່ງ, ກວ້າງຂວາງ. ປີ 2018, ຫວຽດນາມ ສືບຕໍ່ມານະພະຍາຍາມສູ້ຊົນແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ຕັດສິນໃຈປະຕິບັດວຽກງານຊາຍແດນ, ຜືນແຜ່ນດິນໃຫ້ເປັນຢ່າງດີ, ປະກອບສ່ວນປົກປັກຮັກສາອະທິປະໄຕຂອງປະເທດຊາດໄວ້ຢ່າງໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ