ວຽກງານບຸກຄະລາກອນຕິດພັນກັບຜົນສຳເລັດຂອງກອງປະຊຸມໃຫຍ່ພັກ


(vovworla) - ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 11 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11, ​ເຊິ່ງພວມ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ, ນັ້ນ​ແມ່ນ​ເລື່ອງ​ກະກຽມ​ບຸກຄະລາ​ກອນ​ໃຫ້​ແກ່ ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 12. ​ໃນ​ບົດ​ກ່າ​ວປາ​ໄສໄຂ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ​ໄດ້​ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ໜ້າ​ທີ່​ສຳຄັນ​ຍິ່ງ, ຮຽກຮ້ອງ​ໃຫ້​ມີ​ການ​ກະກຽມຕາມ​ຂັ້ນ​ຕອນ​ທີ່ແໜ້ນ​ແຟ້ນ ​ແລະ ຄວາມ​ຄືບ​ໜ້າຢ່າງ​ເໝາະ​ສົມ.

        ​ເນື້ອ​ໃນ​ສຳຄັນ​ທີ່​ສຸດ​ຂອງ​ກອງ​ປະຊຸມ​ໃຫຍ່​ພັກ​ແຕ່​ລະ​ຄັ້ງ​, ແມ່ນ​ການ ​ປຶກສາ​ຫາລື, ຕົກລົງ​ແນວທາງ, ໜ້າ​ທີ່​ການ​ເມືອງ​ຂອງ​ພັກ ​ແລະ ​ເລືອກ​ຕັ້ງ​ບັນດາ​ອົງການ​ຊີ້​ນຳ​ນຳພາ​ຂອງ​ພັກ. ຕາມທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລ້ວ, ສູນ​ກາງ​ໄດ້​ໃຫ້​ຄວາມ​ເຫັນ​ຕໍ່​ບັນດາ​ຮ່າງ​ເອກະສານ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 9 ​ແລະ ທີ 10. ໜ້າ​ທີ່​ນັບ​ແຕ່​ນີ້​ເຖິງ​ກອງ​ປະຊຸມ​ໃຫຍ່​ພັກ​ທົ່ວ​ປະ​ເທດ, ພ້ອມ​ກັບ​ການ​ສືບ​ຕໍ່​ປັບປຸງ​ບັນດາ​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ແລ້ວ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ຕ້ອງ​ສຸມ​ໃສ່​ວຽກ​ງານ​ກະກຽມ​ບຸກຄະລາ​ກອນກອງ​ປະຊຸມ​ໃຫຍ່ຕາມ​ຂໍ້​ກຳນົດ​ຂອງ​ກົດ​ລະບຽບ​ພັກ.

ວຽກງານບຸກຄະລາກອນຕິດພັນກັບຜົນສຳເລັດຂອງກອງປະຊຸມໃຫຍ່ພັກ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
(ພາບ: VGP/Nhật Bắc)

        ບຸກຄະລາ​ກອນ​ເພື່ອ​ປະຕິບັດ​ໜ້າ​ທີ່​ການ​ເມືອງ

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃຫ້​ຮູ້​ວ່າ, ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ສູນ​ກາງ​ໃຫ້​ຄວາມ​ເຫັນ, ປຶກສາ​ຫາລື ​ແລະ ຕົກລົງ​ທິດ​ທາງ​ວຽກ​ງານ​ບຸກຄະລາ​ກອນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 12 ​ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ກະກຽມ​ບຸກຄະລາ​ກອນ​ເຂົ້າ​ຮ່ວມ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາ, ​ເລຂາທິການ​ໃຫຍ່, ຄະນະ​ກຳມະການກວດກາ

​ສູນ​ກາງ​ຊຸດ​ທີ 12 ​ແລະ ບຸກຄະລາ​ກອນ​ການ​ນຳ​ຫຼັກ​ແຫຼ່ງຂອງ​ບັນດາ​ອົງການ​ລັດ​ອາຍຸ​ການ 2016 – 2021 ທີ່​ບັນດາ​ກອງ​ປະຊຸມຄັ້ງ​ຕໍ່​ໄປ. ຕາມທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ​ເລື່ອງ​ກຳນົດ​ທິດ​ທາງ​ວຽກ​ງານ​ບຸກຄະລາ​ກອນ ຕ້ອງ​ເລີ່​ມມາ​ຈາກ​ຄວາມ​ຕ້ອງການ​ປະຕິບັດ​ແນວທາງ, ໜ້າ​ທີ່​ການ​ເມືອງ​ຂອງ​ພັກ, ການ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຫວຽດນາມ ສັງຄົມ​ນິຍົມ. ຄາດ​ວ່າ, ​ໃນ​ຊຸມ​ປີ​ຕໍ່ໜ້າ, ຫວຽດນາມ ມີ​ທັງ​ ​ກາລະ​ໂອກາດ ​ແລະ ການ​ທ້າ​ທາຍ​ຫຼາຍ​ຢ່າງ. ດັ່ງ​ນັ້ນ​ຕ້ອງ​ສືບ​ຕໍ່​ເພີ່ມ​ທະວີ​ການ​ກໍ່ສ້າ​ງພັກ​ໃຫ້​ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ; ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ທົ່ວ​ທັງ​ຊາດ ​ແລະ ປະຊາທິປະ​ໄຕ​ສັງຄົມ​ນິຍົມ; ຍູ້​ແຮງ​ກິດຈະການ​ປ່ຽນ​ໃໝ່​ຢ່າງຮອບດ້ານ ​ແລະ ຄົບ​ຊຸດ; ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ຢ່າງ​ໝັ້ນຄົງ; ສ້າງ​ພື້ນຖານ​ເພື່ອ​​ໃຫ້​ຫວຽດນາມກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​  ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນ

ຖານ. ທ່ານ​ເລຂາທິການ​ໃຫຍ່, ​ເນັ້ນ​ໜັກ​ວ່າ:

        “​ເພື່ອ​ປະຕິບັດ​ສຳ​ເລັດ​ພາລະກິດ​ອັນ​ໃຫຍ່ຫຼວງ ​​ແລະ​ສັບສົນ​ນັ້ນ, ພວກ​ເຮົາ​ຕ້ອງ​ກໍ່ສ້າງ​ຄະນະ​ບໍລິຫານ​ງານ​ສູນ​ກາງ - ອົງການ​ນຳ​ພາສູງ​ສຸດ​ຂອງ​ພັກ​ລະຫວ່າງ​ກອງ​ປະຊຸມ​ໃຫຍ່​ສອງ​ຄັ້ງ - ​ເປັນ​ກອງ​ບັນຊາ​ການ​ສູ້​ຮົບ​ຢ່າງ​ອົງອາດ​ກ້າ​ແກ່ນ, ​ເປັນ​ແກ່ນສານ​ນຳພາ​ດ້ານ​ການ​ເມືອງ ທັງ​ແມ່ນ​​ໃຈກາງ​ແຫ່ງ​ຄວາມ​ສາມັກຄີ, ​ເອກະ​ພາບ​ສູງ​ຂອງ​ທົ່ວ​ພັກ, ທົ່ວ​ທັງ​ຊາດ​ຢ່າງ​ແທ້​ຈິງ. ນີ້​ແມ່ນ​ວຽກ​ງານ​ທີ່​ກ່ຽວພັນ​ເຖິງ​ຊາຕາກຳ​ຂອງ​ພັກ, ຂອງ​ຊາດ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ​ຊາດ“.

        ຄວາມ​ຮັບຜິດຊອບ​ໃນ​ວຽກ​ງານ​ກະກຽມ​ບຸກຄະລາ​ກອນ

        ຕາມທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ບົນ​ພື້ນຖານ​ສະຫຼຸບ​ບົດຮຽນ​ໃນ​ການ​ກະ​ກຽມບຸກຄະລາ​ກອນ​ຈາກ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 6 ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ, ທັງ​ອີງ​ໃສ່​ຄວາມ​ຮຽກຮ້ອງ​ຕົວ​ຈິງ, ອາ​ນຸກຳມະການ​ບຸກຄະລາ​ກອນ ​​ໄດ້້ກະກຽມ​ຮ່າງ​ທິດ​ທາງ​ວຽກ​ງານ​ບຸກຄະລາ​ກອນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ອາຍຸ​ການ​ຊຸດ​ທີ 12. ອາ​ນຸກຳມະການ​ບຸກຄະລາ​ກອນ ​ໄດ້​ຈັດ​ຕັ້ງ​ການ​ຮັບ​ເອົາ​ຄວາມ​ເຫັນ​ຈາກ​ຄະນະ​ພັກ ທຸກ​ຂັ້ນ, ອົງການ​ພັກ​, ອົງການ​ທີ່​ຂຶ້ນ​ກັບ​ສູນ​ກາງ. ຄະນະ​ພັກທຸກ​ຂັ້ນ, ອົງການ​ພັກ​, ອົງການ​ທີ່​ຂຶ້ນ​ກັບ​ສູນ​ກາງ​ເກືອບ​ທັງ​ໝົດລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະ​ພາບ​ກັບ​ຮ່າງ​ບຸກຄະລາ​ກອນ; ຖື​ວ່າ ຮ່າງ​ບຸກຄະລາ​ກອນ​ໄດ້​ຮັບ​ການ​ກະກຽມ​ຢ່າງ​ລອບ​ຄອບ, ລະອຽດ, ສືບ​ທອດ​ບົດຮຽນ​ໃນ​ວຽກ​ງານ​ບຸກຄະລາ​ກອນ​ຂອງ​ກອງ​ປະຊຸມ​ໃຫຍ່​ພັກ​ຊຸດ​ກ່ອນໆໂດຍ​ມີ​ການ​ເລືອກ​ເຝັ້ນ. ອາ​ນຸກຳມະການ​ບຸກຄະລາ​ກອນ ​ໄດ້​ຮັບ​ເອົາ​ຄວາມ​ເຫັນ​ປະກອບ ​ແລະ ລາຍ​ງານ​ຕໍ່​ກົມ​ການ​ເມືອງ​ພິຈາລະນາ, ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 11. ຕາມ​ນັ້ນ​ແລ້ວ, ​ໃນ​ບົດ​ລາຍ​ງານ​ຂອງ​ກົມ​ການ​ເມືອງ​ທີ່​ຍື່ນ​ສະ​ເໜີ​ຕໍ່​ສູນ​ກາງ ​ໄດ້​ມີ​ຄວາມ​ຮຽກຮ້ອງ​ສ້າງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 12; ມາດຕະຖານ​ກຳມະການຄະນະບໍລິຫານ​ງານ​ສູນ​ກາງ, ກຳມະການ​ກົມ​ການ​ເມືອງ, ຄະນະ​ເລຂາ, ຈຳນວນ, ​ໂຄງ​ປະກອບ, ຂັ້ນ​ຕອນ​ສະ​ເໜີ, ​ເລືອກ​ເຝັ້ນ ​ແລະ ບາງ​ແຜນ​ນະ​ໂຍບາຍ​ທີ່​ຄວນ​ຊີ້​ນຳ​ປະຕິບັດ​ໃນ​ວິວັດ​ການ​ກະກຽມ ​ແລະ ຜັນ​ຂະຫຍາຍ​ວຽກ​ງານ​ບຸກຄະລາ​ກອນ​ຄະນະ​ບໍລິຫານງານ​ສູນ​ກາງ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ສະ​ເໜີ​ໃຫ້​ບັນ​ດາ​ກຳ​ມະ​ການ​ສູ​ນ​ກາງ​ພັກ ມ​ີ​ຄວາມ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ​ຄວາມ​ໝາຍ​ອັນ​ໃຫຍ່ຫຼວງ​ຂອງ​ການ​ກະ​ກຽມ​​ບຸກ​ຄະ​ລາ​ກອນ, ສຸມ​ໃສ່​ປ​ຶກ​ສາ​ຫາ​ລື, ໄຈ້​ແຍກ, ເຮັດ​ໃຫ້​ບັນ​ດາ​ເນື້ອ​ໃນ​ດັ່ງ​ກ່າວ​ເລິກ​ເຊິ່ງ​ກ່​ວາ​ອີກ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ກໍ່ເນັ້ນ​ໜັກ​ເຖິງ​ບັນ​ດາ​ຄວາມ​ເອົາ​ໃຈ​ໃສ່​ກ່ຽວ​ກັບ​ມາດ​​ຕະຖານ​ຂອງ​ກຳ​ມະ​ການ​ຄະ​ນະ​ບ​ໍ​ລິ​ຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ຄື: ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ຄຸນ​ສົມ​ບັດ ແລະ ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ສະ​ຕິ​​ໃນ​ການຮັກ​ສາ ແລະ ປົກ​ປັກ​ຮັກ​ສາ​ຄວາມ​ສາ​ມັກ​ຄີ​ໃນ​ພັກ. ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຊີ້​ແຈ້ງວ່າ:

        “ໃນ​ວຽກ​ງານ​ກະ​ກຽມ​ບຸກ​ຄະ​ລາ​ກອນ, ຕ້ອງ​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງ​ນ້ຳ​ໃຈ​ຄວາມ​ຮັບ​ຜິດ​ຊອບ​ສູງ​ສຸດ, ຄວາ​ມ​ຍຸ​ຕິ​ທຳ, ພາ​ວະ​ວິ​ໄສ, ປອດ​ໄສ, ເປັນ​ແບບ​ຢ່າງ, ປະ​ຕິ​ບັດ​ບັນ​ດາຫຼັກ​ການ​​ຈັດ​ຕັ້ງ, ຂໍ້​ກຳ​ນົດ, ກົດ​ລະ​ບຽບ​ຂອງ​ພັກ, ​ຖືພາ​ລະ​ກິດ​ລວມ​ຂອງ​ພັກ, ຂອງ​ຊາດ​ເປັນ​ຕົ້ນ​ຕໍ. ເດັດ​ດ່ຽວ​ຕ້ານ​ທຸກໆ​​ປະ​ກົດການ​​ຂອງ​ລັດ​ທິ​ເຫັນ​ແກ່​ສ່ວນ​ຕົວ, ສວຍ​ໂອ​ກາດ, ພັກ​ຝ່າຍແບ່ງ​ແຍກ…”

        ພ້ອມ​ກັບ​ການກ​ຳ​ນົດ​ທິດ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ບຸກ​ຄະ​ລາ​ກອນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ກໍ່​ໄດ້​​ເຈາະ​ຈີ້ມ​ບັນ​ດາ​ບັນ​ຫາ​​ທີ່ກ່ຽວ​ຂ້ອງ​ເຖິງ​ຈຳ​ນວນ ແລະ ​ການ​ຈັດ​ແບ່ງ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ໃຫຍ່​ພັກ​ຄັ້ງ​ທີ 12, ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອ​ງ​ທ້ອງ​ຖິ່ນ, ໂຄງ​ການ​ສະ​ໜາມ​ບິນ​ສາ​ກົນ ລອງ​ແທ່ງ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຮຽ​ກ​ຮ້ອງ​ໃຫ້ບັນ​ດາ​ກຳ​ມະ​ການ​ສູນ​ກາງ​ພັກ ຍົກ​ສູງນ້ຳ​ໃຈຄວາມ​ຮັບ​ຜິດ​ຊອບ​ກ່​ວາ​ອີກ, ເສີມ​ຂະ​ຫຍາຍ​ພູມ​ປັນ​ຍາ, ປະ​ກອບ​ຫຼາຍ​ຄຳ​ເຫັນ​ທີ່​ເລິກ​ເຊິ່ງ, ຊັດ​ເຈນ, ຮັບ​ປະ​ກັນ​ໃຫ້​ກອງ​ປະ​ຊຸ​ມ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຄັ້ງ​ທີ 11 ບັນ​ລຸ​ຜົນ​ສຳ​ເລັດ.


ຂ່າວ/ບົດ​ອື່ນ