ວິໄສທັດ ແລະ ຍຸດທະສາດບຸກທະລຸຂອງ ຫວຽດນາມ ກ່ຽວກັບການປະຕິວັດອຸດສາຫະກຳ 4.0

(VOVWORLD) - ຖ້າຫາກວ່າທີ່ເວທີປາໄສຈັດຂຶ້ນໃນປີກາຍນີ້, ເລື່ອງ 4.0 ພຽງແຕ່ແມ່ນການແນະນຳ, ບັນຫາໃໝ່ເທົ່ານັ້ນ ຫາກໃນເວທີປາໄສປີນີ້, ຫວຽດນາມ ໄດ້ຕັ້ງເປົ້າໝາຍຫັນເປັນລະອຽດບັນດານະໂຍບາຍໃຫ້ແຕ່ລະຂະແໜງ, ໝວດຂະແໜງໃນການການປະຕິວັດນີ້.

ເວທີປາໄສຂັ້ນສູງດ້ວຍຫົວຂໍ້ວ່າ: ວິໄສທັດ ແລະ ຍຸດທະສາດພັດທະນາບຸກທະລຸໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 (ການປະຕິວັດອຸດສາຫະກຳ 4.0) ຂອງ ຫວຽດນາມ ໄດ້ຈັດຂຶ້ນໃນສະພາບການທີ່ການປະຕິວັດອຸດສາຫະກຳ 4.0 ພວມດຳເນີນໃນຂອບເຂດທົ່ວໂລກ ແລະ ສົ່ງຜົນກະທົບໂດຍກົງເຖິງພື້ນຖານເສດຖະກິດ ຫວຽດນາມ. ເຫດການນີ້ຮັບໃຊ້ໃຫ້ແຜນຮ່າງ, ທິດທາງການເຄື່ອນໄຫວ ແລະ ຍຸດທະສາດແຫ່ງຊາດກ່ຽວກັບອຸດສາຫະກຳ 4.0 ຂອງ ຫວຽດນາມ.

ວິໄສທັດ ແລະ ຍຸດທະສາດບຸກທະລຸຂອງ ຫວຽດນາມ ກ່ຽວກັບການປະຕິວັດອຸດສາຫະກຳ 4.0 - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຊົມເຂດວາງສະແດງຂອງບໍລິສັດ Viettel

        ຖ້າຫາກວ່າທີ່ເວທີປາໄສຈັດຂຶ້ນໃນປີກາຍນີ້, ເລື່ອງ 4.0 ພຽງແຕ່ແມ່ນການແນະນຳ, ບັນຫາໃໝ່ເທົ່ານັ້ນ ຫາກໃນເວທີປາໄສປີນີ້, ຫວຽດນາມ ໄດ້ຕັ້ງເປົ້າໝາຍຫັນເປັນລະອຽດບັນດານະໂຍບາຍໃຫ້ແຕ່ລະຂະແໜງ, ໝວດຂະແໜງໃນການການປະຕິວັດນີ້. ຍ້ອນເຫດນັ້ນ, ນອກຈາກວາລະເວທີປາໄສຂັ້ນສູງແລ້ວ, ໃນຂອບເຂດເຫດການຍັງມີກອງປະຊຸມສຳມະນາຫົວເລື່ອງສະເພາະ 5 ຄັ້ງ, ເພື່ອປະກອບສ່ວນແກ້ໄຂບັນດາບັນຫາຈຸດສຸມຂອງການປະຕິວັດອຸດສາຫະກຳ 4.0 ເຊິ່ງລວມມີ: ບັນດາທ່າອ່ຽງໃຫຍ່ຂອງການປະຕິວັດອຸດສາຫະກຳຄັ້ງທີ 4: ບັນດາການກະທົບ ແລະ ຂໍ້ສະເໜີແນະສຳລັບ ຫວຽດນາມ; ຕົວເມືອງສະຫຼາດ; ພັດທະນາການຜະລິດສະຫຼາດ; ກະສິກຳສະຫຼາດ; ບາດກ້າວເດີນໃໝ່ໃນຂະແໜງການເງິນ - ທະນາຄານ.

ການປະຕິວັດອຸດສາຫະກຳ 4.0 ປະຕິບັດຄາດຫວັງຄວາມສີວະໄລຂອງຊາດ

        ຕໍ່ໜ້າການພັດທະນາຢ່າງແຮງຂອງການປະຕິວັດອຸດສາຫະກຳ 4.0 ຢູ່ໃນໂລກ, ລັດຖະບານ ຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດເຖິງການສ້າງກົນໄກ, ນະໂຍບາຍພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ, ການປ່ຽນແປງໃໝ່ ແລະ ການໝູນໃຊ້ເຕັກໂນໂລຊີກ້າວໜ້າ, ຊົມໃຊ້ກາລະໂອກາດຂອງການປະຕິວັດອຸດສາຫະກຳ 4.0 ເພື່ອປະຕິບັດຄາດຫວັງຄວາມສີວິໄລຂອງຊາດ. ກ່ອນຈະດຳເນີນເວທີປາໄສຂັ້ນສູງ: “ວິໄສທັດ ແລະ ຍຸດທະສາດພັດທະນາບຸກທະລຸໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4”, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ບໍ່ພຽງແຕ່ລັດຖະບານ, ວິສາຫະກິດເທົ່ານັ້ນ ຫາກທັງປະຊາຊົນກໍ່ລ້ວນແຕ່ຕ້ອງມີສະຕິຄວາມຮັບຮູ້ໃຫ້ດີກ່ວາ ເພື່ອໝູນໃຊ້ບັນດາຄວາມກ້າວໜ້າດ້ານວິທະຍາສາດເຕັກນິກເຂົ້າບັນດາຂົງເຂດຂອງການປະຕິວັດ 4.0 ຢ່າງທັນການ, ຈາກການສ້າງລັດຖະບານເອເລັກໂຕນິກ ຕະຫຼອດຮອດນະຄອນສະຫຼາດ. ພ້ອມກັນນັ້ນ, ແມ່ນການບຳລຸງສ້າງຊັບພະຍາກອນມະນຸດທີ່ດີກ່ວາໃຫ້ແກ່ການປະຕິວັດອຸດສາຫະກຳ 4.0:

        “ການໝູນໃຊ້, ນຳໃຊ້, ຮັບມື, ສະກັດກັ້ນບັນດາຜົນກະທົບຫຍໍ້ທໍ້ເພື່ອພັດທະນາໃຫ້ດີກ່ວາ, ສ້າງໃຫ້ສົມບູນແບບກ່ວາ, ສ້າງກາລະໂອກາດອະນຸຍາດດ້ວຍຖານະແມ່ນປະເທດໄປຕາມຫຼັງອາດຈະຮັດແຄບຊ່ອງຫວ່າງພັດທະນາກັບບັນດາປະເທດກ້າວໜ້າໄດ້ຢ່າງວ່ອງໄວ. ນີ້ແມ່ນບັນຫາທີ່ພວກຂ້າພະເຈົ້າໄດ້ຄົ້ນຄິດວາງອອກ, ຫວັງວ່າບັນດານັກຊ່ຽວຊານ, ບັນດານັກປາຖະກະຖາ, ບັນດານັກວິທະຍາສາດ, ບັນດາວິສາຫະກິດຈະສືບຕໍ່ສະໜັບສະໜູນ ຫວຽດນາມ ກ້າວເດີນໃນການປະຕິວັດທົ່ວໂລກນີ້. ຍ້ອນເຫດນັ້ນ, ຫວຽດນາມ ໄດ້ວາງອອກຄຳຮຽກຮ້ອງຕ້ອງການນັ້ນແມ່ນ ດຶງດູດບັນດານັກຊ່ຽວຊານ, ບັນດານັກວິທະຍາສາດ, ບັນດາຮູບແບບວິສາຫະກິດສາກົນ ແລະ ພາຍໄປໃນປະເທດເພື່ອພ້ອມກັນກ້າວເດີນໃນການປະຕິວັດ 4.0 ໃຫ້ດີກ່ວາອີກ.”

ວິໄສທັດ ແລະ ຍຸດທະສາດບຸກທະລຸຂອງ ຫວຽດນາມ ກ່ຽວກັບການປະຕິວັດອຸດສາຫະກຳ 4.0 - ảnh 2 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບບັນດາວິສາຫະກິດ, ນັກປາຖະກະຖາທີ່ເຂົ້າຮ່ວມເວທີປາໄສ

        ສຸມໃສ່ເຂົ້າໃນບັນດາຂົງເຂດຫຼັກແຫຼ່ງຂອງອຸດສາຫະກຳ 4.0

        ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ທັດສະນະຊີ້ນຳຂອງລັດຖະບານ ແມ່ນສຸມໃສ່ກໍ່ສ້າງ, ພັດທະນາພື້ນຖານເສດຖະກິດ ດີຈີຕອນ ແລະ ອຸດສາຫະກຳສະຫຼາດ, ຖືນີ້ແມ່ນໜ້າທີ່ຈຸດສຸມ, ຫຼັກແຫຼ່ງຂອງການສ້າງໂຄງປະກອບພື້ນຖານເສດຖະກິດຕິດພັນກັບການຫັນປ່ຽນຮູບແບບການເຕີບໂຕຄືນໃໝ່ຕາມທິດຍົກສູງສະມັດຕະພາບ, ຄຸນນະພາບ, ມີປະສິດທິຜົນ ແລະ ກຳລັງແກ່ງແຍ້ງ. ຈາກທັດສະນະນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ໃຫ້ເຫັນບາງເນື້ອໃນຈຸດສຸມຄວນປະຕິບັດເມື່ອ ຜັນຂະຫຍາຍການປະຕິວັດອຸດສາຫະກຳ 4.0. ນັ້ນແມ່ນ:

        “ສຸມໃສ່ສ້າງລະບອບລະບຽບການ, ກົນໄກ, ນະໂຍບາຍ, ກົດໝາຍສົມບູນໃຫ້ແກ່ການພັດທະນາພື້ນຖານເສດຖະກິດ ດີຈີຕອນ, ອຸດສາຫະກຳສະຫຼາດ. ສ້າງຍຸດທະສາດສັງລວມ ກ່ຽວກັບການຫັນປ່ຽນດີຈີຕອນ ແລະ ພື້ນຖານຂໍ້ມູນແຫ່ງຊາດເປັນພື້ນຖານໃຫ້ແກ່ການສ້າງຍຸດທະສາດ, ແຜນການຫັນປ່ຽນດີຈີຕອນໃນແຕ່ລະຂະແໜງ, ແຕ່ລະຂົງເຂດ. ການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນການປະຕິຮູບລະບຽບການບໍລິຫານຢ່າງແຮງ; ສ້າງລັດຖະບານເອເລັກໂຕນິກ, ສະໜອງການບໍລິການໂດຍກົງທາງອິນເຕີເນັດ. ສ້າງລະບົບພື້ນຖານໂຄງລ່າງຄົບຊຸດ, ໃນນັ້ນມີເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ໂຄງລ່າງຂໍ້ມູນຂ່າວສານສວມບົດບາດ “ໂຄງລ່າງຂອງໂຄງລ່າງ” ໃຫ້ແກ່ພື້ນຖານດີຈີຕອນ. ສຸມໃສ່ລົງທຶນຫັນເປັນທັນສະໄໝຄົບຊຸດ, ເຊື່ອມຕໍ່ລະບົບພື້ນຖານໂຄງລ່າງຂໍ້ມູນຂ່າວສານແຫ່ງຊາດ, ເຊິ່ງລວມມີ: ໂຄງລ່າງໂທລະຄົມມະນາຄົມ, ໂຄງລ່າງຂໍ້ມູນເອກະສານ, ໂຄງລ່າງຂໍ້ມູນຂ່າວສານ ແລະ ໂຄງລ່າງພູມປັນຍາ”

        ກ່ຽວກັບການປະຕິວັດອຸດສາຫະກຳ 4.0, ປະຈຸບັນລັດຖະບານໄດ້ປະກາດໃຊ້ຄຳສັ່ງເລກທີ 16 ດ້ວຍຫຼາຍມາດຕະການສຳຄັນກ່ຽວກັບການພັດທະນາໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານ; ບຸລິມະສິດພັດທະນາອຸດສາຫະກຳເຕັກໂນໂລຊີດີຈີຕອນ, ກະສິກຳສະຫຼາດ, ການທ່ອງທ່ຽວສະຫຼາດ, ຕົວເມືອງສະຫຼາດ; ຊຸກຍູ້ລະບົບຊີວະພາບເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ. ໃນເບື້ອງຕົ້ນ, ຫວຽດນາມ ໄດ້ໝູນໃຊ້ບັນດາເຕັກໂນໂລຊີກ້າວໜ້າຂອງການປະຕິວັດ 4.0 ຄື: ການຄິດໄລ່ກາງຫາວ, ພູມປັນຍາທຽມ, robot, ການເຊື່ອມຕໍ່ອິນເຕີເນັດ ເຂົ້າໃນຂົງເຂດອຸດສາຫະກຳ, ກະສິກຳ, ການບໍລິຫານ. ຫວຽດນາມ ພວມສ້າງຕັ້ງລະບົບຊີວະພາບ ເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ, ເຊິ່ງແມ່ນເງື່ອນໄຂສຳຄັນເພື່ອໝູນໃຊ້ຜົນງານຂອງການປະຕິວັດອຸດສາຫະກຳ 4.0. ຫວຽດນາມ ມີວິສາຫະກິດເລີ່ມທຸລະກິດປະມານ 3000 ແຫ່ງ ແລະ ກໍ່ມີບັນດາວິສາຫະກິດຢູ່ທົ່ວໂລກ, ແມ່ນບັນດາປັດໄຈສຳຄັນເພື່ອຮັບເອົາບົດຮຽນຂອງໂລກ, ຍູ້ແຮງການປະຕິບັດພາລະກິດການປະຕິວັດອຸດສາຫະກຳ 4.0 ຢູ່ ຫວຽດນາມ. ມາຮອດປະຈຸບັນ, ການບໍລິການສ່ວນຫຼາຍຂອງ ຫວຽດນາມ ໄດ້ຫັນປ່ຽນໄປສູ່ການບໍລິການໂດຍກົງທາງເຄືອຂ່າຍອິນເຕີເນັດ (ດ້ວຍອັດຕາສ່ວນ 88%), ໃນນັ້ນມີກ່ວາ 10% ໄດ້ຢູ່ໃນລະດັບ 3 ແລະ 4.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ