ສິ່ງທ້າທາຍທີ່ມີຕໍ່ທ່ານ Donald Trump ປະທານາທິບໍດີຄົນໃໝ່ຂອງອາເມລີກາ

ວັນ​ທີ 20/1, ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ຂອງ​ອາ​ເມ​ລີ​ກາ Donald Trump ໄດ້​ສະ​ບານ​ຕົວ​ເຂົ້າ​ດຳ​ລົງ​ຕຳແ​ໜ່ງ ແທນ​ໃຫ້​ທາ່ນ Barack Obama ເພື່ອ​ກາຍ​ເປັນ​ປະ​ທາ​ນານິບໍ​ດີ​ຄົນ​ທີ 45 ຂອງ​ອາ​ເມ​ລິ​ກາຊຶ່ງ​ກໍ​ມີ​ຄວາມ​ໝາຍ​ປຽບ​ເໝືອນ​ກັບ​ເລື່ອງ​ທ່ານ Donald Trump ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງທ້າທາຍ​ທາງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດຫຼາຍ​ຢ່າງ​, ໃນ​ນັ້ນ​ລວມ​ທັງ​ການ​ແກ້​ໄຂ​ສາຍ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ ເພື່ອ​ເຮັດ​ແນວ​ໃດ​ຈະ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ອັນ​ໃຫຍ່ຫຼວງ​ໃຫ້​ແກ່​ອາ​ເມ​ລິ​ກາ. ນີ້​ແມ່ນ​ໜ້າ​ທີ່​ບໍ່​ງ່າຍ​ດາຍ​ແຕ່​ຢ່າງ​ໃດ.

 

ສິ່ງທ້າທາຍທີ່ມີຕໍ່ທ່ານ Donald Trump ປະທານາທິບໍດີຄົນໃໝ່ຂອງອາເມລີກາ  - ảnh 1
ທ່ານ Donald Trump ປະ​ທາ​ນານິບໍ​ດີ​ຄົນ​ທີ 45 ຂອງ​ອາ​ເມ​ລິ​ກາ

      ບັນ​ດາ​ສິ່ງ​ທ້າ​ທາຍ​ດ້ານ​ການ​ຕ່າງ​ປະ​ເທດ​ຊຶ່ງວົງ​ການ​ນັກ​ໄຈ້​ແຍກ​ໄດ້​ໃຫ້​ຂ້ໍ​ສັງ​ເກດ ຈະ​ກໍ່​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່ ປະ​ທາ​ນານິບໍ​ດີ​ຄົນ​ທີ 45 ຂອງ​ອາ​ເມ​ລິ​ກາ, ນັ້ນ​ແມ່ນ​ການ​ແກ້​ໄຂ​ການ​ພົວ​ພັນ​ກັບ​ລັດ​ເຊຍ, ຈີນ, ສະ​ຫະ​ພາບ​ເອີ​ລົບ​, ບັນ​ຫາ​ນິວ​ເຄຼຍ​ຂອງ ສ.ປ.ປ.ເກົາຫຼີ, ຊີ​ຣີ, ບັນ​ຫາ​ການ​ຄ້າ​ເສ​ລີ….

      ​ແກ້​ໄຂ​ການ​ພົວ​ພັນ​ກັບ​ລັດ​ເຊຍ, ຈີນ, ສະ​ຫະ​ພາບ​ເອີ​ລົບ

   ສາຍ​ພົວ​ພັນ​ກັບ​ລັດ​ເຊຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບັນ​ຫາ​ຈະ​ເຮັດ​ໃຫ້​ທ່ານ Donald Trump ເຈັບ​ຫົວ. ການ​ພົວ​ພັນ​ລະ​ຫວ່າງວໍ​ຊິງ​ຕັນ-ມົດ​ສ​ກູ​ ຍາມໃດ​ກໍ​ຖືກ​ຕົກ​ຢູ່​ໃນ​ສະ​ພາບ​ເຄັ່ງ​ຕຶງນັບ​ແຕ່​ເວ​ລາ​ລັດ​ເຊຍ​ໂຮມ​ແຫຼມ Crimea ເຂົ້າ​ດິນ​ແດນ​ຂອງ​ຕົນ​ເມື່ອ​ປີ 2014 ແລະ ອາ​ເມ​ລິ​ກາໄດ້​ກ່າວ​ຫາ​ລັດ​ເຊຍ​ໜູນຫຼັງ​ແກ່​ກຳ​ລັງ​ທວ​ງ​ເອົາ​ເອ​ກະ​ລາດ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຢູກ​ະແຣນ. ນັບ​ແຕ່ໄດ້​ຮັບໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​, ທ່ານ Donald Trump ໄດ້​ສະ​ແດງຄວາມ​ຫວັງ​ມາ​ເປັນຫຼາຍ​ຄັ້ງວ່າ ຢາກ​ສ້າງ​ສາຍ​ພົວ​ພັນ ອາ​ເມ​ລິ​ກາ-ລັດ​ເຊຍ​ໃຫ້​ອົບ​ອຸ່ນ​ຂຶ້ນ. ທ່ານ Donald Trump ໄດ້​​ແຕ່ງ​ຕັ້ງທ່ານ Rex Tillerson ຊຶ່ງ​ແມ່ນ​ນັກ​ທຸ​ລະ​ກິດມີ​ການ​ພົວ​ພັນ​ຢ່າງ​ສະ​ໜິດ​ແໜ້ນ​ກັ​ບ​ລັດ​ເຊຍເປັນລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດໃນ​ອຳ​ນາດ​ການ​ປົກ​ຄອງ​ໃໝ່. ສິ່ງນີ້​ຍິ່ງ​ເປັນ​ການ​ປັບ​ປຸງ​ເຈດ​ຕະ​ນາ​ດີ​ຢາກ​ປົວ​ແປງ​ສາຍ​ພົວ​ພັນ​ກັບ​ລັດ​ເຊຍ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ Donald Trump.

     ໃນ​ສະ​ພາ​ວະ​ທີ່ ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ຫາ​ກໍ​ປະ​ກາດ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຢ່າງ​ແຮງ​​ແນ​ໃສ່​ລັດ​ເຊຍ​ຊຶ່ງກ່ຽວ​ຂ້ອງ​ເຖິງ​ການ​ກ່​າວ​ຫາ​ລັດ​ເຊຍ​ມົດ​ສະ​ກູ​ແຊກ​ແຊງ​ເຂົ້າການ​ເລືອກ​ຕັ້ງ ປະ​ທາ​ນານິບໍ​ດີ​ອາ​ເມ​ລິ​ການັ້ນ, ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ຂອງ​ອາ​ເມ​ລີ​ກາ Donald Trump ພັດ​ຖະ​ແຫຼງປະ​ປ່ອຍໃຫ້​ເປີດ​ກໍ​ລະ​ນີ​ຍົກ​ເລີກ​ຄຳ​ສັ່ງ​ລົງ​ໂທດ​ຖ້າ​ຫາກ​ມົດ​ສະ​ກູ​ໜູນ​ຊ່ວຍ​ວໍ​ຊິງ​ຕັນ​ໃນ​ການ​ສູ້​ຮົບ​ຕ້ານກໍ່​ການ​ຮ້າຍ ແລະ ບັນ​ດາ​ເປົ້າ​ໝາຍ​ທີ່​ສຳ​ຄັນ​ອື່ນໆ. ​ແຕ່​ທ່ານ Konstantin Kosachev ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການສະ​ພາ​ສູງ ລັດ​ເຊຍ ຖື​ວ່າ ລັດ​ເຊຍບໍ່​ຄວນ​ຟ້າວ​ຝັ່ງ, ຫາກ​ຈຳ​ເປັນ​ຕ້ອງ​ລະ​ມັດ​ລະ​ວັງ​ຕໍ່​ຂໍ້​ສະ​ເໜີ​ຂອງ Donald Trump.

        ສຳ​ລັບ​ຈີນ, ປະ​ທາ​ນານິບໍ​ດີ​ຄົນ​ທີ 45 ຂອງ​ອາ​ເມ​ລິ​ກາຍັງ​ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງກ່ຽວ​ກັບ​ເສດ​ຖະ​ກິດ, ການ​ຄ້າ ແລະ ບັນ​ດາ​ໄພ​ນາບ​ຂູ່​ຕໍ່​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ. ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ, ທ່ານ Donald Trump ເຄີຍ​ຕຳ​ໜິ​ຕິ​ຕຽນ​ຈີນກໍ່​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ບັນ​ດາ​ບໍ​ລິ​ສັດ​ອາ​ເມ​ລິ​ກາ​ໃນ​ການ​ແກ່ງ​ແຍ້ງ ແລະ ຈັດ​ວາງ​ອັດ​ຕາ​ພາ​ສີ​ສູງ​ສຳ​ລັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ນຳ​ເຂົ້າ​ຈີນຈາກ​ເອ​ເມ​ລິ​ກາ. ທ່ານ​ນາບ​ຂູ່​ວ່າ ຈະ​ຈັດ​ວາງ​ອັດ​ຕາ​ພາ​ສີ​ນຳ​ເຂົ້າ 45% ສຳ​ລັບ​ສິນ​ຄ້າ​ຂອງ​ຈີນ. ແຕ່​ສິ່ງນີ້​ກໍ​ບໍ່​ແມ່ນ​ງ່າຍ​ດາຍເລີຍ. ຕາມ​ສາດ​ສະ​ດາ​ຈານ Anatol Lieven ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ Geogetown ແລ້ວ, ທ່ານ Donald Trump ຈະ​ບໍ່​ມີ​ທາງ​ເລືອກ​ໃດ​ອີກນອກ​ເໜືອ​ຈາກ​ການ​ສ້າງ​ສາຍ​ພົວ​ພັນ​ດ້ານ​ການ​ຄ້າ​ໃໝ່​ກັບ​ຈີນ​ເພື່ອ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ແຮງ​ງານ ແລະ ບັນ​ດາ​ບໍ​ລິ​ສັດ​ອາ​ເມ​ລິ​ກາ. ໃນ​ສະ​ພາບ​ທີ່​ເສດ​ຖະ​ກິດ​ຈີນ​ພວມ​ພັດ​ທະ​ນາ​ຊັກ​ຊ້າ​ລົງ, ບັນ​ຫາ​ນີ້​ຍິ່ງ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ ແລະ ອຳ​ນາດ​ການ​ປົກ​ຄອງ​ໃໝ່​ຕ້ອງຍອມ​ຮັບ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວບາງ​ຢ່າງ. ໃນ​ຂົງ​ເຂດ​ການ​ເມືອງ, ເລື່ອງ​ທ່ານ Donald Trump​ ກາຍ​ເປັນປະ​ທາ​ນານິບໍ​ດີ​ຄົນ​ທຳ​ອິດຂອງ​ອາ​ເມ​ລິ​ກາດຳ​ເນີນ​ການ​ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ​ກັບ​ການ​ນຳ​ໄຕ້​ຫວັນ​ແຫ່ງ​ປະ​ເທດ​ຈີນ ນັບ​ແຕ່​ປີ 1979 ເປັນ​ຕົ້ນ​ມາ ໄດ້​ປະ​ສົບ​ກັບ​ການ​ຄັດ​ຄ້ານ​ຈາກ​ຈີນ. Donald Trump ຍັງ​ສະ​ແດງ​ການ​ລະ​ແວງ​ສົງ​ໄສ​ຂະ​ນະ​ທີ່​ຖື​ວ່າ ຈີນຍັງ​ຄົງ​ບໍ່​ໃຫ້​ການ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ​ໃນ​ບາງ​ບັນ​ຫາ​ຄື: ເງິນ​ຕາ, ສ.ປ.ປ. ເກົາຫຼີຫຼື​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

     ບັນ​ຫາ​ຊີ​ຣີ, ສ.ປ.ປ.ເກົາຫຼີ ແລະ ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື

   ຂະ​ນະ​ທີ່​ທ່ານ Donald Trump ກາຍ​ເປັນ​ຜູ້​ນຳ​ທຳ​ນຽບ​ຂາວ, ການ​ປະ​ທະ​ກັນ​ຢູ່​ຊີ​ຣີ​ໄດ້​ແກ່​ຍາວ​ໄປ​ຮອດ​ປີ​ທີ 6. ທ່ານ Donald Trump ເຄີຍ​ເຕື້ອງ​ເຖິງ​ກໍ​ລະ​ນີ​ຈະຫຼຸດ​ຜ່ອນ​ການ​ໜູນຫຼັງ​ບັນ​ດາ​ກຸ່ມ​ຝ່າຍ​ຄ້ານ​ຢູ່​ຊີ​ຣີ ແລະ ແທນ​ທີ່​ຈະ​ສຸມ​ໃສ່​ດັບ​ສູນ​ອົງ​ການກໍ່​ການ​ຮ້າຍ​ລັດ​ອິດ​ສະ​ລາມ IS ໂດຍ​ອ້າງ​ຊື່​ເອງ. ບໍ່​ພຽງ​ແຕ່​ເຊັ່ນ​ນັ້ນ, ປະ​ທາ​ນານິບໍ​ດີ​ຄົນ​ທີ 45 ຂອງ​ອາ​ເມ​ລິ​ກາໄດ້​ຍົກ​ອອກ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ວິ​ທີ​ສຳ​ພັດ​ກັບອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານປະ​ທາ​ນານິບໍ​ດີ​ Assad. ບັນ​ດາ​ຜູ້​ຊ່ຽວ​ຊານ​ຖື​ວ່າ ອາດ​ຈະ​ແມ່ນ​ວ່າ ທ່ານ Donald Trump ຈະ​ຮັກ​ສາ​ບົດ​ບາດ​ການ​ທະ​ຫານ​ຂອງ​ອາ​ເມ​ລິ​ກາ​ຢູ່​ຊີ​ຣີ​ຄື​ດັ່ງ​ສະ​ໄໝປະ​ທາ​ນານິບໍ​ດີ​ອາ​ເມ​ລິ​ກາ Barack Obama. ແຕ່​ບາງ​ເທື່ອ ທ່ານ Donald Trump ຈະ​ແຊກ​ແຊງ​ເຂົ້າ​ວິ​ວັດ​ການສ້າງ​ສາ​ຊີ​ຣີ​ຄືນ​ໃໝ່. ນອກ​ຈາກນັ້ນ, ທ່ານ Donald Trump ຍັງ​ຕ້ອງ​ແກ້​ໄຂ​ບັນ​ດາ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ຈາກ​ບັນ​ດາ​ກໍ​ລະ​ນີ​ທົດ​ລອງ​ນິວ​ເຄຼຍ ແລະ ຍິງ​ລູກ​ສອນ​ໄຟ​ຂອງ ສ.ປ.ປ.ເກົາຫຼີ​ໃນ​ສະ​ພາ​ວະ​ທີ່​ຜູ້​ຊ່ຽວ​ຊານຫຼາຍ​ທ່ານ​ຖື​ວ່າ ນີ້ບໍ່​ແມ່ນ​ບັນ​ຫາ​ທີ່​ທ່ານ Donald Trump ກຳ​ບັນ​ຫາ​ຢ່າງ​ຈະແຈ້ງ.

         ດ້ວຍ​ຄ​ຳຂວັນ “ ປະ​ເທດ​ອາ​ເມ​ລິ​ກາ ແມ່ນ​ສຳ​ຄັນ​ເໜືອ​ກ່​ວາ​ສິ່ງ​ໃດ​ໝົດ ”, ທ່ານ Donald Trump ໄດ້​ຊອກ​ຫາ​ວິ​ທີ​ຖອນ​ອອກ​ຈາກ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ດັບ​ພາກ​ພື້ນ ແລະ ໂລກ​ຊຶ່ງ​ອາ​ເມ​ລິ​ກາ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ. ນັບ​ແຕ່​ເມື່ອ​ດຳ​ເນີນ​ບັ້ນຫາ​ສຽງ​ເລືອກ​ຕັ້ງ, ທ່ານ Donald Trump​ ໄດ້ຖະ​ແຫຼງຫຼາຍ​ຄັ້ງ ຄັດ​ຄ້ານ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ເພາະ​ມັນ​ເຮັດ​ໃຫ້​ຊາວ​ອາ​ເມ​ລິ​ກາ​ຖືກວ່າງ​ງານ. ໃນ​ຂະ​ນະ​ທີ່​ທ່ານ Donald Trump ຢືນ​ຢັນ ອາ​ເມ​ລິ​ກາ​ຈະ​ຖອນ​ອອກ​ຈາກ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ TPP ນັ້ນ, ທ່ານ Wilbur Ross ຜູ້​ໄດ້​ຮັບ​ເລືອກ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຄ້າ​ອາ​ເມ​ລິ​ກາ ຢືນ​ຢັນ​ວ່າ ສັນ​ຍາ​ການ​ຄ້າ​ເສ​ລີອາ​ເມ​ລິ​ກາ​ເໜືອ (NAFTA) ກໍ​​ແມ່ນໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ພິ​ຈາ​ລະ​ນາ​ທຳ​ອິດ​ຂອງ​ລັດ​ຖະ​ບານ​ໃໝ່. ແຕ່​ບັນ​ດາ​ໜ້າ​ທີ່ນີ້​ຍັງ​ຈະ​ກໍ່​ຜົນ​ກະ​ທົບ​ເຖິງ​ເສດ​ຖະ​ກິດ​ອາ​ເມ​ລິ​ກາ.

     ໂດຍ​ເຄີຍໄດ້​ຮັບ​ໄຊ​ຊະ​ນະຢ່າງ​ກະ​ທັນ​ຫັນ​ໃນ​ການ​ເລືອກ​ຕັ້ງ​ອາ​ເມ​ລິ​ກາ​ເມື່ອ​ເດືອນ 11/2016 ນັ້ນ, ທ່ານ Donald Trump ຈະ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ແກ້​ໄຂ​ບັນ​ດາ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ໃນ​ອາ​ຍຸ​ການ 4 ປີ​ຂອງ​ທ່ານຫຼືບໍ່. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ນີ້​ແມ່ນ​ໜ້າ​ທີ່ບໍ່​ງ່າຍ​ດາຍ​ສຳ​ລັບ​ຜູ້​ນຳ​ປະ​ເທດ​ທີ່​ມີ​ພື້ນ​ຖານ​ເສດ​ຖະ​ກິດ​ເບີ 1 ຂອງ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ