ສິດເສລີໃນການສ້າງສະມາຄົມຕາມລັດຖະທຳມະນູນ


(vovworld) - ສິດ​ເສລີ​ໃນ​ການສ້າງ​ສະມາຄົມ​ ​ແມ່ນ​ໜຶ່ງ​ໃນ​ບັນດາ​ສິດ​ທີ່​ເປັນ​ພື້ນຖານ​ຂອງ​ພົນລະ​ເມືອງ​, ເຊິ່ງລັດ​ຫວຽດນາມ​ໄດ້​ຮັບຮອງ, ​ເຄົາລົບ​ໃນ​ລັດຖະທຳ​ມະນູນ ​ແລະ ກົດໝາຍ. ສິດ​ນີ້​ໄດ້ ​ແລະ ພວມ​ໄດ້​ຮັບ​ການ​ຮັບປະກັນ ​ແລະ ​ເສີມ​ຂະຫຍາຍ​ໃນ​ພຶດຕິ​ກຳ​ຕົວ​ຈິງ​ຢູ່​ຫວຽດນາມ. ​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ສວຍ​ໃຊ້​ສິດ​ເສລີ​ໃນ​ການ​ສ້າງ​ສະມາຄົມ​ເພື່ອ​ຕ້ານ​ທຳລາຍ​ລັດ​ຫວຽດນາມ ພັດ​ແມ່ນ​ການ​ກະທຳ​ທີ່​ຜິດ​ກົດໝາຍ.

ສິດເສລີໃນການສ້າງສະມາຄົມຕາມລັດຖະທຳມະນູນ - ảnh 1

ລັດຖະທຳ​ມະນູນ​ຫວຽດນາມ​ປີ 2013

        ​ໃນ​ມາດຕາ 25 ຂອງລັດຖະທຳ​ມະນູນ​ຫວຽດນາມ​ປີ 2013 ກຳນົດ​ວ່າ: “ພົນລະ​ເມືອງ​ມີ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ສິດ​ເສລີ​ໃນ​ຂົງ​ເຂດ​ສື່​ມວນ​ຊົນ, ສຳ​ພັດ​ກັບ​ຂໍ້​ມູນ​ຂ່າວ, ​ປະຊຸມ, ສ້າງ​ສະມາຄົມ, ​ແຫ່​ຂະ​ບວນປະ​ທ້ວງ“. ​ຫວຽດນາມ​ຍັງ​ກຳນົດ​ການ​ປະຕິບັດ​ສິດ​ເຫຼົ່າ​ນັ້ນຢູ່​ເອກະສານ​ນິຕິ​ກຳ​ຕ່າງໆ​ກ່ອນ​ນັ້ນ​ເຊັ່ນ: ລັດຖະດຳລັດ​ 102/ດລ/ກ 004 ລົງ​ວັນ​ທີ 20/5/1957, ກົດໝາຍ​ວ່າ​ດ້ວຍ​ພົນລະ​​ເຮືອນ​ຫວຽດນາມ​ປີ 2005, ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ລັດຖະບານ, ດຳ​ເລັດ​ 45/2010/ດລ-ລບ, ດຳ​ລັດ​ 33/2012/ດລ-ລບຂອງ​ລັດຖະບານ​ກ່ຽວ​ກັບ​ການຈັດ​ຕັ້ງ, ການ​ເຄື່ອນ​ໄຫວ ​ແລະ ການ​ຄຸ້ມ​ຄອງ​ສະມາຄົມ…

ສະມາຄົມ​ນັບ​ຮ້ອຍ​ແຫ່ງ, ອົງການ​ຈັດ​ຕັ້ງ​ສະມາຄົມ​ນັບ​ພັນ​ແຫ່ງ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ

        ຕາມລັດຖະທຳ​ມະນູນ ​ແລະ ກົດໝາຍ​ຫວຽດນາມ​ແລ້ວ, ພົນລະ​ເມືອງ​ຫວຽດນາມ​ທຸກ​ຄົນ​ລ້ວນ​ແຕ່​ມີ​ສິດ​ເຂົ້າ​ຮ່ວມ ຫຼື​ບໍ່​ເຂົ້າ​ຮ່ວມ​ບັນດາ​ອົງການ​ຈັດ​ຕັ້ງ​ສະມາຄົມ. ລັດ​ໜູນ​ຊ່ວຍ​ພະນັກງານ​ບັນຈຸ, ງົບປະມານ​ເຄື່ອນ​ໄຫວ​​ໃຫ້​ບັນດາ​ສະມາຄົມ​ພິ​ເສດ​ເຊັ່ນ: ສະ​ມາ​ຄົມ​ຊາວ​ກະ​ສີກ​ອນ, ສະມາຄົມ​ແມ່ຍິງ, ກຳມະບານ…ບັນດາ​ສະມາຄົມ​ທີ່​ມີ​ລັກສະນະ​ວິຊາ​ຊີບ​ຄື: ສະມາຄົມ​ນັກ​ປະພັນ, ສະມາຄົມ​ນັກ​ຂ່າວ, ສະມາຄົມ​ວັນນະ​ສິນ, ຫຼື​ບັນດາ​ສະ​ມາ​ຄົມ​ເສດຖະກິດ​ຄື: ສະມາຄົມ​ວິ​ສາ​ຫະກິດ, ນັກທຸລະກິດ… ທີ່​ມີ​ຈຸດປະສົງ, ທິດ​ທາງ​ເຄື່ອນ​ໄຫວ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ ​ແລະ ບັນດາ​ມາດ​ຖານ​ສັງຄົມ. ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ສະມາຄົມ​ເຫຼົ່າ​ນັ້ນ​ໃນ​ການ​ສ້າງ​ຕັ້ງ ​ແລະ ຮັກສາ​ການ​ເຄື່ອນ​ໄຫວ. ປະຈຸ​ບັນ, ຫວຽດນາມ​ມີ​ປະມານ 460 ສະມາຄົມ, ອົງການ​ຈັດ​ຕັ້ງ​ສັງຄົມ, ວິຊາຊີບທີ່​ພວມ​ເຄື່ອນ​ໄຫວ​ໃນ​ທົ່ວ​ປະ​ເທດ; ມີ 20 ອົງການ​ຈັດ​ຕັ້ງ​ກຳມະບານ​ຂະ​ແໜງ; 36​.000 ກວ່າ​ອົງການ​ຈັດ​ຕັ້ງ​ສະມາຄົມ, ສະຫະ​ສະມາຄົມ, ສະ​ໂມ​ສອນ​ຢູ່​ທ້ອງ​ຖີ່​ນພວມ​ເຄື່ອນ​ໄຫວ​ໃນ​ຫຼາຍ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ. ບັນດາ​ອົງການ​ຈັດ​ຕັ້ງ​ສະມາຄົມ, ສະຫະ​ສະມາຄົມ… ​ເຄື່ອນ​ໄຫວ​ຕົ້ນຕໍ​ໃນ​ບາງ​ຂົງ​ເຂດ​ຄື: ມະນຸດສະທຳ, ກຸສົນ, ສະໜອງ​ການ​ບໍລິການ​ສຶກສາ, ບຳລຸງ​ສ້າງ, ​ເບິ່ງ​ແຍງ​ສຸຂະພາບ, ກິລາ​ກາ​ຍະ​ກຳ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ…

ຄວາມ​ຈິງ​ແລ້ວ, ບັນດາ​ສະມາຄົມ, ອົງການ​ຈັດ​ຕັ້ງ​ສະມາຄົມ, ພິ​ເສດ​ແມ່ນ​ບັນດາ​ສະມາຄົມ​ເສດຖະກິດ​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເຂົ້າ​ໃນ​ວິວັດ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ສະ​ແດງ​ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ສະມາຊິກ​ສະມາຄົມ​ກັບ​ອຳນາດ​ການ​ປົກຄອງ, ໜູນ​ຊ່ວຍ​ສະມາຊິກ​ສະມາຄົມ​ໃນ​ການ​ເຄື່ອນ​ໄຫວ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ ກໍ່​ຄື​ແກ້​ໄຂ​ການ​ຂັດ​ແຍ້​ງກັນດ້ານ​ການ​ຄ້າ, ສະໜອງ​ຂໍ້​ມູນ​ຂ່າວ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ການ​ຜະລິດ ​ແລະ ຕະຫຼາດ… ສະມາຄົມ​ເຫຼົ່າ​ນັ້ນ​ກໍ່​ມີ​ບົດບາດ​ນັບ​ມື້​ນັບ​ຕັ້ງໜ້າ​ໃນ​ການ​ໃຫ້​ຄຳ​ປຶກສາ, ​ໄຈ້​ແຍກ​ຕີ​ລາຄາ​ບັນດາ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ, ບັນດາ​ລາຍການ ​ແລະ ​ໂຄງການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ລັດຖະບານ ​ແລະ ທ້ອງ​ຖີ່​ນ.

        ບັນດາ​ອົງການ​ຈັດ​ຕັ້ງ​ສະມາຄົມ​ທີ່ປອມຕົວ

        ​ໂດຍ​ສວຍ​ໃຊ້​ສິດ​ເສລີ​ໃນ​ການ​ສ້າງ​ຕັ້ງ​ສະມາຄົມ ​ແລະ ການ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ຂອງ​ລັດ​ທີ່​ມີ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສະມາຄົມ, ສະຫະ​ສະມາຄົມ​ນັ້ນ, ຫວ່າງ​ແລ້ວ​ນີ້, ບັນດາ​ພວກ​ທີ່​ເປັນ​ປໍ​ລະ​ປັກ​ກັບ​ຫວຽດນາມ​ໄດ້​ສ້າງ​ສະມາຄົມທີ່​ປອມ​ຕົວ, ຜິດ​ກົດໝາຍຈຳນວນ​ໜຶ່ງຂຶ້ນ, ​ເພື່ອ​ເຄື່ອນ​ໄຫວ​ຕ້ານ​ລັດຫວຽດນາມ. ຕົວຢ່າງ​ຄື​ອົງການ​ປະຕິ​ການ “ຫວຽດ​ເຕິ​ນ“ ​ໄດ້​ສ້າງ​ອັນ​ທີ່​ເອີ້ນ​ວ່າ “ສະມາຄົມ​ບັນດາ​ເພື່ອນ​ມິດ​ຂອງ​ຫວຽດ​ເຕິ​ນ“, “​ເພື່ອນ​ຂອງ​ຫງວຽນ​ກວົກກວນ“ ​ໃນ Facebook ​ເພື່ອ​ດຶງ​ດູດ, ​ເຊື່ອມ​ຕໍ່​ກັບ​ຜູ້​ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ລະ​ເມີດ​ຄວາມ​ສະ​ຫົງ​ບ​ແຫ່ງ​ຊາດ. ມີ​ບາງ​ຄົນ​ໄດ້​ອ້າງ​ຕົວ​ວ່າ​ແມ່ນ “ນັກ​ປະຊາທິປະ​ໄຕ“ ​​ຮຽກຮ້ອງ​ສ້າງ​ຕັ້ງ​ອັນ​ທີ່​ເອີ້ນ​ວ່າ “ສະມາຄົມ​ນັກ​ຂ່າວ​ເປັນ​ເອກະລາດ“ ​ໃຫ້​ບັນດາ blogger ທີ່​ປອມ​ຕົວ​ເປັນ​ປະຊາ​ທິປະ​ໄຕ ​ເພື່ອ​ຕ້ານ​ທຳລາຍ​ລັດ; ​ແລະ ບາງ​ອົງການ​ທີ່​ອ້າງ​ຊື່ວ່າ: ​ເຕົ້າ​ໂຮມ​ຊາວ​ໜຸ່ມ​ປະຊາທິປະ​ໄຕ, ສະມາຄົມ​ແມ່ຍິງ​ສິດທິ​ມະນຸດ, ສະມາຄົມ​ນັກ​ໂທດ​ມະ​ໂນ​ທຳ…​ເຖິງ​ວ່າ​ຈະ​ມີ​ກົດ​ລະບຽບ, ​ເປົ້າ​ໝາຍ, ລາຍການ​ເຄື່ອນ​ໄຫວ​ທີ່​ແຕກ​ຕ່າງ​ກັນ​ກໍ່ຕາມ, ​ແຕ່​ບັນດາ​ສະ​ມາຄົມ, ຄະນະ​ດັ່ງກ່າວ​ລ້ວນ​ແຕ່​ຢາກ​ລົບ​ລ້າງ​ບົດບາດນຳ​ພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ການ​ຄຸ້ມ​ຂອງ​ຂອງ​ລັດ, ​ເສກ​ສັ້ນ​ປັ້ນ​ແຕ່ງ​ລະບົບ​ການ​ເມືອງ, ສ້າງ​ຄະນະ, ສະມາຄົມ​ທີ່​ກົງກັນຂ້າມ​ກັບ​ບັນດາ​ອົງການ​ໃນ​ລະບົບ​ການ​ເມືອງ. ​ໂດຍ​ຜ່ານ​ການ​ສ້າງ​ຕັ້ງ​ອົງການ​ເຫຼົ່າ​ນັ້ນ, ບັນດາ​ອິດ​ທິກຳລັງ​ບໍ່​ດີ ​ໄດ້​ປຸກລຸກ, ປິດ​ເບືອນ​ຄວາມ​ຈິງ​ທີ່​ວ່າ​ຫວຽດນາມ​ລະ​ເມີດ​ສິດ​ເສລີ​ໃນ​ການ​ສ້າງ​ສະມາຄົມ, ຮຽກຮ້ອງ​ປະ​ເທດ​ຕ່າງໆ​ຖື​ນັ້ນ​ແມ່ນ​ເງື່ອນ​ໄຂ​ກໍ່​ຄວາມດັນ​​ເມື່ອ​ຫວຽດນາມ​​ເຈລະຈາ​ເຂົ້າ​ເປັນ​ສະມາຊິກ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຝິກ.

ສິດ​ເສລີ​ໃນ​ການ​ສ້າງ​ສະມາຄົມຕາມ​ລັດຖະທຳ​ມະນູນ

        ສາຍ​ເຫດ​ທີ່​ພາ​ໃຫ້ຫວຽດນາມ​ມີ​ຫຼາຍສະມາຄົມ, ​ອົງການ​ຈັດ​ຕັ້ງ​ສະມາຄົມ, ສະຫະ​ສະມາຄົມນັ້ນ ​ແມ່ນ​ຍ້ອນລັດ​ໄດ້​ມານະ​ພະຍາຍາມ​ຮັບປະກັນ ​ແລະ ​ເສີມ​ຂະຫຍາຍ​ສິດ​ຊອບ​ທຳທຸກ​ຢ່າງ​ຂອງ​ພົນລະ​ເມືອງ, ​ໃນ​ນັ້ນ​ມີ​ສິດ​ເສລີ​ໃນ​ການ​ສ້າງ​ສະມາຄົມຕາມ​​ເນື້ອ​ໃນ​ຈິດ​ໃຈ​ຂອງ​ສົນທິສັນຍາ​ສາກົນ ​ແລະ ບັນດາ​ສິດ​ການ​ເມືອງ ​ແລະ ພົນລະ​ເຮືອນ​ປີ 1966, ​ເຊິ່ງຫວຽດນາມ​ໄດ້​ລົງ​ລາຍ​ເຊັນ​ເຂົ້າ​ຮ່ວມ. ມາດຕາ 1, ຂໍ້ 22 ຂອງ​ສົນທິສັນຍາ​ຊີ້​ແຈ້ງວ່າ: “ຜູ້​ໃດ​ກໍ່​ມີ​ສິດ​ເສລີ​ໃນ​ການ​ສ້າງ​ຕັ້ງ​ສະມາຄົມ​, ນັບ​ທັງ​ສິດ​ສ້າງ​ຕັ້ງ ​ແລະ ​ເຂົ້າ​ເປັນ​ສະມາຊິກ​ບັນດາ​ສະມາ​ຊີບ ​ເພື່ອ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ຕົນ“. ​ແຕ່​ມາດຕາ 2, ​ຂໍ້ 22 ພັດ​ຊີ້​ອອກ​ວ່າ: “ການ​ປະຕິບັດ​ສິດ​ນີ້​ພຽງ​ແຕ່​ຖືກ​ຈຳກັດ​ດ້ວຍ​ກົດໝາຍ, ຍ້ອນ​​ບັນດາ​ຄວາມ​ຕ້ອງການ​ທີ່​ຈຳ​ເປັນ​ໃນ​ສັງຄົມ​ປະຊາທິປະ​ໄຕ​ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ສຸຂະພາບ​, ສິນ​ທຳ ຫຼື​ສິດ​ເສລີ​ຕ່າງໆ​ຂອງ​ຜູ້​ອື່ນ“.

        ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ບໍ່​ອາດ​ສ້າງຕັ້ງ​ສະມາຄົມ​ຢ່າງ​ເສລີ ຖ້າ​ຫາກ​ມັນ​ສົ່ງ​ຜົນ​ສະທ້ອນ​ບໍດີ​ເຖິງ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ ​ແລະ ສິດ​ເສລີ​ຂອງ​ຜູ້​ອື່ນ. ລັດຖະທຳ​ມະນູນ ​ແລະ ກົດໝາຍ​ຫວຽດນາມ​ຍາມ​ໃດ​ກໍ່​ເຄົາລົບ​ສິດ​ສ້າງ​ຕັ້ງ​ສະ​ມາ​ຄົມ ​ແລະ ຈະ​ບໍ່​ມີ​ໃຜ​ຖືກ​ຈຳກັດ​ຖ້າ​ຫາກ​ວ່າ​ສະມາຄົມ​ນັ້ນ​ເຄື່ອນ​ໄຫວ​ເພື່ອ​ມະນຸດ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ. ​ແຕ່​ການ​ສ້າງ​ຕັ້ງ​ບັນດາ​ອົງການ​ຈັດ​ຕັ້ງ​ເອກະລາດ​ເພື່ອ​ເປັນປໍ​ລະ​ປັກ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ໃນ​ລະບົບ​ການ​ເມືອງ​ຫວຽດນາມ​ນັ້ນ ​ແມ່ນ​ວຽກ​ງານ​ທີ່​ໄປ​ຝືນ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ລະ​ເມີດ​ກົດໝາຍ​ຫວຽດນາມ, ກົດໝາຍ​ສາກົນ. ສິ່ງ​ດັ່ງກ່າວ​ຈະ​ບໍ່​ໄດ້​ຮັບ​ຮູ້​ຢູ່​ຫວຽດນາມ​ຢ່າງ​ແນ່ນອນ.

 

ຕອບກັບ

ຂ່າວ/ບົດ​ອື່ນ