ສັນຍານເກີດຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ ແລະ ອີຢູ

(VOVWORLD) - ພາຍຫລັງ ອາທິດຫນຶ່ງ ທີ່ສະພາສູງ ຝລັ່ງ ຮັບຮອງເອົາຮ່າງກົດໝາຍຈັດວາງອັດຕາພາສີດີຈີຕອນສຳລັບບັນດາບໍລິສັດເຕັກໂນໂລຊີໃຫຍ່, ໃນນັ້ນ ມີປະເທດອາເມລິກາ. ວັນທີ 17 ກໍລະກົດ, ວົງການການເມືອງ ແອດສະປາຍ ໃຫ້ຮູ້ວ່າ: ປະເທດນີ້ ຈະຊຸກຍູ້ຮ່າງກົດໝາຍຈັດວາງອັດຕາພາສີ ສຳລັບບັນດາບໍລິສັດເຕັກໂນໂລຊີໃຫຍ່ໂດຍໄວ ພາຍຫລັງ ລັດຖະບານໃຫມ່ເຂົ້າສາບານຕົວຮັບດຳລົງຕຳແຫນ່ງ. ການກະທຳນີ້ ແນ່ນອນວ່າ ຈະເຮັດໃຫ້ຫລາຍປະເທດ ເອີລົບ ມີຄຳຕັດສິນຄ້າຍຄືກັນ ແຕ່ພ້ອມກັນນັ້ນກໍ່ເຮັດໃຫ້ສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ເອີລົບ ມີສັນຍານເກີດຄວາມເຄັ່ງຕຶງ.

ສັນຍານເກີດຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ ແລະ ອີຢູ  - ảnh 1

ເມື່ອ ເຕື້ອງເຖິງເຫດການດັ່ງກ່າວ, ທ່ານ Nadia Calvino ຜູ້ຮັກສາການລັດຖະມົນຕີກະຊວງເສດຖະກິດ ແອດສະປາຍ ໄດ້ຢືນຢັນວ່າ: ມາດຕະການນີ້ ເພື່ອແນໃສ່ຊອກຫາມາດຕະການທົ່ວໂລກໃຫມ່ ເພາະວ່າ ນີ້ແມ່ນບັນຫາທົ່ວໂລກ ແລະ ຕ້ອງມີການກະທຳເພື່ອຫລຸດຜ່ອນຜົນກະທົບຕໍ່ພື້ນຖານເສດຖະກິດຂອງປະເທດນີ້.

ກ່ອນຫນ້ານັ້ນ ເມື່ອເດືອນມັງກອນຜ່ານມາ, ລັດຖະບານ ຂອງທ່ານນາຍົກລັດຖະມົນຕີ Pedro Sanchez ໄດ້ສະເຫນີຮ່າງກົດໝາຍສະບັບຫນຶ່ງ, ຕາມນັ້ນແລ້ວ ຈະຈັດວາງອັດຕາພາສີ 3% ສຳລັບຍອດລາຍຮັບຂອງບໍລິສັດເຕັກໂນໂລຊີໃຫຍ່ຄື: Google ແລະ Facebook ຊື່ງແມ່ນບໍລິສັດສະຫນອງບໍລິການດີຈີຕອນຢູ່ ແອດສະປາຍ. ເຖິງຢ່າງໃດກໍ່ຕາມ, ທ່ານ Sanchez ບໍ່ສາມາດຊຸກຍູ້ການຮັບຮອງເອົາຮ່າງກົດໝາຍສະບັບດັ່ງກ່າວໄດ້ ພາຍຫລັງສະພາແຫ່ງຊາດ ແອດສະປາຍ ປະຕິເສດຮ່າງງົບປະມານປີ 2019 ຂອງທ່ານ ໃນເດືອນ ກຸມພາ ເຊິ່ງໄດ້ບັງຄັບໃຫ້ການນຳຜູ້ນີ້ຕ້ອງຮຽກຮ້ອງການເລືອກຕັ້ງໂດຍໄວ.

ການຈັດວາງອັດຕາພາສີບໍ່ແມ່ນແບບບັງເອີນ

ເລື່ອງ ຝລັ່ງ ແລະ ແອດສະປາຍ ຕົກລົງ ຫລື ຈະຊຸກຍູ້ເລື່ອງຈັດວາງອັດຕາພາສີສຳລັບບັນດາບໍລິສັດດີຈີຕອນທີ່ມີລາຍຮັບໃຫຍ່ນັ້ນ ບໍ່ແມ່ນການກະທຳແບບບັງເອີນ. ຈຸດປະສົງລ້ວນແຕ່ເພື່ອແນໃສ່ຫລຸດຜ່ອນການກະທົບຕໍ່ພື້ນຖານເສດຖະກິດຂອງແຕ່ລະປະເທດ, ແມ່ນບາດກ້າວເດີນມຸ່ງໄປເຖິງອັດຕາພາສີທີ່ມີຄວາມຍຸຕິທຳ ແລະ ມີປະສິດທິຜົນກວ່າ. ຖ້າຫາກສັງເກດຈາກຕົວເລກສະຖິຕິ ອາດຈະເຫັນໄດ້ຢ່າງຈະແຈ້ງເຫດຜົນດັ່ງກ່າວ. ບັນດາບໍລິສັດໃຫຍ່ ມີສຳນັກງານຕັ້ງຢູ່ ອາເມລິກາຄື: Google, Apple, Facebook, Amazon..ໄດ້ສ້າງບ້ວງກຳໄລຢ່າງມະຫາສານ ຍ້ອນສະຫນອງບໍລິການຢູ່ ຝລັ່ງ ແລະ ບັນດາປະເທດອື່ນຢູ່ ເອີລົບ, ໃນຂະນະບ້ວງເງິນເສຍພາສີ ພັດ ຈຳກັດຢູ່ ຫລື ເສຍພາສີຢູ່ ປະເທດມີນະໂຍບາຍບຸລິມະສິດກວ່າ. ຕົວເລກຂອງຄະນະກຳມະການ ເອີລົບ (EC) ໃຫ້ເຫັນວ່າ: ບັນດາບໍລິສັດນີ້ເສຍພາສີຫນ້ອຍກວ່າບັນດາບໍລິສັດອື່ນຢູ່ ເອີລົບ ແມ່ນປະມານ 14%.

ພາຍຫລັງປະລາໄຊໃນການສ້າງຕັ້ງ “ແນວຮົບຮ່ວມ” ຂອງສະຫະພາບເອີລົບ ເພື່ອປັບໄຫມບັນດາບໍລິສັດເຕັກໂນໂລຊີສູງນາໆຊາດ, ວັນທີ 11 ກໍລະກົດ, ສະພາສູງ ຝລັ່ງ ໄດ້ຮອບຮອງເອົາ ຂໍ້ຕົກລົງຈັດວາງອັດຕາພາສີ 3% ສຳລັບລາຍຮັບຂອງບໍລິສັດເຕັກໂນໂລຊີທັງໝົດທີ່ມີລາຍຮັບທົ່ວໂລກຊື່ງບັນລຸຢ່າງຫນ້ອຍສຸດແມ່ນ 750 ລ້ານ ເອີໂຣ (ປະມານ 845 ລ້ານ USD) ແລະ ລາຍຮັບຢູ່ ຝລັ່ງ ບັນລຸກວ່າ 25 ລ້ານ ເອີໂຣ. ອັດຕາພາສີ ນີ້ ຊ່ວຍໃຫ້ ຝລັ່ງມີລາຍຮັບງົບປະມານຄາດວ່າ ແມ່ນ 500 ລ້ານ ເອີໂຣ ໃນແຕ່ລະປີ. ເປັນຫນ້າສົນໃຈ, ຂໍ້ຕົກລົງນີ້ມີຜົນສັກສິດນັບແຕ່ວັນທີ 1 ມັງກອນປີ 2019. ໃນຂະນະນັ້ນ ຕາມຮ່າງກົດໝາຍສະບັບໃຫມ່ທີ່ພວມລໍຖ້າລັດຖະບານຮັບຮອງເອົາ, ແອດສະປາຍ ຄາດວ່າຈະຈັດວາງອັດຕາພາສີ 3% ຕໍ່ຍອດລາຍຮັບຂອງບໍລິສັດໃຫຍ່ເຕັກໂນໂລຊີຄື : Google ແລະ Facebook ທີ່ສະຫນອງບໍລິການດີຈີຕອນຢູ່ ແອດສະປາຍ.

ຄຽງຄູ່ກັບຂໍ້ຕົກລົງຈັດວາງອັດຕາພາສີສຳລັບບັນດາບໍລິສັດເຕັກໂນໂລຊີໃຫຍ່, ຝລັ່ງ ກໍ່ພວມເລັ່ງລັດກຸ່ມ 7 ປະເທດ ອຸດສາຫະກຳພັດທະນາແຖວຫນ້າໂລກ (G7) ຊອກຫາມາດຕະການທີ່ມີລັກສະນະສາກົນ ກ່ຽວກັບການຈັດວາງອັດຕາພາສີຕໍ່ຜະລິດຕະພັນດີຈີຕອນຂອງບໍລິສັດເຕັກໂນໂລຊີໃຫຍ່. ເຖິງຢ່າງໃດກໍຕາມ ທີ່ກອງປະຊຸມລັດຖະມົນຕີການເງິນຂອງກຸ່ມດັ່ງກ່າວ ຊື່ງດຳເນີນໃນວັນທີ 17- 18 ກໍລະກົດ, ຢູ່ ປາຣີ ບັນດາຝ່າຍກ່ຽວຂ້ອງຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມ.

ການພົວພັນດ້ານການຄ້າລະຫວ່າງ ອາເມລິກາ ແລະ ອີຢູ ມີສັນຍານເກີດຄວາມເຄັ່ງຕຶງ

ໂດຍແມ່ນປະເທດພັນທະມິດມາແຕ່ດົນນານ ແລະ ແມ່ນປະເທດໃກ້ຊິດກັບ ອາເມລິກາ, ການກະທຳຂອງ ຝລັ່ງ ແລະແອດສະປາຍ ໃນການຈັດວາງອັດຕາພາສີສຳລັບບັນດາບໍລິສັດເຕັກໂນໂລຊີໃຫຍ່ ໄດ້ຮັບຖືວ່າແມ່ນການກະທຳອາດຈະເຮັດໃຫ້ເກີດສົງຄາມການຄ້າ ລະຫວ່າງ ອາເມລິກາ ແລະ ເອີລົບ. ຄວາມວິຕົກກັງວົນດັ່ງກ່າວຍິ່ງເພີ່ມຂຶ້ນ ເມື່ອປະເທດ ອີຢູ ອື່ນ ຈຳນວນຫນຶ່ງ ກໍ່ໄດ້ຊຸກຍູ້ບັນດາແຜນການສະເພາະ ເພື່ອຈັດວາງອັດຕາພາສີ ສຳລັບບໍລິສັດ Facebook ແລະ  Amazon. ຢູ່ ອັງກິດ, ຕາມຮ່າງກົດໝາຍຂອງ ອຳນາດການປົກຄອງທ່ານນາງນາຍົກລັດຖະມົນຕີ Theresa May ແລ້ວ, ອັດຕາພາສີ 2% ຈະຈັດວາງສຳລັບບັນດາບໍລິສັດເຕັກໂນໂລຊີມີລາຍຮັບທົ່ວໂລກ ໃນລະດັບ 500 ລ້ານ ປອນ ແລະ ລາຍຮັບກວ່າ 25 ລ້ານປອນ ຈາກຜູ້ໃຊ້ສອຍ ອັງກິດ. ຮ່າງກົດໝາຍນີ້ ພວມລໍຖ້າການປຶກສາຫາລື. ແລະ ຖ້າໄດ້ຮັບການປະຕິບັດ ໃນເດືອນ ເມສາປີ 2020 ນັ້ນ, ຄາດວ່າ ຈະນຳລາຍຮັບມາໃຫ້ຊາວ ອັງກິດ 1,5 ຕຶ້ື້ປອນ ໃນໄລຍະ 4 ປີ. ຂໍ້ສະເຫນີຈັດວາງອັດຕາພາສີຄ້າຍຄືກັນກໍ່ໄດ້ປະກົດຕົວຢູ່ ໂອຕາລິດ ແລະ ອີຕາລີ. ສຳລັບບັນດາປະເທດນ້ອຍກວ່າໃນ ອີຢູ ຄື: ໄອແລນ ແລະ ລູກຊຳບວກ ຍັງຄົງລໍຖ້າຄວາມເຫັນດີເຫັນພ້ອມໃນອີຢູ.

ການຜັນແປຢ່າງສັບສົນດັ່ງກ່າວໄດ້ພາໃຫ້ທ່ານ Donald Trump ເປີດການສືບສວນວ່ອງໄວ ເພື່ອແນໃສ່ແຜນການຂອງ ຝລັ່ງ, ອີງຕາມມາດຕາຂອງກົດໝາຍວ່າດ້ວຍການຄ້າປີ 1974. ເປັນຫນ້າສົນໃຈ ກົດໝາຍສະບັບນີ້ ໄດ້ນຳໃຊ້ເປັນພື້ນຖານເພື່ອເລີ່ມຕົ້ນສົງຄາມການຄ້າກັບຈີນ. ວົງການໄຈ້ແຍກໄດ້ຕີລາຄາວ່າ: ສິ່ງນີ້ອາດຈະເກີດຂຶ້ນກັບບັນດາປະເທດ ເອີລົບ ທີ່ຢາກຈັດວາງອັດຕາພາສີສຳລັບບັນດາບໍລິສັດເຕັກໂນໂລຊີໃຫຍ່ຂອງ ອາເມລິກາ.

ສະນັ້ນ ເລື່ອງຫລາຍປະເທດ ເອີລົບ ໄດ້ ແລະ ພວມຊຸກຍູ້ເລື່ອງຈັດວາງອັດຕາພາສີສຳລັບບັນດາບໍລິສັດເຕັກໂນໂລຊີໃຫຍ່ໃນໂລກ ເປັນສັນຍານສະແດງໃຫ້ເຫັນຄວາມເຄັ່ງຕຶງດ້ານການຄ້າເກີດຂຶ້ນຄັ້ງໃຫມ່ໃນການພົວພັນລະຫວ່າງ ອາເມລິກາ ແລະ ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ