(ພາບປະກອບ: Reuters) ຄາດວ່າ, ຈະມີຜູ້ມີສິດເລືອກຕັ້ງປະມານ 8,3 ລ້ານຄົນ, ໃນຈໍານວນພົນລະເມືອງ ກໍາປູເຈຍ ເກືອບ 16 ລ້ານຄົນ ໄປປ່ອນບັດຢ່າງເປັນທາງການ ແລະ ຄັດເລືອກເອົາສະມາຊິກສະພາແຫ່ງຊາດ ຈໍານວນ 125 ທ່ານ. ມາຮອດປັດຈຸບັນ, ບັນດາພັກການເມືອງລ້ວນແຕ່ໄດ້ຍົກອອກຫຼາຍໂຄງການດໍາເນີນງານຫາສຽງເລືອກຕັ້ງທີ່ແຕກຕ່າງກັນ, ສ່ວນຫຼາຍແມ່ນສຸມໃສ່ການຊຸກຍູ້ເສດຖະກິດ-ສັງຄົມ, ສ້າງແຫຼ່ງກໍາລັງ, ແກ້ໄຂບັນຫາວຽກເຮັດງານທໍາໃຫ້ແກ່ປະຊາຊົນ ແລະ ຕ້ານການສໍ້ລາດບັງຫຼວງ. ພັກ CPP ແລະ ບັນດາຜົນງານທີ່ບັນລຸໄດ້ ປັດຈຸບັນ, ຢູ່ກໍາປູເຈຍມີພັກການເມືອງປະມານ 60 ພັກ, ເຖິງຢ່າງໃດກໍຕາມມີປະມານພຽງ 10 ພັກ ເທົ່ານັ້ນ ທີ່ມີເງື່ອນໄຂເຄື່ອນໄຫວ ແລະ ເຂົ້າຮ່ວມການຫາສຽງເລືອກຕັ້ງຄັ້ງຕ່າງໆ ເປັນປະຈໍາ. ໃນອາຍຸການສະພາແຫ່ງຊາດ ກໍາປູເຈຍ ຊຸດທີ 5, ມີທີ່ນັ່ງສະມາຊິກສະພາແຫ່ງຊາດ ໄດ້ຮັບການເລືອກຕັ້ງແມ່ນ 123 ທີ່ນັ່ງ, ໃນນັ້ນ ພັກ CPP ກໍາອໍານາດມີ 68 ທີ່ນັ່ງ, ກວມເອົາກວ່າ 55% ຈໍານວນທີ່ນັ່ງໃນສະພາແຫ່ງຊາດ, ມີເງື່ອນໄຂຄົບຖ້ວນເພື່ອສ້າງຕັ້ງລັດຖະບານ. ໃນອາຍຸການ 5 ປີຜ່ານມາ, ພັກປະຊາຊົນກໍາປູເຈຍ (CPP) ໂດຍທ່ານ Samdech Hunsen ເປັນປະທານ ແມ່ນ ພັກດຽວທີ່ບໍລິຫານລັດຖະບານ ດ້ວຍຜົນງານພົ້ນເດັ່ນຫຼາຍຢ່າງ. ພັກ CPP ໄດ້ສ້າງສາປະເທດ ກໍາປູເຈຍ ຈາກປະເທດທີ່ໝົດເນື້ອໝົດຕົວພາຍຫຼັງສົງຄາມ, ຊີວິດການເປັນຢູ່ຂອງປະຊາຊົນທຸກຍາກລໍາບາກ ກາຍເປັນປະເທດມີສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ. ນີ້ແມ່ນຜົນງານຂອງພັກປະຊາຊົນກໍາປູເຈຍ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກ ຜູ້ມີສິດເລືອກຕັ້ງເປັນສ່ວນຫຼາຍ. ລະອຽດ, ເສດຖະກິດ ກໍາປູເຈຍບັນລຸການເຕີບໂຕຢ່າງວ່ອງໄວ, ຮັກສາທ່າເຕີບໂຕສູງແບບຍືນຍົງ, ໃນ 02 ທົດສະວັດມໍ່ໆນີ້ ລະດັບເຕີບໂຕສະເລ່ຍແມ່ນ 7,7% ແລະ ໂດຍທະນາຄານໂລກໄດ້ຈັດເຂົ້າບັນຊີລາຍຊື່ບັນດາປະເທດບັນລຸສະຖິຕິເຕີບໂຕສູງ ແລະ ແມ່ນ “ເສືອ” ພື້ນຖານເສດຖະກິດຫາກໍພົ້ນເດັ່ນຂຶ້ນຂອງອາຊີ. ລະດັບຄອງຊີບຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງ, ໄດ້ສະແດງຜ່ານ GDP, ດ້ວຍລາຍຮັບສະເລ່ຍຕໍ່ຫົວຄົນ ແມ່ນກວ່າ 1.000 USD ໃນປີ 2013 ຂຶ້ນເຖິງກວ່າ 1.500 USD ໃນປີ 2018. ອັດຕາຄວາມອຶດຫິວທຸກຍາກ ກໍໄດ້ຫຼຸດລົງຢ່າງແຮງ ຈາກ 53,5% ໃນປີ 2004 ລົງເຫຼືອ 13% ໃນປີ 2016 ແລະ ສືບຕໍ່ຫຼຸດລົງຕື່ມອີກ. ໄປຄຽງຄູ່ກັນນັ້ນ, ຄວາມແຕກໂຕນລະຫວ່າງລາຍຮັບຂອງປະຊາຊົນກໍໄດ້ຫຼຸດລົງເທື່ອລະກ້າວ. ການຫຼຸດຜ່ອນຄວາມອຶດຫິວ ທຸກຍາກ ມີລະດັບໄວກວ່າ ເປົ້າໝາຍພັດທະນາສະຫັດສະວັດປີ 2015 ຂອງ ກໍາປູເຈຍ ແລະ ເປົ້າໝາຍຫຼຸດຜ່່ອນອັດຕາຄວາມທຸກຍາກກວ່າ 1%/ປີ. ລັດຖະບານກໍາປູເຈຍໄດ້ຜັນຂະຫຍາຍນະໂຍບາຍເສດຖະກິດມະຫາພາກຢ່າງລະມັດລະວັງ ເພື່ອແນໃສ່ຮັກສາ ເສດຖະກິດເປັນປົກກະຕິ, ພ້ອມທັງຊຸກຍູ້ ແລະ ຍົກສູງເລື່ອງຫັນເສດຖະກິດ, ລັກສະນະແກ່ງແຍ້ງ, ການຜະລິດ ແລະ ການຈໍາໜ່າຍຢູ່ພາຍໃນປະເທດ ເປັນຫຼາຍຮູບຫຼາຍແບບ. ດຸນຊໍາລະນັບມື້ນັບດີຂຶ້ນ ໃນຂະນະທີ່ລະດັບໜີ້ສາທາລະນະຂອງກໍາປູເຈຍ ມີອັດຕາຕໍ່າທີ່ສຸດໃນພາກພື້ນ, ອັນໄດ້ສ່ອງແສງໃຫ້ເຫັນລະດັບຄວາມສ່ຽງຕໍ່່າ ແລະ ຄວາມໝັ້ນຄົງໜີ້ສາທາລະນະຂອງກໍາປູເຈຍ. ຕາມການຄາດຄະເນຂອງທະນາຄານໂລກແລ້ວ, ເສດຖະກິດຂອງກໍາປູເຈຍໃນ 02 ປີ 2018 – 2019 ໄດ້ຮັກສາລະດັບເຕີບໂຕສະເລ່ຍ ແມ່ນ 7%/ປີ. ໄລຍະ 06 ເດືອນຕົ້ນປີ 2018, ກໍາປູເຈຍ ໄດ້ດຶງດູດ ການລົງທຶນຈາກຕ່າງປະເທດ (FDI) ບັນລຸກວ່າ 630 ລ້ານ USD ດ້ວຍ 47 ໂຄງການຈົດທະບຽນໃໝ່, ວົງເງິນນໍາເຂົ້າ - ສົ່ງອອກ ບັນລຸ 8,3 ຕື້ USD. ປະລິມານແຂກທ່ອງທ່ຽວສາກົນ ໃນ 03 ເດືອນຕົ້ນປີ 2018 ແມ່ນ 1,7 ລ້ານເທື່ອຄົນ, ເພີ່່ມຂຶ້ນ 1,9% ( ປີ 2017 ບັນລຸ 5,6 ລ້ານເທື່ອຄົນ). ຄວາມໄວ້ເນື້ອເຊື່ອໃຈ CPP ຍ້ອນມີການຮັກສາສັນຕິພາບ, ສະຖຽນລະພາບດ້ານການເມືອງ ແລະ ຄວາມໝັ້ນຄົງອັນຫນັກແຫນ້ນ, ເສດຖະກິດ ສັງຄົມ ມີຄວາມເປັນປົກກະຕິ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ສະນັ້ນ ພັກປະຊາຊົນ ກຳປູເຈຍ, ລັດຖະບານ ກຳປູເຈຍ ໂດຍທ່ານນາຍົກລັດຖະມົນຕີ Hunsen ປະທານ ພັກCPP ນຳພາ ໄດ້ຮັບການສະຫນັບສະຫນູນ ແລະ ຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນໝົດທຸກຄົນ. ໃນການເລືອກຕັ້ງຄັ້ງນີ້ ພັກປະຊາຊົນ ກຳປູເຈຍ ໄດ້ວາງອອກໂຄງການຫາສຽງເລືອກຕັ້ງ ຊຸກຍູ້ຄວາມສາມັກຄີຊົນຊາດ, ເຄົາລົບລັດຖະທຳມະນູນ, ປົກປັກຮັກສາລະບອບລາຊາທິປະໄຕ, ຍົກສູງສິດປະຊາທິປະໄຕ, ສິດເສລີ, ປົກປ້ອງກົດໝາຍ ແລະ ຄວາມຍຸຕິທຳໃນສັງຄົມ, ພ້ອມທັງ ປົກປັກຮັກສາເອກະລາດອຳນາດອະທິປະໄຕ, ສັນຕິພາບ ແລະ ຄວາມໝັ້ນຄົງແຫ່ງຊາດ ກໍຄືການພັດທະນາເສດຖະກິດ ດ້ວຍລະດັບການເຕີບໂຕແຕ່ລະປີແມ່ນ 7%, ຫລຸດຜ່ອນຄວາມທຸກຍາກ 1%/ປີ. ໃນນະໂຍບາຍການຕ່າງປະເທດ, ຕໍ່ຫນ້າບັນດາການຫັນປ່ຽນຂອງສະພາບການໂລກ ແລະ ພາກພື້ນ, ລັດຖະບານ ກຳປູເຈຍ ຮັກສານະໂຍບາຍການຕ່າງປະເທດເປັນກາງ ພ້ອມກັນດຳລົງຊີວິດໃນສັນຕິພາບ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງປະເທດອື່ນ. ກຳປູເຈຍ ມີແຜນນະໂຍບາຍເພີ່ມທະວີການປະສານສົມທົບກັບບັນດາປະເທດບ້ານໃກ້ເຮືອນຄຽງ ເພື່ອແນໃສ່ຍູ້ໄວການສຳເລັດວຽກງານວາງແຜນກຳນົດ, ຂີດຂັ້ນ ປັກຫລັກໝາຍຊາຍແດນ, ເຮັດໃຫ້ບັນດາເຂດຊາຍແດນຕິດກັບບັນດາປະເທດບ້ານໃກ້ເຮືອນຄຽງກາຍເປັນເຂດຊາຍແດນສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ. ສືບຕໍ່ມານະພະຍາຍາມປັບປຸງການຮ່ວມມືກັບບັນດາປະເທດໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງໃນພາກພື້ນ ແລະໃນໂລກ. ດ້ວຍໂຄງການຫາສຽງເລືອກຕັ້ງຢ່າງຈະແຈ້ງນັ້ນ, ດ້ວຍບັນດາຜົນງານແຫ່ງການພັດທະນາເສດຖະກິດສັງຄົມໃນໄລຍະຜ່ານມາ, ການແຂ່ງຂັນເລືອກຕັ້ງສະພາແຫ່ງຊາດຄັ້ງນີ້ ໄດ້ຮັບຖືວ່າ ແມ່ນກາລະໂອກາດເພື່ອໃຫ້ພັກປະຊາຊົນກຳປູເຈຍ CPP ກຳອຳນາດ ສືບຕໍ່ປະຕິບັດແນວທາງຂອງຕົນ ນັ້ນແມ່ນປັບປຸງຄວາມສາມັກຄີທົ່ວປວງຊົນທັງຊາດ, ສ້າງປະເທດແຫ່ງສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະ ມີສະຫວັດດີການຫລາຍຢ່າງໃຫ້ແກ່ປະຊາຊົນໃນອາຍຸການ 5 ປີຈະມາເຖິງ.

ສືບຕໍ່ຊຸກຍູ້ການພັດທະນາເສດຖະກິດ, ປັບປຸງນໍ້າໃຈສາມັກຄີທົ່ວປວງຊົນທັງຊາດ

(VOVWORLD) -ການເລືອກຕັ້ງສະພາແຫ່ງຊາດກໍາປູເຈຍ ຄາດວ່າຈະດໍາເນີນໃນວັນທີ 29 ກໍລະກົດ.ນີ້ແມ່ນການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ນັບແຕ່ເມື່ອ ກໍາປູເຈຍ ດໍາເນີນການເລືອກຕັ້ງຫຼາຍພັກການເມືອງໃນປີ 1993 ໂດຍພາຍໃຕ້ການອຸປະຖໍາ ຂອງສະຫະປະຊາຊາດ. ດ້ວຍຄໍາຂວັນທີ່ວ່າ ປັບປຸງນໍ້າໃຈສາມັກຄີທົ່ວປວງຊົນທັງຊາດ, ພັກປະຊາຊົນກໍາປູເຈຍ (CPP) ກໍາອໍານາດ ປາດຖະໜາວ່າ ຈະສືບຕໍ່ສ້າງສາປະເທດໃຫ້ມີສັນຕິພາບ, ສະຖຽນລະພາບ, ວັດຖະນາຖາວອນ ແລະມີ ສະຫວັດດີການຫຼັງຢ່າງໃຫ້ແກ່ປະຊາຊົນໃນອາຍຸການ 5 ປີຈະມາເຖິງ.

Anh Huyen