ສືບຕໍ່ຮັກສາການພົວພັນສາມັກຄີແບບພິເສດ ຫວຽດນາມ -ລາວ

(VOVWORLD) - ນຊຸມວັນນີ້, ພ້ອມກັບປະເທດ ສປປ ລາວ, ຢູ່ ຫວຽດນາມ ກໍ່ພວມດຳເນີນບັນດາການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງ 43 ປີແຫ່ງວັນສະຖາປະນາປະເທດ ສປປ ລາວ (2/12/1975 2/12/2018). ກ່ອນນີ້ 43 ປີ, ໄດ້ເປີດສັງກາດໃໝ່ໃນການສ້າງຕັ້ງປະເທດ ລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນຄືໃນທຸກວັນນີ້.

ສືບຕໍ່ຮັກສາການພົວພັນສາມັກຄີແບບພິເສດ ຫວຽດນາມ -ລາວ - ảnh 1 ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໃນການພົບປະໃນເດືອນ 9 ຜ່ານມາ

(ພາບ:Trĩ Dũng/TTXVN)

ໂດຍມີຄວາມປິຕິຊົມຊື່ນຕໍ່ບັນດາຜົນງານແຫ່ງການພັດທະນາຂອງທັງສອງປະເທດນັ້ນ, ຫວຽດນາມ ແລະ ລາວ ພວມເພີ່ມພູນຄູນສ້າງການພົວພັນແບບພິເສດ, ພ້ອມກັນຮ່ວມມືຢ່າງແໜ້ນແຟ້ນເພື່ອບັນລຸໄດ້ບັນດາຜົນງານພັດທະນາອັນໃຫຍ່ຫຼວງກ່ວາອີກ.

        43 ປີຜ່ານມາ, ເຖິງວ່າສະພາບການໂລກ, ພາກພື້ນມີການຜັນປ່ຽນຢ່າງສັບສົນກໍ່ຕາມ, ແຕ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ເຊິ່ງການນຳລຸ້ນຕ່າງໆ ແລະ ປະຊາຊົນສອງປະເທດໄດ້ເພີ່ມພູນຄູນສ້າງ, ສືບຕໍ່ພັດທະນາ, ກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງປະເທດ, ແມ່ນກົດເກນຄົງຕົວ, ພັດທະນາ, ແມ່ນປັດໄຈຕັດສິນຊີ້ຂາດເຖິງໄຊຊະນະຂອງການປະຕິວັດຢູ່ແຕ່ລະປະເທດໃນປະຈຸບັນ.

ການພົວພັນມິດຕະພາບແບບພິເສດ, ຫາຍາກໃນການພົວພັນສາກົນໃນປະຈຸບັນ

       ອາດຈະຢັ້ງຢືນໄດ້ວ່າ, ໃນປະຫວັດແຫ່ງການພົວພັນສາກົນໃນປະຈຸບັນ, ຍາກທີ່ມີການພົວພັນສະໜິດແໜ້ນຄືການພົວພັນ ຫວຽດນາມ - ລາວ. ດ້ວຍເຈດຕະນາດີ, ຈິງໃຈຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງບົນພື້ນຖານນ້ຳໃຈຖານສະຫາຍອ້າຍນ້ອງ, ຊ່ວຍເພື່ອນແມ່ນຊ່ວຍຕົນເອງ, ພັກ, ລັດຖະບານ ແລະ ປະຊາຊົນສອງປະເທດ ໄດ້ຮຽງບ່າຮຽງໄຫຼ່ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ.

        ປະເທດ ລາວ ເຄີຍສະຫງວນດິນແດນສ່ວນໜຶ່ງຂອງຕົນເພື່ອຊ່ວຍໃຫ້ ຫວຽດນາມ ກໍ່ສ້າງ “ເສັ້ນທາງ ໂຮ່ຈີມິນ”, “ເຮັດທາງລຽບຕາມສາຍພູຫຼວງໄປກູ້ຊາດ”, ປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບໃນປີ 1975 ແລະ ສ້າງເງື່ອນໄຂໃຫ້ແກ່ການປະຕິວັດ ລາວ ຍາດໄດ້ໄຊຊະນະຢ່າງສົມບູນ, ສ້າງຕັ້ງປະເທດ ສປປ ລາວ ໃນວັນທີ 2 ທັນວາ 1975. ໄຊຊະນະອັນໃຫຍ່ຫຼວງ ແລະ ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ນັ້ນແມ່ນການພິສູດໃຫ້ເຫັນນ້ຳໃຈສາມັກຄີແບບພິເສດ, ຄວາມບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເຄີຍເນັ້ນໜັກວ່າ:

        “ພວກເຮົາມີຄວາມເອກອ້າງທະນົງໃຈກ່ຽວກັບວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງການພົວພັນແບບພິເສດ, ຫາຍາກລະຫວ່າງສອງປະເທດ. ຍ້ອນວ່າ, ນັ້ນແມ່ນການພົວພັນທີ່ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ ແມ່ນຄວາມສາມັກຄີ, ຊ່ວຍກັນຕ້ານສັດຕູໂຕດຽວກັນ, ສ້າງການພົວພັນສະເໝີພາບ, ເປັນເຈົ້າຕົນເອງ, ມິດຕະພາບ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດ. ນີ້ແມ່ນການພົວພັນຮ່ວມມືຮອບດ້ານ, ໝັ້ນຄົງ ມີລັກສະນະລຸລ່ວງໃນໄລຍະປະຫວັດສາດ, ໄລຍະທາງຕ່າງໆ”

        ເພື່ອສືບທອດມໍລະດົກອັນລ້ຳຄ່ານັ້ນ, ປະຈຸບັນ, ການພົວພັນ ຫວຽດນາມ - ລາວ ກ້າວເຂົ້າສູ່ໄລຍະໃໝ່ຢ່າງແໜ້ນແຟ້ນກ່ວາ, ຮອບດ້ານກ່ວາ, ຊ່ວຍເຫຼືອກັນສ້າງສາປະເທດຊາດແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕດ້ວຍພື້ນຖານເສດຖະກິດ, ວັດທະນະທຳ, ວິທະຍາສາດພັດທະນາ; ປົກປ້ອງຮັກສາການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ເພື່ອ ຊ່ວຍ ລາວ ພັດທະນາເສດຖະກິດຢ່າງສະດວກ, ຫວຽດນາມ ໄດ້ສ້າງເງື່ອນໄຂເພື່ອໃຫ້ ລາວ ລົງທຶນ ແລະ ຂຸດຄົ້ນທ່າກ່ຳປັ່ນ ຫວູງອ໊າງ, ຮ່າຕິ້ງ. ທ່ານ ດັ້ງດິ່ງກູ໊ຍ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        “ປະເທດໜຶ່ງທີ່ບໍ່ມີທະເລຈະມີສິ່ງຈຳກັດຢ່າງໃຫຍ່ຫຼວງແມ່ນບໍ່ມີເສັ້ນທາງອອກສູ່ທະເລ. ຍ້ອນເຫດນັ້ນ, ເສັ້ນທາງອອກສູ່ທະເລຈາກ ຫວຽດນາມ ແມ່ນໄລຍະທາງໃກ້ທີ່ສຸດ. ພ້ອມກັບຄວາມເອົາໃຈໃສ່ຂອງການນຳ ສອງປະເທດສຳລັບບັນຫາເຊື່ອມຕໍ່ຄົມມະນາຄົມຕາມລວງກ້ວາງລະຫວ່າງລາວ ແລະ ເຂດຝັ່ງທະເລຂອງ ຫວຽດນາມ, ເລື່ອງມີທ່າກ່່ຳປັ່ນເຊິ່ງ ຫວຽດນາມ ໄດ້ໜູນຊ່ວຍສ້າງໃຫ້ລາວ ແລວທາງນັ້ນແມ່ນສຳຄັນທີ່ສຸດ, ເສັ້ນທາງອອກສູ່ທະເລໃກ້ທີ່ສຸດ, ສ້າງຜົນດີໃນການພັດທະນາກັບລາວ, ບໍ່ພຽງແຕ່ແລວທາງຈາກຝັ່ງທະເລ ຫວຽດນາມ ເຂົ້າລາວ ເທົ່ານັ້ນ ຫາກຍັງໃຫ້ແກ່ການພັດທະນາລວມຂອງປະເທດລາວ ອີກດ້ວຍ.”

ສືບຕໍ່ຮັກສາການພົວພັນສາມັກຄີແບບພິເສດ ຫວຽດນາມ -ລາວ - ảnh 2 ນັກສຶກສາ ລາວ ຮ່ຳຮຽນຢູ່ມະຫາວິທະຍາໄລ ກະສິກຳ - ປ່າໄມ້ ຕ້ອນຮັບວັນຊາດ ສປປລາວ

(ພາບ:baothainguyen.org.vn)

ສືບຕໍ່ຮັກສາ, ເພີ່ມພູນຄູນສ້າງການພົວພັນ ຫວຽດນາມ - ລາວ

       ຜ່ານໄລຍະກ່ວາ 40 ປີແຫ່ງການປະຕິບັດສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (ລົງນາມເມື່ອປີ 1977), ໂດຍສະເພາະແມ່ນເມື່ອສອງປະເທດປະຕິບັດ ກິດຈະການປ່ຽນແປງໃໝ່, ໃນສະພາບການເຊື່ອມໂຍງດ້ວຍການຜັນແປ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງຍ້ອນຜົນກະທົບຈາກສະພາບການໂລກ ແລະ ພາກພື້ນ, ແຕ່ດ້ວຍມູນເຊື້ອອັນດີງາມຂອງການພົວພັນແບບພິເສດ, ການພົວພັນລະຫວ່າງສອງປະເທດນັບມື້ນັບໄດ້ຮັບການເພີ່ມທະວີ, ເປີດກ້ວາງ, ສືບຕໍ່ຍາດໄດ້ບັນດາໄຊຊະນະອັນໃຫຍ່ຫຼວງ, ມີຄຸນນະພາບ ແລະ ປະສິດທິຜົນສູງ.

        ປະຈຸບັນ, ພ້ອມກັບການຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳນັ້ນ, ສອງປະເທດໄດ້ສືບຕໍ່ເພີ່ມທະວີການໂຄສະນາ, ສຶກສາໃຫ້ປະຊາຊົນທຸກຊັ້ນວັນນະ, ໄວໜຸ່ມລຸ້ນຕ່າງໆມີຄວາມເຂົ້າໃຈເລິກເຊິ່ງວ່າ: ການພົວພັນມິດຕະພາບແບບພິເສດ ລາວ - ຫວຽດນາມ ແມ່ນຊັບສົມບັດອັນລ້ຳຄ່າຕະຫຼອດໄປ, ແມ່ນສິ່ງທີ່ຂາດບໍ່ໄດ້ຂອງສອງຊາດໃນເສັ້ນທາງແຫ່ງການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ.

        ການສະເຫຼີມສະຫຼອງ 43 ປີແຫ່ງວັນຊາດ ສປປ ລາວ, ຫວຽດນາມ ມີຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາຢ່າງແຮງຂອງປະເທດເພື່ອນມິດ. ພ້ອມກັນນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ສອງປະເທດພ້ອມກັນຫວນຄືນໄລຍະທາງຮ່ວມມືທີ່ຜ່ານມາ, ພ້ອມກັນວາງອອກບັນດາຈຸດໝາຍໃໝ່ໃຫ້ແກ່ໄລຍະທາງຈະມາເຖິງ, ເພື່ອຄວາມຜາສຸກ, ຄວາມວັດທະນາຖາວອນຢູ່ແຕ່ລະປະເທດ ກໍ່ຄືຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ