ສືບຕໍ່ເຊີດຊູຈິດໃຈການເຈລະຈາ ແລະ ຮ່ວມມືໃນບັນຫາ ສິດທິມະນຸດ

ຫວຽດ​ນາມ​ຫາ​ກໍ​ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ໃນ​ຖາ​ນະ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດອາ​ຍຸ​ການ 2014-2016. ຂີດ​ໝາຍ​ອັນ​ເລິກ​ເຊິ່ງ​ຊຶ່ງ​ຫວຽດ​ນາມໄດ້​ສ້າງ​ຂຶ້ນ​ໃນ​ອາ​ຍຸ​ການນີ້, ແມ່ນ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ ແລະ ການ​ຮ່ວມ​ມື​ສາ​ກົນ​ໃນ​ຂົງ​ເຂດ​ສິດ​ທິ​ມະ​ນຸດ​, ເພີ່ມ​ທະ​ວີ​ລັກ​ສະ​ນະ​ປະ​ສິດ​ທິ​ຜົນ, ໂປ່ງ​ໃສ ແລະ ດຸ່ນ​ດ່ຽງ​ໃນ​ວຽກ​ງານ​ຂອງສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ. ໄລຍະ​ທີ່​ຈະ​ມາ​ເຖິງນີ້, ຫວຽດ​ນາມ​ຈະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ຂໍ້ລິ​ເລີ່​ມຂອງສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ, ​ຊຸກ​ຍູ້​ການ​ເຈ​ລະ​ຈາ ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິດ​ທິ​ມະ​ນຸດ​.

ສືບຕໍ່ເຊີດຊູຈິດໃຈການເຈລະຈາ ແລະ ຮ່ວມມືໃນບັນຫາ ສິດທິມະນຸດ - ảnh 1
ກອງ​ປະ​ຊຸມ​ຄັ້ງ​ໜຶ່ງ​ຂອງສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ(reuters)

     ວັນ​ທີ 12/11/2013, ດ້ວຍ​ບັດ​ເຫັນ​ດີ 184 ບັດ​ໃນ​ຍອດ​ຈຳ​ນວນ 192 ບັດ​ຄະ​ແນນ, ຫວຽດ​ນາມ​ໄດ້ຊະ​ນະ​ໃນ​ການ​ເລືອກ​ຕັ້ງດ້ວຍ​ບັດ​ຄະ​ແນນ​ເຫັນ​ດີ​ສູງ​ສຸດ​ໃນ​ຈຳ​ນວນ 14 ປະ​ເທ​ດ​ພາ​ຄີ​ໃໝ່ ແລະ ເປັນ​ຄັ້ງ​ທຳ​ອິດ​ໄດ້​ກາຍ​ເປັນ​ສະ​ມາ​ຊິກສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ອາ​ຍຸ​ການ 2014-2016. ເຫດ​ການນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ຫວຽດ​ນາມ.

   ສະ​ມາ​ຊິກ​ທີ່ເປັນ​ເຈົ້າ​ການ, ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ

       ເຖິງວ່າ​ແມ່ນ​​ສະ​ມາ​ຊິກເປັນ​ຄັ້ງ​ທຳ​ອິດເຂົ້າ​ຮ່ວມ ສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດກໍ​ຕາມ, ແຕ່​ຫວຽດ​​ນາມໄດ້​ຕັ້ງ​ໜ້າ​ຢ່າງ​ແທ້​ຈິງ, ປັນ​ເຈົ້າ​ການ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ບັນ​ດາ​ປະ​ເທດ​ພາ​ຄີ​ອື່ນ​ແກ້​ໄຂ​ບັນ​ສິ່ງ​ທ້າ​ທາຍ​ລວມ​ຂອງມວນ​ມະ​ນຸດ​ໃນ​ຂົງ​ເຂດ​ສິດ​ທິ​ມະ​ນຸດ​ເປັນ​ຢ່າງ​ດີ. ແຕ່​ລະ​ປີ, ຫວຽດ​ນາມ ກໍ​ລ້ວນ​ແຕ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ປະ​ຈຳ​ປີ​ຂອງສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ເພື່ອຢັ້ງ​ຢືນ​ສານ​ກ່ຽວ​ກັບ​ການ​ປົກ​ປ້ອງ ແລະ ຊຸກ​ຍູ້​ສິດ​ທິ​ມະ​ນຸດຢູ່​ຫວຽດ​ນາມ ກໍ​ຄື​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສິດ​ທິ​ມະ​ນຸດ​ໃນ​ທ່ົວ​ໂລກ. ພາບ​ພົດ​ຢ່າງ​ຕັ້ງ​ໜ້າ​ຂອງ​ຫວຽດ​ນາມໄດ້​ສະ​ແດງ​ອອກ​ຜ່ານ​ຄວາມ​ເຂັ້ມ​ງວດ​ໃນ​ການ​ປະ​ຕິ​ບັດ​ກົນ​ໄກ​ກວດ​ກາ​ປະ​ຈຳ​ໄລ​ຍະ​ໂດຍ​ທົ່ວ​ໄປ(UPR) ຊຶ່ງ​ແມ່ນ​ກົນ​ໄກ​ສຳ​ຄັນ​ທີ່​ສຸດ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ. ຫວຽດ​ນາມ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງບໍ່​ພຽງ​ແຕ່​ໃນ​ວິ​ວັດ​ການກວດ​ກາ, ລາຍ​ງານ, ເຈ​ລະ​ຈາ​ກັບ​ບັນ​ດາ​ປະ​ເທດ​ກ່ຽວ​ກັບສະ​ພາບ​ການ​ສິດ​ທິ​ມະ​ນຸດເທົ່າ​ນັ້ນ, ຫາກ​ຍັງໄດ້​ຮັບ​ການ​ຕີ​ລາ​ຄາ​ສູງໃນ​ຄວາມ​ເຂັ້ມ​ງວດ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍ​າໂດຍ​ຫວຽດ​ນາມ​ໄດ້​ຍອມ​ຮັບ​ອີກ​ດ້ວຍ. ຫວຽດ​ນາມ​ແບກ​ຫາບ​ບົດ​ບາດ​ເປັນ​ຜູ້​ປະ​ສານ​ງານ​ຂອງ​ອາ​ຊຽນ​ໃນສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ, ເປັນ​ສະ​ມາ​ຊິກ​ອັນ​ຕັ້ງ​ໜ້າ​ຂອງ​ກຸ່ມ​ບັນ​ດາ​ປະ​ເທດ​ທີ່​ມີ​ທັດ​ສະ​ນະ​ຮ່ວມ, ບັນ​ດາ​ກຸ່ມ​ລະ​ຫວ່າງ​ພາກ​ພື້ນ​ກ່ຽວ​ກັບ​ສິດ​ທິ​​ຄົນ​ພິ​ການ, ຜົນ​ກ​ະ​ທົບຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ກັບ​ສິດ​ທິ​ມະ​ນຸດ…ດ້ວຍ​ຄວາມ​ໄວ້​ວາງ​ໃຈ​ຂອງ​ບັນ​ດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊີ-ປາ​ຊີ​ຟິກ, ຫວຽດ​ນາມ​ໄດ້​ກາຍ​ເປັນ​ຕົວ​ແທນ​ຂອງ​ພາກ​ພື້ນ​ໃນ​ກຸ່ມ​ປະ​ຕິ​ບັດ​ງານກ່ຽວ​ກັບສະ​ພາບ​ການ, ບ່ອນ​ພິ​ຈາ​ລະ​ນາ​ໃບ​ຄຳ​ຮ້ອງ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ໂດບ​ກຸ່ມ​ປະ​ຕິ​ບັດ​ຂັ້ນ​ລຸ່ມ​ຍື່ນ​ສະ​ເໜີ. ຫວຽດ​ນາ​ມ ກໍ​ໄດ້​ເຈ​ລະ​ຈາ​ເປັນ​ປະ​ຈຳ​ບົນ​ຈິດ​ໃຈ​ສ້າງ​ສັນ ແລະ ກົງ​ໄປ​ກົງ​ມາ​ກັບ​ອົງ​ການ​ຂ້າຫຼວງ​ໃຫຍ່, ບັນ​ດາ​ນັກ​ປະ​ຖະ​ກະ​ຖາ, ຜູ້​ຊ່ຽວ​ຊານ​ພິ​ເສດ​ຂອງສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ​ເນື່ອງ​ໂອ​ກາດ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​​ນາມ.

    ເຊີດ​ຊູ​ການ​ເຈ​ລະ​ຈາ ແລະ ຮ່ວມ​ມື

   ໃນ​ວິ​ວັດ​ການ​ເຂົ້າ​ຮ່ວ​ມສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ, ຫວຽດ​ນາມ​ເຊີດ​ຊູ​ທັດ​ສະ​ນະ​ການ​ເຈ​ລະ​ຈາ ແລະ ການ​ຮ່ວມ​ມື, ພ້ອມ​ກັນ​ສູ້​ຊົນ​ເພື່ອ​ເປົ້າ​ໝາຍ​ຊຸກ​ຍູ້ ແລະ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ບົນ​ພື້ນ​ຖານ​ການ​ແລກ​ປ່ຽນ, ເຄົາ​ລົບ​ຊຶ່ງ​ກັນ ແລະ ກັນ. ຫວຽດ​ນາມ​ໄດ້​ໝູນ​ໃຊ້​ບັນ​ດາ​ກົນ​ໄກ​ຕ່າງໆ​ຂອງສະ​ພາ​ສິດ​ທິ​ມະ​ນຸດ​ຢ່າງ​ຊຳ​ນານ​ງານ​ເພື່ອຢັ້ງ​ຢືນ​ທັດ​ສະ​ນະ​ນີ້. ຫວຽດ​ນາມ​ກຳ​ນົດ​ການຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ກ່ອນ​ອື່ນ​ໝົດ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ແຕ່​ລ​ະ​ປະ​ເທດ ແລະ ປະ​ຊາ​ຊົນ​ຂອງ​ແຕ່​ລະ​ປະ​ເທດ​ຈະ​ຕັດ​ສິນ​ເອງ​ກ່ຽວ​ກັບ​ມາດ​ຕະ​ການ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ສອດ​ຄ່ອງ​ກັບ​ສະ​ພາບ​ເສດ​ຖະ​ກິດ, ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ສັງ​ຄົມ​ຂອງ​ເຂົາ​ເຈົ້າ.

      ​ການ​ເຈ​ລະ​ຈາ ແລະ ການ​ຮ່ວມ​ມືໄດ້​ເປີດ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ​ປະ​ກອບ​ສ່ວນ​ຢູ່​ໃນຫຼາຍ​ຂົງ​ເຂດ​ທີ່ໄດ້​ຮັບ​ຄວາມ​ສົນ​ໃຈ​ຂອງ​ພາກ​ພື້ນ ແລະ ບັນ​ດາ​ປະ​ເທດ​ພວມພັດ​ທະ​ນາ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ຄື : ຮັບ​ປະ​ກັນ​ສິດ​ພັດ​ທະ​ນາ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ການ​ຈຳ​ແນກ​ປະ​ພຶດ, ຕ້ານ​ການ​ຄ້າ​ມະ​ນຸດ, ຮັບ​ປະ​ກັນ​ສິດ​ທິ​ເດັກ, ແມ່​ຍິງ ແລະ ຄົນ​ພິ​ການ…ໃນ​ອາ​ຍຸ​ການ​ເປັນ​ສະ​ມາ​ຊິກສະ​ພາ​ສິດ​ທິ​ມະ​ນຸດ​, ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວ​ມ​ຮຽບ​ຮຽງ​ມະ​ຕິ​ກ່​ວາ 30 ສະ​ບັບສຳ​ລັບ​ເນື້ອ​ໃນ​ເຫຼົ່າ​ນັ້ນ, ອັນ​ໄດ້​ປະ​ກອບວ​ສ່​ວນ​ຍົກ​ສູງ​ລະ​ດັບ​ຄວາມ​ຮັບ​ຮູ້​ລວມ​ຂອງ​ໂລກ​ກ່ຽວ​ກັບ​ບັນ​ດາ​ຄຸນ​ຄ່າ​ສິດ​ທິ​ມະ​ນຸດ​.

     ສືບ​ຕໍ່​ເດີນ​ຕາມ​ບັນ​ດາ​ຂ​ໍ້​ລິ​ເລີ່ມ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​

  ເຖິງວ່າ ໄດ້​ເຮັດ​ສຳ​ເລັດ​ໜ້າ​ທີ່​ຢ່າງ​ດີ​ເດັ່ນ​ໃນ​ອາ​ຍຸ​ການ​ເປັນ​ສະ​ມາ​ຊິກສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ​ກໍ​ຕາມ, ແຕ່​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງນີ້, ຫວຽດ​ນາມ​ຍັງ​ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ, ແທດ​ຈິງ ແລະ ມີ​ຄວາມ​ຮັບ​ຜິດ​​ຊອບໃນ​ບັນ​ດາ​ກົນ​ໄກ​ສິດ​ທິ​ມະ​ນຸດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດເວົ້​າລ​ວມ ແລະ ສະ​ພາ​ສິດ​ທິ​ມະ​ນຸດ​ເວົ້າ​ສະ​ເພາະ. ຕ​າມນັ້ນ​ແລ​້ວ, ຫວຽດ​ນາມ​ສືບ​ຕໍ່​ເຊີດ​ຊູ​ຈິດ​ໃຈ​ສົນ​ທະ​ນາ ແລະ ຮ່ວມ​ມື​ໃນ​ບັນ​ຫາ ສິດ​ທິ​ມະ​ນຸດ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວ​ີ​ການ​ພົວ​ພັນຮ່ວມ​ມື 2 ຝ່າຍ​ກັບ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ, ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື, ນັບ​ທັງ​ບັນ​ດາ​ປະ​ເທດ​ທີ່​ມີ​ທັດ​ສະ​ນະ​​ແຕກ​ຕ່​າງ​ກັນກ່ຽວ​ກັບ ​ສິດ​ທິ​ມະ​ນຸດ…..ຫວຽດ​ນາມ​ຍັງ​ສືບ​ຕໍ່​ເດີນ​ຕາມ​ບັນ​ດາ​ຂໍ້​ລິ​ເລີ່ມ​ໂດຍ​ຫວຽດ​ນາມ​ໄດ້​ນຳ​ສະ​ເໜີ​ຢູ່ ສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ, ກ່ຽວ​ຂ້ອງ​ເຖິງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກ​າດ, ຮັບ​ປະ​ກັນ​ສິດ​ຂອງ​ບັນ​ດາ​ກຸ່ມ​ຄົນ​ມີ​ຄວາມ​ສ່ຽງ​ໄພ​ສູງ​ກ່​ວາ​ໝູ່, ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ….

      ປະ​ຈຸ​ບັນ, ຫວຽດ​ນາມ​ສຸມ​ໃສ່​ເຮັດ​ສຳ​ເລັດ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ສະ​ພາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ​ອາ​ຍຸ​ການ 2016-2018 ແລະ ສະ​ພາ​ບໍ​ລິ​ຫານ​ງານ UNESCO ອາ​ຍຸ​ການ 2015-2019. ພ້ອມ​ກັນ​ນັ້ນ, ຫວຽດ​ນາມ​ກໍ​ພວມ​ມາ​ນະ​ພະ​ຍາ​ຍາມ​ຂົນ​ຂວາຍ​ການ​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກບໍ່​ປະ​ຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ.ປ.ຊ ອາ​ຍຸ​ການ 2020-2021. ໃນ​ຈຸດ​ເວ​ລາ​ທີ່​ເໝາະ​ສົມ, ຫວຽດ​ນາມ​ຈະ​ພິ​ຈາ​ລະ​ນະ​ການ​ເຂົ້າ​ເປັນ​ສະ​ມາ​ຊິກສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ​ອີກ​ສະ​ໄໝ​ໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ