ສົມທົບກັນກະທຳເພື່ອຄາດໝາຍພັດທະນາແບບຍືນຍົງ

(VOVWORLD) - ເນື້ອໃນສຳຄັນທີ່ສຸດຂອງກອງປະຊຸມຫົວເລື່ອງສະເພາະສະຫະພັນລັດຖະສະພາສາກົນ (IPU) ພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບ “ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ການກະທຳຂອງບັນດານັກສ້າງກົດໝາຍເພື່ອແນໃສ່ບັນລຸໄດ້ບັນດາຄາດໝາຍພັດທະນາແບບຍືນຍົງ”, ດຳເນີນໃນວັນທີ 11 -12 ພຶດສະພາ ຢູ່ນະຄອນ ໂຮ່ຈີມິນ, ແມ່ນປຶກສາຫາລືບັນດາຄາດໝາຍພັດທະນາແບບຍືນຍົງ ແລະ ບົດບາດຂອງບັນດາສະຫະພັນລັດຖະສະພາໃນບັນຫານີ້. ບົດຂຽນ “ສົມທົບກັນກະທຳເພື່ອຄາດໝາຍພັດທະນາແບບຍືນຍົງ”, ຂອງບັນນາທິການ ທູຮວາ, ເຕື້ອງເຖິງເນື້ອໃນນີ້.
ສົມທົບກັນກະທຳເພື່ອຄາດໝາຍພັດທະນາແບບຍືນຍົງ - ảnh 1ປະທານສະຫະພັນລັດຖະສະພາສາກົນ (IPU) Saber Chowdhury ກ່າວຄຳເຫັນໄຂກອງປະຊຸມ. (ພາບ: Tuyết Lê)

ວັນທີ 11 ພຶດສະພາ 2017, ກອງປະຊຸມຫົວເລື່ອງສະເພາະຂອງສະຫະພັນລັດຖະສະພາສາກົນ (IPU) ພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບ “ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ການກະທຳຂອງບັນດານັກສ້າງກົດໝາຍ ເພື່ອປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງ” ໂດຍສະພາແຫ່ງຊາດ ຫວຽດນາມ ສົມທົບກັບສະຫະພັນລັດຖະສະພາສາກົນ (IPU) ຈັດຕັ້ງ, ມີວາລະປຶກສາຫາລືກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປະກາດປະມວນມາດຕະຖານຕີລາຄາເອງການປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງທີ່ສະຫງວນໃຫ້ບັນດາລັດຖະສະພາ. ວັນທີ 12 ພຶດສະພາ 2017, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ໄປສຳຫຼວດເຂດຊຸມຊົນ ເກົ່າເຢີນໄຊ, ເຊິ່ງແມ່ນສະຖານທີ່ຖືກຜົນສະທ້ອນຍ້ອນນ້ຳທະເລຂຶ້ນສູງ, ດຳເນີນພິທີປູກຕົ້ນໄມ້ ແລະ   ຢ້ຽມຢາມປ່າຊາຍເລນ ເກີ່ນເຢີ່, ຢູ່ເມືອງ ເກີ່ນເຢີ, ນະຄອນ ໂຮ່ຈີມິນ.

ສະພາແຫ່ງຊາດຊຸກຍູ້ການຕິດພັນໃນການປະຕິບັດບັນດາຄາດໝາຍພັດທະນາ

ກ່ຽວກັບການພົວພັນລະຫວ່າງລັດຖະສະພາກັບການປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງ (SDGs), ທ່ານປະທານສະພາແຫ່ງຊາດ ມຽນມາ Mahn Win Khaing Than ຖືວ່າ: ບັນດານັກສ້າງກົດໝາຍມີບົດບາດສຳຄັນໃນການສ້າງບັນດາຄາດໝາຍພັດທະນາແບບຍືນຍົງ, ປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງ, ລວມມີ: ການຮັບປະກັນນະໂຍບາຍພັດທະນາ, ຮັບປະກັນຄວາມກ້າວໜ້າກ່ຽວກັບກົດໝາຍຫຼາຍດ້ານ ແລະ ດຶງດູດການເຂົ້າຮ່ວມຂອງບັນດາຝ່າຍໃນວິວັດທະນາການນີ້. ສະພາແຫ່ງຊາດ ມຽນມາ ໃຫ້ຄຳໝັ້ນສັນຍາຮັບປະກັນການປະຕິບັດບັນດາໂຄງການແບບຍືນຍົງ ແລະ ປະຕິບັດບັນດາຄາດໝາຍພັດທະນາ. ພ້ອມກັນນັ້ນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ເຫັນດີຢ່າງສູງກັບ IPU ກ່ຽວກັບເນື້ອໃນໂຄງການດຳເນີນງານຂອງກອງປະຊຸມຫົວເລື່ອງສະເພາະຄັ້ງນີ້.  ຫວຽດນາມ ໄດ້ຜັນຂະຫຍາຍການສ້າງແຜນການເຄື່ອນໄຫວແຫ່ງຊາດປະຕິບັດໂຄງການດຳເນີນງານ 2030, ແມ່ນພື້ນຖານນິຕິກຳ ເພື່ອໃຫ້ ຫວຽດນາມ ປະຕິບັດຄຳໝັ້ນສັນຍາກັບປະຊາຄົມສາກົນ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າບັນດາຄວາມມານະພະຍາຍາມລວມຂອງທົ່ວໂລກກ່ຽວກັບການພັດທະນາແບບຍືນຍົງ. ແຜນການກະທຳແຫ່ງຊາດຂອງ ຫວຽດນາມ ໄດ້ຮັບການກໍ່ສ້າງບົນທັດສະນະ: ມະນຸດແມ່ນສູນກາງຂອງການພັດທະນາແບບຍືນຍົງ. ເສີມຂະຫຍາຍປັດໄຈມະນຸດຢ່າງສຸດຂີດດ້ວຍບົດບາດເປັນເຈົ້າຂອງ, ແຫຼ່ງຊັບພະຍາກອນຕົ້ນຕໍ ແລະ ແມ່ນຄາດໝາຍຂອງການພັດທະນາແບບຍືນຍົງ. ຫວຽດນາມ ສຸມໃສ່ປັບປຸງລະບົບລະບອບນະໂຍບາຍໃຫ້ສົມບູນແບບ ເພື່ອແນໃສ່ຮັບປະກັນກອບກົດໝາຍໃຫ້ແກ່ການປະຕິບັດແຜນການເຄື່ອນໄຫວ ແລະ ບັນດາຄາດໝາຍພັດທະນາແບບຍືນຍົງຂອງ ຫວຽດນາມ ຢ່າງຄົບຖ້ວນ; ສ້າງແຜນການກະທຳຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ສົມທົບກັບບັນດາຄາດໝາຍແຜນການເຄື່ອນໄຫວແຫ່ງຊາດໃນການປະຕິບັດໂຄງການດຳເນີນງານ 2030 ແລະ ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 2016 – 2020.

ສົມທົບກັນກະທຳເພື່ອຄາດໝາຍພັດທະນາແບບຍືນຍົງ - ảnh 2ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ


ກະທຳຢ່າງແຮງກ່ວາເພື່ອປົກປ້ອງສິ່ງແວດລ້ອມ

        ກ່ຽວກັບບັນດາສິ່ງທ້າທາຍ, ກາລະໂອກາດ ແລະ ການກະທຳຮັບມືຂອງບັນດາປະເທດພາກພື້ນ ອາຊີ - ປາຊີຟິກ ສຳລັບການປ່ຽນແປງຂອງດິນຟ້າອາກາດ, ກອງປະຊຸມໄດ້ເຫັນດີເປັນເອກະສັນໂດຍຖືວ່າ: ການປ່ຽນແປງຂອງດິນຟ້າອາກາດພວມນັບມື້ນັບກໍ່ຜົນສະທ້ອນຢ່າງຫຍໍ້ທໍ້ເຖິງຊີວິດຂອງມວນມະນຸດດ້ວຍລະດັບ ແລະ ຂອບຂະໜາດນັບມື້ນັບຮ້າຍແຮງກ່ວາ, ອາດພາໄປເຖິງການຫລຸດຜ່ອນ GDP ໃນທົ່ວໂລກລົງ 5 -10%. ພາກພື້ນ ອາຊີ - ປາຊີຟິກ ແມ່ນໜຶ່ງໃນບັນດາພາກພື້ນທີ່ຖືກຜົນສະທ້ອນຫຼາຍທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ, ສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດຜ່ານບັນດາປະກົດການໄພທຳມະຊາດຄື: ໄພນ້ຳຖ້ວມ, ບັນດາປະກົດການດິນຟ້າອາກາດຜິດປົກກະຕິນັບມື້ນັບເພີ່ມຂຶ້ນກ່ຽວກັບລະດັບກໍ່ຜົນສະທ້ອນໂດຍກົງໃຫ້ແກ່ປະຊາຊົນນັບຮ້ອຍລ້ານຄົນ. ເຖິງຢ່າງໃດກໍ່ຕາມ, ການປ່ຽນແປງຂອງດິນຟ້າອາກາດກໍ່ແມ່ນໂອກາດເພື່ອໃຫ້ບັນດາປະເທດໃນສາມັກຄີກັນ ພ້ອມກັນຜັນຂະຫຍາຍບັນດາການເຄື່ອນໄຫວຫລຸດຜ່ອນຜົນເສຍຫາຍຈາກການປ່ຽນແປງຂອງດິນຟ້າອາກາດໃຫ້ຢູ່ໃນລະດັບຕ່ຳສຸດ; ການປ່ຽນແປງກ່ຽວກັບຄວາມຮັບຮູ້ ແລະ ວິທີດຳເນີນຊີວິດ, ການຜະລິດ, ດຳເນີນທຸລະກິດຕາມທິດຮັບມື ແລະ ຫລຸດຜ່ອນຄວາມເສຍຫາຍຈາກການປ່ຽນແປງຂອງດິນຟ້າອາກາດໂດຍພື້ນຖານ. ຕາມທ່ານນາງ Anna Schreyoegg, ທີ່ປຶກສາດ້ານນະໂຍບາຍ ແລະ ຫລຸດຜ່ອນຜົນກະທົບຈາກຂອງການປ່ຽນແປງຂອງດິນຟ້າອາກາດ, ອົງການຮ່ວມມືພັດທະນາ ເຢຍລະມັນ (GIZ), ບັນດາປະເທດເຂົ້າຮ່ວມຂໍ້ຕົກລົງປາຣີ ກ່ຽວກັບການຮັບມື ແລະ ຫລຸດຜ່ອນການປ່ຽນແປງຂອງດິນຟ້າອາກາດທົ່ວໂລກຄວນສຸມໃສ່ຢ່າງແຮງເຂົ້າໃນການຜັນຂະຫຍາຍຄາດໝາຍຫລຸດອຸນຫະພູມທົ່ວໂລກລົງ 2 ອົງສາ C, ສ້າງແຜນການຮັບມືແຫ່ງຊາດ, ສ້າງກອບມາດຕະຖານກ່ຽວກັບການຮັບມື ແລະ ຫລຸດຜ່ອນການປ່ຽນແປງຂອງດິນຟ້າອາກາດໃຫ້ຢູ່ໃນລະດັບຕ່ຳສຸດ. ພ້ອມກັບເນື້ອໃນນີ້, ທ່ານ ຟານຊວນຢູ້ງ, ຫົວໜ້າຄະນະກຳມະການວິທະຍາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມ ຫວຽດນາມ, ໃຫ້ຮູ້ວ່າ: ໄລຍະຜ່ານມາ, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມ, ການປະຕິບັດບັນດາໂຄງການສາກົນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປັບປຸງລະບົບກົດໝາຍກ່ຽວກັບວຽກງານການຮັບມື, ຫລຸດຜ່ອນການປ່ຽນແປງຂອງດິນຟ້າອາກາດໃຫ້ຢູ່ໃນລະດັບຕ່ຳສຸດ, ເພີ່ມທະວີການນຳໃຊ້ເຕັກໂນໂລຢີສະອາດ, ຜະລິດກະສິກຳຂຽວ…

        ທ່ານນາງ Namosimalua Veniana, ສະມາຊິກສະພາແຫ່ງຊາດ ປະເທດສາທາລະນະລັດ Fiji, ເນັ້ນໜັກວ່າ: ບັນດາສະມາຊິກສະພາແຫ່ງຊາດ ຄວນມີບັນດາການກະທຳຢ່າງແຮງເພື່ອຫລຸດຜ່ອນການປ່ຽນແປງຂອງດິນຟ້າອາກາດໃຫ້ຢູ່ໃນລະດັບຕ່ຳສຸດ, ສົ່ງເສີມປະຊາຊົນເຂົ້າຮ່ວມບັນດາການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສົມທົບບັນດາຂັ້ນຕອນ ແລະ ການປະຕິບັດໜ້າທີ່ຕິດຕາມກວດກາບັນດາການເຄື່ອນໄຫວປະຕິບັດກົດໝາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດເປັນຢ່າງດີ. ບັນດາປະເທດ ອາຊີ - ປາຊີຟິກ ກໍ່ຕ້ອງມີການຮ່ວມມືຢ່າງແໜ້ນແຟ້ນ, ໃຫ້ຄຳໝັ້ນສັນຍາຢ່າງຈະແຈ້ງໃນການເຄື່ອນໄຫວຫລຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ, ສະຫງວນແຫຼ່ງກຳລັງ, ແຫຼ່ງຊັບພະຍາກອນມະນຸດຫຼາຍໃຫ້ແກ່ການເຄື່ອນໄຫວຫລຸດຜ່ອນການປ່ຽນແປງຂອງດິນຟ້າອາກາດໃຫ້ຢູ່ໃນລະດັບຕ່ຳສຸດ ແລະ ຍູ້ແຮງບັນດາການເຄື່ອນໄຫວຮ່ວມມື 2 ຝ່າຍ, ຫຼາຍຝ່າຍໃນຂົງເຂດນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ