ສື່ມວນຊົນປະກອບສ່ວນຍົກສູງທີ່ຕັ້ງຂອງ ຫວຽດນາມ ໃນເວທີປາສາກົນ

(VOVWORLD) -ປີ 1925, ເພື່ອໂຄສະນາບັນດາແນວຄວາມຄິດປະຕິວັດຢູ່ ຫວຽດນາມ, ປະທານ ໂຮ່ຈີມິນ ໄດ້ສ້າງຕັ້ງໜັງສືພິມຊາວໜຸ່ມ ແລະ ໄດ້ພິມອອກສະບັບທຳອິດແມ່ນວັນທີ (21/06/1925), ສ້າງເປັນຂີດໝາຍວິວັດການສ້າງຕັ້ງ ແລະ ພັດທະນາຂອງສື່ມວນຊົນ ປະຕິວັດ ຫວຽດນາມ.

ວັນທີ 21 ມິຖຸນາ, ແມ່ນຄົບຮອບ 93ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925 21/06/2018). 93 ປີຜ່ານມາ, ສື່ມວນຊົນປະຕິວັດ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງພ້ອມກັບພາລະກິດປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ສືີ່ມວນຊົນກໍ່ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງການພົວພັນຕ່າງປະເທດ ຫວຽດນາມ, ປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖານລະພາບ, ປົກປັກຮັກສາອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງເຂັ້ມແຂງ.

ປີ 1925, ເພື່ອໂຄສະນາບັນດາແນວຄວາມຄິດປະຕິວັດຢູ່ ຫວຽດນາມ, ປະທານ ໂຮ່ຈີມິນ ໄດ້ສ້າງຕັ້ງໜັງສືພິມຊາວໜຸ່ມ ແລະ ໄດ້ພິມອອກສະບັບທຳອິດແມ່ນວັນທີ (21/06/1925), ສ້າງເປັນຂີດໝາຍວິວັດການສ້າງຕັ້ງ ແລະ ພັດທະນາຂອງສື່ມວນຊົນ ປະຕິວັດ ຫວຽດນາມ.

ສື່ມວນຊົນປະກອບສ່ວນຍົກສູງທີ່ຕັ້ງຂອງ ຫວຽດນາມ ໃນເວທີປາສາກົນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ

        ຈາກອົງການສື່ມວນຊົນແຫ່ງຕ່າງໆ ໃນຊຸມວັນທຳອິດທີ່ຢຶດໄດ້ອຳນາດການປົກຄອງນັ້ນ, ມາຮອດປັດຈຸບັນ, ຫວຽດນາມ ໄດ້ມີກຳລັງຜູ້ເຮັດວຽກງານການສື່ຂ່າວເຂັ້ມແຂງແຮງກ້າ, ດ້ວຍນັກຂ່າວກ່ວາ 18.000 ຄົນໄດ້ຮັບບັດນັກຂ່າວ, ເຮັດວຽກຢູ່ອົງການສື່ມວນຊົນເກືອບ 900 ແຫ່ງ ດ້ວຍສື່ມວນຊົນປະເພດຕ່າງໆຢ່າງຄົບຖ້ວນຄື: ສື່ສິ່ງພິມ, ກະຈາຍສຽງ, ໂທລະພາບ, ສື່ເອເລັກໂຕນິກ…ໃນນັ້ນ ມີປະມານ 40 ອົງການສື່ມວນຊົນທີ່ມີຫລັກມູນ, ຈຸດປະສົງຖະແຫຼງຂ່າວໃຫ້ຕ່າງປະເທດ, ດ້ວຍຖັນແຖວນັກຂ່າວ, ບັນນາທິການປະມານເກືອບ 1000 ຄົນ, ເຕົ້າໂຮມຕົ້ນຕໍແມ່ນຢູ່ບັນດາອົງການສື່ມວນຊົນຄື: ສຳນັກຂ່າວສານ ຫວຽດນາມ, ສະຖານີໂທລະພາບ ຫວຽດນາມ, ສະຖານີວິທະຍຸກະຈາຍສຽງ ຫວຽດນາມ; ຄະນະໂຄສະນາສຶກສາສູນກາງ, ກະຊວງການຕ່າງປະເທດ…

ບົດບາດສຳຄັນຂອງສື່ມວນຊົນໃນວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ

        ໃນປະຫວັດສາດການພົວພັນຕ່າງປະເທດ ຫວຽດນາມ, ສື່ມວນຊົນຍາມໃດກໍ່ສົມທົບຢ່າງແໜ້ນແຟ້ນກັບການທູດ ເຮັດວຽກງານຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຕໍ່ສູ້ກັບຫາງສຽງໃນພາລະກິດປົກປັກຮັກສາອຳນາດອະທິປະໄຕທະເລໝູ່ເກາະເປັນຢ່າງດີ. ບັນດາຄວາມມານະພະຍາຍາມລວມນັ້ນ ໄດ້ຊ່ວຍໃຫ້ເພື່ອນມິດສາກົນເຂົ້າໃຈແຈ້ງກ່ວາຄວາມເປັນທຳຂອງ ຫວຽດນາມ. ປະຊາຊົນພາຍໃນປະເທດສະໜັບສະໜູນແຜນນະໂຍບາຍຖືກຕ້ອງ ແລະ ບັນດາຄວາມມານະພະຍາຍາມ, ມາດຕະການຂອງພັກ, ລັດ ແນໃສ່ປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ປົກປັກຮັກສາອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໃຫ້ໝັ້ນຄົງເຂັ້ມແຂງ.

ພ້ອມກັບເລື່ອງເພີ່ມທະວີການໂຄສະນາຂໍ້ມູນຂ່າວສານກ່ຽວກັບປະເທດຊາດ, ປະຊາຊົນ ແລະ ການພັດທະນາຂອງຫວຽດນາມ, ສື່ມວນຊົນສຳລັບຕ່າງປະເທດໄດ້ຕໍ່ສູ້ຢ່າງເປັນເຈົ້າການ ແລະ ມີປະສິດທິຜົນກວ່າກັບບັນດາຖ້ອຍທຳນອງເສກສັນປັ້ນແຕ່ງກ່ຽວກັບຫວຽດນາມ, ໂດຍສະເພາະແມ່ນໃນບັນດາບັນຫາປະຊາທິປະໄຕ, ສິດທິມະນຸດ, ສາສະໜາ, ຊາຍແດນ, ຜືນແຜ່ນດິນ.

ສື່ມວນຊົນກໍ່ໄດ້ປະກອບສ່ວນເຂົ້າໃນຜົນສຳເລັດຂອງການເຄື່ອນໄຫວພົວພັນຕ່າງປະເທດສຳຄັນ, ລວມທັງບັນດາການຢ້ຽມຢາມຕ່າງປະເທດຂອງການນຳຂັ້ນສູງຫວຽດນາມ ແລະ ການນຳຂັ້ນສູງບັນດາປະເທດມາຫວຽດນາມ ແລະ ບັນດາເຫດການໃຫຍ່ຄື: ກອງປະຊຸມຂັ້ນສູງ APEC 2006, APEC 2017; ວັນບຸນວິສາຂະບູຊາ Vesak (2008), ຫວຽດນາມ ເຂົ້າເປັນສະມາຊິກອົງການການຄ້າໂລກ - WTO (2007), ໄດ້ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ (2008 - 2009); ບັນດາກອງປະຊຸມສຸດຍອດອາຊຽນ 16, 17, ກອງປະຊຸມສຸດຍອດອາຊີຕາເວັນອອກ… ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ຕີລາຄາວ່າ.

“ການຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນພາກສ່ວນສຳຄັນໃນວຽກງານໂຄສະນາແນວຄິດ ແລະ ການພົວພັນຕ່າງປະເທດຂອງພັກ ແລະ ລັດ. ໃນໄລຍະ 70 ກວ່າປີຜ່ານມາ, ການຖະແຫຼງຂ່າວໃຫ້ຕ່າງປະເທດ ໄດ້ຕິດແທດກັບແຜນນະໂຍບາຍ, ແນວທາງຂອງພັກ, ປະກອບສ່ວນໂດຍກົງເຂົ້າໃນຜົນງານຂອງວຽກງານການພົວພັນຕ່າງປະເທດ, ປະກອບສ່ວນສ້າງຄວາມເຫັນດີເຫັນພ້ອມ ແລະ ສະໜັບສະໜູນຂອງປະຊາຊົນຢູ່ພາຍໃນປະເທດ ກໍຄືເພື່ອນມິດສາກົນ, ສ້າງກຳລັງແຮງສັງລວມ, ຍົກສູງຖານະບົດບາດທີ່ຕັ້ງຂອງຫວຽດນາມ ຢູ່ເວທີສາກົນ, ປະກອບສ່ວນປົກປັກຮັກສາຜົນປະໂຫຍດແຫ່ງຊາດ.”

ປ່ຽນແປງໃໝ່ເພື່ອປະກອບສ່ວນປະຕິບັດສຳເລັດໜ້າທີ່ພົວພັນຕ່າງປະເທດໃນໄລຍະຈະມາເຖິງ

            ການພັດທະນາຢ່າງແຮງຂອງປະເທດຊາດ, ບັນດາການຫັນປ່ຽນຢ່າງວ່ອງໄວໃນສະພາບການໂລກ ແລະ ພາກພື້ນ ໄດ້ ແລະ ພວມວາງອອກໃຫ້ສື່ມວນຊົນເຮັດວຽກງານຖະແຫຼງຂ່າວໃຫ້ກັບຕ່າງປະເທດນັບທັງມີຄວາມສະດວກ ແລະ ສິ່ງທ້າທາຍປະສົມປະສານກັນ. ຄວາມສະດວກແມ່ນບັນດາຜົນງານອັນໃຫຍ່ຫຼວງຂອງກິດຈະການແຫ່ງການປ່ຽນແປງໃໝ່, ທີ່ຕັ້ງຂອງປະເທດຊາດນັບມື້ນັບໄດ້ຮັບການຍົກສູງຂຶ້ນ ແມ່ນບັນດາສິ່ງທີ່ລ້ຳຄ່າເພື່ອຂຸດຄົ້ນ. ພິເສດ, ການພັດທະນາຂອງວິທະຍາສາດ, ເຕັກໂນໂລຊີຢ່າງແຮງ ໄດ້ຊ່ວຍໃຫ້ການຖະແຫຼງຂ່າວໃຫ້ຕ່າງປະເທດສຳຜັດກັບພາຫະນະ, ເຕັກນິກຂໍ້ມູນຂ່າວທັນສະໄໝ, ບັນດາວິທີສື່ຂ່າວໃໝ່ທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ ແລະ ມີປະສິດທິຜົນ.

ດ້ານອື່ນ, ສິ່ງທ້າທາຍແມ່ນບັນດາການຜັນແປທີ່ສັບສົນຂອງສະພາບການສາກົນ ແລະ ຄວາມຫຍຸ້ງຍາກ ທີ່ເກີດຂຶ້ນ ໃນການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ ອາດຈະສົ່ງຜົນສະທ້ອນຫຍໍ້ທໍ້ເຖິງພາບພົດຂອງຫວຽດນາມ. ໃນສະພາບການ   ນັ້ນ, ຮຽກຮ້ອງໃຫ້ສື່ມວນຊົນຖະແຫຼງຂ່າວໃຫ້ຕ່າງປະເທດຄວນມີບັນດາການປ່ຽນແປງໃໝ່ ເພື່ອສືບຕໍ່ປະຕິບັດພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.  ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິງມິນ ໃຫ້ຮູ້ວ່າ:

        ກາຖະແຫຼງຂ່າວໃຫ້ຕ່າງປະເທດ ຕ້ອງສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ຍົກສູງສະຕິຄວາມຮັບຮູ້ໃນສະພາບການໃໝ່ ເພື່ອຮັບໃຊ້ຜົນປະໂຫຍດຂອງປະເທດຂອງຊາດ ໃຫ້ດີທີ່ສຸດ. ໃນສະພາບການ ທີ່ສະພາບແວລ້ຂອງການພົວພັນຕ່າງປະເທດ ແລະ ສະພາບແວລ້ອຂອງຂໍູ້ນຂ່າວສານ ພວມມີການປ່ຽນແປງຢ່າງແຮງ, ການຖະແຫຼງຂ່າວໃຫ້ຕ່າງປະເທດຄວນປ່ຽນແປງວິທີການສຳຜັດໃໝ່, ຕາມທິດນຳທີ່ຊັດເຈນ, ທັນການ, ເໝາະສົກັບແຕ່ລະເປົ້າໝາຍ, ພິເສດ ຄວນຍູ້ແຮງການຖະແຫຼງຂ່າວໃຫ້ຕ່າງປະເທດ ເປັນພາສາ່າງປະເທດ, ໂດຍສະເພາະແມ່ນກ່ຽວກັບຜົນງານຂອງປະເທດຊາດ, ການປົປັກຮັກສາອຳນາດອະທິປະໄຕແຫ່ງຊາດ. ພ້ອມທັງ ເພີ່ມທະວີການໝູນໃຊ້ບັນດາເຕັກໂນໂລຢີຂໍ້ມູນຂ່າວສານການສື່ສານທີ່ທັນສະໄໝຂອງຍຸກສະໄໝ 4.0 ເຂົ້າໃນວຽກງານການຖະແຫຼງຂ່າວໃຫ້ຕ່າງປະເທດ”.

        ໃນປະຫວັດສາດສື່ມວນຊົນປະຕິວັດຫວຽດນາມ, ສື່ມວນຊົນ ໄດ້ປະກອບສ່ວນນຳຮູບພາບຂອງຫວຽດນາມ ປ່ຽນແປງໃໝ່, ເຊື່ອມໂຍງອອກສູ່ໂລກ, ຊ່ວຍໃຫ້ປະຊາຊົນໃນໂລກ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີຄວາມເຂົ້າໃຈກ່ຽວກັບປະເທດຊາດຫວຽດນາມ ຕື່ມອີກ.

        ໃນໄລຍະແຫ່ງການພັດທະນາໃໝ່ຂອງປະເທດຊາດ, ສື່ມວນຊົນສຳລັບຕ່າງປະເທດ ສືບຕໍ່ແມ່ນຊ່ອງຂໍ້ມູນຂ່າວສານທີ່ມີປະສິດທິຜົນໃນບັນດາບາດກ້າວພັດທະນາໃໝ່, ມີຄຸນນະພາບ ເພື່ອຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດການຫັນປະເທດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ຍົກສູງຖານະບົດບາດຂອງຫວຽດນາມ ໃນເວທີສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ