ສຸມໃສ່ສ້າງສຳເລັດຄາດໝາຍເຕີບໂຕ

(VOVWORLD) -ກອງປະຊຸມຜ່ານເຄືອຂ່າຍອີນເຕີເນັດທົ່ວປະເທດ ເຊິ່ງລັດຖະບານຫວຽດນາມ ໄດ້ຮຽກໂຮມໃນວັນທີ 02 ກໍລະກົດ, ໃນສະພາບທີ່ລະດັບການເຕີບໂຕ GDP ໃນ 6 ເດືອນຕົ້ນປີບັນລຸ 7,08%, ສູງທີ່ສຸດນັບແຕ່ປີ 2011 ມາຮອດປະຈຸບັນ. ກອງປະຊຸມມີຄວາມໝາຍສຳຄັນທີ່ສຸດ ເພື່ອໄຈ້ແຍກ, ເຮັດແຈ້ງສະພາບການໃນ 6 ເດືອນຕົ້ນປີ 2018 ແລະ ຜັນຂະຫຍາຍໜ້າທີ່ໃນ 6 ເດືອນທ້າຍປີ 2018. ທີ່ກອງປະຊຸມ, ການນຳບັນດາທ້ອງຖິ່ນໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈໃນການປະຕິບັດຄາດໝາຍເຕີບໂຕ.

ສຸມໃສ່ສ້າງສຳເລັດຄາດໝາຍເຕີບໂຕ - ảnh 1ກອງປະຊຸມຜ່ານເຄືອຂ່າຍອີນເຕີເນັດທົ່ວປະເທດ

(ພາບ: news.zing.vn)

ຜ່ານ ½ ໄລຍະທາງຂອງປີ 2018, ເສດຖະກິດຫວຽດນາມ ບັນລຸໄດ້ລະດັບເຕີບໂຕທີ່ໜ້າຊື່ນຊົມ. ລວມຍອດຜະລິດຕະພັນພາຍໃນ (GDP) ໃນ 6 ເດືອນຕົ້ນປີ 2018 ຄາດວ່າເພີ່ມຂຶ້ນ 7,08% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017, ເຊິ່ງແມ່ນລະດັບສູງສຸດຂອງ 6 ເດືອນນັບແຕ່ປີ 2011. ກຳລັງໜູນຕົ້ນຕໍທີ່ປະກອບສ່ວນເຂົ້າການເຕີບໂຕລວມແມ່ນຂະແໜງອຸດສາຫະກຳປຸງແຕ່ງ, ການຜະລິດ ດ້ວຍລະດັບເພີ່ມຂຶ້ນແມ່ນກວ່າ 13%.

        ຍອດເງິນລົງທຶນທົ່ວສັງຄົມຄາດວ່າບັນລຸກວ່າ 747.000 ຕື້ດົ່ງ, ເທົ່າກັບ 32,9% GDP ແລະ ເພີ່ມ 10,1% ເມື່ອທຽບໃສ່ໄລຍະດຽວກັນ, ໃນນັ້ນຂົງເຂດນອກລັດກວມເອົາອັດຕາສູງທີ່ສຸດ ແລະ ມີລະດັບເພີ່ມຂຶ້ນສູງທີ່ສຸດ…

        ບັນດາໝາກຜົນທີ່ປະເອີນໃຈດັ່ງກ່າວມີຄວາມໝາຍສຳຄັນ ໃນສະພາບທີ່ຫວຽດນາມ ກ້າວເດີນໄດ້ ½ ໄລຍະທາງຂອງປີ 2018, ເຊິ່ງໄດ້ສ່ອງແສງເຖິງຄວາມຖືກຕ້ອງຂອງແຜນນະໂຍບາຍຂອງພັກກ່ຽວກັບການພັດທະນາຂົງເຂດເສດຖະກິດພາກເອກະຊົນ.

ເຫັນໄດ້ບັນດາສິ່ງທ້າທາຍ

        ທີ່ກອງປະຊຸມ, ໂດຍຮັບຮູ້ບັນດາຜົນງານເຊິ່ງພື້ນຖານເສດຖະກິດບັນລຸໄດ້, ແຕ່ບັນດາຜູ້ແທນກໍ່ເຫັນໄດ້ບັນດາສິ່ງທ້າທາຍເຊິ່ງຫວຽດນາມ ຕ້ອງປະເຊີນໜ້າໃນໄລຍະຈະມາເຖິງ. ນັ້ນແມ່ນຮູບແບບການເຕີບໂຕ GDP ປີ 2018 ມີທ່າອ່ຽງຄ່ອຍໆຫຼຸດລົງ, ຈາກ 7,45% ຂອງໄຕມາດທີ 1 (ພາຍຫຼັງການຕີລາຄາຄືນ) ຫຼຸດລົງເຫຼືອພຽງ 6,79% ໃນໄຕມາດທີ 2. ເຖິງວ່າຍັງຢູ່ໃນລະດັບດີພໍສົມຄວນ, ແຕ່ເພື່ອບັນລຸໄດ້ຄາດໝາຍໃນແຜນການເຕີບໂຕທີ່ວາງອອກແມ່ນ 6,7%, ນັ້ນແມ່ນຄວນມີຄວາມມານະພະຍາຍາມ, ສູ້ຊົນຢ່າງແຮງກວ່າອີກໃນໄຕມາດທີ 3 ແລະ ທີ 4 ຂອງປີ 2018.

        ທີ 2 ແມ່ນ, ເຖິງວ່າໄພເງິນເຟີ້ຍັງຢູ່ໃນລະດັບຄວບຄຸມໄດ້ກໍຕາມ, ແຕ່ໃນ 2 ເດືອນລຽນຕິດຜ່ານມາ, ດັດຊະນີ CPI ໄດ້ເພີ່ມຂຶ້ນຢ່າງແຮງເມື່ອທຽນໃສ່ເດືອນພຶດສະພາ ແມ່ນ 0,55%, ເດືອນມິຖຸນາ ແມ່ນ 0,61%. ນີ້ແມ່ນລະດັບເພີ່ມຂຶ້ນສູງທີ່ສຸດ ແລະ ຖ້າຫາກຍັງສືບຕໍ່ຢ່າງຕໍ່ເນື່ອງແມ່ນຈະກໍ່ຄວາມຫຍຸ້ງຍາກໃຫ້ການຄວບຄຸມຄາດໝາຍ CPI ສະເລ່ຍຂອງທັງປີຕ່ຳກວ່າ 4%. ຄາດວ່າ, ຍັງມີ 2 ຄັ້ງທີ່ລາຄາອາດຈະເພີ່ມຂຶ້ນສູງ, ນັ້ນແມ່ນໃນໂອກາດເລີ່ມເຂົ້າສົກຮຽນໃໝ່ ແລະ ໃນເດືອນທ້າຍປີ.

        ນອກຈາກນັ້ນ, ມີນັກຊ່ຽວຊານຫຼາຍທ່ານໄດ້ກ່າວເຕືອນວ່າ, ເສດຖະກິດໂລກຈະບໍ່ສາມາດຮັກສາທ່າເຕີບໂຕທີ່ດີພໍສົມຄວນໄດ້ໃນປີ 2019 ແລະ ສົ່ງຜົນກະທົບທີ່ໃຫຍ່ຫຼວງເຖິງບັນດາປະເທດພວມພັດທະນາ, ບັນດາປະເທດມີການສົ່ງອອກຫຼາຍ, ໃນນັ້ນມີຫວຽດນາມ. ສະນັ້ນ, ເລື່ອງສ້າງບັນດາແຜນການສຳຮອງ, ແຜນກຳນົດເພື່ອຮັກສາເສດຖະກິດມະຫາພາກເປັນປົກກະຕິ ແລະ ລະດັບເຕີບໂຕດ້ານເສດຖະກິດທີ່ເໝາະສົມ ແມ່ນມີຄວາມຈຳເປັນ, ໃນນັ້ນສຸມໃສ່ຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ໂດຍໄວ, ຍູ້ແຮງການພັດທະນາທາງດ້ານຄຸນນະພາບໃນທຸກໆຂະແໜງ, ຂົງເຂດ, ຜ່ານນັ້ນເພີ່ມກຳລັງຄວາມສາມາດໃນການຮັບມືຂອງພື້ນຖານເສດຖະກິດຕໍ່ໜ້າບັນດາການຫັນປ່ຽນຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງພື້ນຖານເສດຖະກິດ ແລະ ການຄ້າໂລກ. ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິ໋ຢຸງ, ຖືວ່າ.

        “ສົມທົບກັນຢ່າງແໜ້ນແຟ້ນ, ບໍລິຫານຢ່າງມີໄຫວພິບ, ຈັດຕັ້ງວຽກງານຕິດຕາມກວດກາເສດຖະກິດໂລກໃຫ້ເປັນຢ່າງດີ ເພື່ອຍົກອອກບັນດາມາດຕະການແກ້ໄຂຢ່າງທັນການ. ນອກຈາກນັ້ນ, ຄວນຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ສ້າງຍຸດທະສາດແຫ່ງຊາດກ່ຽວກັບການເຊື່ອມໂຍງໃນຍຸກສະໄໝ 4.0 ຢ່າງວ່ອງໄວ; ຊຸກຍູ້ພາກພື້ນເສດຖະກິດພາກເອກະຊົນເຂົ້າຮ່ວມລະບົບມູນຄ່າທົ່ວໂລກ, ຍູ້ແຮງລະດັບຄວາມຄືບໜ້າການປ່ອຍທຶນລົງທຶນພາກລັດ”.

ທ້ອງຖິ່ນຮ່ວມແຮງຮ່ວມໃຈ

        ເພື່ອປະຕິບັດສຳເລັດບັນດາຄາດໝາຍເຕີບໂຕໃນປີ 2018, ພ້ອມກັບການຊີ້ນຳ, ບໍລິຫານຈາກລັດຖະບານ, ບົດບາດຜັນຂະຫຍາຍຂອງທ້ອງຖິ່ນຕ່າງໆແມ່ນມີຄວາມໝາຍສຳຄັນທີ່ສຸດ. ທີ່ກອງປະຊຸມ, ການນຳຫຼາຍທ້ອງຖິ່ນໄດ້ຍົກອອກບັນດາບາດກ້າວລະອຽດຂອງແຕ່ລະແຂວງ, ນະຄອນ ກໍຄືຄວາມຕັດສິນໃຈເພື່ອປະຕິບັດສຳເລັດຄາດໝາຍເຕີບໂຕທີ່ໄດ້ວາງອອກ. ຕາມນັ້ນແລ້ວ, ຈະສຸມໃສ່ເລື່ອງເອົາໃຈໃສ່ຍົກສູງຄຸນນະພາບການເຕີບໂຕ, ລະດົມແຫຼ່ງກຳລັງເພື່ອພັດທະນາພື້ນຖານໂຄງລ່າງຕົວເມືອງ… ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ຫງວຽນດຶກຈູງ, ໃຫ້ຮູ້ວ່າ.

        “ນະຄອນຮ່າໂນ້ຍ ຈະສືບຕໍ່ປະຕິບັດໜ້າທີ່ຕາມມະຕິເລກທີ 01 ຂອງລັດຖະບານຢ່າງມີປະສິດທິຜົນ, ສືບຕໍ່ປະຕິຮູບການບໍລິຫານ, ຜັນຂະຫຍາຍປະຕິບັດກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ. ນັບແຕ່ວັນທີ 01 ສິງຫາ 2018 ເປັນຕົ້ນໄປ, ຮ່າໂນ້ຍ ຈະສຸມໃສ່ກວດກາ, ສັບຊ້ອນບັນດາຫົວໜ່ວຍພາກລັດຄືນໃໝ່, ພັດທະນາບັນດາລະບົບຮ່ວມສຳພັນຜະລິດ ເພື່ອບັນລຸປະສິດທິຜົນດ້ານເສດຖະກິດໃຫ້ສູງກວ່າ”.

        ໃນຂະນະນັ້ນ, ຜູ້ຕາງໜ້າພາກໃຕ້, ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ, ຢັ້ງຢືນວ່າ.

        “ທາງນະຄອນຈະໜູນຊ່ວຍວິສາຫະກິດ, ຍູ້ແຮງການຫັນເປັນຫຸ້ນສ່ວນ, ສັບຊ້ອນຫົວໜ່ວຍເສດຖະກິດ, ສຸມໃສ່ພັດທະນາການທ່ອງທ່ຽວທາງນ້ຳ, ສ້າງແຜນຮ່າງເຂດຕົວເມືອງມີຫົວຄິດປະດິດສ້າງທາງທິດຕາເວັນອອກຂອງນະຄອນ. ຜັນຂະຫຍາຍບັນດາມາດຕະການແກ້ໄຂອື່ນໆຢ່າງຄົບຊຸດ ເພື່ອຮັກສາລະດັບເຕີບໂຕດ້ານເສດຖະກິດ ກໍຄືບົດບາດນຳພາຂອງນະຄອນໂຮ່ຈິມິນ”.

        ½ ໄລຍະທາງຂອງປີ 2018 ໄດ້ຜ່ານໄປແລ້ວ ແລະ ບັນດາໝາກຜົນເຊິ່ງເສດຖະກິດຫວຽດນາມ ບັນລຸໄດ້ແມ່ນບັນດາຄວາມມານະພະຍາຍາມທີ່ບໍ່ອາດປະຕິເສດໄດ້. ເຖິງຢ່າງໃດກໍ່ຕາມ, ລັດຖະບານ ແລະ ບັນດາທ້ອງຖິ່ນບໍ່ຄວນປະເອີບໃຈເກີນໄປກັບບັນດາຜົນງານ, ຫາກຄວນເປັນເຈົ້າການເຫັນໄດ້ແຈ້ງສິ່ງທ້າທາຍ, ແກ້ໄຂບັນດາຄວາມອ່ອນດ້ອຍ ຈະປະກອບສ່ວນເພື່ອໃຫ້ຫວຽດນາມ ຮັກສາເສດຖະກິດມະຫາພາກໄດ້ ແລະ ບັນລຸໄດ້ຄາດໝາຍທີ່ໄດ້ວາງອອກໃຫ້ໝົດທັງປີ.

ຕອບກັບ

ຂ່າວ/ບົດ​ອື່ນ