ສະພາບການໃນແຫຼມເກົາຫຼີພັດເພີ່ມຄວາມເຄັ່ງຕຶງຂຶ້ນ

ວັນ​ທີ 23/6, ສ.ປ.ປ​ເກົາຫຼີ ໄດ້​ປະ​ກາດການ​ທົດລອງຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄລ​ຍະ​ກາງ Musudan ສຳ​ເລັດ​ຜົນ ແລະ ຖື​ວ່າ ມັນ​ອາດ​ຈະ​ບຸກ​ໂຈມ​ຕີ​ກຳ​ລັງ​ອາ​ເມ​ລິ​ກາ, ນາບ​ຂູ່​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ຂອງ​ອາ​ເມ​ລິ​ກາ​ໃນ​ພາກ​ພື້ນ. ອີກ​ເທື່ອ​ໜຶ່ງ, ເຫດ​ການນີ້ ໄດ້​ພາ​ໃຫ້​ສະ​ພາບ​ການ​ໃນ​ພາກ​ພື້ນ​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ ພ້ອມ​ທັງ​ເຮັດ​ໃຫ້​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທຸກ​ຢ່າງ​ໃນ​ການ​ສ້າງ​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ​ຕົກ​ເຂົ້​າ​ສູ່​ສະ​ພາບບໍ່​ມີ​ທາງ​ອອກ.

 

ສະພາບການໃນແຫຼມເກົາຫຼີພັດເພີ່ມຄວາມເຄັ່ງຕຶງຂຶ້ນ - ảnh 1
2 ກໍ​ລະ​ນີ ທີ່ ສ.ປ.ປເກົາຫຼີຍິງ​ລູກ​ສອນ​ໄຟ​ໄດ້​ປະ​ຕິ​ບັດ​ຢູ່​ນະ​ຄອນ​ທ່າ​ກຳ​ປັ່ນ Wonsan

        2 ກໍ​ລະ​ນີ ຍິງ​ລູກ​ສອນ​ໄຟ​ໄດ້​ປະ​ຕິ​ບັດ​ຢູ່​ນະ​ຄອນ​ທ່າ​ກຳ​ປັ່ນ Wonsan. ກໍ​ລະ​ນີ​ທຳ​ອິດ​ແມ່ນ​ໄດ້​ປະ​ຕິ​ບັດ​ໃນເວ​ລາ 5ໂມງ 58 ນາ​ທີ່​ຕາມ​ເວ​ລາ​ທ້ອງ​ຖິ່ນ, ແຕ່ບໍ່​ປະ​ສົບ​ຜົນ​ສຳ​ເລັດ. ຫຼັງ​ຈາກນັ້ນ 2 ຊົ່ວ​ໂມງ ຄື​ໃນ​ເວ​ລາ 8 ໂມງ 5 ນາ​​ທີ່, ລູກ​ສອນ​ໄຟ​ລູກ​ທີ 2 ໄດ້​ຖືກ​ຍິງ​ໄປ ແລະ ສາ​ມາດ​ບັນ​ລຸ​ໄລ​ຍະຍິງ 150 ກິ​ໂລ​ແມັດ. ລູກ​ສອນ​ໄຟ​ທີ່​ພຽງ​ຢາງ​ຍິງ​ໄປ​ນັ້ນ ແມ່ນ​ລູກ​ສອນ​ໄຟ Musadan, ຄາດ​ວ່າ​ມີ​ໄລ​ຍະ​ຍິງ​ເຖິງ 3000 ກິ​ໂລ​ແມັດ ຊຶ່ງ​ສາ​ມາດ​ຍິງ​ໄປ​ເຖິງ​ເກາະ Guam ຂອງ​ອາ​ເມ​ລິ​ກາ​ຢູ່​ເຂດ​ມະ​ຫາ​ສະ​ໝຸດປາ​ຊີ​ຟິກ. ສ.ປ.ປ​ເກົາຫຼີ​ໄດ້​ຮັບ​ຖື​ວ່າມີລູກ​ສອນ​ໄຟ Musadan ນັບ 10 ລູກ. ກໍ​ລະ​ນີ​ຍິງ​ລູກ​ສອນ​ໄຟ​ນີ້ ກໍ​ເປັນ​ຂີດ​ໝາຍ​ທີ່​ພຽງ​ຢາງໄດ້​ຍິງ​ລູກ​ສອນ​ໄຟ​ຄັ້ງ​ທີ 5 ຢ່າງ​ລຽນ​ຕິດ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ.

   ຄວາມ​ເຄັ່ງ​ຕຶງ​ພັດ​ເພີ່ມ​ຂຶ້ນ

  ໃນ​ຂະ​ນະ​ທີ່​ການ​ນຳ ສ.ປ.ປ​ເກົາຫຼີ ທ່ານ Kim Jong – Un ໄດ້​ຍ້ອງ​ຍໍ 2 ກໍ​ລະ​ນີ ຍິງ​ລູກ​ສອນ​ໄຟ​ເມື່ອ​ວັນ​ທີ 22/6 ວ່າ ແມ່ນ​ເຫດ​ການ​ໃຫຍ່ ເພື່ອ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ບຸກ​ໂຈມ​ຕີ​ດ້ວຍ​ນິວ​ເຄຼຍຂອງ ສ.ປ.ປ​ເກົາຫຼີ ນັ້ນ, ອາ​ເມ​ລິ​ກາ​ໄດ້​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່ 2 ກໍ​ລະ​ນີຍິງ​ລູກ​ສອນ​ໄຟ​ດັ່ງ​ກ່າວ ແລະ ຖື​ວ່າ ສ.ປ.ປ​ເກົາຫຼີໄດ້​ລະ​ເມີດ​ບັນ​ດາ​ມະ​ຕິ​ຂອງ ສ.ປ.ຊ, ຕາມນັ້ນ​ແລ້ວ, ໄດ້​ຫ້າມ​ພຽງ​ຢາງ​ນຳ​ໃຊ້​ທຸກໆ​ເຕັກ​ໂນ​ໂລ​ຢີລູກ​ສອນ​ໄຟ​ນຳ​ວິ​ຖີ. ຍີ​ປຸ່ນ, ສ.ເກົາຫຼີ​ໄດ້​ຕັ້ງ​ກອງ​ທັບ​ຂອງ​ຕົນ​ຢູ່​ໃນ​ສະ​ພາບ​ເຕືອນ​ໄພ ແລະ ຕຳ​ໜິ​ຕິ​ຕຽນ 2 ກໍ​ລະ​ນີຍິງ​ລູກ​ສອນ​ໄຟ​ໃນ​ມໍ່ໆ​ມານີ້​ຂອງ​ພຽງ​ຢາງ ຈະ​ເຮັດ​ໃຫ້​ເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພ​ະຍາ​ຍາມທົ່ວ​ໂລກ​ເພື່ອ​ຕ້ານ​ໂຄງ​ການ​ອາ​ວຸດ​ຂອງສ.ປ.ປ​ເກົາຫຼີ.

      ການ​ກະ​ທຳ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່ສ.ປ.ປ​ເກົາຫຼີ​ຍັງ​ພວມ​ຮັບ​ຜົນ​ກະ​ທົບ​ຈາກ​ຄຳ​ສັ່ງ​ເກືອດ​ຫ້າມ​ຂອງ ສ.ປ.ຊ​ ກ່ຽວ​ກັບ​ການພັດ​ທະ​ນາ​ອາ​ວຸດ​ນິວ​ເຄຼຍ, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີລູກ​ສອນ​ໄ​ຟ​ນຳ​ວິ​ຖີ. ການ​ທົດ​ລອງຍິງ​ລູກ​ສອນ​ໄຟ​ນີ້ ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ ມາ​ຮອດ​ປະ​ຈຸ​ບັນ, ຄຳ​ສັ່ງ​ລົງ​ໂທດ​ສາ​ກົນ ຍັງ​ບໍ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ຄວາມ​ສາ​ມາດ​ຊື້​ວັດ​ຖຸ​ດິບ ແລະ ເຕັກ​ໂນ​ໂລ​ຢີ​ທີ່​ຈຳ​ເປັນ​ເພື່ອ​ຜະ​ລິດ​ອາວ​ຸດ​ຂອງສ.ປ.ປ​ເກົາຫຼີ. ທີ່​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຄັ້ງ​ທີ 26 ຊຶ່ງ​ຈັດ​ຂຶ້ນ​ຢູ່​ປັກ​ກິງ​ປະ​ເທດ​ຈີນ​ເມື່ອ​ວັນ​ທີ 26/6 ນັ້ນ, ບັນ​ດາ​ທູດ​ພິ​ເສດ​ຂອງ​ອາ​ເມ​ລິ​ກາ, ສ.ເກົາຫຼີ ແລະ ຍີ​ປຸ່ນ​ໄດ້​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະ​ທຳ​ເກາະ​ຜິດ​ຂອງສ.ປ.ປ​ເກົາຫຼີ. ເມືອ​ຕອບ​ໂຕ້​ຄືນ, ທູດ​ພິ​ເສດ​ຂອງສ.ປ.ປ​ເກົາຫຼີ​ໄດ້​ກ່າວ​ປົກ​ປ້ອງ​ໂຄງ​ການ​ພັດ​ທະ​ນາ​ນິວ​ເຄຼຍ​ຂອງສ.ປ.ປ​ເກົາຫຼີ ແລະ ຢືນ​ຢັນ​ວ່າ ພຽງ​ຢາງ​ຈະ​ບໍ່​ມີ​ວັນ​ປະ​ລະ​ອາ​ວຸດ​ລ້າງ​ຜານ ເວັ້ນ​ເສຍ​ກໍ​ລະ​ນີ​ທົ່ວ​ໂລກ​ປະ​ລະ ອາ​ວຸດ​ນິວ​ເຄຼຍ.

     ການ​ເຈ​ລະ​ຈາ 6 ຝ່າຍ​ກ່ຽວ​ກັບ​ໂຄງ​ການ ອາ​ວຸດ​ນິວ​ເຄຼຍ​ຂອງ ສ.ປ.ປ​ເກົາຫຼີ ຖືກ​ຕົກ​ເຂົ້າ​ສູ່​ສະ​ພາບບໍ່​ມີ​ທາງ​ອອກ

     ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ, ສ.ປ.ປ​ເກົາຫຼີໄດ້ ຍິງ​ລູກ​ສອນ​ໄຟ​ຢ່າງ​ລຽນ​ຕິດ, ພິ​ເສດ​ມີ​ຄວາມ​ສົນ​ໃຈ​ເຖິງ ລູກ​ສອນ​ໄຟ Musadan ຊຶ່ງ​ມີ​ໄລ​ຍະ​ຍິງ 3000-5500 ກິ​ໂລ​ແມັດ. ໃນ​ເດືອນ 5 ທີ່​ຜ່ານ​ມາ, ປະ​ເທດນີ້​ໄດ້​ປະ​ຕິ​ບັດ​ການ​ທັດ​ລອງ​ຍິງລູກ​ສອນ​ໄຟ Musadan ເປັນ​ຄັ້ງ​ທີ 4, ແຕ່​ບໍ່​ປະ​ສົບ​ຜົນ​ສຳ​ເລັດ. ໃນ​ທ້າຍ​ເດືອນ 4 ແລ້ວນີ້, 2 ກໍ​ລະ​ນີ​ຍິງ ລູກ​ສອນ​ໄຟ Musadan ກໍ​ຖືກ​ປະ​ລາ​ໄຊ. ກ່ອນ​ໜ້ານັ້ນ, ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດຂອງ​ຜູ້​ນຳ​ທີ່​ຍິ່ງໃຫ​ຍ່​ຂອງ ສ.ປ.ປ​ເກົາຫຼີ ທ່ານ Kim Il-sung, ສ.ປ.ປ​ເກົາຫຼີກໍ​ທົດ​ລອງຍິງ​ລູກ​ສອນ​ໄຟ​ ແຕ່​ກໍ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ.

    ຕາມ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ເລື່ອງ​ພຽງ​ຢາງ​ໄດ້​ດຳ​ເນີນ ຍິງ​ລູກ​ສອນ​ໄຟ​ຢ່າງ​ລຽນ​ຕິດນັ້ນ ແມ່ນ​ຍ້ອນຫຼາຍ​ສາຍ​ເຫດ, ໃນ​ນັ້ນ​ກໍ​ບໍ່​ເວັ້ນ​ເສຍ​ກໍ​ລະ​ນີ​ປະ​ສົບ​ກັບ​ສິ່ງ​ທ້າ​ທາຍ​ທາງ​ດ້ານ​ການ​ເງິນ. ແລະ ການຍິງ​ລູກ​ສອນ​ໄຟ​ຂອງ​ພຽງ​ຢາງ ເບິ່ງ​ຄື​ວ່າ ແມ່ນ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຄັ້ງ​ໃໝ່​ຂອງ​ປະ​ຊາ​ຄົມ​ໂລກ ຊຶ່ງ​ພຽງ​ຢາງ​ໄດ້​ເລືອກ​ເຟັ້ນ. ຕາມ​ຂໍ້​ສັງ​ເກດ​ຂອງວົງການ​ນັກ​ສັງ​ເກດ​ການ​ແລ້ວ, ການ​ພັດ​ທະ​ນ​າ​ລູກ​ສອນ​ໄຟ ກໍ​ມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ​ກັບ​ການ​ພັດ​ທະ​ນາອາ​ວຸດ​ນິວ​ເຄຼຍ. ອາ​ວຸດ​ນິວ​ເຄຼຍໄດ້​ສ້າງ​ກຳ​ລັງ​ແຮງ​ໃຫ້​ພຽງ​ຢາງໃນ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວກັບ​ສາ​ກົນ.

      ​ມາ​ຮອດ​ປະ​ຈຸ​ບັນ, ຫາງ​ສຽງ​ໄດ້​ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ.ປ.ຊ ທີ່​ແນ​ໃສ່ ສ.ປ.ປ​ເກົາຫຼີ. ເບິ່ງ​ຄື​ວ່າ ມາດ​ຕະ​ການ​ເຫຼົ່າ​ນັ້ນ ບໍ່​ສາ​ມາດ​ເຮັດ​ໃຫ້​ເຈດ​ຈຳ​ນົງ​ພັດ​ທະ​ນາອາ​ວຸດ​ນິວ​ເຄຼຍ​​ຂອງ​ພຽງ​ຢາງຢຸດ​ຕິ​ລົງ. ອາ​ເມ​ລິ​ກາ, ສ​ເກົາຫຼີ ແລະ ຍີ​ປຸ່ນ​ຫວັງ​ຊຸກ​ຍູ້​ບັນ​ດາ​ມາດ​ຕະ​ການ​ທີ່​ແຂງ​ກະ​ດ້າງກວ່າ ແນ​ໃສ່​ຈຳ​ກັດ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເງິນ ແລະ ແຫຼ່ງ​ກຳ​ລັງ​ຂອງ ສ.ປ.ປ​ເກົາຫຼີ. ໃນ​ຂະ​ນະ​ນັ້ນ, ລັດ​ເຊຍ ແລະ ຈີນ​ຫວັງຢາກຊອກ​ຫາ​ວິ​ທີ​ແກ້​ໄຂ​ດ້ວຍ​ຄວາມ​ອ່ອນ​ຍົນ​ກວ່າ.

     ຈາກ​ສະ​ພາບ​ການ​ໃນ​ປະ​ຈຸ​ບັນ, ເບິ່ງ​ຄື​ວ່າ ຍາກ​ທີ່​ຈະ​ຝາກ​ຄວາມ​ຫວັງ​ຕໍ່​ວິ​ທີ​ການ​ແກ້​ໄຂ​ ແນ​ໃສ່ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ແຫຼມ​ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ